ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກເດໂມແຄຣັດ ກຽມຈັດກອງປະຊຸມໃຫຍ່ ທາງອອນລາຍ ເພື່ອແຕ່ງຕັ້ງທ່ານໄບເດັນ ໃຫ້ ເປັນຜູ້ຕາງໜ້າພັກ ເພື່ອແຂ່ງຂັນ ເປັນປະທນາທິບໍດີ


ອະດີດຮອງປະທານາທິບໍດີໂຈ ໄບເດັນກ່າວກ່ຽວກັບແຜນການ ຂອງເພິ່ນ ໃນການຕໍ່ສູ້ກັບຄວາມບໍ່ສະເໝີພາບກັນ ທາງດ້ານຊົນຊາດຊົນເຜົ່າ ໃນງານໂຮມຊຸມນຸມເພື່ອໂຄສະນາຫາສຽງໃນເມືອງ Wilmington, ລັດເດລາແວ, ວັນທີ 28 ກໍລະກົດ, 2020
ອະດີດຮອງປະທານາທິບໍດີໂຈ ໄບເດັນກ່າວກ່ຽວກັບແຜນການ ຂອງເພິ່ນ ໃນການຕໍ່ສູ້ກັບຄວາມບໍ່ສະເໝີພາບກັນ ທາງດ້ານຊົນຊາດຊົນເຜົ່າ ໃນງານໂຮມຊຸມນຸມເພື່ອໂຄສະນາຫາສຽງໃນເມືອງ Wilmington, ລັດເດລາແວ, ວັນທີ 28 ກໍລະກົດ, 2020

ບັນດາພວກຜູ້ນຳຂອງພັກເດໂມແຄຣັດ, ລວມທັງອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະ ທ່ານນາງ ຮີວລາຣີ ຄລິນຕັນ, ຜູ້ໄດ້ຖືກແຕ່ງຕັ້ງ ໃຫ້ຕາງໜ້າ ພັກ ເພື່ອແຂ່ງຂັນເປັນປະທານາທິບໍດີປີ 2016 ແມ່ນນອນຢູ່ໃນບັນດາຜູ້ນໍາພັກທີ່ມີຈໍານວນຫລວງຫລາຍທີ່ຈະກ່າວຄໍາປາໄສຢູ່ໃນກອງປະຊຸມໃຫຍ່ຂອງພັກເດໂມແຄຣັດໃນອາທິດໜ້ານີ້ ເພື່ອເຮັດໃຫ້ການສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງອະດີດຮອງປະທານາທິບໍດີໂຈ ໄບເດັນໄດ້ຮັບຄວາມນິຍົມເພີ້ມສູງຂຶ້ນ ຢູ່ໃນການເລືອກຕັ້ງໃນເດືອນພະຈິກນີ້.

ກອງປະຊຸມໃຫຍ່ນັ້ນຈະເປັນຄັ້ງທໍາອິດໃນປະຫວັດສາດທາງການເມືອງຂອງສະຫະລັດ ທີ່ຈັດຂຶ້ນຢ່າງແທ້ຈິງຢູ່ທົ່ວປະເທດໂດຍຜ່ານທາງອີເລັກໂທຣນິກທັງໝົດເລີຍ. ການກ່າວຄໍາປາໄສໃນ 4 ຄືນຈະເລີ້ມຂຶ້ນໃນວັນຈັນຈະມາເຖິງນີ້ແລະດໍາ ເນີນໄປຈົນເຖິງການກ່າວຄໍາປາໄສ ຮັບເອົາການຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າ ພັກ ລົງແຂ່ງຂັນເປັນປະທານາທິບໍດີຂອງທ່ານໄບເດັນ ໃນວັນທີ 20 ສິງຫາ ໂດຍຈະກ່າວຈາກເຮືອນຂອງທ່ານເອງ ໃນລັດ ເດລາແວ.

ພັກໄດ້ຖືກບັງຄັບໃຫ້ຍ້າຍການກ່າວຄໍາປາໄສ ຢູ່ໃນກອງປະຊຸມໃຫຍ່ ທີ່ໄດ້ວາງ ແຜນເພື່ອເຮັດໃຫ້ທ່ານໄບເດັນໄດ້ຮັບຄວາມນິຍົມສູງ ແລະປະນາມການດໍາລົງ ຕໍາແໜ່ງໃນທໍານຽບຂາວຂອງປະທານາທິບໍດີ ດໍໂນລ ທຣໍາ ທີ່ສັງກັດພັກຣີພັບ ບລິກັນນັ້ນ ອອກຈາກເມືອງມີລວອກກີ, ລັດວິສຄອນຊິນ ທີ່ຢູ່ພາກຕາເວັນຕົກ ຕອນກາງຂອງປະເທດ ຍ້ອນການແຜ່ຜາຍການລະບາດຂອງໄວຣັສໂຄໂຣນາ ທີ່ບໍ່ມີທ່າທີຈະຫລຸດຜ່ອນລົງເລີຍນັ້ນ. ພວກທີ່ຈະເປັນຕົວແທນໃນການເລືອກຢູ່ ໃນກອງປະຊຸມໃຫຍ່ດັ່ງກ່າວຫລາຍພັນຄົນ ຖືກບອກໃຫ້ຢູ່ເຮືອນແທນທີ່ຈະເດີນ ທາງໄປຍັງເມືອງມີລວອກກີ.

ກອງປະຊຸມໃຫຍ່ທີ່ຈັດຂຶ້ນທາງອອນລາຍຈະລວມມີການກ່າວຄໍາປາໄສຈາກ ຄູ່ ຮ່ວມລົງແຂ່ງຂັນ ຂອງທ່ານໄບເດັນ ທີ່ໄດ້ມີການປະກາດຊື່ໄປແລ້ວ ໃນວັນອັງ ຄານວານນີ້..

ທ່ານໄດ້ໃຫ້ສັນຍາໄວ້ໄດ້ຫລາຍເດືອນແລ້ວວ່າ ຈະແມ່ນແມ່ຍິງທີ່ຈະກາຍເປັນ ແມ່ຍິງຜູ້ທີສີ່ ທີ່ປາກົດຕົວຢູ່ໃນຕໍາແໜ່ງໃຫຍ່ຂອງພັກນຶ່ງ. ທັງສາມຄົນໃນເມື່ອ ກ່ອນ ລ້ວນແຕ່ເສຍໄຊ, ສອງຄົນແມ່ນເປັນຜູ້ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ ຕາງໜ້າພັກ ເພື່ອແຂ່ງຂັນເປັນຮອງປະທານາທິບໍດີ ແລະທ່ານນາງຄລິນຕັນ ທີ່ຢູ່ໃນການແຂ່ງຂັນຂອງທ່ານນາງ ກັບທ່ານທຣໍາ ເພື່ອເປັນປະທານາທິບໍດີ.

ການເລືອກເອົາຮອງປະທານາທິບໍດີຂອງທ່ານ ໄບເດັນ ຖືກມອງວ່າເປັນເລື້ອງ ສໍາຄັນພິເສດ. ຖ້າຫາກທ່ານເອົາຊະນະທ່ານທຣໍາໄດ້, ທ່ານໄບເດັນຈະມີອາຍຸ 78 ປີ ໃນຕອນສາບານຕົວເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີ ໃນເດືອນມັງ ກອນ, ຊຶ່ງຈະເປັນປະທານາທິບໍດີສະຫະລັດທີ່ມີອາຍຸສູງທີ່ສຸດ. ທ່ານທຣໍາຈະໄດ້ 74 ປີ.

ບັນດານັກວິເຄາະທາງການເມືອງຂອງສະຫະລັດ ຫລາຍຄົນ ກໍາລັງໃຫ້ຂໍ້ສັນນິດຖານກັນວ່າ ທ່ານໄບເດັນຈະດໍາລົງຕໍາແໜ່ງ ຢູ່ໃນພຽງແຕ່ສະໄໝດຽວ ເທົ່ານັ້ນ ຖ້າຫາກທ່ານຊະນະການເລືອກຕັ້ງ ໃນວັນທີ 3 ພະຈິກນີ້, ຊຶ່ງຈະເຮັດໃຫ້ຄູ່ລົງ ສະໝັກຮ່ວມກັບທ່ານໃນປີ 2020 ກາຍເປັນຜູ້ລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດໃນທັນທີທັນໃດໂລດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG