ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຖິງຈະເປັນການເພີ້ມການສັກວັກຊີນທີ່ມີຄຸນນະພາບຕໍ່າ ບຣາຊີລກໍຍັງມີຄວາມຄືບໜ້າໃນການຕ້ານໂຄວິດ


Despite Proliferation of Low-Quality Vaccines, Brazil Makes Progress Against COVID
please wait

No media source currently available

0:00 0:03:24 0:00

ເຖິງແມ່ນຈະເປັນການເພີ້ມການສັກວັກຊີນ ທີ່ມີຄຸນນະພາບຕໍ່າ ບຣາຊີລກໍຍັງມີຄວາມຄືບໜ້າໃນການສະກັດກັ້ນການລະບາດຂອງ COVID

ບຣາຊີລແມ່ນນຶ່ງ ໃນບັນດາປະເທດ ທີ່ປະສົບກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງ ໃນການຊື້ວັກຊີນປ້ອງກັນໂຄວິດ ໃນຕົ້ນປີນີ້ ແລະໂດຍທີ່ມີຈໍານວນຜູ້ເສຍຊີວິດເພີ້ມຂຶ້ນ, ຜູ້ນຳຂອງປະເທດດັ່ງກ່າວ ຄິດກາງຕໍ່ວັກຊີນໂຄໂຣນາວັກ (CoronaVac) ຂອງຈີນ ເພື່ອເລີ່ມຕົ້ນໂຄງການສັກຢາກັນພະຍາດຂອງຕົນ. ແຕ່ວ່າຊາວບຣາຊີລຫຼາຍຄົນ ຫລີກລ້ຽງການສັກຢາວັກຊີນຂອງຈີນ ຫຼັງຈາກມີການສຶກສາທີ່ຊີ້ໃຫ້ເຫັນເຖິງລະດັບປະສິດທິພາບຕໍ່າ ສະນັ້ນເຈົ້າໜ້າທີ່ບຣາຊີລ ໄດ້ຫ້າມການແຈກຢາຍຢາດັ່ງກ່າວຫຼາຍລ້ານໂດລາ ໃນເດືອນນີ້ ເພື່ອລໍຖ້າການສຶກສາເພີ້ມເຕີມອີກ. ນັກຂ່າວວີໂອເອຢູ່ທີ່ນະຄອນຊາວປາວໂລ (Sao Paulo) Edgar Maciel ມີລາຍງານວ່າບຣາຊີລ ກໍາລັງດຳເນີນການປັບຕົວບາງຢ່າງທີ່ອາດຈະເລີ່ມໃຫ້ເກີດຜົນໄດ້ຮັບໃນທາງບວກ ຊຶ່ງບົວສະຫວັນ ມີລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຢາວັກຊີນ “ທີ່ບໍ່ມີໃຜຢາກສັກ”. ນັ້ນຄືຄວາມຄິດຂອງຫຼາຍໆ ຄົນໃນເວລາພິຈາລະນາເຖິງການສັກຢາໂຄໂຣນາວັກ (CoronaVac) ຢູ່ທີ່ນີ້.

ໂດຍທີ່ຖືກພັດທະນາຂຶ້ນມາຈາກຫ້ອງທົດລອງຊີໂນວັກ (Sinovac) ຂອງຈີນ, ວັກຊີນດັ່ງກ່າວ ມີປະສິດທິພາບທີ່ຢູ່ອັດຕາສ່ວນຕໍ່າສຸດໃນການກັນພະຍາດໂຄວິດ -19: ພຽງແຕ່ 50.38 ເປີເຊັນ, ເກືອບວ່າຢູ່ນອກຂອບເຂດຂອງລະດັບວັກຊີນທີ່ອົງການອະນາໄມໂລກຍອມຮັບໄດ້.

ວັກຊີນຂອງຈີນໄດ້ຖືກນຳໃຊ້ຄັ້ງທຳອິດໃນປະເທດບຣາຊີລດ້ວຍການເປັນຄູ່ຮ່ວມມືກັບສູນຄົ້ນຄ້ວາ ຂອງສະຖາບັນບູຕານຕານ (Butantan) ໃນນະຄອນຊາວປາວໂລ.

ມັນໄດ້ກາຍເປັນວັກຊີນ ທີ່ມີຢູ່ຢ່າງແຜ່ຫລາຍທີ່ສຸດໃນປະເທດ, ແຕ່ກໍເປັນຢາວັກຊີນທີ່ຄົນບໍ່ຢາກສັກທີ່ສຸດອີກດ້ວຍ.

ໃນທຸກໆມື້ ໄດ້ມີການລຽນແຖວກັນ ເປັນສາຍຍາວຢຽດ ຢູ່ສະຖານທີ່ສັກຢາປ້ອງກັນພະຍາດໃນນະຄອນຊາວ ປາວໂລ, ແຕ່ພວກເຂົາເຈົ້າກໍຫັບຫາຍໄປໃນທັນທີ ເມື່ອຄົນຮູ້ວ່າ ມີແຕ່ໂຄໂຣນາວັກເທົ່ານັ້ນ ທີ່ມີໄວ້ໃຫ້ສັກ.

ທ່ານຈຊາດສ໌ ຄາໂດໂຊ (Charles Cardoso), ນັກທຸລະກິດທ່ານນຶ່ງ ກ່າວ ເປັນພາສາປອກຕຸຍການວ່າ: “ຖ້າມີຢາວັກຊີນຊະນິດອື່ນທີ່ມີປະສິດທິພາບກວ່າ, ຂ້ອຍຈະບໍ່ເອົາຊີວິດຂ້ອຍໄປສ່ຽງ. ສະນັ້ນ ຂ້ອຍຈະໄປຫາຄລີນິກອື່ນ ແລະຊອກຫາວັກຊີນອັນອື່ນ.”

ຜູ້ທີ່ອາໄສຢູ່ໃນນະຄອນຊາວ ປາວໂລ ເວົ້າເປັນພາສາປອກຕຸຍການວ່າ:"ຂ້ອຍເຊື່ອໄຟເຊີ (Pfizer) ຫຼາຍກວ່າ, ບໍ່ແມ່ນໂຄໂຣນາວັກ (Coronavac)."

ໃນຕົ້ນເດືອນນີ້, ຜູ້ອອກກົດລະບຽບດ້ານສຸຂະພາບຂອງບຣາຊີລ, ທ່ານ ແອນວີຊາ (Anvisa), ໄດ້ໂຈະ ແລະຮຽກວັກຊີນດັ່ງກ່າວຄືນ 12 ລ້ານໂດສ ທີ່ໄດ້ຜະລິດຢູ່ໂຮງງານທີ່ບໍ່ໄດ້ຮັບອະນຸຍາດຢູ່ໃນຈີນ.

ໃນຄວາມພະຍາຍາມທີ່ຈະປ່ຽນພາບພົດຂອງວັກຊີນ ແລະເຮັດໃຫ້ຄວາມໝັ້ນໃຈຂອງປະຊາຊົນເພີ້ມຂຶ້ນນັ້ນ, ສະຖາບັນ ບູຕານຕານ (Butantan) ກຳລັງລົງທຶນໃນການສຶກສາຄົ້ນຄວ້າ ກ່ຽວກັບປະສິດທິພາບຂອງໂຄໂຣນາວັກ (Coronavac). ນຶ່ງໃນການສຶກສາເຫຼົ່ານັ້ນ ແມ່ນຢູ່ໃນເມືອງເຊີຣານາ (Serrana) ຢູ່ເຂດນອກເມືອງຂອງຊາວ ປາວໂລ. ຊາວເມືອງທຸກຄົນທີ່ມີອາຍຸເກີນ 18 ປີ ຂຶ້ນໄປ ແມ່ນໄດ້ຮັບການສັກຢາໂຄໂຣນາວັກ (Coronavac). ຫຼັງຈາກສອງສາມເດືອນຜ່ານໄປ, ຜົນໄດ້ຮັບ ແມ່ນເປັນໄປໃນທາງບວກ.

ໂຄງການເອັສ (S) ຂອງສະຖາບັນບູຕານຕານ (Butantan), ດັ່ງທີ່ຄົນເອີ້ນກັນ, ສະແດງໃຫ້ເຫັນວ່າ ຈໍານວນຜູ້ເສຍຊີວິດຫຼຸດລົງ 95 ເປີເຊັນ ໃນໄຕມາດທີສອງຂອງປີ. ສະຖາບັນນີ້ກ່າວອີກວ່າ ການສັກຢາກັນພະຍາດຄັ້ງໃຫຍ່ ໄດ້ເຮັດໃຫ້ການເຂົ້າໂຮງໝໍ ຫລຸດລົງ 86 ເປີເຊັນ.

