ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນຂະບວນປະທ້ວງ ດຳເນີນຕໍ່ໄປ ໃນມຽນມາ ເພື່ອຕໍ່ຕ້ານລັດຖະບານທະຫານ ທີ່ວາງມາດຕະການໃຫ້ຢູ່ໃນເຮືອນ ແລະຂໍ້ຈຳກັດຕ່າງໆ


ພວກນັກເຄື່ອນໄຫວ ໄດ້ພາກັນນັ່ງຕັນເສັ້ນທາງສີ່ແຍກ ຢູ່ໃນເມືອງຢ້າງກຸງ ຂອງມຽນມາ ໃນວັນອັງຄານ ທີ 9 ກຸມພາ 2021.
ພວກນັກເຄື່ອນໄຫວ ໄດ້ພາກັນນັ່ງຕັນເສັ້ນທາງສີ່ແຍກ ຢູ່ໃນເມືອງຢ້າງກຸງ ຂອງມຽນມາ ໃນວັນອັງຄານ ທີ 9 ກຸມພາ 2021.

ພວກປະທ້ວງໄດ້ເຕົ້າໂຮມກັນຢູ່ຖະໜົນຫຼາຍສາຍ ໃນນະຄອນຫຼວງຂອງມຽນມາ ອີກຄັ້ງນຶ່ງໃນວັນອັງຄານມື້ນີ້ ຊຶ່ງເປັນມື້ທີສີ່ລຽນຕິດໂດຍຄັດຂືນຕໍ່ຂໍ້ຈຳກັດຕ່າງໆທີ່ລັດຖະບານທະຫານໄດ້ວາງອອກ ທີ່ແນໃສ່ເພື່ອຢຸດຢັ້ງການປະທ້ວງຂະໜາດໃຫຍ່ຕໍ່ຕ້ານການໂຄ່ນລົ້ມລັດຖະບານພົນລະເຮືອນທີ່ມາຈາກການເລືອກຕັ້ງ.

ການປະທ້ວງໃນວັນອັງຄານມື້ນີ້ ຢູ່ນະຄອນຫຼວງເນປິດໍ ໄດ້ເກີດຂຶ້ນບໍ່ເທົ່າໃດຊົ່ວ ໂມງ ຫຼັງຈາກທີ່ພວກທະຫານໄດ້ປະກາດ ການຫ້າມບໍ່ໃຫ້ປະຊາຊົນອອກຈາກບ້ານໃນລະຫວ່າງ 8 ໂມງແລງ ຫາ 4 ໂມງເຊົ້າ ໂດຍຈະຖືກວາງອອກ ຢູ່ໃນນະຄອນຢ້າງກຸງ ແລະເມືອງມັນດາເລ. ລະບອບການປົກຄອງທະຫານມຽນມາ ຍັງໄດ້ຫ້າມການໂຮມຊຸມນຸມຫຼາຍກວ່າສີ່ຄົນຂຶ້ນໄປຢູ່ໃນທົ່ວປະເທດ.

ການເດີນຂະບວນປະທ້ວງຍັງໄດ້ຖືກຈັດຕັ້ງຂຶ້ນຢູ່ໃນນະຄອນຢ້າງກຸງ ແລະມັນດາເລນຳດ້ວຍ. ອົງການຂ່າວຕ່າງໆກ່າວວ່າ ພວກປະທ້ວງໄດ້ຖືກຊີດນ້ຳໃສ່ດ້ວຍທໍ່ຊີດນ້ຳຄວາມແຮງສູງຢູ່ ໃນທັງສາມເມືອງດັ່ງກ່າວ.

ປະຊາຊົນຫຼາຍສິບພັນຄົນຮວມພະລັງພາກັນອອກມາຢ່າງຫຼວງຫຼາຍໃນທົ່ວມຽນ ມາ ນັບຕັ້ງແຕ່ການເດີນຂະບວນປະທ້ວງ ໄດ້ເລີ້ມຕົ້ນຂຶ້ນ ດ້ວຍການຖືປ້າຍທີ່ກ່າວວ່າ “ຊ່ອຍມຽນມາດ້ວຍ” “ພວກເຮົາຕ້ອງການປະຊາທິປະໄຕ” ພ້ອມດ້ວຍພາບຖ່າຍຂອງທ່ານນາງອອງ ຊານ ຊູ ຈີ ຜູ້ນຳທີ່ແທ້ຈິງຂອງລັດຖະບານທີ່ໄດ້ຖືກໂຄ່ນລົ້ມນັ້ນ. ພວກປະທ້ວງຍັງໄດ້ຊູສາມນິ້ວຂຶ້ນ ໃນຂະນະທີ່ພວກເຂົາເດີນຂະບວນໄປຢູ່ນັ້ນ ຊຶ່ງເປັນສັນຍາລັກຂອງການຕໍ່ຕ້ານການກົດຂີ່ຂົ່ມເຫັງໃນຮູບ ເງົາທີ່ໄດ້ຮັບຄວາມນິຍົມຫຼາຍ ເລື້ອງ “Hunger Games”.

ການເດີນຂະບວນປະທ້ວງໄດ້ກ້າວເຂົ້າສູ່ໄລຍະໃໝ່ ໃນວັນຈັນວານນີ້ ໃນຂະນະທີ່ບັນດາພະນັກງານລັດຖະກອນ ພະນັກງານລົດໄຟ ນາຍຄູ ແລະພວກຄົນງານໃນພາກສ່ວນອື່ນໆ ໄດ້ເລີ້ມຕົ້ນການນັດຢຸດງານ ໃນທົ່ວປະເທດ.

ແຕ່ນາຍພົນຜູ້ອະວຸໂສ ມິນ ອອງ ແລງ ເປັນນາຍພົນຜູ້ທີ່ໄດ້ນຳພາການກໍ່ລັດ ຖະປະຫານ ບໍ່ໄດ້ກ່າວເຖິງຄວາມບໍ່ສະຫງົບທີ່ເກີດຂຶ້ນເລີຍ ຢູ່ໃນການກ່າວຄຳປາໄສຕໍ່ປະເທດຊາດໃນແລງວັນຈັນວານນີ້ ຊຶ່ງເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ເຂົ້າກຳອຳນາດມາໄດ້ນຶ່ງອາທິດເຕັມກ່ອນໜ້ານີ້.

ນາຍພົນຜູ້ນີ້ ໄດ້ກ່າວອ້າງຊ້ຳອີກວ່າ ການເລືອກຕັ້ງໃນເດືອນພະຈິກຜ່ານມາ ທີ່ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ຊູ ຈີ ໄດ້ຊະນະຢ່າງຖ້ວມລົ້ນນັ້ນ ເປັນການສໍ້ໂກງ. ແຕ່ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈັດການເລືອກຕັ້ງໃໝ່ເພື່ອນຳເອົາ “ປະຊາທິປະໄຕ ທີ່ແທ້ຈິງແລະມີວິໄນ” ອັນແຕກຕ່າງຈາກຍຸກສະໄໝການປົກຄອງ ຂອງທະຫານໃນເມື່ອກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG