ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນເດລີ ເຫັນການເສຍຊີວິດ ຍ້ອນຄື້ນຄວາມຮ້ອນ ຄັ້ງທຳອິດຂອງປີ


ພວກຄົນງານ ຕັ້ງແຜ່ນນ້ຳກ້ອນໃຫຍ່ລຽນກັນ ຢູ່ທີ່ຕະຫຼາດ ທ່າມກາງຄື້ນຄວາມຮ້ອນ ກະທົບຕໍ່ນະຄອນຫຼວງ ນິວເດລີ ໃນວັນທີ 30 ພຶດສະພາ 2024.
ພວກຄົນງານ ຕັ້ງແຜ່ນນ້ຳກ້ອນໃຫຍ່ລຽນກັນ ຢູ່ທີ່ຕະຫຼາດ ທ່າມກາງຄື້ນຄວາມຮ້ອນ ກະທົບຕໍ່ນະຄອນຫຼວງ ນິວເດລີ ໃນວັນທີ 30 ພຶດສະພາ 2024.

ນະຄອນຫຼວງ ນິວ ເດລີ ໄດ້ບັນທຶກການເສຍຊີວິດທີ່ກ່ຽວຂ້ອງກັບຄວາມຮ້ອນລາຍທຳອິດຂອງຕົນ ເຊິ່ງເປັນຄົນອອກແຮງງານໄວ 40 ປີ ທີ່ຕາຍຍ້ອນໂຣກລົມແດດ ອີງຕາມລາຍງານຂອງສື່ມວນຊົນໃນທ້ອງຖິ່ນ ເມື່ອວັນພະຫັດວານນີ້.

ອິນເດຍ ໄດ້ປະກາດກ່ຽວກັບຄື້ນຄວາມຮ້ອນທີ່ຮ້າຍແຮງ ໃນຂະນະທີ່ອຸນຫະພູມໃນນະຄອນຫຼວງ ນິວເດລີ ໄດ້ສູງຂຶ້ນເຖິງ 52.3 ອົງສາແຊວຊຽສ ໃນວັນພຸດຜ່ານມານີ້ ອັນເປັນຂີດໝາຍວັນທີ່ຮ້ອນສູງເປັນປະຫວັດການຂອງປະເທດ.

ເຈົ້າຄອງນະຄອນຫຼວງ ນິວເດລີ ໄດ້ຂໍຮ້ອງຕໍ່ລັດຖະບານໃນວັນພຸດ ໃຫ້ເອົາມາດຕະການເພື່ອປົກປ້ອງພວກຄົນອອກແຮງງານ ລວມທັງການສະໜອງນ້ຳ ແລະສະຖານທີ່ຮົ່ມໃນແຫ່ງຕ່າງໆ ແລະ ສະເໜີຈ່າຍເງິນໃຫ້ເຂົ້າເຈົ້າເວລາຢຸດພັກວຽກ ຈາກຕອນທ່ຽງ ຫາບ່າຍ 3 ໂມງ.

ທ່ານໂຊນາລີ ແກັກເດີມິດ ອາຈານດ້ານການສຶກສາສະພາບແວດລ້ອມຢູ່ມະຫາ ວິທະຍາໄລ ນິວ ຢອກ ໄດ້ກ່າວຕໍ່ວີໂອເອວ່າ ຢູ່ດ້ານນອກ ແລະພວກອອກແຮງງານໂດຍສະເພາະເລີຍ ເປັນຜູ້ທີ່ມີຄວາມສ່ຽງໃນດ້ານຜົນກະທົບຕໍ່ສຸຂະພາບຍ້ອນຄືນຟອງຄວາມຮ້ອນທັງຫຼາຍ.

ອີກສາມຄົນໄດ້ເສຍຊີວິດໃນວັນອັງຄານຜ່ານມາ ຍ່ອນໂຣກລົມແດດ ໃນລັດ ຣາສຖານ ທີ່ເປັນເຂດທະເລຊາຍເຊິ່ງເຄີຍໄດ້ບັນທຶກອຸນຫະພູມທີ່ສູງເປັນປະຫວັດການຂອງປະເທດມາກ່ອນ.

ປັດໄຈສຳລັບການປະກາດຄື້ນຄວາມຮ້ອນໃນອິນເດຍນັ້ນ ຕ້ອງມີອຸນຫະພູມສູງສູດທີ່ 4.5 ຫາ 6.4 ອົງສາແຊວຊຽສ ທີ່ສູງກວ່າທຳມະດາ. ການເຕືອນໄພ ຕໍ່ຄື້ນຄວາມຮອນທີ່ຮ້້າຍແຮງໄດ້ຖືກແຈ້ງອອກໄປເມື່ອອຸນຫະພູມສູງເຖິງຢ່າງ ໜ້ອຍ 6.5 ແຊລຊຽສ ທີ່ສູງກວ່າປົກກະຕິ.

ບັນດານັກວິທະຍາສາດ ກ່າວວ່າອຸນຫະພູມໃນເຂດເອເຊຍທີ່ຮ້ອນແຮງຫຼາຍໃນລະດູຮ້ອນນີ້ຈະຮ້າຍຂຶ້ນອີກ ເນື່ອງຈາກສະພາບອາກາດປ່ຽນແປງທີ່ຂັບເຄື່ອນໂດຍມະນຸດ.

Delhi recorded its first heat-related fatality of the year after a 40-year-old laborer died of heatstroke, according to local media reports Thursday.

India declared a severe heat wave as temperatures in New Delhi reached a high of 52.3 degrees Celsius (126.3 Fahrenheit) on Wednesday, marking the second day of the nation’s record-high heat.

Delhi’s lieutenant governor asked the government on Wednesday to take measures to protect laborers, including providing water and shaded areas and offering them paid leave from noon to 3 p.m.

Sonali McDermid, associate professor of environmental studies at New York University, told VOA that outdoor and manual laborers are especially vulnerable to the health consequences of heat waves.

Three other people died Tuesday due to heatstroke in the desert state of Rajasthan, which previously held the national record for high temperatures.

The criteria for declaring a heat wave in India requires the maximum temperature to be 4.5 C (8.1 F) to 6.4 C (11.5 F) higher than usual. A severe heat wave alert is issued when temperatures are at least 6.5 C (11.7 F) higher than normal.

Scientists say Asia’s scorching temperatures this summer will be worsened because of human-driven climate change.

XS
SM
MD
LG