ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີແຜນການ ພັດທະນາປະເທດ ໃຫ້ເປັນໝໍ້ໄຟ ຂອງອາຊ່ຽນ ຢ່າງແທ້ຈິງ


ພິທີເຊັນສັນຍາ ກູ້ຢືມເງິນ ເພື່ອກໍ່ສ້າງເຂື່ອນນໍ້າອູ ຈາກທະນາຄານຈີນ ທີ່ຈັດຂຶ້ນໃນນະຄອນວຽງຈັນ, ໃນປີ 2011
ພິທີເຊັນສັນຍາ ກູ້ຢືມເງິນ ເພື່ອກໍ່ສ້າງເຂື່ອນນໍ້າອູ ຈາກທະນາຄານຈີນ ທີ່ຈັດຂຶ້ນໃນນະຄອນວຽງຈັນ, ໃນປີ 2011

ປະທານປະເທດລາວ ເນັ້ນຢໍ້າໃນແຜນການພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງ ງານໄຟຟ້າລາຍໃຫຍ່ ຫລື ເປັນໝໍ້ໄຟຂອງອາຊຽນໃຫ້ໄດ້ ດ້ວຍການສົ່ງເສີມໃຫ້ສ້າງ ເຂື່ອນຫລາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຖະແຫລງເນັ້ນຢໍ້າຢ່າງເປັນທາງການ
ເມື່ອບໍ່ນານມານີ້ວ່າ ການທີ່ເອກະຊົນລາວ ແລະຕ່າງຊາດໄດ້ໃຫ້ຄວາມສົນໃຈເຂົ້າມາ ລົງທຶນໃນໂຄງການກໍ່ສ້າງເຂື່ອນ ຜະລິດກະແສໄຟຟ້າຢູ່ໃນລາວເພີ້ມຫລາຍຂຶ້ນນັ້ນ ນັບ
ເປັນສິ່ງທີ່ສາມາດສະທ້ອນໃຫ້ເຫັນເຖິງທ່າແຮງບົ່ມຊ້ອນຂອງລາວ ໃນດ້ານພັດທະນາ
ຊັບພະຍາກອນນໍ້າ ທີ່ຈະນໍາໃຊ້ເພື່ອຜະລິດກະແສໄຟຟ້າ ໄດ້ເປັນຢ່າງດີ.

ຊຶ່ງດ້ວຍທ່າແຮງບົ່ມຊ້ອນດັ່ງກ່າວ ກໍຍັງເຮັດໃຫ້ລັດຖະບານລາວມີຄວາມໝັ້ນໃຈໃນການ
ພັດທະນາພະລັງງານໄຟຟ້າຈາກຊັບພະຍາກອນນໍ້າ ໃຫ້ໄດ້ຫລາຍຂຶ້ນຢ່າງເຕັມກໍາລັງ
ຄວາມສາມາດ ໂດຍມີເປົ້າໝາຍທີ່ຈະສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດ ໂດຍ
ສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ເຊ່ນໄທ, ກໍາປູເຈຍ ແລະຫວຽດນາມ ໃຫ້ໄດ້
ຫລາຍຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານຈູມມະລີໄດ້ກ່າວເນັ້ນຢໍ້າວ່າ:

​ການເປີດ​ເຂື່ອນໄຟ​ຟ້າ​ນໍ້າຕົກ Nam Theun 2 ໃນທ້າຍປີ 2010, ຊຶ່ງເປັນນຶ່ງໂຄງການທີ່ຈະພາໃຫ້ລາວກາຍເປັນໝໍ້ໄຟຂອງອາຊຽນໄດ້
​ການເປີດ​ເຂື່ອນໄຟ​ຟ້າ​ນໍ້າຕົກ Nam Theun 2 ໃນທ້າຍປີ 2010, ຊຶ່ງເປັນນຶ່ງໂຄງການທີ່ຈະພາໃຫ້ລາວກາຍເປັນໝໍ້ໄຟຂອງອາຊຽນໄດ້

“ສປປລາວ ເປັນປະເທດ
ທີ່ມີທ່າແຮງບົ່ມຊ້ອນຂອງ
ລາວ ໃນການຜະລິດໄຟ
ຟ້ານໍ້າຕົກຢ່າງຫລວງ
ຫລາຍ ຊຶ່ງກໍເປັນໂອກາດ
ດີໃຫ້ແກ່ການນໍາໃຊ້ຊັບ
ພະຍາກອນນໍ້າ ເພື່ອເປັນ
ທຶນຮອນໃນການສ້າງສາ
ພັດທະນາປະເທດຊາດ
ສະນັ້ນ ລັດຖະບານລາວ
ຈຶ່ງໄດ້ສຸມທຸກຄວາມພະຍາຍາມຂອງຕົນ ບວກກັບການສະໜັບສະໜູນທາງດ້ານ
ວັດຖຸເທັກນິກ ແລະທຶນຮອນຈາກສາກົນ ເພື່ອພັດທະນາແຫລ່ງພະລັງງານ ທີ່
ສະອາດດັ່ງກ່າວ ໃຫ້ສາມາດສະໜອງໄດ້ກັບຄວາມຕ້ອງການທາງດ້ານພະລັງງານ
ຢູ່ພາຍໃນປະເທດ ແລະເພື່ອນບ້ານ ເພື່ອສົ່ງອອກໄປປະເທດເພື່ອນບ້ານ.”

ທັງນີ້ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ວາງເປົ້າໝາຍທີ່ຈະສົ່ງເສີມການລົງທຶນ ເພື່ອກໍ່ສ້າເຂື່ອນໃຫ້ໄດ້ປີລະ 2 ໂຄງການເປັນຢ່າງໜ້ອຍ ແຕ່ໃນປັດຈຸບັນໄປຈົນເຖິງປີ
2020 ຊຶ່ງຖ້າຫາກວ່າ ສາມາດປະຕິບັດໄດ້ຈິງ ກໍຈະເຮັດໃຫ້ລາວມີເຂື່ອນຜະລິດກະແສໄຟ
ຟ້າເພີ້ມຂຶ້ນເຖິງ 20 ແຫ່ງ ແລະຍັງຈະເຮັດໃຫ້ລາວມີຄວາມສາມາດຜະລິດພະລັງງານໄຟຟ້າ
ໄດ້ເພີ້ມຂຶ້ນເຖິງ 2,540 MW ໃນປັດຈຸບັນເປັນຫລາຍກວ່າ 9,000 MW ໃນປີ 2020 ອີກ
ດ້ວຍ.

ການກໍ່ສ້າງເຂື່ອນເຊກະໝານ ຊຶ່ງເປັນໂຄງການລົງທຶນຮ່ວມກັນ ລະຫວ່າງລັດຖະບານລາວ ແລະບໍລິສັດຫວຽດນາມ ຊຶ່ງເລີ້ມຕົ້ນ ຂຶ້ນໃນຕົ້ນປີນີ້
ການກໍ່ສ້າງເຂື່ອນເຊກະໝານ ຊຶ່ງເປັນໂຄງການລົງທຶນຮ່ວມກັນ ລະຫວ່າງລັດຖະບານລາວ ແລະບໍລິສັດຫວຽດນາມ ຊຶ່ງເລີ້ມຕົ້ນ ຂຶ້ນໃນຕົ້ນປີນີ້

ໃນປັດຈຸບັນນີ້ ລັດຖະບານລາວ
ໄດ້ອະນຸມັດໃຫ້ບໍລິສັດຕ່າງປະ
ເທດ ເຮັດການສຶກສາຄວາມ
ເປັນໄປໄດ້ຂອງໂຄງການກໍ່ສ້າງ
ເຂື່ອນໃນລາວໄປແລ້ວຫຼາຍກວ່າ
80 ໂຄງການໃນທົ່ວປະເທດ ໂດຍກຸ່ມນັກລົງທຶນທີ່ໄດ້ຮັບ
ອະນຸຍາດໃຫ້ດໍາເນີນການດັ່ງ
ກ່າວນີ້ຫຼາຍທີ່ສຸດ ກໍຄືກຸ່ມນັກ
ລົງທຶນຈາກຈີນ ຕິດຕາມດ້ວຍ
ກຸ່ມນັກລົງທຶນຈາກໄທ ແລະ
ຫວຽດນາມຕາມລໍາດັບ. ສ່ວນ
ເຂື່ອນທີ່ກໍ່ສ້້າງສໍາເລັດແລ້ວ ແລະໄດ້ທໍາການຜະລິດກະແສໄຟຟ້າແລ້ວນັ້ນກໍມີຢູ່ 14 ໂຄງ
ການ ຊຶ່ງມີກໍາລັງຕິດຕັ້ງລວມກັນ 2,542 ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້
ລວມກັນຫຼາຍກວ່າ 11,000 ລ້ານກິໂລວັດໂມງຕໍ່ປີຫຼືເພີ່ມຂຶ້ນຈາກປີ 2005 ເຖິງ 3 ເທົ່າໂຕ.

