ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ໃນເທີກີ ແລະ ຊີເຣຍ ຍ້ອນແຜ່ນດິນໄຫວ ໃນວັນທີ 6 ກຸມພາ ສູງຂຶ້ນເກີນກວ່າ 40,000 ຄົນ


ພວກພະນັກງານກູ້ໄພ ສືບຕໍ່ຂົນຊາກຫັກພັງອອກຈາກເຮືອນທີ່ຫຍຸບລົງ ໃນເມືອງຊາຣມາດາ ຂອງຊີເຣຍ ຢູ່ເຂດຂ້າມຊາຍແດນ ຕິດກັບເທີກີ, ວັນອາທິດ ທີ 12 ກຸມພາ 2023.
ພວກພະນັກງານກູ້ໄພ ສືບຕໍ່ຂົນຊາກຫັກພັງອອກຈາກເຮືອນທີ່ຫຍຸບລົງ ໃນເມືອງຊາຣມາດາ ຂອງຊີເຣຍ ຢູ່ເຂດຂ້າມຊາຍແດນ ຕິດກັບເທີກີ, ວັນອາທິດ ທີ 12 ກຸມພາ 2023.

ຈຳນວນຄົນທີ່ເສຍຊີວິດຍ້ອນແຜ່ນດິນໄຫວຂະໜາດແຮງ ໃນເທີກີ ແລະຊີເຣຍ ເມື່ອອາທິດແລ້ວນີ້ ລວມທັງໝົດ ປັດຈຸບັນນີ້ ສູງຂຶ້ນເກີນກວ່າ 40,000 ຄົນ.

ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຢິບ ເອີດວນ ໄດ້ກ່າວໃນວັນອັງຄານວານນີ ວ່າ ປະຊາຊົນ 35,418 ຄົນໄດ້ເສຍຊີວິດໃນແຜ່ນດິນໄຫວຄວາມແຮງ 7.8 ທີ່ໄດ້ກະທົບຢູ່ໃນເມືອງ ຄາຣາມານມາຣາສ ທາງພາກຕາເວັນອອກສຽງໃຕ້ ເມື່ອວັນທີ 6 ກຸມພາຜ່ານ​ມາ ເຊິ່ງເຮັດໃຫ້ມັນເປັນແຜ່ນດິນໄຫວທີ່ຮ້າຍແຮງສຸດໃນປະຫວັດສາດຂອງເທີກີ.

ແປດວັນຫຼັງຈາກເກີດແຜ່ນດິນໄຫວ ໜ່ວຍກູ້ໄພຍັງສືບຕໍ່ຂຸດຄົ້ນເອົາພວກທີ່ລອດຊີວິດອອກມາຈາກຊາກຫັກພັງຕື່ມອີກໃນວັນອັງຄານວານນີ້ ທີ່ລວມມີ ທ້າວມູຮຳເມດ ຄາເຟີ ເຊຕິນ (Muhummed Cafer Cetin) ອາຍຸ 18 ປີ ແລະອ້າຍຂອງລາວ ອາຍຸ 21 ປີ ຜູ້ທີ່ຖືກດຶງອອກມາ ຈາກຕຶກທີ່ໄດ້ຍຸບລົງ ໃນເມືອງ ຄາຣາມານມາຣາສ ເກືອບຮອດ 200 ຊົ່ວໂມງ ລຸນຫຼັງທີ່ແຜ່ນດິນໄຫວໄດ້ເກີດຂຶ້ນ. ການຊ່ອຍເຫຼືອທີ່ໜ້າມະຫັດສະຈັນອີກແຫ່ງນຶ່ງ ໄດ້ເກີດຂຶ້ນຢູ່ໃນເມືອງອານຕາເກຍ (Antakya) ເມື່ອນາຍຄູຜູ້ນຶ່ງໄດ້ຖືກຊ່ອຍອອກມາຈາກຊາກຫັກພັງຂອງຕຶກບ້ານພັກອາພາດເມັນ.

