ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ປະ​ທ​ານ​າ​ທິ​ບໍ​ດີ ​ຈາກ​ພັກເດ​ໂມ​ແຄ​ຣັດ ເວົ້າ​ວ່າ ທ. ແຊນ​ເດີ​ຣ໌​ສ ຈະ​ບໍ່ຊະ​ນະ ທ. ທ​ຣຳ​ ໄດ້


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ (ຊ້າຍ), ທ່ານ Tom Steyer ແລະ ​ສະ​ມາ​ຊິກສະ​ພາ​ສູງ​ເອມ​ມີ ໂຄ​ລ​ບູ​ຈາ ຢູ່​ເທິງ​ເວ​ທີ​ໂຕ້​ວາ​ທີ​ຂອງພັກ​ເດ​ໂມ​ແຄ​ຣັດ ທີ່​ຖ່າຍ​ທອດ​ອອກ​ທາງໂທ​ລະ​ພາບ​ ໃນ​ເມືອງຊາ​ລສ​ຕັນ, ລັດຄາ​ໂຣ​ໄລ​ນາ​ໃຕ້ ໃນ​ວັນ​ທີ 25 ກຸມ​ພາ, 2020
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ (ຊ້າຍ), ທ່ານ Tom Steyer ແລະ ​ສະ​ມາ​ຊິກສະ​ພາ​ສູງ​ເອມ​ມີ ໂຄ​ລ​ບູ​ຈາ ຢູ່​ເທິງ​ເວ​ທີ​ໂຕ້​ວາ​ທີ​ຂອງພັກ​ເດ​ໂມ​ແຄ​ຣັດ ທີ່​ຖ່າຍ​ທອດ​ອອກ​ທາງໂທ​ລະ​ພາບ​ ໃນ​ເມືອງຊາ​ລສ​ຕັນ, ລັດຄາ​ໂຣ​ໄລ​ນາ​ໃຕ້ ໃນ​ວັນ​ທີ 25 ກຸມ​ພາ, 2020

ທ່ານເບີນີ ແຊນເດີຣ໌ສ, ສະ​ມາ​ຊິກ​ສະ​ພາ​ສູງຂອງ​ສະ​ຫະ​ລັດ ຕົກເປັນ​ປົ້າ​ໝາຍໂຈມ​ຕີ​ຂອງ​ບັນ​ດາຄູ່​ແຂ່ງ​ຂອງ​ທ່ານ ໃນ​ການໃຫ້ຖືກ​ແຕ່ງ​ຕັ້ງເປັນ​ຜູ້​ຕາງ​ໜ້າ​ພັກເດ​ໂມ​ແຄ​ຣັດ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີຢູ່​ໃນ​ການ​ໂຕ້ວາ​ທີ ທີ່​ຖ່າຍ​ທອດ​ອອກ​ທາງໂທ​ລະ​ພາບ​ ໃນ​ເມືອງຊາ​ລສ​ຕັນ (Charleston), ລັດຄາ​ໂຣ​ໄລ​ນາ​ໃຕ້ ໃນ​ວັນ​ອັງ​ຄານ​ວານນີ້. ທ່ານແຊນເດີຣ໌ສ ໄດ້​ກາຍ​ເປັນ​ຜູ້​ນຳ​ໜ້າໝູ່ ພາຍ​ຫລັງ​ທີ່​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ແຂ່​ງ​ຂັນເປັນ​ຜູ້​ຕາງ​ໜ້າ​ພັກ​ສາມ​ຄັ້ງ, ແຕ່​ວ່າ ພວ​ກ​ຄູ່​ແຂ່ງ​ຂອງ​ທ່ານພາ​ກັນ​ຖົກ​ຖຽງ​ວ່າ ນັກ​ສັງ​ຄົມ​ນິ​ຍົມປະ​ຊາ​ທິ​ປະ​ໄຕ​ທີ່ປະ​ກາດ​ຕົນເອງ ຈະ​ເສຍ​ໄຊ​ໃຫ້​ແກ່ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ ຈາກ​ພັກ​ຣີ​ພັບ​ບ​ລິ​ກັນຢູ່​ໃນ​ການ​ເລືອກ​ຕັ້ງແຫ່ງ​ຊາດ​ໃນ​ເດືອນ​ພະ​ຈິກນີ້. Richard Green, ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ພາກຫລ້າ​ສຸດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ປີ 2020 ນີ້ ຊຶ່ງ​ບົວ​ສະ​ຫວັນ ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ໃນ​ການ​ສູ້​ຢັນ​ກັນ​ແບບ​ໜ້າ-ຕໍ່-ໜ້າ ທີ່​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ ໂດຍ​ອົງ​ການ​ຂ່າວ CBS News ນັ້ນ ທ່ານເບີນີ ແຊນເດີຣ໌ສ, ຜູ້ສະ​ໝັກທີ່ບໍ່​ສັງ​ກັດ​ພັກ​ໃດ​ ຈາກ​ລັດ​ເວີ​ມັນ​ທ໌ ທີ່​ມີ​ຄວາມ​ຄິດ​ສອດ​ຄ່ອງ​ກັບ​ພວກ​ສັງ​ກັດພັກເດ​ໂມ​ແຄ​ຣັດຢູ່​ໃນ​ສະ​ພາ​ສູງຂອງ​ສະ​ຫະ​ລັດ, ຖືກ​ຖາມ​ວ່າ ທ່ານ​ຈະ​ໂນ້ມ​ນ້າວ​ຈິດ​ໃຈ​ພວກ​ປ່ອນ​ບັດໃຫ້​ເຊື່ອໄດ້ແນວ​ໃດ ວ່າ​ທ່ານ​ຈະ​ເປັນຜູ້​ດູ​ແລ​ດ້ານ​ເສດ​ຖະ​ກິດ​ທີ່​ດີກວ່າປະ​ທາ​ນາ​ທິ​ບໍ​ດີທ​ຣຳ ແມ່ນແຕ່​ວ່າ ​ທ່ານ​ທ​ຣຳໄດ້​ຮັບຄະ​ແນນ​ນິ​ຍົມ​ເມື່ອມໍ່ໆ​ມານີ້ ໃນ​ຕະ​ຫລາດ​ຮຸ້ນນັ້ນຢູ່​ກໍ​ຕາມ.

​ສະ​ມາ​ຊິກສະ​ພາ​ສູງເບີນີ ແຊນເດີຣ໌ສຕອບ​ວ່າ:
"ປີ​ກາຍນີ້, ຄ່າ​ແຮງ​ງານ​ແທ້​ຈິງ​ໄດ້​ເພີ້ມ​ຂຶ້ນ​ສຳ​ລັບ​ພວກ​ອອກ​ແຮງ​ງານ​ທົ່ວ​ໄປ​ໃນ​ອັດ​ຕາ​ຕ່ຳ​ກວ່າ 1 ເປີ​ເຊັນ. ປະ​ຊາຊົນຂອງ​ພວກ​ເຮົາເຄິ່ງ​ປະ​ເທດ​ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່ ​ແບບ​ມີ​ເງິນ​ເດືອນ​ພໍ​ແຕ່​ກຸ້ມ​ກິນ​ໃນ​ແຕ່​ລະ​ເດືອນ...ນັ້ນ​ບໍ່​ແມ່ນ​ເສດ​ຖະ​ກິດ​ທີ່​ເປັນ​ຜົນ​ດີ​ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ, ມັນມີ​ຜົນ​ດີ​ສຳ​ລັບ​ພວກ​ທີ່ນອນ​ຢູ່​ໃນກຸ່ມ 1 ເປີ​ເຊັນຂອງ​ປະ​ເທດ. ພວກ​ເຮົາ​ຈະ​ສ້າງ​ເສດ​ຖະ​ກິດ​ສຳ​ລັບ​ທຸກ​ຄົນ ບໍ່​ແມ່ນ​ສຳ​ລັບ​ແຕ່​ພວກ​ທີ່​ເອົາ​ເງິນ​ອອກ​ໃຫ້​ແກ່​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ຮັ່ງ​ມີ​ເທົ່າ​ນັ້ນ."

ທ່ານ ແຊນເດີຣ໌ສ ໃຫ້​ສັນ​ຍາ​ວ່າ​ຈະ​ຂະ​ຫຍາຍ​ການ​ປະ​ກັນ​ໄພ​ສຸ​ຂະ​ພາບ​ແບບເມ​ດີ​ແຄ (Medicare) ຊຶ່ງ​ເປັນ​ໂຄງ​ການ​ປະ​ກັນ​ໄພ​ສຸ​ຂະ​ພາບ​ສຳ​ລັບ​ພົນ​ລະ​ເມືອງ ທີ່​ມີ​ອາ​ຍຸ​ແກ່​ໃນ​ອາ​ເມ​ຣິ​ການັ້ນ ເພື່ອ​ເຮັດ​ໃຫ້​ມັນ​ມີ​ໄວ້​ໃຫ້​ແກ່​ທຸກ​ຄົນ ໂດຍບໍ່​ຈຳ​ແນກ​ອາ​ຍຸ. ແຕ່​ວ່າ ​ບັນ​ດາ​ຄູ່​ແຂງ​ຂອງ​ທ່ານລວມ​ທັງ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ມິນ​ເນ​ໂຊ​ຕາ, ທ່ານ​ນາງ​ເອມ​ມີ ໂຄ​ລ​ບູ​ຈາ (Amy Klobuchar) ກ່າວ​ອ້າງວ່າ ແຜນ​ການ​ຂອງ​ທ່ານແຊນເດີຣ໌ສ ທີ່​ຈະ​ເພີ້ມ​ລາຍຈ່າຍ​ສະ​ຫວັດ​ດີ​ການ​ສັງ​ຄົມ ສຳ​ລັບ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ​ການ​ສຶກ​ສາ ​ຂຶ້ນ​ຢ່າງ​ຫລວງ​ຫລາຍນັ້ນ ຈະ​ເປັນ​ການ​ໃຊ້​ຈ່າຍ​ທີ່ມີ​ມູນ​ຄ່າ​ຫລາຍ​ເກີນ​ໄປ.

ຜູ້ສະໝັກແຂ່ງຂັນໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ (ຈາກຊ້າຍກາຂວາ), ທ່ານ Mike Bloomberg, ທ່ານ Pete Buttigieg, ທ່ານນາງ Elizabeth Warren, ທ່ານ Bernie Sanders, ອະດີດປະທານາທິບໍດີ ໂຈ ໄບເດັນ, ທ່ານນາງ Amy Klobuchar ໂຕ້ວາທີ ໃນເມືອງ Charleston, ລັດຄາໂຣໄລນາໃຕ້
ຜູ້ສະໝັກແຂ່ງຂັນໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ (ຈາກຊ້າຍກາຂວາ), ທ່ານ Mike Bloomberg, ທ່ານ Pete Buttigieg, ທ່ານນາງ Elizabeth Warren, ທ່ານ Bernie Sanders, ອະດີດປະທານາທິບໍດີ ໂຈ ໄບເດັນ, ທ່ານນາງ Amy Klobuchar ໂຕ້ວາທີ ໃນເມືອງ Charleston, ລັດຄາໂຣໄລນາໃຕ້

​ສະ​ມາ​ຊິກສະ​ພາ​ສູງ​ເອມ​ມີ ໂຄ​ລ​ບູ​ຈາ (Amy Klobuchar) ກ່າວ​ດັ່ງ​ນີ້:
"ບໍ່​ແມ່ນ, ການ​ໄລ່​ເລກ​ມັນ​ບໍ່​ພໍ​ດີກັນ. ທີ່​ຈິງ​ແທ້, ໃນ​ເວ​ລາ​ພຽງ 60 ນາ​ທີ ຢູ່ໃນ​ທ້າຍ​ສັບ​ປະ​ດານີ້. ເພິ່ນ​ເວົ້າ​ວ່າ ເພິ່ນ​ຈະ​ບໍ່​ໄລ່​ຈິ ໄລ່​ຈີ ແບບ​ນັບ​ຫລຽນ​ຫ້າເຊັນ ແລະ​ສິບ​ເຊັນ​ໃສ່​ກັນ​ດອກ. ເອີ່, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ສູ່​ຟັງ​ເດີ້ ພວກ​ເຮົາ​ເວົ້າ​ເຖິງ​ຫລຽນ​ຫ້າເຊັນ ແລະ​ສິບ​ເຊັນ ທີ່​ມີ​ມູນ​ຄ່າ​ຫລາຍ​ປານ​ໃດ​ ທີ່ເຮົາເວົ້າ​ກັນ​ຢູ່ນີ້ ມັນ​ເກືອບ​ຮອດ 60 ພັນ​ຕື້​ໂດ​ລາ. ທ່ານ​ຮູ້ບໍ່​ວ່າ ສຳ​ລັບ​ໂຄງ​ການ​ຕ່າງໆ​ທັງ​ໝົດ​ຂອງ​ເພິ່ນ ມັນຕົກ​ເປັນ​ເງິນຫລາຍ​ປານ​ໃດ?"

ທ່ານ ແຊນເດີຣ໌ສຕອບ​ວ່າ:
"ມັນ​ບໍ່​ຈິງ."

ທ່ານ​ນາງ ໂຄ​ລ​ບູ​ຈາ (Klobuchar) ກ່າວ​ຕໍ່​ໄປ​ວ່າ:
"​ນັ້ນ​ມັນ​ເປັນ​ຈຳ​ນວນ​ເງິນ​ຫລາຍກວ່າ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ 3 ເທົ່າ​, ບໍ່​ແມ່ນ​ເງິນ​ສຳ​ລັບ​ໃຊ້​ຈ່າຍ​ໃນ​ລັດ​ຖະ​ບານ​ກາງ, ມັນ​ແມ່ນ​ສຳ​ລັບ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ ທັງ​ໝົດ​ເລີຍ."

ສ່ວນອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນນັ້ນ ແມ່ນ​ໃຊ້​ການ​ຍິງ​ສັງ​ຫານ​ໝູ່ ຢູ່​ໃນ​ໂບດ​ທີ່​ມີຄົນ​ສ່ວນ​ໃຫຍ່ເປັນ​ຄົນ​ຜິວ​ດຳ ຢູ່​ໃນ​ເມືອງ ຊາ​ລສ​ຕັນ (Charleston) ໃນ​ປີ 2015 ນັ້ນ​ມາ​ເປັນ​ສິ່ງ​ຕ້ານ​ຢັນ​ກັບ​ທ່ານແຊນເດີຣ໌ສ ກ່ຽວ​ກັບ​ການ​ຄັດ​ຄ້ານ​ຂອງ​ທ່ານ​ຕໍ່​ນິ​ຕິ​ກຳທີ່​ຈະ​ເຮັດ​ໃຫ້​ພວກ​ຜະ​ລິດ​ປືນ ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ ການກໍ່​ຄວາມ​ຮຸນ​ແຮງ​ທີ່ໃຊ້​ປືນຢູ່​ໃນ​ສະ​ຫະ​ລັດ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນເວົ້າ​ວ່າ:
"ທ່ານ ເບີ​ນີ ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍແບ​ຣດ​ດີ (Brady), ແລະທ່ານ​ຢາກ​ໃຫ້​ລໍ​ຖ້າເປັນ​ໄລ​ຍະເວ​ລາ, ບໍ່​ໃຫ້​ຂ້ອຍ​ເວົ້າ​ສຸດ​ກ່ອນ ແລະ​ລໍ​ຖ້າ, ລໍ​ຖ້າ​ເປັນໄລ​ຍະ 12 ຊົ່ວ​ໂມງ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ ທ່ານ​ຕ້ອງ​ໄດ້​ຮັບ​ຜິດ​ຊອບ​ຕໍ່​ການເສຍ​ຊີ​ວິດ​ຂອງຄົນ 9 ຄົນ​ດອກ ແຕ່​ວ່າ ຜູ້ຊາຍຄົນ​ນັ້ນ ຈະ​ບໍ່ສາ​ມາດ​ມີ​ອາ​ວຸດອັນ​ນັ້ນ​ໄດ້ ໂດຍ​ທີ່​ມີ​ໄລ​ຍະ​ເວ​ລາ​ລໍ​ຖ້າທີ່​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ໄປນັ້ນ ຈົນ​ກວ່າ​ວ່າ ລາວ​ຈະຜ່ານຈຶ່ງ​ໄດ້​ຊື້."

ພວກ​ຄູ່​ແຂ່ງ​ຂອງທ່ານແຊນເດີຣ໌ສ ຍັງ​ເວົ້າ​ອີກວ່າ ການ​ຕີ​ລາ​ຄາ​ທີ່​ມີ​ຄວາມ​ພໍ​ໃຈ​ຕໍ່ ພວກ​ຜະ​ເດັດ​ການ​ນິ​ຍົມ​ຊ້າຍ​ທີ່ຫລ້າ​ສະ​ໄໝ​ໄດ້ຫລາຍ​ທົດ​ສະ​ວັດ ເຊັ່ນ ທ່ານ​ ຟີ​ແດ​ລ ກ​າ​ສ​ໂຕ​ຣ (Fidel Castro) ຂອງ​ຄິວ​ບານັ້ນ ຈະ​ບໍ່ເປັນ​ທີ່​ຍອມ​ຮັບຈາກ​ພວກ​ປ່ອນ​ບັດ​ທີ່​ນິ​ຍົມ​ສາຍ​ກາງ ແລະ​ມີ​ຫົວ​ອາ​ນຸ​ລັກ​ນິ​ຍົມ ຢູ່​ໃນ​ບາງ​ລັດ​ຂອງ​ປະ​ເທດນີ້. ​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນນິວຢອກ, ທ່ານໄມ​ໂຄ​ ບ​ລູມເບີກ (Michael Bloomberg) ແມ່ນ​ກະ​ທັ້ງ​ໃຫ້​ຂໍ້​ຄິດ​ວ່າ ທ່ານແຊນເດີຣ໌ສ ກຳ​ລັງ​ຖືກປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ​ຂອງ​ຣັດ​ເຊຍ​ໝູນ​ໃຊ້.

ທ່ານໄມ​ໂຄ​ ບ​ລູມເບີກ (Michael Bloomberg) ກ່າວ​ດັ່ງ​ນີ້:
"​ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານດໍ​ໂນ​ລ​ ທ​ຣຳ​ຄິດ​ວ່າ ຖ້າຕົນ​ເອງ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ມັນ​ຈະ​ດີກວ່າ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄິດ​ແນວນັ້ນ. ທ່ານວ​ລາ​ດິ​ເມຍ ປູ​ຕິນ ຄິດ​ວ່າ ທ່ານ ດໍ​ໂນ​ລ​ ທ​ຣຳ​ ໄດ້ເປັນ ຄວນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ຫະ​ລັດ ແລະ ​ເພາະ​ສະ​ນັ້ນຫລະ ຣັດ​ເຊຍ​ຈຶ່ງ​ກຳ​ລັງ​ຊ່ວຍ​ທ່ານ​ໃຫ້​ຖືກ​ເລືອກ​ເອົາ​ເພື່ອ​ວ່າ ທ່ານ​ຈະ​ໄດ້​ເສຍ​ໄຊ​ໃຫ້​ແກ່​ທ່ານ​ທ​ຣຳ.”​

ການ​ໂຕ້​ວາ​ມີ​ຂຶ້ນ​ພຽງ​ແຕ່ 4 ມື້ ເທົ່າ​ນັ້ນ ກ່ອນ​ຈະເຖິງ​ມື້ ​ທີ່​ລັດຄາ​ໂຣ​ໄລ​ນາ​ໃຕ້ ທີ່​ມີຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງຢູ່ 54 ຄົນ​ໃຫ້​ແຂ່ງ​ກັນຊີງ​ເອົາ​ນັ້ນ ຈະ​ຈັດການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂຶ້ນ. ທ່ານ​ໄບ​ເດັນ ທີ່​ຄັ້ງ​ນຶ່ງ​ເຄີຍ​ເປັນ​ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ​ໝູ່​ໃນ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮັບ​ຄະ​ແນນ​ລື່ນ​ທ່ານແຊນເດີຣ໌ສ ພຽງ​ໜ້ອຍ​ດຽວ​ຢູ່​ໃນ​ລັດຄາ​ໂຣ​ໄລ​ນາ​ໃຕ້ ແຕ່​ວ່າ​ ຜູ້​ສັງ​ເກດ​ການ​ທັງ​ຫລາຍ​ເວົ້າ​ວ່າ ​ທ່ານ ແຊນເດີຣ໌ສ ຍັງ​ ມີ​ໂອ​ກາດ​ທີ່ຈະສາ​ມາດ​ໄດ້​ຮັບ​ໄຊ​ຊະ​ນະໃນ​ລັດ​ດັ່ງ​ກ່າວ​ຢູ່, ຊຶ່ງ​ຈະ​ເຮັດ​ໃຫ້​ທ່ານ​ຢູ່​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ມີ​ອຳ​ນາດ​ເໜືອ​ໝູ່​ກ່ອນ​ຈະ​ຮອດການ​ປ່ອນ​ບັດ​ທີ່​ເອີ້ນ​ວ່າ "ວັນ​ອັງ​ຄານ​ພິ​ເສດ” ຫລື “Super Tuesday" ໃນ 3 ມື້ຫລັງ​ຈາກນັ້ນ ເມື່ອມີ​ຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທີ່​ມີ​ຈຳ​ນວນ​ຫລາຍ 1,300 ຄົນ ຊຶ່ງ​ເປັນ​ຈຳ​ນວນ​ຫລາຍ​ໃຫ້​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ພາ​ກັນ​ແຂ່ງ​ຂັນໃຫ້​ໄດ້​ຮັບ​ຄະ​ແນນ​ສຽງ​ຈາກ​ເຂົາ​ເຈົ້າ​ຢູ່.

ເບິ່​ງວີດິ​ໂອກ່ຽວ​ກັບ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

U.S. Senator Bernie Sanders was the target of his rivals for the Democratic presidential nomination in the latest televised debate held Tuesday in Charleston, South Carolina. Sanders has emerged as the national front-runner after victories in the first three nominating contests, but his rivals contend that the self-declared democratic socialist would lose to Republican President Donald Trump in November's national election. VOA's Richard Green has the latest chapter in 2020 presidential election.

In the face-to-face confrontation carried live by CBS News, Sanders, an independent from Vermont who aligns with the Democrats in the Senate, was asked how he would convince voters he would make a better steward of the economy than President Trump, despite the recent gains in the stock market.

Senator Bernie Sanders:
" Last year, real wage increases for the average worker were less than 1%. Half of our people are living paycheck to paycheck...That is not an economy that's working for the American people that's an economy, working for the 1%. We're going to create an economy for all, not just wealthy campaign contributors."

Sanders has promised to expand Medicare, the health insurance program for America's elderly citizens, to make it available for everyone, regardless of age. But his rivals, including Minnesota Senator Amy Klobuchar, claim that Sanders's plans to sharply increase social welfare spending for health and education would be too costly.

Senator Amy Klobuchar:
"No, the math does not add up. In fact, just on 60 Minutes this weekend. He said he wasn't going to rattle through the nickels and the dimes. Well, let me tell you how many nickels and dimes we're talking about - nearly $60 trillion. Do you know how much that is for all of his programs?"

Senator Bernie Sanders:
"Not true."

Senator Amy Klobuchar:
"That is three times the American economy, not the federal government, the entire American economy."

Former Vice President Joe Biden used the shooting rampage at a predominantly black church in Charleston in 2015 to confront Sanders about his previous opposition to legislation that would have held gun manufacturers liable for gun violence in the United States.

Former Vice President Joe Biden:
"Bernie voted five times against the Brady bill, and wanted a waiting period no let me finish - and waited, waited, a waiting period of 12 hours. I'm not saying he's responsible for the nine deaths, but that man would not been able to get that weapon with a waiting period had been what I suggested until you are clear."

Sanders's opponents have also said his decades-old favorable assessments of such leftist dictators as the late Fidel Castro of Cuba would be rejected by moderate and conservative voters in certain parts of the country. Former New York Mayor Michael Bloomberg even suggested Sanders was being used by Russian President Vladimir Putin.

Former Mayor Michael Bloomberg:

"I think that Donald Trump thinks it would be better if he's President, I do not think so. Vladimir Putin thinks that Donald Trump is - should be President of the United States, and that's why Russia is helping you get elected so you'll lose to him."

The debate comes just four days before South Carolina, with its 54 national delegates in play, holds its primary. Biden, who was once the Democratic front-runner, holds a narrow lead over Sanders in South Carolina, but observers say there is a possibility Sanders could also win the state, putting him in a commanding position ahead of so-called "Super Tuesday" voting three days later, when a massive haul of more than 13 hundred delegates is at stake.

XS
SM
MD
LG