ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈັດກອງປະຊຸມທາງອອນລາຍ ເຮັດໃຫ້ພັກ ການເມືອງຕ່າງໆມີໂອກາດໃໝ່ ໃນການພົວພັນ ກັບຜູ້ຊົມ


ພາບຫ້ອງຄວບຄຸມການສົ່ງພາບຖ່າຍທອດສົດມາທາງອອນລາຍຢູ່ຫ້ອງການຈັດກອງປະຊຸມໃຫຍ່ຂອງພັກເດໂມແຄຣັດ (DNC) ທາງອອນລາຍ ຢູ່ເມືອງມີລວອກກີ, ລັດວິສຄອນຊິນ ໃນວັນທີ 17 ສິງຫາ, 2020.
ພາບຫ້ອງຄວບຄຸມການສົ່ງພາບຖ່າຍທອດສົດມາທາງອອນລາຍຢູ່ຫ້ອງການຈັດກອງປະຊຸມໃຫຍ່ຂອງພັກເດໂມແຄຣັດ (DNC) ທາງອອນລາຍ ຢູ່ເມືອງມີລວອກກີ, ລັດວິສຄອນຊິນ ໃນວັນທີ 17 ສິງຫາ, 2020.

ກອງປະຊຸມໃຫຍ່ທາງການເມືອງທັງຫລາຍມັກຈະຖືວ່າເປັນການຖ່າຍທອດອອກ ໂທລະພາບເປັນເວລາ 4 ວັນ ເພື່ອໂຄສະນາທາງການຄ້າໃຫ້ແກ່ພັກການເມືອງ ຕ່າງໆແລະຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຂອງພັກເຂົາເຈົ້າ. ກອງປະຊຸມ ໃຫຍ່ຂອງພັກເດໂມແຄຣັດ ປີ 2020 ກໍາລັງຍົກເອົາການເຮັດເຊັ່ນນັ້ນ ຂຶ້ນໄປສູ່ ລະດັບໃໝ່ ໂດຍການຈັດກອງປະຊຸມຂອງຕົນທາງອອນລາຍ.

ຍ້ອນຖືກບັງຄັບຈາກການລະບາດຢ່າງໜັກຂອງໄວຣັສໂຄໂຣນາໃຫ້ຄຶດຄືນວ່າ ຈະຈັດກອງປະຊຸມນັ້ນ ໃຫ້ອອກມາເປັນແບບໃດ, ພວກສັງກັດພັກເດໂມແຄຣັດໄດ້ປ່ຽນຈາກການທີ່ເຄີຍຖ່າຍທອດສົດແບບຊໍານິຊໍານານສໍາລັບງານທີ່ມີພວກນັກການເມືອງຢືນກ່າວຄໍາປາໄສເທິງເວທີ ໃນຫໍໂຮງອັນກວ້າງໃຫຍ່ ທີ່ເຕັມໄປ ດ້ວຍຜູ້ຄົນອັ່ງອໍກັນຢູ່. ແຕ່ປາກົດວ່າພັກນີ້ກໍາລັງເອົາກອງປະຊຸມໄປຫາຄົນໂດຍການໃຊ້ວີດິໂອອັນສັ້ນໆ ເພື່ອສ້າງບັນຍາກາດຂອງການຊົມງານ ທີ່ສົ່ງຜ່ານທາງ ສື່ສັງຄົມອອນລາຍ.

ທ່ານນາງວາເນສສາ ບີສລີ, ອາຈາສານດ້ານການສື່ສານທີ່ມະຫາວິທະຍາໄລ ແວນເດີບິລທ໌ (Vanderbilt) ເວົ້າວ່າການກໍາຈັດການເຕົ້າໂຮມກັນຢູ່ໃນຫໍໂຮງອັນກວ້າງໃຫຍ່ໄດ້ສ້າງບັນຍາກາດໃຫ້ມີຄວາມໃກ້ຊິດກັນ ສໍາລັບຜູ້ຊົມ.

ທ່ານນາງ ບີສລີ (Beasley) ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພວກເດໂມແຄຣັດໄດ້ທໍາການຕັດສິນໃຈ ແບບມີຍຸດທະສາດອີ່ຫລີ ກ່ຽວກັບເລື້ອງທີ່ວ່າ ການເອົາກອງ ປະຊຸມອອກເຜີຍແຜ່ທາງອອນລາຍ ແລະການອອກໂທລະພາບໂດຍ ທີ່ໃຊ້ເປັນ ວີທີການສະເພາະໃນການສື່ສານນັ້ນແມ່ນມີຄວາມໝາຍຄືແນວໃດ, ແຕ່ກໍຍັງຄິດ ອີກກ່ຽວກັບວິທີທີ່ພວກຂ່າວສານອື່ນໆ ຈະຈັບເອົາຄລິບວີດິໂອສັ້ນໆ ແລະຕອນ ຂອງຄໍາເວົ້າຕ່າງໆຄືແນວໃດ ເພື່ອຈະເອົາໄປເຜີຍແຜ່ໃນສື່ສັງຄົມອອນລາຍ.”

ໃນຄືນເປີດກອງປະຊຸມໃນວັນຈັນຜ່ານມາ, ພວກຜູ້ຊົມອົດທີ່ຈະສັງເກດບໍ່ໄດ້ເຖິງ ຄວາມແຕກຕ່າງກັນໃນຕອນເປີດນັ້ນໂລດ, ໂດຍທີ່ມີສະມາຊິກຢູ່ໃນພິທີ ພາກັນ ຮ້ອງເພັງຊາດຢູ່ເຮືອນຂອງຕົນເອງໃນທົ່ວປະເທດຢູ່ໃນສິ່ງທີ່ປາກົດວ່າເປັນການ ອອກຜ່ານທາງວີດິໂອຊຸມ (Zoom) ທີ່ໃຫຍ່ໆ.

ແລະເຖິງແມ່ນວ່າວີດິໂອຕ່າງໆ ເບິ່ງແລ້ວແມ່ນບໍ່ຄັກ ແລະແປກໆ ແລະບໍ່ມີຄຸນ ນະພາບດີເທົ່າກັນ ກັບການໃຊ້ເຄືອຂ່າຍໂທລະພາບທີ່ໃຊກັນຕາມປົກກະຕິນັ້ນກໍ ຕາມ ແຕ່ທ່ານນາງບີສລີເອີ້ນມັນວ່າ “ເປັນຂອງແທ້” ເພາະວ່າ ພວກເຮົາດຽວນີ້ ຊິນເຄີຍກັບການໄດ້ເຫັນແບບນັ້ນ ຢູ່ໃນຄອມພິວເຕີ ແລະໂທລະສັບມືຖື.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG