ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ກ່າວຕຳໜິກັນ ໃນການໂຕ້ວາທີ


ຜູ້ຖືກສະເໜີຊື່ ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກ ຣີພັບບລີກັນ ທ່ານ Donald Trump ແລະ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຈັບມືກັນໃນການໂຕ້ວາທີ ປະທານາທິບໍດີ ທີ່ມະຫາວິທະຍາໄລ Hofstra ໃນເມືອງ Hempstead, ລັດນິວຢອກ. 26 ກັນຍາ, 2016.
ຜູ້ຖືກສະເໜີຊື່ ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກ ຣີພັບບລີກັນ ທ່ານ Donald Trump ແລະ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຈັບມືກັນໃນການໂຕ້ວາທີ ປະທານາທິບໍດີ ທີ່ມະຫາວິທະຍາໄລ Hofstra ໃນເມືອງ Hempstead, ລັດນິວຢອກ. 26 ກັນຍາ, 2016.

ເປັນເວລາຫຼາຍເດືອນແລ້ວ, ທ່ານນາງ Hillary Clinton ແລະ ທ່ານ Donald Trump ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນຂອງຕົນ ກ່ຽວກັບ ແຜນການຂອງພວກທ່ານສຳລັບປະ ເທດ ແລະໄດ້ກ່າວຕຳໜິຕິຕຽນກັນແລະກັນ. ໃນວັນຈັນວານນີ້ ພວກເພິ່ນຕ້ອງໄດ້ກ່າວ ຕຳໜິ​ແບບເຊິ່ງໜ້າ ໃນການໂຕ້ວາທີ ທີ່​ເປັນ​ການ​ເນັ້ນຢ້ຳຕໍ່ບັນດາຜູ້ລົງຄະແນນສຽງ ກ່ຽວ ກັບ ຜູ້ລົງແຂ່ງຂັນທີ່ພວກເຂົາເຈົ້າໄດ້ຮູ້ຈັກ.

ມັນມີການປະຕິເສດຂອງທ່ານ Trump ທີ່ວ່າ ທ່ານໄດ້ສະໜັບສະໜູນສົງຄາມໃນ ອີຣັກ, ທ່ານໄດ້ກ່າວຫາທ່ານນາງ Clinton ກ່ຽວ​ກັບການກຳເນີດຂຶ້ນຂອງພວກລັດອິສລາມ ແລະ ຂໍ້ກ່າວຫາຂອງທ່ານນາງທີ່ວ່າທ່ານບໍ່ມີແຜນທີ່ຈະຕໍ່ສູ້ເພື່ອເອົາຊະນະພວກກຸ່ມຫົວຮຸນແຮງນີ້. ອີກເທື່ອໜຶ່ງທ່ານໄດ້ຖາມທ່ານນາງວ່າ ມີຄວາມເຂັ້ມແຂງພໍທີ່ຈະເປັນປະທານາ ທິບໍດີ ຫຼື ບໍ່, ແລະ ທ່ານນາງໄດ້ກ່າວວ່າ ທ່່ານ Trump ຂາດການປະພຶດສຳລັບການດຳລົງຕຳ ແໜ່ງ. ທ່ານນາງ Clinton ໄດ້ກ່າວວ່າ ແຜນການເສດຖະກິດຂອງທ່ານ Trump ຈະເປັນ ຜົນປະໂຫຍດໃຫ້ແກ່ພວກຄົນລວຍ, ແລະ ທ່ານ Trump ໄດ້ກ່າວວ່າ ຄວາມຮັ່ງມີຈະສ້າງ ວຽກເຮັດງານທຳ​ໃຫ້​ແກ່​ພວກຄົນຊັ້ນກາງ.

ທ່ານ Hans Noel ຜູ້ຊ່ວຍສາດສະດາຈານ ກ່ຽວກັບ ລັດຖະບານ ທີ່ມະຫາວິທະຍາໄລ Georgetown ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາໄດ້ເຫັນແມ່ນຄວາມເປັນ ທ່ານ Trump ຫຼາຍ ຫຼາຍ ຫຼາຍ ທີ່ພວກເຮົາໄດ້ເຫັນມາຈົນເຖິງປະຈຸບັນນີ້ ແລະ ຄວາມ ເປັນທ່ານນາງ Clinton ທີ່ພວກເຮົາໄດ້ເຫັນມາຈົນຮອດດຽວນີ້, ແລະ ດັ່ງນັ້ນອາດເປັນ ໄປໄດ້ວ່າ ຜູ້ລົງຄະແນນສຽງສ່ວນໃຫຍ່ຈະມີຂໍ້ມູນດຽວກັນ ກັບທີ່ພວກເຂົາເຈົ້າເຄີຍມີ ມາກ່ອນ ແລະມັນອາດຈະບໍ່ສ້າງຄວາມແຕກຕ່າງຫຍັງຫຼາຍ.”

ທ່ານ Noel ໄດ້ກ່າວຕໍ່ວີໂອເອວ່າ ທ່ານຄາດວ່າ ທ່ານ Trump ຈະຫັນປ່ຽນຫຼາຍກວ່ານີ້ ​ໄປ​ສູ່​ແນວທາງ​ປານ​ກາງ, ເຊັ່ນເພື່ອນຮ່ວມພັກຣີພັບບລີກັນ ທ່ານ Mitt Romney ໄດ້ ເຮັດມາ ໃນປີ 2012, ແລະວ່າຄົນອື່ນໆໄດ້ຄາດວ່າ ທ່ານນາງ Clinton ກໍຈະເພັ່ງ ເລັງໃສ່​ເປົ້າໝາຍ ຂອງທ່ານນາງ ແລະ ບໍ່ສົນໃຈກັບທ່ານ Trump. ແຕ່ທ່ານໄດ້ກ່າວວ່າ ທັງສອງຢ່າງນີ້ ບໍ່​ໄດ້ເກີດຂຶ້ນ​ເລີຍ.

ການເລືອກຕັ້ງໃນເດືອນພະຈິກ ຈະມີຜູ້ຊະນະເລີດຄົນໜຶ່ງ ແລະ ໃນແຕ່ລະບາດກ້າວໄປ ຕາມ​ເສັ້ນທາງນັ້ນ ຫຼາຍຄັ້ງມັນຈະມີການເພັ່ງເລັງໃສ່ຜູ້ທີ່ນຳໜ້າໃນການຢັ່ງຫາງສຽງ ແລະ ຜູ້ຊະນະເລີດໃນເຫດການຕ່າງໆເຊັ່ນການໂຕ້ວາທີ.

ການຢັ່ງຫາງສຽງຫຼາຍແຫ່ງ, ລວມທັງຈາກ​ໂທລະພາບ CNN/ORC ແລະ ການຢັ່ງຫາງ ສຽງນະໂຍບາຍສາທາລະນະ ໄດ້ສະແດງໃຫ້ເຫັນວ່າທ່ານນາງ Clinton ເປັນຜູ້ຊະນະ ເລີດໃນຄ່ຳຄືນຂອງວັນຈັນວານນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Presidentia Debate
please wait
Embed

No media source currently available

0:00 0:03:11 0:00

XS
SM
MD
LG