ໃນເດືອນແລ້ວນີ້, ຢູ່ໃນເມືອງເຊີຣານາ (Serrana) ບໍ່ໄດ້ມີການລົງທະບຽນຜູ້ເສຍຊີວິດຍ້ອນໂຄວິດ-19, ອີງຕາມຂໍ້ມູນຂອງເລຂາທິການສາທາລະນະສຸກຂອງ ຊາວ ປາວໂລ.
ທ່ານອາລວາໂຣ ຄອສຕາ (Alvaro Costa), ຜູ້ຊ່ຽວຊານດ້ານການຕິດເຊື້ອກ່າວ ເປັນພາສາປອກຕຸຍການວ່າ:
"ພວກເຮົາກຳລັງດຳລົງຊີວິດຢູ່ໃນຊ່ວງເວລາ ທີ່ມີການແຜ່ລະບາດຂອງພະຍາດ ຢ່າງໜັກຢູ່ໃນບຣາຊີລ ບ່ອນທີ່ການຫຼຸດຜ່ອນການເຂົ້າໂຮງໝໍ ແລະ ຈຳນວນຜູ້ເສຍຊີວິດເປັນເລື້ອງສໍາຄັນ ອັນເປັນພື້ນຖານເລີຍ. ເມື່ອພວກເຮົາມີວັກຊີນທີ່ມີປະສິດທິພາບສູງກວ່າ 80 ເປີເຊັນ ສໍາລັບກໍລະນີຮ້າຍແຮງ, ເຊັ່ນໂຄໂຣນາວັກ (Coronavac), ພວກເຮົາເຫັນວ່າ ມັນເປັນອົງປະກອບອັນສໍາຄັນໃນການປັບປຸງຕົວຊີ້ວັດຂອງການແຜ່ລະບາດຂອງພະຍາດໃນປະເທດ. ແລະການສຶກສາຄົ້ນ ຄວ້າຄືກັນກັບໄດ້ເຮັດຢູ່ໃນເມືອງເຊີຣານາ (Serrana) ນີ້ໄດ້ສະແດງໃຫ້ເຫັນປະສິດທິຜົນ ຢູ່ໃນບັນດຜູ້ເຂົ້າຮ່ວມການຄົ້ນຄວ້າທຸກຄົນ ໃນການຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດ "

ແຕ່ວ່າໂດຍທີ່ມີສາຍພັນໃໝ່ທີ່ໄດ້ຮັບຄວາມແຂງແກ່ນຂຶ້ນໃນທົ່ວໂລກ, ໂຄໂຣນາວັກ (CoronaVac) ຈະປະເຊີນກັບການທົດສອບ ອີກຄັ້ງນຶ່ງ ຕໍ່ຊື່ສຽງຂອງມັນ. ໃນ ເມືອງເຊີຣານາ (Serrana) ໃນເດືອນກັນຍານີ້ ໄດ້ບັນທຶກຜູ້ຕິດເຊື້ອທີ່ເປັນສາຍ ພັນແດລຕາ 2 ຄົນ. ຄົນເຈັບທັງສອງໄດ້ຮັບການສັກຢາວັກຊີນ ແລະມີອາການບໍ່ຮຸນແຮງປານໃດ.

ຢູ່ໃນຫ້ອງທົດລອງ ຢູ່ທີ່ສະຖາບັນບູຕານຕານ (Butantan) ນັ້ນ, ນັກວິທະຍາ ສາດກ່າວວ່າ ສັນຍານບົ່ງບອກອັນທໍາອິດແມ່ນເປັນໜ້າມີກໍາລັງໃຈ, ແຕ່ຜົນສຸດທ້າຍຈະຖືກປະກາດໃຫ້ຮູ້ໃນເດືອນໜ້ານີ້.

