ການຝັງສົບແມ່ນໄດ້ເລີ່ມຂຶ້ນໃນພາກໃຕ້ຂອງໂຄລອມເບຍ ສຳລັບພວກທີ່ເສຍຊີວິດ 273
ຄົນ ໃນເຫດດິນເຈື່ອນຮ້າຍແຮງໃນວັນເສົາຜ່ານມານີ້.
ເຈົ້າໜ້າທີ່ສາທາລະນະສຸກ ໃນເມືອງ Mocoa ໄດ້ມອບສົບໃຫ້ຄອບຄົວຂອງຜູ້ເຄາະຮ້າຍ
ເພາະຈະໄດ້ເລັ່ງລັດການຝັງສົບດັ່ງກ່າວເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.
ໃນຂະນະດຽວກັນນີ້ ພວກພະນັກງານກູ້ໄພ ແລະປະຊາຊົນທີ່ອາໄສຢູ່ໃນເຂດນັ້ນແມ່ນຍັງ
ສືບຕໍ່ຊອກຄົ້ນຫາຜູ້ຄົນປະມານ 200 ຄົນ ທີ່ຍັງຫາຍສາບສູນ ຢູ່ໃນຊາກຫັກພັງ ທີ່ຖືກຖົມ
ລົງໂດຍດິນເຈື່ອນ.
ການບາດເຈັບລົ້ມຕາຍທັງໝົດນີ້ແມ່ນຮວມມີພວກເດັກນ້ອຍຫຼາຍກວ່າ 40 ຄົນ.
ປະທານາທິບໍດີ Juan Manuel Santos ໄດ້ປະກາດພາວະສຸກເສີນດ້ານເສດຖະກິດ
ສຳລັບເມືອງ Mocoa ໂດຍສັນຍາວ່າ ຈະສ້າງສາລະບົບນ້ຳປະປາທີ່ເພພັງເສຍຫາຍຈາກເຫດດິນເຈື່ອນ ທີ່ວ່ານີ້ ຄືນໃໝ່. ທ່ານ Santos ໄດ້ຖິ້ມໂທດໃສ່ສະພາບດິນຟ້າອາກາດ
ປ່ຽນແປງທີ່ພາໃຫ້ເກີດໄພພິບັດ ໂດຍກ່າວວ່າ ເມືອງ Mocoa ນີ້ ແມ່ນໄດ້ມີຝົນຕົກໜັກ ຊຶ່ງປະມານ1 ສ່ວນ 3 ຂອງຝົນຕົກທັງໝົດໃນຮອບເດືອນ ແຕ່ກັບຕົກລົງມາພາຍໃນພຽງ
ຄືນດຽວ.
ແມ່ນ້ຳຫຼາຍສາຍ ໄດ້ພາກັນລົ້ນຝັ່ງຂຶ້ນຖ້ວມໃກ້ໆກັບເມືອງ Mocoa ໃນເຊົ້າຂອງວັນເສົາ
ທີ່ຜ່ານມາ ເຮັດໃຫ້ນ້ຳ ຕົມ ແລະເສດຊາກຕ່າງໆ ຊຸລົງໄປໃສ່ຖະໜົນແລະທັບຖົມບ້ານ
ເຮືອນຂອງຜູ້ຄົນ ໃນຂະນະທີ່ຜູ້ຄົນກຳລັງນອນລັບໄຫຼຢູ່ນັ້ນ.
ໄພຫາຍຍະນະທີ່ວ່ານີ້ ມີຂຶ້ນ ຫຼັງຈາກທີ່ໄດ້ມີຝົນຕົກໜັກເປັນເວລາຕິດຕໍ່ກັນຫຼາຍໆມື້ທີ່
ພາໃຫ້ຫຼາຍຂົງເຂດ ບໍ່ມີໄຟຟ້າ ຫຼື ນ້ຳສະອາດໃຊ້. ນີ້ແມ່ນໄພຫາຍຍະນະ ທີ່ຮ້າຍແຮງສຸດ
ທີ່ປະເທດໂຄລອມເບຍໄດ້ຮັບ ນັບຕັ້ງແຕ່ປີ 1985 ເປັນຕົ້ນມາ ເວລາ 20 ພັນກວ່າຄົນ
ໄດ້ເສຍຊີວິດຫຼັງຈາກທີ່ໄດ້ມີການລະເບີດຂອງພູໄຟ ທີ່ Nevado Del Ruiz ທີ່ພາໃຫ້
ເກີດດິນເຈື່ອນລົງມາໃນເມືອງ Armero.
ໃນໄລຍະສອງສາມເດືອນຜ່ານມານີ້ ໄດ້ມີຝົນຕົກໜັກ ແລະນຳຖ້ວມ ຢູ່ຕາມເຂດຊາຍຝັ່ງ
ຂອງມະຫາສະໝຸດປາຊິຟິກໃນອາເມຣິກາໃຕ້ ທີ່ໄດ້ເຮັດຜູ້ຄົນຈຳນວນນຶ່ງ ໃນປະເທດ
Peru ແລະ Ecuador ເສຍຊີວິດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