ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ການໂຕ້ແຍ້ງກັນທີ່ຮ້ອນແຮງຂຶ້ນ ໃນນິວຢອກ ຊີຕີ້ ກ່ຽວກັບຂໍ້ຮຽກຮ້ອງ ໃຫ້ຫ້າມໃສ່ໜ້າກາກໃນສາທາລະນະ


ການໂຕ້ແຍ້ງກັນທີ່ຮ້ອນແຮງຂຶ້ນ ໃນນິວຢອກ ຊີຕີ້ ກ່ຽວກັບຂໍ້ຮຽກຮ້ອງ ໃຫ້ຫ້າມໃສ່ໜ້າກາກ

ຕອນບ່າຍໂດຍທົ່ວໄປ ໃນລະບົບລົດໄຟໃຕ້ດິນຂອງນິວຢອກ ຊີຕີ້ ຊຶ່ງຜູ້ຄົນນັບລ້ານຕ້ອງເພິ່ງພາລົດໄຟທຸກມື້ ໃນການເດີນທາງ.

ເຖິງວ່າ ອາຊະຍາກຳໃນລົດໄຟໃຕ້ດິນໂດຍລວມອາດຈະຫຼຸດລົງ ແຕ່ເຫດການເຊັ່ນການທຳຮ້າຍຮ່າງກາຍ ແລະການຄາດຕະກຳກັບເພີ້ມຂຶ້ນຕັ້ງແຕ່ປີ 2019 ຕາມການລາຍງານຂອງ ນິວຢອກ ໄທມສ໌.

ຜູ້ຖືກສົງໄສມັກໃຊ້ໜ້າກາກເພື່ອປົກປິດຕົວຕົນຂະນະກໍ່ອາຊະຍາກຳເຫລົ່ານີ້. ຊຶ່ງເພີ່ມຄວາມກັງວົນດ້ານຄວາມປອດໄພໃຫ້ກັບຊາວນິວຢອກ.

ເຟລິເປ ຣອດຣິເກສ ອະດີດເຈົ້າໜ້າທີ່ຕຳຫຼວດສືບສວນຂອງນິວຢອກ ກ່າວວ່າ

“ ການໃສ່ໜ້າກາກເຮັດໃຫ້ຜູ້ຄົນບໍ່ເປີດເຜີຍຕົວຕົນ ແລະການບໍ່ເປີດຕົວຕົນນີ້ເຮັດໃຫ້ພວກເຂົາກ້າທີ່ຈະກໍ່ອາຊະຍາກຳເຫຼົ່ານີ້ຫຼາຍຂຶ້ນ. ພວກເຂົາຮູ້ສຶກວ່າ ເຈົ້າຮູ້ບໍ່ວ່າ ຖ້າຂ້ອຍໃສ່ໜ້າກາກພວກເຂົາຈະຈັບຂ້ອຍໄດ້ຍາກຂຶ້ນ.”

ນັກການເມືອງທ້ອງຖີ່ນບາງຄົນກຳລັງຊຸກຍູ້ໃຫ້ມີການດຳເນີນການທີ່ເຂັ້ມງວດຫຍິ່ງຂຶ້ນໃນເດືອນສິງຫານີ້. ແນສຊໍ ເຄົານ໌ຕີ້ ຊຶ່ງເປັນເພື່ອນບ້ານຂອງ ນິວຢອກ ຊີຕີ້ ໄດ້ສັ່ງຫ້າມບໍ່ໃຫ້ຜູ້ຄົນໃສ່ໜ້າກາກໃນບ່ອນສາທາລະນະ. ທ່ານ ບຣູດຊ໌ ເບລກຄ໌ແມນ ຜູ້ບໍລິຫານເຄົານ໌ຕີ້ ຊຶ່ງເປັນຜູ້ນໍາໃນການດຳເນີນການດັ່ງກ່າວໄດ້ລົງນາມໃນກົດໝາຍດັ່ງກ່າວ.

ໂດຍ ທ່ານ ໄດ້ກ່່າວວ່າ “ ມີຫຼາຍກໍລະນີທີ່ອາຊະຍາກຳໃຊ້ໜ້າກາກເພື່ອປົກປິດຕົວຕົນ. ດັ່ງນັ້ນເຮົາຈຶ່ງເຄີຍມີສະຖານະການທີ່ພວກເຂົາ ເຂົ້າໄປໃນຮ້ານຄ້າ ລັກເອົາເຄື່ອງຂອງ ແລະ ກໍ່ອາຊະຍາກຳປະເພດອື່ນ ໆ. ເຮົາມີຂໍ້ຍົກເວັ້ນສຳລັບຄວາມຕ້ອງການດ້ານສຸຂະພາບ ຫຼືຂໍ້ກຳນົດທາງສາດສະໜາ. ແຕ່ສິ່ງອື່ນໃດບໍ່ມີເຫດຜົນທີ່ດີພໍ ໃນການໃສ່ໜ້າກາກໃນບ່ອນສາທາລະນະ.”

ທ່ານ ອີລຢາ ຊາເພຍໂຣ (Ilya Shapiro) ຜູ້ຊ່ຽວຊານດ້ານກົດໝາຍລັດຖະທຳມະນູນ ຈາກ ສະຖາບັນ ແມນແຮັສທັນ (Manhattan Institute) ເຫັນດີວ່າ ການຫ້າມໃສ່ໜ້າກາກສາມາດເປັນເຄື່ອງມື ທີ່ມີປະສິດຕິພາບໃນການຕໍ່ສູ້ກັບອາຊະຍາກຳໄດ້.

ທ່ານ ອີລຢາ ຊາເພຍໂຣ (Ilya Shapiro) ຈາກ ສະຖາບັນ ແມນຮັສທັນ ກ່າວວ່າ “ກົດໝາຍຕໍ່ຕ້ານການໃສ່ໜ້າກາກເປັນເຄື່ອງມືຕໍ່ຕ້ານກຸ່ມ KKK ຄລູຄລັກຊ໌ແຄລນ໌ ເຊັ່ນດຽວກັບທີ່ກົດໝາຍເຫຼົ່ານີ້ ສາມາດເປັນເຄື່ອງມືຕໍ່ຕ້ານຜູ້ກໍ່ການຮ້າຍແລະອາຊະຍາກຳຍຸກໃໝ່. ບໍ່ວ່າ ຈະເປັນກຸ່ມຕໍ່ຕ້ານຟາສຊິຕສ໌, ກຸ່ມກອງກຳລັງຕິດອາວຸດຝ່າຍຂວາທີ່ປົກປິດໜ້າ ຫຼື ອາຊະຍາກອນ ແລະຜູ້ປຸ່ນຈີ້ທົ່ວໄປ.”

ແຕ່ຜູ້ສະໜັບສະໜູນສິດທິພົນລະເມືອງກ່າວເຕືອນວ່າ ການຫ້າມໃສ່ໜ້າກາກອາດຈະເກີນຂອບເຂດ ແລະທຳລາຍເສລີພາບສ່ວນບຸກຄົນ.

ທ່ານນາງ ເບັທ ຮາລູເລສ໌ ຈາກ ສະຫະພາບເສລີພາບພົນລະເມືອງນິວຢອກ ຫຼື New York Civil Liberties Union ກ່າວວ່າ “ ໃນເວລາໃດ ທີ່ທ່ານຮູ້ວ່າລັດຖະບານກຳນົດວ່າ ບຸກຄົນສາມາດເຮັດຫຍັງໄດ້ ແລະເຮັດຫຍັງບໍ່ໄດ້ໃນພື້ນທີ່ສາທາລະນະ ແລະ ກຳນົດໃຫ້ການໃສ່ເສື້ອຜ້າເປັນສິ່ງຜິດກົດໝາຍນັ້ນ ກໍ່ເປັນບັນຫາທາງລັດຖະທຳມະນູນ ແລະເຮັດໃຫ້ເກີດຄວາມກັງວົນຫຼາຍປະການກ່ຽວກັບການແຊກແຊງທີ່ບໍ່ເໝາະສົມເກີນໄປຂອງລັດຖະບານຕໍ່ຊິວິດຂອງຄົນ

ໃນລະຫວ່າງນີ້ຊາວນິວຢອກມີຄວາມເຫັນແຕກຕ່າງກັນວ່າ ຄວນຂະຫຍາຍການຫ້າມໃສ່ໜ້າກາກ ໃຫ້ຄວບຄຸມເຖິງລະບົບລົດໄຟໃຕ້ດິນຂອງເມືອງຫຼືບໍ່. ບາງຄົນກໍ່ຕອບໂຕ້ວ່າ ມັນຈຳເປັນເພື່ອຢຸດພວກອາຊະຍາກອນ ໃນຂະນະທີ່ບາງຄົນຢ້ານວ່າ ມັນຈະເກີນໄປໂພດ.