ປະຊາຊົນຂອງບຣາຊີລຫຼາຍກວ່າ 82 ລ້ານຄົນ ຫຼື 38 ເປີເຊັນ ດຽວນີ້ແມ່ນໄດ້ຮັບການສັກຢາວັກຊີນຄົບໝົດແລ້ວ ຊຶ່ງເປັນໂຕເລກທີ່ລື່ນຈໍານວນສະເລ່ຍຂອງທົ່ວໂລກ. ໃນຈຳນວນຜູ້ທີ່ໄດ້ສັກວັກຊີນນັ້ນຊາວບຣາຊີລ 4 ຄົນໃດໃນ 10 ຄົນ ແມ່ນໄດ້ຮັບການສັກຢາອາສຕຣາເຊນເນກາ (AstraZeneca) (ຊຶ່ງເປັນ 43.9 ເປີເຊັນ), ປະມານນຶ່ງສ່ວນສາມ ຫລື 32.9 ເປີເຊັນ ແມ່ນໄດ້ຮັບໂຄໂຣນາວັກ (CoronaVac), ແລະ 21 ເປີເຊັນ ໄດ້ຮັບວັກຊີນ ໄຟເຊີ (Pfizer), ອີງຕາມຕົວເລກຂອງລັດຖະບານ. ແຕ່ກ່ອນ ຈົນມາຮອດມໍ່ໆມານີ້, ປະເທດບຣາຊີລເຄີຍເປັນຈຸດດຸເດືອດຂອງການລະບາດຂອງໂຄວິດ-19 ຂອງໂລກຈຸດນຶ່ງ, ແຕ່ຍ້ອນວ່າ ມີການເລັ່ງການສັກຢາວັກຊີນຂຶ້ນ ຜູ້ຊ່ຽວຊານກ່າວວ່າ ແນວໂນ້ມ ປະກົດວ່າໄດ້ຖືກຕ່າວປີ້ນ, ໂດຍຕົວເລກຜູ້ເສຍຊີວິດສະເລ່ຍ ໃນແຕ່ລະວັນ ໃນເດືອນກັນຍາຫຼຸດລົງຕໍ່າກວ່າ 900 ຄົນ ຈາກຕົວເລກທີ່ສູງເກືອບຮອດຫ້າພັນຄົນໃນເດືອນເມສາຜ່ານມາ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້:

Brazil was among the countries facing big difficulties in purchasing COVID vaccines early this year and, with fatalities soaring, its leaders bet on China’s CoronaVac to jump-start its immunization program. But the Chinese vaccine is shunned by many Brazilians after studies indicated a low efficacy rate – so much so that Brazilian authorities banned the distribution of millions of doses this month pending further study. For VOA in Sao Paulo, Edgar Maciel reports Brazil is making some adaptations that could be starting to yield positive results.

The “ugly duckling” of vaccines. That's how many consider CoronaVac here.
Developed by the Chinese laboratory Sinovac, the vaccine has one of the lowest efficacy percentages against Covid-19: just 50.38%, almost outside the limits of what is acceptable by the World Health Organization.

The Chinese vaccine was the first used in Brazil with a partnership with the Butantan Institute research center in São Paulo.

It became the most widely available in the country, but also the most despised.

Every day long lines formed at Sao Paulo vaccination sites, but they instantly disappeared when people discovered only the Coronavac was available.

Charles Cardoso, Businessman:
“If there is another vaccine that is more efficient, I’ll not put my life at risk. So I`ll go to another clinic and find another vaccine.”

Sao Paulo Resident:
“I trust Pfizer more, not Coronavac.”

Earlier this month, Brazil`s health regulator, Anvisa, suspended and recalled 12 million doses produced at an unauthorized plant in China.
“In an attempt to change the vaccine’s image and boost public confidence, Butantan is investing in studies on the CoronaVac’s effectiveness. One of those studies is in Serrana city outside Sao Paulo. All residents over the age of 18 got CoronaVac shots. After a few months, the results have been positive.”

The Butantan Institute Project S, as it is called, showed that the number of deaths dropped 95 percent in the second quarter of the year. The institute also says the mass vaccination reduced hospital admissions by 86%.

In the last month, Serrana has not registered any deaths from COVID-19, according to São Paulo Health Secretary data.

Alvaro Costa, Infectologist:
“We were living in a moment of the pandemic in Brazil where reducing hospitalization and the number of deaths was fundamental. When we have a vaccine with efficacy above 80% for severe cases, such as CoronaVac, we see that it was a key element in improving the indicators of the pandemic in the country. And studies like Serrana have shown effectiveness across the population to reduce the risk of death"

But with new variants gaining strength globally, CoronaVac will face another test to its reputation. Serrana in September registered two Delta variant infections. Both patients were vaccinated and had mild symptoms.

In this lab at the Butantan Institute, scientists say the first signs are encouraging, but the final results will be announced next month.

More than 82 million – or 38 percent - of Brazil’s people are now fully vaccinated, surpassing the worldwide average. Of those vaccinated, four out of 10 Brazilians were immunized with AstraZeneca (43.9%), roughly one-third (32.9%) with CoronaVac, and 21% with the Pfizer vaccine, according to government figures. Until recently Brazil was one of the world’s COVID-19 flashpoints, but as vaccinations accelerate expert says the trend appears to be reversing, with the average daily number death toll in September dipping below 900 from a high of nearly five thousand in April.

XS
SM
MD
LG