ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ມີການຢັ້ງຢືນ ເຖິງການເສຍຊີວິດ ຂະນະທີ່ ບັນດາເຈົ້າໜ້າທີ່ ພວມປະເມີນຜົນເສຍຫາຍ ເກີດຈາກ ພາຍຸໄຊໂຄລນ ອຳພັນ


ຊາວບ້ານໃນແຫ່ງນຶ່ງພາກັນເກັບກຳເອົາເຄື່ອງຂອງອອກມາຈາກເຮືອນຊານຫຼັງຈາກຖືກພາຍຸລົມໝຸນຫຼືໄຊໂຄລນ ອຳພັນ ພັດຖະຫລົ່ມເມືອງ ມິດນາປົວຣ໌, ຂອງລັດເບັງກາລຕາເວັນຕົກ, ເມື່ອວັນທີ 21 ພຶດສະພາ 2020.
ຊາວບ້ານໃນແຫ່ງນຶ່ງພາກັນເກັບກຳເອົາເຄື່ອງຂອງອອກມາຈາກເຮືອນຊານຫຼັງຈາກຖືກພາຍຸລົມໝຸນຫຼືໄຊໂຄລນ ອຳພັນ ພັດຖະຫລົ່ມເມືອງ ມິດນາປົວຣ໌, ຂອງລັດເບັງກາລຕາເວັນຕົກ, ເມື່ອວັນທີ 21 ພຶດສະພາ 2020.

ຫຼາຍກວ່າສິບຄົນ ແມ່ນເຊື່ອກັນວ່າ ໄດ້ເສຍຊີວິດແລ້ວ ໃນວັນພຸດວານນີ້ ເມື່ອມີພາຍຸລົມໝຸນ ຫຼື ໄຊໂຄລນ ທີ່ເປັນອັນຕະລາຍຮ້າຍແຮງ ພັດຖະຫຼົ່ມພື້ນທີ່ສ່ວນນຶ່ງທາງພາກຕາເວັນອອກຂອງອິນເດຍແລະບັງກລາແດັສ ໂດຍສ້າງຄວາມເສຍຫາຍແລະຄວາມວຸ້ນວາຍຂະໜາດໃຫຍ່ ເປັນເສັ້ນທາງຍາວຢຽດ.

ສິບຄົນເສຍຊີວິດ ເມື່ອພາຍຸໄຊໂຄລນອຳພັນໄດ້ພັດຖະຫລົ່ມລັດລັດເບັງກາລຕາ ເວັນຕົກດ້ວຍລົມພັດແຮງເຖິງ 185 ກິໂລແມັດ. ລັດຖະມົນຕີຂອງລັດເບັງກາລຕາເວັນຕົກ ທ່ານມາມາຕາ ບາເນີຈີ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ເມືອງສອງແຫ່ງໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງແລະຈະຕ້ອງໄດ້ບູລະນະສ້າງສາຄືນ
ໃໝ່. ທ່ານບາເນີຈີ ເວົ້າອີກວ່າ “ພື້ນທີ່ແລ້ວ ພື້ນທີ່ອີກ ໄດ້ຖືກທຳລາຍ. ຂ້າພະ ເຈົ້າໄດ້ປະສົບກັບສະພາບການແບບສົງຄາມເລີຍ ໃນມື້ນີ້.”

ພາຍຸໄຊໂຄລນຫົວນີ້ ຍັງໄດ້ສ້າງຄວາມເສຍຫາຍເປັນແລວຜ່ານເມືອງເອກຂອງລັດດັ່ງກ່າວ ທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນ ພ້ອມກັບມີຝົນຕົກລົງມາແລະລົມພັດແຮງຈົນຖອນຮາກຖອນໂຄນພວກຕົ້ນໄມ້ແລະເສົາໄຟຟ້າທັງຫຼາຍ ຕັດການສະໜອງໄຟຟ້າ ສ້າງຄວາມເສຍຫາຍແກ່ຕຶກອາຄານຫຼາຍຫຼັງແລະເຮັດໃຫ້ເຮືອນຫຼາຍຫລັງຢູ່ໃນພື້ນທີ່ລະດັບຕ່ຳນັ້ນ ຖືກນ້ຳຖ້ວມ.

“ຜົນກະທົບຂອງພາຍຸອໍາພັນ ແມ່ນຮ້າຍແຮງກວ່າໄວຣັສໂຄໂຣນາ” ທ່ານບາເນີຈີ ໄດ້ກ່າວໄປ ໂດຍອ້າງເຖິງໂຣກລະບາດທີ່ໄດ້ເຮັດໃຫ້ຫຼາຍລ້ານຄົນລົ້ມປ່ວຍ ແລະລົ້ມຕາຍໄປຢູ່ໃນທົ່ວໂລກນັ້ນ ລວມທັງຫຼາຍກວ່າ 110,000 ຄົນຢູ່ໃນອິນເດຍ ອີງຕາມຕົວເລກຫລ້າສຸດ.

ພາຍຸອຳພັນ ໄດ້ຫລຸດລະດັບຄວາມຮ້າຍແຮງລົງເປັນພາຍຸເຂດຮ້ອນ ແຕ່ກໍຍັງຄາດໝາຍກັນວ່າ ມັນຈະຍັງເຮັດໃຫ້ຫຼາຍເຂດຂອງອິນເດຍ ແລະບັງກລາແດັສມີຝົນຕົກລົງມາຢ່າງໜັກ ສົ່ງຜົນໃຫ້ມີນ້ຳຖ້ວມ ຄວາມເສຍແກ່ເຮືອນຊານແລະຕຶກອາຄານຕ່າງໆຫຼາຍຫຼັງ.

ເກືອບ 300,000 ຄົນ ໄດ້ຖືກຍົກຍ້າຍອອກຈາກລັດເບັງກາລຕາເວັນຕົກ ແລະ 150,000 ຄົນ ອອກຈາກລັດໂອດີຊາ ຊຶ່ງທັງສອງລັດນີ້ ແມ່ນຢູ່ໃນອິນເດຍ.

ພາຍຸພັດເຂົ້າຖະຫຼົ່ມພື້ນທີ່ດັ່ງກ່າວ ໃນຂະນະທີ່ເຂດເອເຊຍໃຕ້ ກຳລັງສູ້ຊົນກັບ ໂຣກລະບາດຂອງໄວຣັສໂຄໂຣນາຢູ່ນັ້ນ.

ອົງການກອງທຶນເພື່ອເດັກຂອງສະຫະປະຊາຊາດ ຫຼື UNICEF ກ່າວວ່າ ພາຍຸດັ່ງກ່າວ ເຮັດໃຫ້ພວກເດັກນ້ອຍ 19 ລ້ານຄົນ ຕົກຢູ່ໃນຄວາມສ່ຽງ ບໍ່ພຽງແຕ່ຈາກຜົນກະທົບໂດຍກົງຂອງໄພນ້ຳຖ້ວມ ແລະຄວາມເສຍຫາຍຈາກລົມພັດເທົ່ານັ້ນ ແຕ່ກໍຍັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນສະຖານທີ່ບ່ອນຫລົບໄພຫຼາຍແຫ່ງທີ່ແອອັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG