ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ຜູ້ເສຍຊີວິດ ຍ້ອນລົດບັນທຸກນຳ້ມັນ ລະເບີດ ທີ່ຊູດານໃຕ້ ເພີ້ມຂຶ້ນເປັນ 150 ຄົນ


Astronot AS Randy Bresnik mengambil foto badai tropis Harvey dari stasiun antariksa internasional (ISS).

ບັນດາ​ເຈົ້າ​ໜ້າ​ທີ່ຊູ​ດານ​ໃຕ້ ບັດ​ນີ້ ​ກ່າວ​ວ່າ ຢ່າງ​ໜ້ອຍ 150 ຄົນ
​ໄດ້​ເສຍ​ຊີວິດ ​ເວລລາ​ລົດ​ບັນທຸກ​ນຳ້​ມັນ​ທີ່​ປີ້ນ​ຂວ້ຳ ໄດ້ລະ​ເບີດ​ຂື້ນ
ໂດຍ​ສັງຫານ​ຜູ້ຄົນ​ທີ່ພາກັນ​ ​ໄປ​ຕັກ​ເອົາ​ນຳ້ມັນ.

ທຳ​ອິດ ບັນດາ​ເຈົ້າ​ໜ້າ​ທີ່ ລາຍ​ງານ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ ​ຍ້ອນ
ເຫດລະ​ເບີດ ໃນ​ວັນ​ພຸດຜ່ານມາ ມີ​ຢູ່ 85 ຄົນ ​ແຕ່​ຕົກ​ມາ​ເຖິງວັນ
​ສຸກມື້ນີ້ຈຳນວນຜູ້ເສຍຊີວິດ​ໄດ້​ສູງ​ຂື້ນ​ຢ່າງ​ຫຼວງຫຼາຍ.

ເຫດລະ​ເບີດ​ໄດ້​ເກີດ​ຂື້ນ​ຢູ່​ຖະໜົນສາຍນຶ່ງ​ໃກ້​ກັບ​ເມືອງ Maridi
ປະມານ 250 ກິ​ໂລ​ແມັດຫ່າງຈາກນະຫລວງ Juba ໄປທາງ​ພາກ
​ຕາ​ເວັນ​ຕົກ.

ຫົວໜ້າ​ລັດຖະບານ​ທ້ອງ​ຖິ່ນ ໃນເມືອງ Maridi ທ່ານ John Saki ​ໄດ້ກ່າ​ວຕໍ່​ອົງການຂ່າວ
​ຝຣັງວ່າ ຈຳນວນ​ຜູ້​ເສຍ​ຊີ​ວີ​ດອາດຈະ​ສູງ​ຂື້ນ​ເຖິງ 176 ຄົນ. ທ່ານ​ກ່າວ​ວ່າ ປະມານ​ນຶ່ງ​ພັນ
​ຄົນ​ໄດ້​ພາກັນ​ແອ​ອັດ​ຢູ່​ອ້ອມລົດ​ບັນທຸກ​ນຳ້ມັນ ​ເພື່ອ​ຕັກ​ເອົາ​ນຳ້ມັນ ຫລັງ​ຈາກ​ລົດ​ໄດ້​ປີ້ນ
ຂວ້ຳ ໃນ​ວັນ​ພຸດ​ແລ້ວ.

ທ່ານ Mariam Tito ຫົວໜ້າ​ເຂດ​ເມືອງ Mambe Mayan ກ່າວ​ຕໍ່ລາຍການ ວີ​ໂອ​ເອ ​ທີ່
ເນັ້ນ​ໜັກ​ໃສ່ຊູດານ​ໃຕ້ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ມີທ່າທາງວ່າຈະ
ເພີ້​ມຂື້ນ ​ເນື່ອງຈາກວ່າ ​ຜູ້​ເຄາະ​ຮ້າ​ຍ​ຈຳນວນຫຼາຍໄດ້​ຮັບ​ບາດ​ເຈັບຍ້ອນຖືກໄຟໄໝ້​ຢ່າງ​
ຮ້າຍ​ແຮງ.

ເຫດລະ​ເບີດ​ໃນທຳນອງນີ້ ມັກ​ເກີດ​ຂື້ນ​ຢູ່ປະ​ເທດ​ທີ່ທຸກ​ຈົນໃນອາ​ຟຣິກາ​ຕາ​ເວັນ​ອອກ
ບ່ອນທີ່​ຄົນ​ມັກ​ຊອກ​ຫາ​ຜົນ​ປະໂຫຍ​ດ ຈາກລົດ​ນຳ້ມັນ​ ທີ່ຕາຍຫຼື​ເພ ​ເພື່ອ​ລັກ​ເອົາ​ນໍ້າມັນ. ​ໃນ​
ເດືອນ​ມິຖຸນາ​ປີ 2013 ກໍມີ ​30 ຄົນ​ໄດ້​ເສ​ຍຊີ​ວິດຍ້ອນລົດ ​ບັນທຸກ​ນຳ້ມັນ​ລ​ະ​ເບີດ ​ໃນ​
ປະ​ເທດ Uganda.

XS
SM
MD
LG