ພາບຕ່າງໆຂອງການຊ່ອຍເຫຼືອ ໄດ້ຖືກຖ່າຍທອດອອກອາກາດໂດຍໂທລະພາບເທີກີ ແຕ່ບັນດານັກຊ່ຽວຊ່ານ ໄດ້ເຕືອນວ່າ ໄລຍະເວລາໃກ້ຈະໝົດລົງ ສຳລັບການຊອກຫາພວກຄົນ ທີ່ອາດຍັງມີຊີວິດຢູ່ ໃນສິ່ງທີ່ຍັງຫລົງເຫຼືອ ຂອງຊາກຫັກພັງຂອງຕຶກທັງຫຼາຍ ພາຍຫຼັງຈາກທີ່ເວລາໄດ້ຜ່ານພົ້ນໄປຫຼາຍມື້ແລ້ວນັ້ນ.

ແຜ່ນດິນໄຫວນີ້ ເຊິ່ງປະທານາທິບໍດີ ເອີດວນ ໄດ້ເອີ້ນມັນວ່າ “ໄພຫາຍະນະແຫ່ງສັດຕະວັດ” ທີ່ໄດ້ທຳລາຍຫຼາຍພັນຕຶກ ແລະສົ່ງຜົນໃຫ້ຈຳນວນເທົ່າໆກັນຂອງຄົນຂາດບ່ອນຢູ່ອາໄສ ແລະເຮັດໃຫ້ພົນລະເມືອງຈຳນວນຫຼວງຫຼາຍປາດສະຈາກບ່ອນພັກພິງຈາກອຸນຫະພູມທີ່ໜາວເຢັນຂອງລະດູໜາວ. ທາງການໄດ້ຈັບກຸມພວກທີ່ຮັບເໝົາກໍ່ສ້າງຕຶກຈຳນວນນຶ່ງ ແລະໄດ້ຟ້ອງພວກເຂົາ ໃນຂໍ້ຫາລະ ເມີດຕໍ່ກົດລະບຽບຕຶກຂອງເທີກີ.

ໃນຂະນະດຽວກັນ ມີຜູ້ເສຍຊີວິດຫຼາຍກວ່າ 5,500 ຄົນ ທີ່ໄດ້ຖືກຢັ້ງຢືນ ຢູ່ໃນປະເທດເພື່ອນບ້ານ ຊີເຣຍ, ອີງຕາມຕົວເລກ ທີ່ໄດ້ຖືກເກັບກຳລວບລວມໂດຍອົງການດ້ານມະນຸດສະທຳຂອງສະຫະປະຊາຊາດ ແລະອົງການຂ່າວທີ່ດຳເນີນການໂດຍລັດຖະບານຊີເຣຍ. ຢ່າງໜ້ອຍ 1,400 ຄົນໄດ້ເສຍຊີວິດ ຢູ່ໃນພື້ນທີ່ພາຍໃຕ້ການຄວບຄຸມຂອງລັດຖະບານ ໃນຂະນະທີ່ມີຜູ້ເສຍຊີວິດຕື່ມອີກ 4,400 ຄົນຢູ່ໃນເຂດຄຸ້ມຄອງໂດຍພວກຕໍ່ຕ້ານລັດຖະບານທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ.

ຂະບວນລົດບັນທຸກເຄື່ອງຊ່ອຍເຫຼືອ ດ້ານມະນຸດສະທຳ ຂອງສະຫະປະຊາຊາດ 11 ຄັນ ໄດ້ແລ່ນເຂົ້າໄປໃນພື້ນທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ ໃນວັນອັງຄານວານນີ້ ຈາກເທີກີ ໂດຍຜ່ານດ່ານຂ້າມຊາຍແດນ ບາບ ອາລ-ຊາລາມ ທີ່ໄດ້ເປີດໃໝ່ ເຊິ່ງເປັນຄັ້ງທຳອິດ ນັບຕັ້ງແຕ່ອົງການສະ​ຫະ​ປະ​ຊາ​ຊາດໄດ້ບັນລຸຂໍ້ຕົກລົງກັບປະທານາທິບໍດີ ບາຊາ ອາລ-ອາຊາດ ຂອງຊີເຣຍ ໃນວັນຈັນຜ່ານມານີ້ ເພື່ອອະນຸຍາດໃຫ້ພວກພະນັກງານດ້ານມະນຸດສະທຳ ນຳໃຊ້​ດ່ານຂ້າມຊາຍແດນອີກສອງແຫ່ງ ຈາກເທີກີ ເຂົ້າໄປໃນພື້ນທີ່ຄຸ້ມຄອງ ໂດຍກຸ່ມຝ່າຍຄ້ານ ເພື່ອຈະໃຫ້ການນຳສົ່ງໄວຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG