ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

22 ຄົນ ເສຍຊີວິດ ໃນການໂຈມຕີ ດ້ວຍ ລະເບີດລົດ ຢູ່ ເລບານອນ (ສະໄລດ໌/ວີດີໂອ)


ເຈົ້າໜ໊າທີ່ ກໍາລັງສືບສວນຢູ່ບ່ອນເກີດເຫດ ວາງລະເບີດລົດ
ເຈົ້າໜ໊າທີ່ ກໍາລັງສືບສວນຢູ່ບ່ອນເກີດເຫດ ວາງລະເບີດລົດ
ບັນດາ​ເຈົ້າ​ໜ້າທີ່ ​ເລ​ບາ​ນອນ ກ່າວ​ວ່າ ຈໍານວນ​ຂອງຜູ້​ເສຍ​ຊີວິດ
ຈາກການວາງ​ລ​ະ​ເບີດ​ໃສ່​ລົດ ​ໃນວັນ​ພະຫັດວານ​ນີ້ ຢູ່ໃນ​ເຂດ
ຊານ​ເມືອງຂອງ​ກຸງ​ Beirut ​ໄດ້​ເພີ້​ມຂື້ນ​ເປັນ 22 ຄົນ ​ໃນ​ຂະນະ​
ທີ່ເຈົ້າໜ້າ​ທີ່​ສືບສວນ ​ດໍາ​ເນີນ​ການ​ກວດ​ສອບ​ຢູ່​ບ່ອນ​ລະ​
ເບີດ​ແຕກ.

ກຸ່ມ​ອິສລາມ ຕໍ່ຕ້ານພວກ Hezbollah ທີ່ຮ້ອງ​ຕົນ​ເອງ​ວ່າກອງ
​ພົນ Aisha ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ​ໃນການວາງ​ລະ
​ເບີດດັ່ງກ່າວ ຊຶ່ງເກີດ​ຂຶ້ນ​ຢູ່​ໃນ​ເຂດ ຊານ​ເມືອງ ທີ່ຮູ້​ກັນ​ວ່າ ຄຸ້ມ
Rweiss ອັນເປັນທີ່​ໝັ້ນ​ຂອງກຸ່ມ Hezbollah ຊຶ່ງ​ເປັນກຸ່ມ​ຫົວ​ຮຸນ​ແຮງ​ຊີ​ໄອ​ທ໌ ​ໃນ​ເລ​ບາ​ນອນ.

ຫລາຍ​ກວ່າ 200 ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ການວາງ​ລະ​ເບີດໃນ​ວັນ​ພະຫັດວານ ນີ້. ຮູບ​ພາບ​ຈາກ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມສັບສົນວຸ້ນ​ວາຍ​ໃນ​ບ່ອນ ທີ່​ເກີດ​ເຫດ ​ໂດຍ​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ ​ທີ່​ພາກັນ​ຢ່າງ​ໄປມາ​ ຕຶກອາຄານ​ທີ່​ເພພັງ ​ແລະ​ຊາກ​ລົດ​ບິດ​ບ້ຽວ​ທີ່​ຖືກ​ໄຟ​ໄໝ້ ​ໃນ​ຂະນະ​ທີ່ ​ໂທລະພາບກຸງເບ​ຣຸດລາຍງານ​ວ່າ ມີ​ການ​ຍິງ​ຕໍ່ສູ້​ກັນ​ເກີີດ​ຂຶ້ນ​ຢູ່ໃກ້​ກັບ​ບ່ອນ​ເກີດ​ລະ​ເບີດ. ພວກ​ດັບໄຟ​ພາກັນ​ໃຊ້​ຂັ້ນ​ໄດ​ຊ່ວຍ​ເຫລືອຊາວບ້ານ ຫລົບໜີ​ຈາກ​ເຮືອນ​ຊານຂອງ​ເຂົາ​ເຈົ້າ. ຍັງ​ບໍ່ທັນ​ມີ​ລາຍ​ງາ​ນການ​ກ່ຽວ​ກັບ​ການ​ຈັບ​ກຸມເທື່ອ.



ການ​ໂຈມຕີ​ຄັ້ງ​ນີ້​ ເປັນ​ຄັ້ງ​ທີ​ສອງ ຢູ່​ໃນ​ບໍລິ​ເວນດຽວ​ກັນ ນັບ​ຕັ້ງ​ແຕ່​ພວກ​ນັກ​ລົບ ຂອງ​ກຸ່ມ Hezbollah ​ໄດ້ເຂົ້າຮ່ວມສົມທົບ​ກັບກໍາລັງ​ທະຫານຂອງ​ປະທານາທິ ບໍດີ Bashar al-Assad ເພື່ອ​ສູ້​ລົບ​ກັບ​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ນັບຖື​ສາສະ ໜາ​ອິສລິ​ມນິຍກາຍ Sunni ຂອງ​ຊີ​ເຣຍ. ການ​ໂຈມ​ຕີ​ດ້ວຍ​ລະ​ເບີດທີ່​ຢູ່ໃກ້ຄຽງ​ໃນເດືອນ​ແລ້ວ​ນີ້ ​ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 50 ຄົນ.

ຫລັງ​ຈາກ​ລະ​ເບີດ​ແຕກບໍ່​ດົນ ​ໃນ​ວັນ​ພະຫັດ​ວານ​ນີ້ ວີ​ດີ​ໂອທີ່​ອອກ​ເຜີຍ​ແຜ່​ທາງ ອິນ​ເຕີ​ແນັດ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ໃສ່​ໜ້າ​ກາກ​ສາມ​ຄົນ ຢືນ​ຢູ່​ຕໍ່ໜ້າ​ທຸງ​ສີ​ຂາວ ທີ່​ຂຽນ​ເປັນ​ຄໍາ​ເວົ້າໃນ​ຄໍາ​ເຊື່ອ​ຖື​ຂອງສາສະໜາອິສລາ​ມ Shahada. ນຶ່ງ​ໃນ​ສາມ ​ແມ່ນ​ໄດ້​ເວົ້າ​ເຖິງ​ເຫດ​ລະ​ເບີດ​ນີ້ ​ແມ່ນ​ເປັນ​ການ​ເຕືອນ​ເທຶື່ອທີ​ສອງ ຕໍ່ ທ່ານ Hassa Nasrallah ຫົວໜ້າຂອງ​ກຸ່ມ Hezbollah.

ໃນ​ວັນ​ພະຫັດ ບັນດາ​ຜູ້​ນໍາ​ຂອງເລ​ບາ​ນອນ ​ຕ່າງ​ກໍ​ໄດ້ປະນາມ​ການ​ໂຈມຕີ​ຄັ້ງ​ຫລ້າ​ສຸດ​ແລະ​ຜູ້​ຮັກສາ​ການ​ນາຍົກລັດຖະມົນ​ຕີ​ເລ​ບາ​ນອນທ່ານ Najib Miqati ​ໄດ້​ປະກາດ​ໃຫ້​ວັນ​ສຸກມື້ນີ້ ​ເປັນ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ.

Lebanon
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG