ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ການ​ເດີ​ນ​ຂະ​ບວນ ​ປະ​ທ້ວງ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຢູ່​ໃນ​ຮົງ​ກົງ ຍັງ​ມີ​ຢູ່​ຕໍ່​ເນື່ອງ


ພວກ​ສະ​ໜັບ​ສະ​ໜຸນ​ຈີນ​ແຜ່ນ​ດິນ​ໃຫຍ່, ຖື​ທຸງ​ຊາດ​ຈີ​ນ ຢູ່​ທາງ​ກາງ, ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍ​ຕຳຫຼວດ ໃນ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ຮ້ານ​ຊັບ​ພະ​ສິນ​ຄ້າ​ ໃນ​ຮົງ​ກົງ, ​ວັນ​ພຸດ ທີ 18 ກັນ​ຍາ 2019.
ພວກ​ສະ​ໜັບ​ສະ​ໜຸນ​ຈີນ​ແຜ່ນ​ດິນ​ໃຫຍ່, ຖື​ທຸງ​ຊາດ​ຈີ​ນ ຢູ່​ທາງ​ກາງ, ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍ​ຕຳຫຼວດ ໃນ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ຮ້ານ​ຊັບ​ພະ​ສິນ​ຄ້າ​ ໃນ​ຮົງ​ກົງ, ​ວັນ​ພຸດ ທີ 18 ກັນ​ຍາ 2019.

ຕຳຫຼວດ​ຮົງ​ກົງ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ເຂົ້າ​ໃສ່​ພວກ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຢູ່​ທີ່ເຂດ
ກາວ​ເຊີ​ເວ ເບ (Causeway Bay) ຊຶ່ງ​ເປັນເຂດຕົວ​ເມືອງ​ຮ້ານ​ຊັບ​ພະ​ສິນ​ຄ້າ​ສຳ​ລັບຊື້​
ເຄື່ອງຊື້​ຂອງ ໃນ​ວັນ​ອາ​ທິດມື້ນີ້.

ພວກ​ປະ​ທ້ວງ​ໃສ່​ຊຸດ​ສີ​ດຳ ທີ່​ຂັດ​ຄ້ານ​ຄຳ​ສັ່ງ ພາ​ກັນ​ຮ້ອງ​ໂຮ​ວ່າ “ຢືນ​ຄຽງ​ຂ້າງ​ກັບ​ຮົງ​ກົງ
ຕໍ່​ສູ້​ເພື່ອ​ເສ​ລີ​ພາບ” ໃນ​ຂະ​ນ​ທີ່​ພວກ​ເຂົາ​ເຈົ້າ ເດີນ​ຂະ​ບວນ​ໄປ​ຫາ​ຕຶກ​ສຳ​ນັກງານ​ຂອງ​
ລັດ​ຖະ​ບານ ເພື່ອ​ສືບ​ຕໍ່​ການ​ປະ​ທ້ວງ.

ໃນ​ທາງ​ກົງ​ກັນ​ຂ້າມ ພວກສະ​ໜັບ​ສະ​ໜຸນ ອະ​ທິ​ປະ​ໄຕ​ຂອງ​ຈີນຕໍ່​ຮົງ​ກົງ ​ຈຳ​ນວນຫຼາຍ​
ຮ້ອຍ​ຄົນ ກໍ​ໄດ້ເຕົ້າ​ໂຮມ​ຊຸມ​ນຸມ​ກັນ ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້ ຢູ່​ທີ່​ສູນ​ວັດ​ທະ​ນະ​ທຳ. ​
ອົງ​ການ​ຂ່າວ​ຣອຍ​ເຕີ ລາຍ​ງານ​ວ່າ ກຸ່ມ​ດັ່ງ​ກ່າວ​ ພາ​ກັນຮ້ອງ​ໂຮ​ວ່າ “ຂ້າ​ພະ​ເຈົ້າ​ເປັນ​ພົນ​ລະ​ເມືອງ​ຈີນ” ແລະ​ຮ້ອງ​ເພງວັນ​ເກີດ​ໃຫ້​ແກ່​ຈີນ​ແຜ່ນ​ດິນ​ໃຫຍ່. ຜູ້​ຈັດ​ການ​ໂຮມ​ຊຸມ​ນຸມ ທ້າວ
​ອິນ​ເນັ​ສ ຕັງ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວນີ້​ວ່າ ພວກ​ຝຸງ​ຄົນ​ໄດ້​ຕອບ​ສະ​ໜອງ ຄຳ​ເຊື້ອ​ເຊີນ​ໃນ
​ສື່​ສັງ​ຄົມ ໃຫ້​ອ​ອກ​ມາ​ຮ່ວມ ເພື່ອ “ສົ່ງ​ເສີມ​ຄວາມ​ດີ​ງາມ ແລະ​ຄວາມ​ຮັກ​ຊາດ.”

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ວັນ​ອາ​ທິດມື້ນີ້ ມີ​ຂຶ້ນກອນ​ໜ້າ ພິ​ທີ​ສະ​ເຫຼີມ​ສະຫຼອງເພື່ອ​
ລະລຶກ​ເຖິງ ວັນ​ສ້າງ​ຕັ້ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 70 ປີ ໃນ​ວັນ​ອັງ​ຄານ
ທີ່​ຈະ​ມາ​ເຖິງນີ້.

ໃນ​ວັນ​ເສົາ​ວານນີ້ ຕຳຫຼວດ​ໄດ້​ໃຊ້​ແກັ​ສ​ນ້ຳ​ຕາ ແລະ​ປືນ​ນ້ຳ ​ຍິງ​ໃສ່​ພວກແກນ​ນຳ​ສະ​ໜັບ
​ສະ​ໜຸນ​ ເພື່ອປະ​ຊາ​ທິ​ປະ​ໄຕ ເພື່ອໃຫ້ພວກ​ເຂົາ​ກະ​ແຈກ​ກະຈາຍ​ອອກ​ໄປ.

ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ ພວກ​ປະ​ທ້ວງຫຼາຍ​ພັນ​ຄົນ ໄດ້​ເຕົ້າ​ໂຮມ​ກັນ ຢູ່​ດ້ານ​ນອກ​ສະ​ພາ
ເພື່ອ​ເປັນ​ຂີດໝາຍ ​ວັນຂອງການ​ປະ​ທ້ວງ​ດ້ວຍ​ຄັນ​ຮົ່ມ ​ຄົບ​ຮອບ 5 ປີ ເມື່ອ​ພວກ​ປະ​ທ້ວງ​
ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ສາຍ​ຕ່າງໆຂອງ​ຮົງ​ກົງ ມາ​ໄດ້ຫຼາຍກວ່າສອງ​ເດືອນ ເພື່ອ​ຮຽກ​ຮ້ອງ​
ໃຫ້​ມີ​ການ​ເລືອກ​ຕັ້ງ​ຢ່າງ​ເສ​ລີ. ຄວາມ​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມພະ​ຍາ​ຍາມ​ຂອງ​ພວກ​ເຂົາ​
ເຈົ້າ ກໍ​ໄດ້ຫຼົ້ມ​ແຫຼວ​ໂດຍບໍ່​ໄດ້ປະ​ນີ​ປະ​ນອມ​ແຕ່​ຢ່າງ​ໃດ​ຈາກ​ບັນ​ດາ​ຜູ້​ນຳ​ຂອງ​ຮົງ​ກົງ.

ຮົງ​ກົງ​ໄດ້​ປະ​ສົບ​ກັບ​ການ​ປະ​ທ້ວງຫຼາຍ​ຮອບ​ ມາຍາວ​ນານຫຼາຍ​ເດືອນ ​ໂດຍ​ທົ່ວ​ໄປແລ້ວ
ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ສັບ​ປະ​ດາ. ການ​ປະ​ທ້ວງ​ ໂດຍ​ທົ່ວ​ໄປ​ແລ້ວ ຈະ​ຫັນປ່ຽນ​ກາຍ
​ເປັນ​ຄວາມ​ຮຸນ​ແຮງ.

ການ​ເດີນ​ຂະ​ບວຍນ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂະ​ໜາດ​ໃຫຍ່ ໄດ້​ເລີ້​ມ​ຂຶ້ນ​ຄັ້ງ​ທຳ​ອິດ
ໃນເດືອນ​ມິ​ຖຸ​ນາ ຍ້ອນ​ຮ່າງ​ກົດ​ໝາຍສົ່ງ​ຄົນ​ຮ້າຍ​ຂ້າມ​ແດນ ຊຶ່ງ ນັບຕັ້ງ​ແຕ່ນັ້ນ​ມາ ລັດ​
ຖະ​ບານ ​ກໍໄດ້ສັນ​ຍາ​ວ່າ ຈະ​ຖອນ​ຮ່າງ​ກົດ​ໝາຍນີ້. ພວກ​ປະ​ທ້ວງ ກໍ​ສືບ​ຕໍ່​ທຳ​ການ​ປະ​
ທ້ວງ​ຢູ່​ຕໍ່​ມາ ຈົນ​ກວ່າ​ວ່າ ​ຂໍ້​ຮຽກ​ຮ້ອງ​ອື່ນ​ ໄດ້​ຮັບ​ການ​ຕອບສະ​ໜອງ ຊຶ່ງ​ປະກອບ​ດ້ວຍ
ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໂດຍ​ກົງ ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕຳຫຼວດ.

ການ​ປະ​ທ້ວງ​ທີ່​ມີ​ຢູ່​ຕໍ່​ມານັ້ນ ເປັນ​ການ​ທ້າ​ທ້າຍ​ໃຫຍ່​ທີ່​ສຸດ​ຕໍ່​ການ​ປົງ​ຄອງ​ຂອງ​ຈີນ ນັບ​
ຕັ້ງ​ແຕ່​ຮົງ​ກົງ​ໄດ້​ຖືກ​ສົ່ງ​ມອບ​ໃຫ້​ແກ່​ຈີນ ຈາກ​ອັງ​ກິດ ໃນ​ປີ 1997.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Hong Kong police fired tear gas on pro-democracy demonstrators Sunday at Causeway Bay, a downtown shopping mall.

The defiant, black-clad protesters chanted "Stand with Hong Kong, fight for freedom" as they marched towards a government office complex to continue the demonstration.

In contrast, several hundred supporters of Chinese sovereignty over Hong Kong rallied earlier Sunday at a cultural center.Reuters reports the group chanted "I am a citizen of China" and sang happy birthday to China.Organizer Innes Tang told the news agency the crowd responded to an invitation on social media to come out to "promote positivity and patriotism."

The demonstrations Sunday come ahead of Tuesday's commemorations of the 70th anniversary of the People's Republic of China.

Saturday, police used tear gas and water cannons to disperse hardcore pro-democracy supporters.

Earlier Saturday, tens of thousands of demonstrators gathered outside parliament to mark the fifth anniversary of the Umbrella protests when protesters took to the streets of Hong Kong for more than two months to demand free elections.Their efforts, however, failed to win any concessions from city leaders.

Hong Kong has experienced a months-long round of demonstrations, usually staged on the weekends. The protests occasionally have turned violent.

The massive pro-democracy demonstrations first began in June over an extradition bill the government has since promised to withdraw. Protesters are continuing to demonstrate until other demands are met, including direct local elections and police accountability.

The ongoing protests are the biggest challenge to China's rule since Hong Kong's handover from Britain in 1997.

XS
SM
MD
LG