ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກເຫດລະເບີດແຕກ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ ເພີ້ມສູງຂຶ້ນເກີນກວ່າ 60 ຄົນ


ພວກຜູ້ຊາຍ ພາກັນຂຸດຂຸມຝັງສົບ ສຳລັບພວກຜູ້ເຄາະຮ້າຍຈາກເຫດລະເບີດແຕກ ໃນວັນເສົາ ໃນລະຫວ່າງພິທີຊາປະນາກິດສົບໝູ່ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ພຶດສະພາ 2021.
ພວກຜູ້ຊາຍ ພາກັນຂຸດຂຸມຝັງສົບ ສຳລັບພວກຜູ້ເຄາະຮ້າຍຈາກເຫດລະເບີດແຕກ ໃນວັນເສົາ ໃນລະຫວ່າງພິທີຊາປະນາກິດສົບໝູ່ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ພຶດສະພາ 2021.

ຈຳນວນຜູ້ເສຍຊິວິດຈາກເຫດລະເບີດແຕກ ທີ່ຮ້າຍແຮງ ຢູ່ໃກ້ກັບໂຮງຮຽນຂອງເດັກຍິງໃນນະຄອນຫຼວງກາບູລຂອງອັຟການິສຖານ ໄດ້ເພີ້ມສູງຂຶ້ນ ຫຼາຍກວ່າ 60 ຄົນ ໂດຍມີອີກຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບ.

ເຫດລະເບີດແຕກ ໄດ້ເກີດຂຶ້ນເມື່ອຕອນແລງ ຢູ່ໃນເຂດຄຸ້ມ ດັສຕ໌-ອີ-ບາຣຈີ (Dasht-e-Barchi) ທີ່ມີຊາວມຸສລິມນິກາຍຊີໄອ້ຕ໌ອາໄສຢູ່ເປັນສ່ວນໃຫຍ່.

ໂຄສົກກະຊວງພາຍໃນຂອງອັຟການິສຖານ ທ່ານທາຣິກ ອາຣຽນ ໄດ້ກ່າວວ່າ ສ່ວນຫຼາຍແມ່ນນັກຮຽນໜຸ່ມນ້ອຍ ຮວມຢູ່ໃນພວກຜູ້ເຄາະຮ້າຍ.

ພວກຜູ້ທີ່ເຫັນເຫດການ ກ່າວວ່່າ ການສັງຫານດັ່ງກ່າວ ໄດ້ສ້າງຄວາມໂກດແຄ້ນສຳລັບພົນລະເມືອງໃນພື້ນທີ່ ຜູ້ທີ່ແມ່ນກະທັງພາກັນໂຈມຕີລົດສຸກເສີນຫຼາຍຄັນ ເຮັດໃຫ້ຄວາມພະຍາຍາມຊ່ອຍກອບກູ້ຊີວິດນັ້ນຍາກລຳບາກ ຍ້ອນວ່າພວກເຂົາໃຈຮ້າຍແທ້ໆເລີຍກັບລັດຖະບານທີ່ບໍ່ສາມາດສະໜອງຄວາມປອດໄພທີ່ດີຂຶ້ນ.

ຍັງບໍ່ທັນຮູ້ໃນທັນທີວ່າ ເຫດລະເບີດແຕກນັ້ນ ເກີດຈາກການວາງລະເບີດ ຫຼືວ່າ ການໂຈມຕີດ້ວຍສະເບີດສະຫລະຊີບ.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດສຳລັບການໂຈມຕີທີ່ຮ້າຍແຮງດັ່ງກ່າວ. ໂຄສົກຜູ້ນຶ່ງຂອງກຸ່ມກະບົດຕາລີບານ ໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ໂດຍກ່າວວ່າ ພວກເຂົາປະນາມໃນການໂຈມຕີໃດໆຕໍ່ພົນລະເຮືອນຊາວອັຟການິສຖານ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ໄດ້ກ່າວປະນາມຕໍ່ອັນທີ່ທ່ານເອີ້ນວ່າ ການໂຈມຕີທີ່ໂຮດຮ້າຍທາລຸນ ອີງຕາມທ່ານ ສເຕັບຟານ ດູຈາຣຣິກ ໂຄສົກຂອງທ່ານກູເຕເຣັສ. ທ່ານໄດ້ກ່າວວ່າ “ພວກທີ່ຮັບຜິດຊອບສຳລັບອາຊະຍາກຳທີ່ປ່າເຖື່ອນນີ້ ຕ້ອງຖືກນຳມາລົງໂທດ.”

ສຳນັກງານຂອງອົງການສະຫະປະຊາຊາດ ໃນນະຄອນຫຼວງກາບູລ ໄດ້ກ່າວປະນາມການໂຈມຕີນັ້ນວ່າ ເປັນ “ການກໍ່ໂທດກຳ” ແລະໄດ້ສະແດງ “ຄວາມລັງກຽດຢ່າງເລິກເຊິ່ງ” ຂອງຕົນຕໍ່ການກະທຳດັ່ງກ່າວນັ້ນ.

ຂໍ້ຄວາມໃນທວິດເຕີ້ຂອງສຳນັກງາານ UNAMA https://twitter.com/UNAMAnews/status/1391043124718407681?s=20

ສ່ວນທ່ານຣອສ ວີລສັນ ຮັກສາການເອກອັກຄະລັດຖະທູດສະຫະລັດປະຈຳກາບູລ ໄດ້ກ່າວປະນາມຕໍ່ການໂຈມຕີກໍ່ການຮ້າຍໃນວັນເສົາຜ່ານມາວ່າ “ເປັນຕາລັງກຽດ.”

ທ່ານວີລສັນ ໄດ້ຂຽນລົງໃນທະວິດເຕີ້ວ່າ “ໂດຍມີຜູ້ຖືກຄາດຕະກຳຫຼາຍຄົນ ການໂຈມຕີຕໍ່ພວກເດັກນ້ອຍທີ່ບໍ່ສາມາດໃຫ້ອະໄພໄດ້ ແມ່ນເປັນຄືການໂຈມຕີຕໍ່ອະນາຄົດຂອງອັຟການິສຖານ ຊຶ່ງບໍ່ສາມາດຮັບໄດ້. ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງເລິກເຊິ່ງ ຕໍ່ພວກນັກຮຽນທັງຫຼາຍ ແລະຄອບຄົວຂອງພວກເຂົາເຈົ້າ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານ.”

ຂໍ້ຄວາມໃນທວິດເຕີ້ຂອງທ່ານວີລສັນ: https://twitter.com/usambkabul/status/1391070909218312192?s=21

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG