ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເສຍ​ຊີ​ວິດ ຢູ່​ໃນ​ຄຸກ ຂອງຜູ້ຄັດຄ້ານ ລັດຖະບານ ​ອີ​ຣ່​ານ ກໍ່ໃຫ້ເກີດ​ຄວາມຄຽດ​ແຄ້ນ ຈາກ ສ​ຫລ ແລະ​ພວກ​ນັກ​ເຄື່ອນ​ໄຫວ


​ທ້າວ​ວາ​ຮີດ ໄຊ​ຢາ​ດີ-ນ​າຊີ​ຣີ ນັກ​ເຄື່ອ​ນ​ໄຫວເພື່ອສິດທິມະນຸດຂອງອີ​ຣ່ານ ທີ່​ເສຍ​ຊີ​ວິດ​ຢູ່​ໃນ​ຄຸກ ວັນ​ທີ 12 ທັນ​ວາ 2018.
​ທ້າວ​ວາ​ຮີດ ໄຊ​ຢາ​ດີ-ນ​າຊີ​ຣີ ນັກ​ເຄື່ອ​ນ​ໄຫວເພື່ອສິດທິມະນຸດຂອງອີ​ຣ່ານ ທີ່​ເສຍ​ຊີ​ວິດ​ຢູ່​ໃນ​ຄຸກ ວັນ​ທີ 12 ທັນ​ວາ 2018.

ການ​ເສຍ​ຊີ​ວິດ​ຂອງ​ຊາວ​ອີ​ຣ່ານ ຜູ້ທີ່ບໍ່​ມີ​ຊື່​ສຽງ​ພໍປານໃດ ທີ່ບໍ່​ເຫັນດີເຫັນ​ພ້ອມກັບລັດ
ຖະບານ ​ໄດ້​ປະ​ທ້ວງດ້ວຍການ​ອົດ​ອາ​ຫານ ຕໍ່ການ​ກັກ​ຂັງທ່ານ ​ໂດຍ​ອີ​ຣ່ານ ຊຶ່ງໄດ້ກໍ່
ໃຫ້​ເກີດໂວຍວາຍ​ຈາກ​ ສະ​ຫະ​ລັດ ບັນ​ດາ​ນັກ​ເຄື່ອນ​ໄຫວເພື່ອສິດທິ ແລະ​ພວກ​ທີ່​ຊົມ
ໃຊ້​ສື່​ສັງ​ຄົມອື່ນໆດ້ວຍ.

ບັນ​ດາ​ຍາດຕິພີ່ນ້ອງຂອງທ່ານ ​ໄດ້​ກ່າວ​ຕໍ່ ວີ​ໂອເອ ພະ​ແນກ​ພາ​ສາ​ເປີ​ເຊຍ​ວ່າ ພວກ
​ເຈົ້າ​ໜ້າ​ທີ່ຂອງ​ຄຸກ ​ໃນເມືອງໂກມ ທາງພາກເໜືອຂອງປະເທດ ໄດ້​ໂທ​ລະ​ສັບ​ຫາ​
ພວກເຂົາ​ເຈົ້າ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ເພື່ອບອ​ກ​ໃຫ້​ຮູ້​ວ່າ ທ້າວ ວາ​ຮີດ ໄຊ​ຢາ​ດີ-ນາ​ຊີ​ຣີ
ໄດ້​ເສຍຊີ​ວິດ​ແລ້ວ ຢູ່​ໃນ​ໂຮງ​ໝໍ​ທ້ອງ​ຖິ່ນ ເມື່ອ​ຕອນ​ເຊົ້າ​ຂອງວັນດຽວກັນ​ນັ້ນ. ແມ່​ຂອງ
​ລາວ ແລະ​ອ້າຍຄົນນຶ່ງ ​ກ່າວ​ວ່າ ລຸນຫຼັງຈາກນັ້ນ ພວກເຂົາເຈົ້າ ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​
ສົບ​ຂອງ​ລາວ ແຕ່​ພະ​ນັກ​ງານ​ໂຮງ​ໝໍ​ບອກ​ເຂົາ​ເຈົ້າ​ວ່າ ໄດ້​ນຳ​ເອົາ​ສົບໄປ​ໄວ້ຢູ່ໂຮງ​ເຢັນ
​ໃນ​ສຸ​ສານ​ຂອງ​ເມືອງໂກມແລ້ວ.

ຮູບ​ພາບຂອງນັກເຄື່ອນໄຫວເພື່ອສິດທິມະນຸດ ແລະທ່ານໝໍ ຟາຣຮາດ ແມຊາມີ ເຂົ້າຮ່ວມໃນການປະທ້ວງ ພ້ອມດ້ວຍເພື່ອຂອງທ່ານ ໄຊຢາດີ-ນາຊີຣີ ແລະທະນາຍຄວາມ ເພື່ອສິດທິມະນຸດ, ທ່ານ ນາສຣິນ ໂຊຕູເດ.
ຮູບ​ພາບຂອງນັກເຄື່ອນໄຫວເພື່ອສິດທິມະນຸດ ແລະທ່ານໝໍ ຟາຣຮາດ ແມຊາມີ ເຂົ້າຮ່ວມໃນການປະທ້ວງ ພ້ອມດ້ວຍເພື່ອຂອງທ່ານ ໄຊຢາດີ-ນາຊີຣີ ແລະທະນາຍຄວາມ ເພື່ອສິດທິມະນຸດ, ທ່ານ ນາສຣິນ ໂຊຕູເດ.

​ສູນ​ກາງ​ເພື່ອສິດ​ທິ​ມະ​ນຸດຢູ່ໃນອີຣ່ານ (CHRI) ທີ່​ມີ​ຫ້ອງ​ການ​ຢູ່ໃນ​ນິ​ຢອກ ໄດ້​ອະ​ທິ​
ບາຍວ່າ ທ້າວ​ໄຊ​ຢາ​ດີ-ນາ​ຊີ​ຣີ ອາ​ຍຸ 28 ປີ ຜູ້​ຊ່ຽວ​ຊານ​ດ້ານອະສັງຫາລິມະຊັບ ທີ່​ໄດ້​ຕິ​
ຕຽນ​ນະໂຍ​ບາຍ ລັດ​ຖະ​ບານຂອງ​ອີ​ຣ່ານ ໃນ​ສື່​ສັງ​ຄົມ ແຕ່​ກໍບໍ່ໄດ້​ເຮັດໃຫ້ລາວມີຊື່ສຽງ
ຢູ່ໃນ​ປະ​ເທດ​ ຈົນ​ກວ່າ​ວ່າ ລາວ​ໄດ້​ເສຍ​ຊີ​ວິດ.

ອົງ​ການ​ຂ່າວທີ່ເຄື່ອນ​ໄຫວເພື່ອ​ສິດ​ທິ​ມະ​ນຸດຂອງ​ອີ​ຣ່ານ ຫຼື (HRANA) ກ່າວ​ວ່າພວກ
ເຈົ້າໜ້າທີ່ສື​ບລັບຂອງອີ​ຣ່ານ ໄດ້​ຄວບຄຸມຕົວ ​ທ້າວ​ໄຊ​ຍາ​ດີ-ນາ​ຊິ​ຣິ ຢູ່​ໃນເມືອງໂກມ
ເມື່ອ​ເດືອນ​ກໍ​ລະ​ກົດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ ໄດ້ນຳ​ເອົາ​ລາວ​ໄປ​ດຳ​ເນີນ​ຄະ​ດີ​ ໃນ​ເດືອນ
ກັນ​ຍາໃນ​ຂໍ້​ຫາ​ເຜີຍ​ແຜ່​ໂຄ​ສະ​ນາ​ຊວນ​ເຊື່ອ​ຕໍ່ຕ້ານ​ລັດ​ຖະ​ບານ ແລະ​ດູ​ໝິ່ນ​ຜູ້​ນຳ​ສູງ​ສຸດ
ອາ​ຢາໂຕ​ລາ​ຮ ອາ​ລີ ຄາ​ເມນີ. ລາຍ​ງານ​ກ່າວ​ວ່າ​ ລຸນຫຼັງຈາກນັ້ນ ສານ​ປະ​ຕິ​ວັດ​ ຈຶ່ງໄດ້
​ຕັດສິນ​ລົງ​ໂທດລາວ​ ໃຫ້ຈຳ​ຄຸກ​ ສີ່​ປີ​ເຄິ່ງ.

ບັນ​ດາ​ກຸ່ມ​ສິດ​ທິ​ມະ​ນຸດ​ກ່າວ​ວ່າ ທ້າວ​ ໄຊ​ຢາ​ດີ-ນາ​ຊິີຣີ ໄດ້​ຕິດ​ຄຸກເປັນ​ເວ​ລາ​ສອງ​ປີ​ມາ
​ແລ້ວ ໃນ​ຂໍ້​ຫາ​ທີ່​ຄ້າຍ​ຄື​ກັນ​ ແລ້ວໄດ້​ຖືກ​ປ່ອຍ​ໂຕ​ ໃນ​ເດືອນ​ມີ​ນາ. ເຂົາ​ເຈົ້າ​ກ່າວ​ວ່າ​
ລາວ​ໄດ້​ເລີ້ມ​ປະ​ທ້ວງດ້ວຍການອົດ​ອາ​ຫານ ຕໍ່ຕ້ານ​ການ​ກັກ​ຂັງ​ລາວ ໃນ​ເທື່ອ​ລ້າ​ສຸດນີ້
​ໃນ​ວັນ​ທີ 13 ເດືອນ​ຕຸ​ລາ ແລະເພື່ອ​ປະ​ທ້ວງ​ສະ​ພາບ​ການ​ເປັນ​ຢູ່​ໃນ​ຄຸກ ​ທີ່​ບໍ່ມີ​ມະ​ນຸດ​
ສະ​ທຳ ແລະການ​ຂາດ​ແຄນໃນການ​ຕິດ​ຕໍ່​ກັບ​ທະ​ນາຍ​ຄວາມ ແລະລາວ​ໄດ້​ເສຍ​ຊີ​ວິດ
​ໃນ​ມື້​ທີ 60 ​ຂອງ​ການ​ປະ​ທ້ວງ​ຂອງ​ລ​າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG