ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ສະໝຽນທີ່ລັດ Kentucky ຖືກຄຸກ ຍ້ອນບໍ່ອອກໃບແຕ່ງງານ ໃຫ້ພວກຮັກຮ່ວມເພດ


ນາງ Kim Davis ສະໝຽນສານເມືອງ Rowan ກຳລັງຟັງ ຜູ້ມາຂໍຮ້ອງ ແລະປະຕິເສດ ບໍ່ອອກໃບອະນຸຍາດແຕ່ງງານ ໃຫ້ພວກຮັກຮ່ວມເພດ.

ຜູ້ພິພາກສາສານ​ລັດຖະບານ​ກາງທ່ານນຶ່ງ ຢູ່​ທີ່ລັດ Kenturkey
​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສັ່ງ​ໃຫ້ສະໝຽນ​ຂອງ​ເມືອງ​ເຂົ້າ​ຄຸກ ​ໃນ
ຖານ​ໝິ່ນປະ​ໝາດ​ສານ ຫລັງ​ຈາກນາງ​ໄດ້​ປະຕິ​ເສດ ບໍ່ປະຕິບັດ
ຕາມຄຳ​ສັ່ງ​ ໃຫ້ອອກ​ໃບ​ອະນຸຍາດ​ແຕ່ງງານ​ໃຫ້​ແກ່​ຄູ່​ພວກຮັກ
ຮ່ວມເພດຄູ່ນຶ່ງ.

ສະໝຽນ​ເມືອງ Rowan ນາງ Kim Davis ໄດ້ທ້າທາຍ​ຕໍ່​ຄຳ​ສັ່ງ
ສານ​ສູງ​ສຸດ ສະຫະລັດໃຫ້ເຊັນ​ໃບ​ອະນຸຍາດ​ແຕ່ງ​ງານ ​ໂດຍ​ກ່າວ
​ວ່າ ມັນເປັນການລະເມີດຕໍ່​ຄວາມ​ເຊື່ອ​ຖືທາງ​ສາສະໜາ​ຂອງ​ນາງ.

ນາງ Davis ​ໄດ້​ຮ້ອງ​ໃຫ້​ເປັນ​ບາ​ງຄັ້ງ ​ໃນ​ຂະນະ​ທີ່​ກ່າວ​ຕໍ່​ສານ​ວ່າ
“ກົດສິນທຳ ​ຂອງພະ​ເຈົ້າແມ່ນຂັດ​ແຍ້​ງກັບ​ໜ້າ​ທີ່ວຽກ​ການ​ຂອງຂ້າພະ​ເຈົ້າ. ທ່ານບໍ່​ສາມາດ​ທີ່​ຈະ​ແບ່ງ​ແຍກອອກໄດ້ກ່ຽວກັບບາງ​ສິ່ງ​ບາງ​ຢ່າງ​ທີ່ຢູ່​ໃນ​ຫົວ​ໃຈ​ຂອງທ່ານແລະ​ຢູ່​ໃນຈິດ​ວິນ​ຍານ​ຂອງ​ທ່ານ.”

​ແຕ່​ຜູ້​ພິ​ພາ​ກສາ David Bunning ກ່າວ​ວ່າ ທ່ານ​ບໍ່​ມີ​ທາງ​ເລືອກ ​ແຕ່​ຕ້ອງຈຳຄຸກ​ນາງ ໂດຍ
​ກ່າວ​ອີກ​ວ່າ ພຽງ​ແຕ່​ປັບໃໝ​ເທົ່າ​ນັ້ນຈະ​ບໍ່​ປ່ຽນ​ແປງ​ແນ​ວຄິດ​ຂອງ​ນາງ.”

ຜູ້ພິພາກສາ Bunning ​ໄດ້​ກ່າວວ່າ​ “ຄວາມ​ເຊື່ອ​ຖື​ທີ່​ດີ​ຂອງ​ນາງ ບໍ່​ເປັນ​ການ​ປ້ອງ​ກັນ ​ທີ່
ນຳມາໃຊ້ໄດ້. ນາງ Davis ​ໄດ້​ສາບານ​. ຄຳ​ສາບານ​ໝາຍ​ຄວາມແນວ​ໃດ​ແນວ​ໜຶ່ງ.”

ຜູ້​ພິພາກສາ ​ກ່າວ​ວ່າ ນາງ Davis ອາດ​ຖືກ​ປ່ອຍ​ໂ ຕ​ອອກ​ຈາກ​ຄຸກ ຖ້າ​ຫາກ​ນາງເຫັນ​ດີ
ອອກ​ໃບ​ອະນຸຍາດ. ​ໃນ​ຂະນະ​ດຽວ​ກັນ ບັນ​ດາຮອງສະໝ​ຽນຫ້າຄົນ ຂອງ​ຈຳນວນຫົກຄົນ
ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ພາກັນ​ປະຕິບັດ​ຕາມ ຄຳ​ຕັດສິນ​ຂອງຜູ້ພິພາກສາ ​ທີ່ວ່າເຂົາ​ເຈົ້າ​ຕ້ອງ​
ອອກ​ໃນ​ອະນຸຍາດ​ແຕ່ງງານ​ໃນ​ຂະນະ​ທີ່ນາງ Davis ຢູ່​ໃນ​ຄຸກ ຫລື ບໍ່ດັ່ງນັ້ນເຂົາເຈົ້າເອງ
ກໍຈະປະ​ເຊີນ​ໜ້າ​ກັບ​ການ​ຖືກຕິດຄຸກ. ພຽງແຕ່​ຮອງ​ສະໝຽນ​ຄົນ​ດຽວທີ່​ເປັນ​ລູກ​ຊາຍ​ຂອງ​
ນາງ Davis ກ່າວ​ວ່າ ລາວ​ຈະ​ປະຕິ​ເສດບໍ່ປະຕິບັດຕາມ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ຈາກທັງ​ສອງ​ຝ່າຍ​ຂອງ​ບັນຫາ​ດັ່ງກ່າວ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່
ນອກ​ສານ​ໃນ​ວັນ​ພະຫັດ​ວານ​ນີ້ເພື່ອ​ຟັງ​ການ​ຕັດສິນ​ຂອງສານ. ຈຳນວນ​ໜຶ່ງ​ໄດ້​ກ່າວ​ນິນ
ທາໂດຍຊີ້​ໃຫ້ເຫັນ​ວ່ານາງ​ໄດ້​ແຕ່​ງງານ​ສີ່​ເທື່ອ. ຄົນ​ອຶ່ນໆ​ເຫັນ​ດີ​ກັບ​ຄວາມ​ເຊື່ອຖື​ຂອງ​ນາງ
ທີ່​ວ່າ ສິດທິພົນລະ​ເມືອງ​ບໍ່ກວມ​ເອົາ​ຫລັກ​ຂອງ​ສິນທຳ.

US Kenturkey Gay Marriage
please wait

No media source currently available

0:00 0:00:30 0:00

XS
SM
MD
LG