ໂຄງການເຂື່ອນທີ່ມີຂະໜາດໃຫຍ່ທີ່ສຸດ ແລະໄດ້ທໍາການຜະລິດກະແສໄຟຟ້າເພື່ອສົ່ງຂາຍ
ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບຈາກເດືອນມີນາ 2009
ເປັນຕົ້ນມາແລ້ວນັ້ນ ກໍຄືໂຄງການເຂື່ອນໄຟຟ້ານໍ້າເທີນ 2 ທີ່ບໍ່ພຽງແຕ່ຈະສ້າງລາຍຮັບໃຫ້
ແກ່ລັດຖະບານລາວເທົ່ານັ້ນ ຫາກແຕ່ ກໍຍັງມີພັນທະຈະຕ້ອງປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ແລະການອະນຸລັກສະພາບແວດລ້ອມທໍາມະຊາດໃນລາວ
ອີກດ້ວຍ.

ນັກອານຸລັດສິ່ງແວດລ້ອມໄທສະແດງການຄັດຄ້ານໂຄງການສ້າງ ເຂື່ອນໄຊຍະບູລີ ຕໍ່ກອງປະຊຸມສຸດຍອດຂອງຜູ້ນຳອາຊຽນຢູ່ກຸງ ຈາກາຕາ, ໃນອິນໂດເນເຊຍ ໃນເດືອນພຶດສະພາປີ 2011ຜ່ານ ມານີ້
ນັກອານຸລັດສິ່ງແວດລ້ອມໄທສະແດງການຄັດຄ້ານໂຄງການສ້າງ ເຂື່ອນໄຊຍະບູລີ ຕໍ່ກອງປະຊຸມສຸດຍອດຂອງຜູ້ນຳອາຊຽນຢູ່ກຸງ ຈາກາຕາ, ໃນອິນໂດເນເຊຍ ໃນເດືອນພຶດສະພາປີ 2011ຜ່ານ ມານີ້

ຫາກແຕ່ວ່າບັນຫາໃນເວລານີ້
ກໍຄື ບັນດາອົງການອະນຸລັກ
ສະພາບແວດລ້ອມທໍາມະຊາດ
ທັງໃນໄທ ແລະໃນລະດັບສາກົນ
ໄດ້ປະກາດທ່າທີຢ່າງຊັດເຈນ
ແລ້ວວ່າ ຈະຄັດຄ້ານການກໍ່ສ້າງ
ເຂື່ອນ ທັ້ງໃນລາວ ແລະເທິງແມ່
ນໍ້າຂອງຢ່າງເຖິງທີ່ສຸດເພາະເຊື່ອ
ວ່າຈະສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມທໍາມະຊາດ ແລະສັດ
ນໍ້າຢ່າງກວ້າງຂວາງ.

ຫລ້າສຸດ ເຄືອຂ່າຍປະຊາຊົນໄທເພື່ອການອານຸລັກແມ່ນໍ້າຂອງ ກໍໄດ້ປະກາດຢ່າງຊັດເຈນ
ວ່າ ຈະຟ້ອງຮ້ອງຕໍ່ສານປົກຄອງຂອງໄທ ເພື່ອໃຫ້ຍົກເລີກສັນຍາຊື້-ຂາຍກະເເສໄຟຟ້າຈາກ
ເຂື່ອນໄຊຍະບູລີ ຊຶ່ງເປັນໂຄງການນຶ່ງ ໃນຂໍ້ຕົກລົງ ທີ່ໄທຈະຮັບຊື້ກະແສໄຟຟ້າໃນປະລິມານ
ເຖິງ 7,000 MW ນັບຈາກ ປີ 2015 ເປັນຕົ້ນໄປນັ້ນເອງ.

XS
SM
MD
LG