ທ່ານນາງ ບຣິຕທານິ ແອຕກິນຊັນ ((Brittany Atkinson ) ຜູ້ອາໄສຢູ່ໃນນິວຢອກ ຊີຕີ້ ກ່າວວ່າ “ ຂ້ອຍບໍ່ຄິດວ່າ ມີຄວາມຈຳເປັນຕ້ອງຫ້າມໃສ່ໜ້າກາກ. ຂ້ອຍຄິດວ່າ ຜູ້ຄົນຄວນເລືອກໄດ້ ສິ່ງທີ່ພວກເຂົາຕ້ອງການເຮັດ.”

ທ່ານແດນນຽວລ໌ ແຊນແຊສ ຜູ້ອາໄສຢູ່ໃນນິວຢອກ ກ່າວວ່າ “ ເວັ້ນແຕ່ທ່ານຈະມີເຫດຜົນທາງການແພດໃນການໃສ່ໜ້າກາກ. ທ່ານກໍ່ບໍ່ຄວນໃສ່ເລີຍ ມີຄົນໃຊ້ໜ້າກາກເພື່ອກໍ່ອາຊະຍາກຳເພື່ອປົກປິດຕົວຕົນ ແລະນັ້ນເຮັດໃຫ້ເກີດຄວາມເສຍຫາຍໃນເມືອງ.”

ໃນຂະນະທີ່ການໂຕ້ຖຽງກັນຍັງຄົງດຳເນີນຕໍ່ໄປ. ຊາວນິວຢອກ ຕ້ອງປະເຊີນກັບຄວາມທ້າທາຍໃນການສ້າງຄວາມສົມດຸນ ລະຫວ່າງຄວາມປອດໄພກັບເສລີພາບສ່ວນບຸກຄົນ ໃນລະບົບລົດໄຟໃຕ້ດິນທີ່ແອອັດທີ່ສຸດແຫ່ງນຶ່ງຂອງໂລກ.

ອ່ານບົດລາຍງານເປັນພາສາອັງກິດ

A typical afternoon in New York City’s subway system, where millions rely on trains daily to get around.

While overall subway crime has decreased, incidents such as felony assaults and murders have risen since 2019, a New York Times report says.

Suspects often use face masks to hide their identities while committing these crimes, adding to New Yorkers' safety concerns.

Felipe Rodriguez, Former NYPD Detective Male, English
“It gives people anonymity, and this anonymity actually increases their bravado to commit these crimes. They feel that: ‘You know what, if I have a mask, it's going to be harder for them to catch me.’”
Some local politicians are pushing for tougher actions. In August, New York City neighbor Nassau County banned people from wearing face masks in public. County Executive Bruce Blakeman, who led the effort, signed the law.

Bruce Blakeman, Nassau County Executive Male, English
“There are numerous instances of where criminals were using masks to hide their identity, so we had situations where they would go into stores and shoplift and commit other types of crimes. We have exceptions for a health need or a religious requirement, but other than that, there's no good reason to wear a mask out in public.”

Constitutional law expert Ilya Shapiro of the Manhattan Institute agrees that mask bans can be a powerful tool in fighting crime.

Ilya Shapiro, Manhattan Institute Male, English
“Just as anti-masking laws were a tool against the KKK [Ku Klux Klan], they can be a tool against modern terrorists and criminals, whether it’s antifa, whether it’s some of the right-wing militias that cover their faces, or whether it’s just everyday criminals and looters.”
But civil rights advocates warn that mask bans may overstep, undermining individual freedoms.

Beth Haroules, New York Civil Liberties Union Female, English
“Anytime, you know, the government dictates what a person can and cannot do in a public space and criminalizes the act of wearing a piece of apparel, there is a constitutional problem with that. And it raises a number of concerns about inappropriate government overreach into people’s lives.”
In the meantime New Yorkers are divided on whether the mask ban should be extended to the city’s subway system. Some argue it's necessary to stop criminals, while others fear it goes too far.

Brittany Atkinson, New York City Resident Female, English
“I don't think there needs to be a ban on masks. I think people should get to choose what they want to do.”

Daniel Sanchez, New York City Resident Male, English
“Unless you have a medical reason to wear a mask, you shouldn't be wearing it at all. There’s people that are using them to commit crimes, to hide their identity, and it's actually causing havoc in the city.”
As the debate rages on, New Yorkers face the challenge of balancing safety with personal freedoms in one of the busiest subway systems in the world.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG