ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຍ້ອນການໂຈມຕີ ເດືອນຕຸລາທີ່ຜ່ານມາ ໄດ້ເພີ່ມຂຶ້ນເປັນ 512 ຄົນ


ພວກຜູ້ຊາຍຍ່າງກາຍຕຶກທີ່ຖືກທຳລາຍ ໃນຂະນະທີ່ຊາວ ໂຊມາເລຍຫຼາຍພັນຄົນ ເຕົ້າໂຮມກັນ ເພື່ອສູດມົນຢູ່ໃກ້ກັບ
ສະຖານທີ່ເກີດເຫດລະເບີດໂຈມຕີທີ່ໂຫດຮ້າຍທີ່ສຸດຂອງ
ປະເທດ. 20 ຕຸລາ, 2017.
ພວກຜູ້ຊາຍຍ່າງກາຍຕຶກທີ່ຖືກທຳລາຍ ໃນຂະນະທີ່ຊາວ ໂຊມາເລຍຫຼາຍພັນຄົນ ເຕົ້າໂຮມກັນ ເພື່ອສູດມົນຢູ່ໃກ້ກັບ ສະຖານທີ່ເກີດເຫດລະເບີດໂຈມຕີທີ່ໂຫດຮ້າຍທີ່ສຸດຂອງ ປະເທດ. 20 ຕຸລາ, 2017.

ອີງຕາມຄະນະກຳມາທິການສືບສວນສອບສວນ ກ່ຽວກັບໂສກນາດຕະກຳໃນ ໂຊມາ
ເລຍ ແລ້ວແມ່ນວ່າ ຕົກມາເຖິງດຽວນີ້ ຈຳນວນຜູ້ຕາຍທັງໝົດ ຍ້ອນລົດຂົນສົ່ງບັນທຸກ
ລະເບີດໃນປະເທດດັ່ງກ່າວ ໃນເດືອນຕຸລາຜ່ານມມາ ໄດ້ເອົາຊີວິດຜູ້ຄົນໄປ 512 ຄົນ
ເຮັດໃຫ້ເປັນການໂຈມຕີທີ່ເອົາຊີວິດຜູ້ຄົນໄປຫຼາຍທີ່ສຸດຂອງປະເທດ.

ຕົວເລກໃນເມື່ອກ່ອນເວົ້າວ່າ ມີຜູ້ຕາຍທັງໝົດ 358 ຄົນ ຊຶ່ງກໍນັບວ່າສູງທີ່ສຸດແລ້ວ
ຍ້ອນການຕາຍດ້ວຍລະເບີດໃນປະຫວັດສາດຂອງ ໂຊມາເລຍ.

ບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ. ພວກເຈົ້າໜ້າທີ່
ໂຊມາເລຍ ໄດ້ຖິ້ມໂທດໃສ່ກຸ່ມຫົວຮຸນແຮງ ອາລຊາບັບ ທີ່ເຊື່ອມໂຍງໃສ່ກັບພວກ
ອາລໄກດາ ຊຶ່ງໄດ້ທຳການໂຈມຕີໃຫຍ່ມາຫຼາຍຄັ້ງແລ້ວ ໃນນະຄອນຫຼວງ ໂມກາດິຊູ
ຂອງ ໂຊມາເລຍ.

ຄະນະກຳມາທິການດັ່ງກ່າວ ທີ່ຮູ້ກັນວ່າ ສູນກາງພາລະກິດສຸກເສີນຂອງ ໂຊມາເລຍ
ໄດ້ຖືກຈັດຕັ້ງຂຶ້ນມາ ເພື່ອສືບສວນສອບສວນລະເບີດໂຈມຕີໃນວັນທີ 14 ຕຸລາ ໃນ
ນະຄອນຫຼວງໂມກາດິຊູ. ລັດຖະບານຄວນໄດ້ຮັບລາຍງານດັ່ງກ່າວ ໃນສັບປະດານີ້
ແຕ່ເທົ່າເຖິງດຽວນີ້ ກໍຍັງບໍ່ທັນໄດ້ມີຄວາມເຫັນໃດໆເທື່ອ.

ພວກ ອາລຊາບັບ ໄດ້ເຄື່ອນໄຫວຢ່າງແຮງຢູ່ໃນ ໂຊມາເລຍ ພະຍາຍາມໂຄ່ນລົ້ມລັດ
ຖະບານ. ພວກເຂົາໄດ້ຫ້າງລະເບີດໂຈມຕີລັດຖະບານ, ພວກທະຫານ ແລະ ພົນລະ
ເຮືອນເປັນປະຈຳ.

ເພື່ອຕອບໂຕ້ຕໍ່ການໂຈມຕີໃນເດືອນຕຸລາຜ່ານມາ ຕໍ່ຄຸ້ມນຶ່ງ ຫ່າງຈາກນະຄອນຫຼວງ
ໂມກາດິຊູ 5 ກິໂລແມັດ ພາລະກິດທາງທະຫານຂອງ ສະຫະລັດ ຈຶ່ງໄດ້ຂະຫຽາຍກິດ
ຈະການອອກໄປ ຕ້ານພວກອາລຊາບັບ ທັງຍັງໄດ້ເພີ່ມທະວີການໂຈມຕີທາງອາກາດ
ຕື່ມຂຶ້ນ ຕໍ່ບັນດາພວກຜູ້ນຳ ຈີຮາດ. ປັດຈຸບັນ ສະຫະລັດ ມີທະຫານປະຈຳການຢູ່ໃນ
ໂຊມາເລຍ 500 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG