ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ຊ່ວຍ ປ. ທ​ຣຳ ບໍ່​ຫົວ​ຊາ ຕໍ່ການ​ເຕືອນ ​ທາງ​ກົດ​ໝາຍ ​ໃນການສ້າງ ເຕົາ​​ແຍກ​ນິວ​ເຄ​ລຍ​ ຢູ່​ຊາ​ອຸ​ດີ ອາ​ຣາ​ເບຍ


ອະ​ດີ​ດ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ໄມ​ເກີ​ລ ຟ​ລິນ ຍ່າງ​ຜ່ານ​ບັນ​ດາ​ນັກ​ຂ່າວ ວັນ​ທີ 18 ທັນ​ວາ 2018.
ອະ​ດີ​ດ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ໄມ​ເກີ​ລ ຟ​ລິນ ຍ່າງ​ຜ່ານ​ບັນ​ດາ​ນັກ​ຂ່າວ ວັນ​ທີ 18 ທັນ​ວາ 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງທຳ​ນຽບ​ຂາວໄດ້​ຊຸກ​ຍູ້​ແຜນ​ການ​ມູນ​ຄ່າ​ຫຼາຍ​ພັນ​ລ້ານ​ໂດ​
ລ​າ ທີ່​ຈະ​ສ້າງເຕົາແຍກ​ນິວ​ເຄ​ລຍ​ຢູ່​ໃນ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ແບ່ງ​ປັນ​ເທັກ​ໂນ​ໂລ​ຈີ​
ສະ​ຫະ​ລັດ ໃຫ້​ກັບ​ຣາ​ຊະອາ​ນາ​ຈັກ​ດັ່ງ​ກ່າວ ເຖິງ​ແມ່ນ​ໄດ້ມີ​ການເຕືອນ​ຈາກ​ພວກ​ເຈົ້າ
​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດແລະຈັນ​ຍາ​ບັນ ຂອງ​ສະ​ຫະ​ລັດ ອີງ​ຕາ​ມ​ລ​າຍ​ງານ​ສະ​ບັບ​ໃໝ່​
ຂອງ​ສະ​ພາ.

ລ​າຍ​ງານ ​ທີ່ໄດ້​ນຳ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານ​ວານ​ນີ້​ ໂດຍຄະ​ນະ​ກຳ​ມະ​ການຄວບ​ຄຸມ​ດູ​
ແລ​ຂອງສະ​ພາ​ຕ່ຳ ທີ່​ນຳ​ພາ​ໂດຍພັກ​ເດ​ໂມ​ແຄ​ຣັດ ທີ່​ກ່າວ​ວ່າ​ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາ​ມ
​ປອດ​ໄພ​ແຫ່ງ​ຊາດ ທ່ານ​ໄມ​ເກີລ ຟ​ລິນ ແລ​ະ​ຜູ້​ຊ່ວຍ​ສອງ​ຄົນບໍ່​ຫົວ​ຊາ ຕໍ່ການ​ເຕືອ​ນ​ຊ້ຳ​
ແລ້ວ​ຊ້ຳ​ອີກ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຢາກ​ສົ່ງ​ເສີມ​ຂອງ​ເຂົ້າ​ເຈົ້າ ທີ່​ອາດ​ລະ​ເມີດ​ກົດ​
ໝາຍ​ສະ​ຫະ​ລັດ ​ອີງ​ຕາມ​ລາຍ​ງານທີ່ໄດ້​ກ່າວ​ໄວ້.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິ​ກັນ ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ
​ ທີ່ຊາ​ອຸ​ດີ ອາ​ຣາ​ເບຍ ​ອາດຈະ​ສາມ​າດ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ ຖ້າ​ຫາກ​ສະ​ຫະ​ລັດມອບ
​ເທັກ​ໂນ​ໂລ​ຈີ​ໃຫ້​ ໂດຍປາດ​ສະ​ຈາກ​ການຄວບ​ຄຸມດູ​ແລ​ທີ່​ເໝາ​ະ​ສົມ.

ຄະ​ນະ​ກຳ​ມະ​ການ​ໄດ້​ເລີ້ມການສືບ​ສວນ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ກ່ຽວ​ກັບການ​ກ່າວ​ອ້າງ​
ໂດຍ​ພວກ​ເປີດ​ເຜີຍ​ຫຼ​າຍ​ຄົນ ທີ່​ບໍ່ປະ​ສົງ​ບອກ​ຊື່ ທີ່ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ເຫັນ “ການ​ປະ​ຕິ​
ບັດ​ທີ່​ບໍ່​ປົກ​ກະ​ຕິ” ຢູ່​ໃນ​ທຳ​ນຽບ​ຂາວ ພົວ​ພັນ​ກັບ​ການ​ສະ​ເໜີ​ສ້າງ​ເຕົາ​ແຍກນິວ​ເຄລຍ
ຫຼາຍ​ສິບ​ແຫ່ງ​ ຢູ່​ໃນ​ຊາ​ອຸ​ດີ ອາ​ຣາ​ເບຍ.

ກ່ອນ​ທ່ານ​ຟ​ລິນ​ໄດ້​ຖືກ​ປົດອອກ​ຈາກ​ຕຳ​ແໜ່ງ​ໃນ​ຕົ້ນ​ປີ 2017 ເຈົ້າ​ໜ້າ​ທີ່​ສະ​ພາ​ຄວາ​ມ
​ໝັ້ນ​ຄົງ​ແຫ່ງ​ຊາດ​ນັ້ນ ​ທ່ານ​ຟ​ລິນ ​ໄດ້​ນຳ​ເອົາທ່ານ​ດີ​ເຣັກ ຮາ​ຣ​ເວ ​ມາ​ສືບຕໍ່​ການ​ດຳ​ເນີນ​
ງານ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງ​ກ່າວ ທີ່​ຍັງ​ຄ້າງ​ຄາ​ຢູ່​ພາຍ​ໃຕ້ການ​ພິ​ຈ​າ​ລະ​ນາ ​ໂດຍລັດ​ຖະ​ບານ
​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ.

ການ​ສືບ​ສວນ ​ຂອງຄະ​ນະ​ກຳ​ມະ​ການ​ຂອງສະ​ພາ​ຕ່ຳ ເພີ້ມ​ການກວດ​ກາ​ຢ່າງ​ຖີ່​ຖ້ວນ​ຕໍ່​
ທ່ານ​ຟ​ລິນ ຜູ້​ທີ່​ໄດ້​ຮັບ​ສາ​ລະ​ພາ​ບຜິດ​ໃນ​ທ້າຍ​ປີ 2017 ວ່າ ໄດ້​ຕົວະ​ອົງ ການສັນ​ຕິ​ບານ​
ກາງ ​ຫຼື FBI ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ສົນ​ທະ​ນາ​ກັບ​ເອກ​ອັກ​ຄະ​ລັດ​ທະ​ທູດຣັດ​ເຊຍ.
ທຳ​ນຽບ​ຂາວ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ເຫັນໃດໆ​ຕໍ່​ລາຍ​ງານ​ຂອງ​ສະ​ພາ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງກິດ

XS
SM
MD
LG