ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກເດໂມແຄຣັດ ໃນສະພາ ລິເລີ້ມຂໍ້ສະເໜີ ປະຕິຮູບຄົນເຂົ້າເມືອງ


ໃນຮູບທີ່ຖືກຖ່າຍໃນວັນທີ 2 ກໍລະກົດ 2020 ນີ້, ປະຊາຊົນສາບານຕົນຮັບສັນຊາດ ໃນລະຫວ່າງພິທີມອບສັນຊາດ ສະຫະລັດ. ນະຄອນ ນິວຢອກ.
ໃນຮູບທີ່ຖືກຖ່າຍໃນວັນທີ 2 ກໍລະກົດ 2020 ນີ້, ປະຊາຊົນສາບານຕົນຮັບສັນຊາດ ໃນລະຫວ່າງພິທີມອບສັນຊາດ ສະຫະລັດ. ນະຄອນ ນິວຢອກ.

ບໍ່ມີປະທານາທິບໍດີ ສະຫະລັດ ຄົນໃດຈາກສອງພັກການເມືອງໄດ້ປະສົບຄວາມສຳເລັດໃນການປະຕິຮູບລະບົບຄົນເຂົ້າເມືອງທີ່ຖືກຕຳໜິຕິຕຽນຂອງ ອາເມຣິກາ ມາດົນນານແລ້ວ. ແຕ່ດຽວນີ້, ດ້ວຍພັກເດໂມແຄຣັດມີຄະແນນສຽງສ່ວນຫຼາຍຢ່າງຫວຸດຫວິດໃນທັງສະພາສູງ ແລະ ສະພາຕໍ່ານັ້ນ, ປະທານາທິບໍດີ ໂຈ ໄບເດັນ ແມ່ນກຳລັງທຳຄວາມພະຍາຍາມອີກຄັ້ງນຶ່ງ ເພື່ອແກ້ໄຂສະຖາ ນະພາບທາງກົດໝາຍຂອງຄົນເຂົ້າເມືອງທີ່ບໍ່ມີໜັງສືຫຼາຍລ້ານຄົນ, ໂດຍໃຊ້ແຮງຜັກດັນໃນການດຳລົງຕຳແໜ່ງ 100 ວັນທຳອິດຂອງທ່ານ.

ຄວາມພະຍາຍາມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍພວກສະໜັບສະໜູນທ່ານບາງຄົນໃນຫໍລັດຖະສະພາ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ບອບ ເມເນັນເດສ ໄດ້ກ່າວໃນວັນພະຫັດວານນີ້ ໂດຍນຳສະເໜີກົດໝາຍຂໍສັນຊາດ ສະຫະລັດ ປີ 2021 ວ່າ “ພວກເຮົາມີຄວາມຈຳເປັນທາງເສດຖະກິດ ແລະ ສິນທຳເພື່ອທີ່ຈະຮັບຜ່ານການປະຕິຮູບຄົນເຂົ້າເມືອງຂະໜາດໃຫຍ່, ເດັ່ນ ແລະ ກວມລວມ ທີ່ຈະບໍ່ປ່ອຍໃຫ້ໃຜຖືກປະຖິ້ມ.”

ດັ່ງທີ່ໄດ້ອະທິບາຍໂດຍທຳນຽບຂາວຂອງທ່ານ ໄບເດັນ ນັ້ນ, ຮ່າງກົດໝາຍນິຕິບັນຍັດທີ່ກວ້າງ ຂວາງດັ່ງກ່າວຈະສະໜອງເສັ້ນທາງໄປສູ່ການໄດ້ຮັບສັນຊາດສຳລັບຄົນເຂົ້າເມືອງ 11 ລ້ານຄົນ, ລວມທັງຜູ້ທີ່ມີສະຖານະພາບໄດ້ຮັບການປົກປ້ອງຊົ່ວຄາວ, ຊາວສວນຜູ້ຍົກຍ້າຍຖິ່ນຖານ ແລະ ຄົນທີ່ບໍ່ມີໜັງສືທີ່ຖືກນຳເຂົ້າມາ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍ ເຊິ່ງບາງຄັ້ງຖືກເອີ້ນວ່າ ນັກໄຝ່ຝັນ ຫຼື DREAMERS.

ຜູ້ຮ່ວມສະໜັບສະໜູນກົດໝາຍດັ່ງກ່າວ, ທ່ານ ເມເນັນເດສ ໄດ້ເຮັດວຽກ ກ່ຽວກັບ ບັນຫາຄົນເຂົ້າເມືອງມາເປັນເວລາ 30 ປີແລ້ວ. ທ່ານໄດ້ກ່າວວ່າທ່ານຈື່ໄດ້ຄວາມລົ້ມແຫຼວໃນອະດີດຕໍ່ຂະບວນ ການນີ້.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ “ຫຼາຍ ແລະ ຫຼາຍຄັ້ງ, ພວກເຮົາໄດ້ສົມ ຍອມຫຼາຍໂພດ ແລະ ຍອມແພ້ໄວໂພດຕໍ່ສຽງຕ່າງໆຂອງຜູ້ທີ່ໄດ້ປະຕິເສດທີ່ຈະຍອມຮັບມະນຸດສະທຳ ແລະ ການປະກອບສ່ວນຂອງຄົນເຂົ້າເມືອງຕໍ່ປະເທດຂອງພວກເຮົາ ແລະ ປະຕິເສດທຸກຢ່າງ, ບໍ່ວ່າມັນຈະສຳຄັນຫຼາຍຊໍ່າໃດ ໃນແງ່ຂອງຄວາມປອດໄພແຫ່ງຊາດ.”

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຜັກດັນເພື່ອໃຫ້ບັນລຸຄຳສັນຍາການໂຄ ສະນາຫາສຽງ ເພື່ອ “ສ້າງກຳແພງ” ຕາມເຂດຊາຍແດນ ສະຫະລັດ ແລະ ເມັກຊິໂກ ເພື່ອຂັດຂວາງການຂ້າມເຂດຊາຍແດນຢ່າງຜິດກົດໝາຍໄດ້ເຮັດໃຫ້ບັນຫາຄົນເຂົ້າເມືອງເປັນຈຸດສຳຄັນໃນຫໍລັດ ຖະສະພາ ແຄັບປິຕອລ ຕະຫຼອດການດຳລົງຕຳແໜ່ງຂອງທ່ານ. ການປິດລັດຖະບານຊົ່ວຄາວ ທີ່ດົນທີ່ສຸດໃນປະຫວັດສາດຂອງ ສະຫະລັດ ໄດ້ເກີດຂຶ້ນຍ້ອນການຮຽກຮ້ອງເງິນຫ້າພັນເຈັດຮ້ອຍລ້ານໂດລາ ຂອງທ່ານ ທຣຳ ເພື່ອເປັນທຶນໃຫ້ການກໍ່ສ້າງກຳແພງກີດກັ້ນດັ່ງກ່າວ. ໃນທີ່ສຸດຮ່າງກົດໝາຍການໃຊ້ຈ່າຍທີ່ຖືກເຊັນໂດຍ ທ່ານ ທຣຳ ທີ່ສິ້ນສຸດການປິດລັດຖະບານນັ້ນ ແມ່ນລວມມີທຶນສ້າງກຳແພງ ນຶ່ງພັນສາມຮ້ອຍລ້ານໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG