ປະທານາທິບໍດີສະຫະລັດ ຢູ່ໃນສະພາບທີ່ຂັດກັບກົດໝາຍລັດຖະທຳມະນູນຄັ້ງຫລ້າສຸດນັ້ນແມ່ນວ່າ ທ່ານພວມນາບຂູ່ວ່າ ຈະເອົານຳຄະດີຂອງເພິ່ນຂຶ້ນໄປຫາສານສູງສຸດ ຖ້າຫາກພວກສະມາຊິກສະພາຕ່ຳຄິດວ່າຈະດຳເນີນການຟ້ອງຮ້ອງທ່ານ.
"ຖ້າຫາກພວກເດໂມແຄຣັດທີ່ດຳເນີນການແຕ່ຟ່າຍດຽວ ຫາກຄິດວ່າຈະທຳການຟ້ອງຮ້ອງ, ກ່ອນອື່ນໝົດຂ້າພະເຈົ້າຈະມຸ້ງໜ້າໄປຫາສານສູງສຸດ" ນັ້ນຄືຄຳປະກາດຂອງທ່ານທຣຳ ທີ່ຂຽນລົງໃນທວີດເຕີໃນວັນພຸດວານນີ້.
"ບໍ່ພຽງແຕ່ວ່າບໍ່ມີການກະທຳຜິດທາງອາຍາແບບຮ້າຍແຮງເທົ່ານັ້ນ ແຕ່ຄວາມຜິດແບບເລັກໆນ້ອຍກໍແມ່ນບໍ່ມີ,' ມັນບໍ່ມີການກະທຳຜິດທາງອາຍາໂດຍຂ້າພະເຈົ້າແມ່ນແຕ່ໜ້ອຍດຽວເລີຍ," ນັ້ນຄືຄຳເວົ້າຂອງປະທານາທິບໍດີທີ່ຂຽນເປັນຂໍ້ຄວາມຢູ່ໃນທວີດເຕີ ສອງຄັ້ງຕິດຕໍ່ກັນ ຢູ່ໃນການໃຫ້ຄຳເຫັນກ່ຽວກັບບົດລາຍງານຂອງໄອຍະການພິເສດມັລເລີກ່ຽວກັບການສືບສວນເລື້ອງການຮ່ວມມືກັນລະຫວ່າງ ຄະນະໂຄສະນາຫາສຽງເລືອກຕັ້ງປີ 2016 ກັບຣັດເຊຍ ທີ່ໄດ້ດຳເນີນໄປ ເປັນເວລາ 2 ປີນັ້ນ.
ນັບແຕ່ໄດ້ມີການເປີດເຜີຍບົດລາຍງານດັ່ງກ່າວທີ່ໄດ້ຖືກຕັດບາງສ່ວນອອກແລ້ວ, ພວກສັງກັດພັກເດໂມແຄຣັດ ທີ່ຄວບຄຸມສະພາຕ່ຳ ກໍໄດ້ຖົກຖຽງກັນວ່າຈະເລີ້ມຕົ້ນຂັ້ນຕອນຟ້ອງຮ້ອງປະທານາທິບໍດີ.
ປະທານສະພາຕ່ຳ, ທ່ານນາງ ແນນຊີ ເປໂລຊີ (Nancy Pelosi) ກຳລັງຮຽກຮ້ອງໃຫ້ລະມັດລະວັງ, ເຖິງແມ່ນວ່າສະມາຊິກພັກຂອງທ່ານນາງບາງຄົນຈະເປັນຫ່ວງວ່າ ພວກສັງກັດພັກເດໂມແຄຣັດຈະເສຍປຽບທາງການເມືອງ ເມື່ອພວກປ່ອນບັດເລືອກຕັ້ງຫົວເສລີນິຍົມ ຫລືຫົວກ້າວໜ້າຖ້າຫາກພວກເຂົາເຈົ້າບໍ່ລົງມືທຳການຟ້ອງຮ້ອງດັ່ງກ່າວ.
ການນາບຂູ່ຂອງທ່ານ ທຣຳ ທີ່ຈະໄປຫາສານສູງສຸດ ເຮັດໃຫ້ນັກປັນຍາຊົນດ້ານກົດໝາຍລັດຖະທຳມະນູນສາມທ່ານ ທີ່ວີໂອເອໄດ້ຕິດຕໍ່ລົມນຳໃນວັນພຸດວານນີ້ ທີ່ບໍ່ເຫັນວ່າສານສູງຈະສາມາດເຂົ້າໄປຫຍຸ້ງກ່ຽວໄດ້.
ສາດສະດາຈານ ໂລເຣັນສ໌ ໄທຣບ໌ (Laurence Tribe) ຈາກໂຮງຮຽນກົດໝາຍຂອງ ມະຫາວິທະຍາໄລຮາເວີດ ກ່າວຕໍ່ວີໂອເອວ່າ "ຕາມບົດບາດຂອງສານສູງໃນຂະບວນການຟ້ອງຮ້ອງປະທານາທິບໍດີ ແມ່ນໄດ້ຖືກນຳມາພິຈາລະນາ ແຕ່ວ່າ ໄດ້ຖືກປະຕິເສດໂດຍບັນດາຄົນທີ່ຂຽນກົດໝາຍລັດຖະທຳມະນູນ ໃນປີ 1787," ດັ່ງທີ່ທ່ານໄດ້ບອກວີໂອ ເອໄປ. ທ່ານກ່າວຕໍ່ໄປວ່າ "ມີແຕ່ຜູ້ພິພາກສາ (ໃນສານສູງສຸດ) ຄົນດຽວເທົ່ານັ້ນ ທີ່ມີບົດບາດໃນເລື້ອງນີ້ ຊຶ່ງກໍຄືຫົວໜ້າຜູ້ພິພາກສາທີ່ເປັນປະທານຢູ່ໃນການໄຕ່ສວນຄະດີຟ້ອງຮ້ອງປະທານາທິບໍດີ."
ທ່ານ ໂຣເບີດ ພຸສຊໍ (Robert Pushaw) ສາດສະດາຈານດ້ານກົດໝາຍ ທີ່ມະຫາວິທະຍາໄລ ແພັບເພີດິນ (Pepperdine) ທີ່ເຫັນພ້ອມກັບຄຳເຫັນດັ່ງກ່າວເວົ້າວ່າ "ສານສູງສຸດໄດ້ເວົ້າໄວ້ຢ່າງຖືກຕ້ອງ, ຕາມຄວາມຄິດຂອງຂ້າພະເຈົ້າ — ທີ່ເວົ້າວ່າ ການຟ້ອງຮ້ອງໃຫ້ລົງຈາກຕຳແໜ່ງເປັນຄຳຖາມທາງການເມືອງ ທີ່ລັດຖະທຳມະນູນມີຄວາມຕັ້ງໃຈເອົາໃຫ້ ລັດຖະສະພາເປັນຜູ້ຮັບຜິດຊອບ, ມັນບໍ່ແມ່ນບັນຫາທາງກົດໝາຍທີ່ຈະ 'ສາມາດເອົາໄປດຳເນີນຄະດີ' ຢູ່ໃນສານໄດ້. ສະນັ້ນ, ການຮ້ອງຂໍເຊັ່ນນັ້ນຈາກປະທານາທິບໍດີທຣຳ ເກືອບວ່າຈະເປັນເລື້ອງທີ່ຖືກປະຕິເສດຈາກສານຢ່າງແນ່ນອນເລີຍ."