ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຕົກລົງ ທີ່ຈະສ້າງ ເຂດອະນຸລັກ ທາງທະເລ ໃຫຍ່ທີ່ສຸດ ຢູ່ຂົ້ວໂລກໃຕ້


ໜ້າຜາທີ່ອ່ວຍໜ້າໃສ່ Landsend ຢູ່ປາກອ່າວ Cape Denison. ຮ່ວມຢູ່ໃນຂໍ້ຕົກລົງອະນຸລັກໃນເຂດທະເລ Ross ທີ່ກວມເອົາຫລາຍກວ່າ 1.55 ລ້ານຕາລາງກິໂລແມັດ.
ໜ້າຜາທີ່ອ່ວຍໜ້າໃສ່ Landsend ຢູ່ປາກອ່າວ Cape Denison. ຮ່ວມຢູ່ໃນຂໍ້ຕົກລົງອະນຸລັກໃນເຂດທະເລ Ross ທີ່ກວມເອົາຫລາຍກວ່າ 1.55 ລ້ານຕາລາງກິໂລແມັດ.

ໄດ້​ມີການບັນລຸ​ຂໍ້​ຕົກລົງ​ຄັ້ງ​ປະຫວັດສາດ ​ເພື່ອ​ສ້າງຕັ້ງ​ເຂດອະ​ນຸລັກທາງ​ທະ​ເລ​ທີ່​ໃຫຍ່​ທີ່​ສຸດຂອງ​ໂລກ​ ຢູ່ຂົ້ວ​ໂລກ​ໃຕ້ຫຼື Antarctica ຫລັງຈາກ​ຫຼາຍ​ປີ​ທີ່​ມີ​ການ​ຂັດ​ແຍ້​ງທາງດ້ານ​ການ​ທູດ​.

ຣັດ​ເຊຍ​ໄດ້​ເລີກ​ລົ້ມການ​ຄັດຄ້ານ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ ຕໍ່​ຂໍ້​ຕົກ​ລົງດັ່ງກ່າວ​ຢູ່​ກອງ​ປະຊຸມ​ປະຈຳ​ປີ ຂອງອົງການ​ອະນຸລັກສິ່ງ​ທີ່​ມີ​ຊີວິດໃນ​ທະເລຢູ່ຂົ້ວ​ໂລກ​ໃຕ້ ຫລື CCAMLR ທີ່ຈັດ​ຂຶ້ນ​ຢູ່​ເມືອງ Hobat ປະ​ເທດ Australia. ຂໍ້​ຕົກລົງນີ້​ໄດ້​ເຊັນ​ໂດຍ 24 ປະ​ເທດສະມາຊິກ ​ແລະ​ສະຫະພາບ​ຢູ​ໂຣບ.

ທ່ານ Evan Bloom ຫົວໜ້າ​ທູດ​ຜູ້ແທນ​ຂອງສະຫະລັດ ຢູ່​ກອງ​ປະຊຸມ​ກ່າວ​ວ່າ “ການ​ຕັດສິນ​ໃຈ​ດັ່ງ​ກ່າວ​ສຳຄັນ​ທີ່​ສຸດ ບໍ່​ພໍ​ພຽງ​ແຕ່ສຳລັບ​ຂົ້ວ​ໂລກ​ໃຕ້ ​ແຕ່ສຳລັບ ຄວາມ​ພະ​ຍາ​ຍາມເພື່ອສົ່ງ​ເສີມໃຫ້​ມີ​ການອະນຸ​ລັກທາງ​ທະ​ເລ​ໃນ​ທົ່ວ​ໂລກ.”

ຂໍ້​ຕົກລົງ​ນີ້ ​ຈະປົກປ້ອງ​ຂົງ​ເຂດ​ ທີ່​ທະ​ເລ Ross ກວມ​ເອົາ​ຫລາຍ​ກວ່າ 1 ລ້ານ​5 ​ແສນ 5 ໝື່ນຕາລາງ​ກິ​ໂລ​ແມັດ ປະມານ​ຂະໜາດ​ຂອງ​ປະ​ເທດ​ອັງກິດ ​ເຢຍຣະມັນ ​ແລະ​ຝັ່ຣງ​ໂຮມ​ເຂົ້າກັນ. ຈະ​ບໍ່​ມີ​ເຂດ​ຫາ​ປາໃນ​ບໍລິ​ເວນ 1 ລ້ານ 1 ​ແສນ 2 ໝື່ນຕາ​ລາງ​ກິ​ໂລ​ແມັດ.

ທະ​ເລ Ross ​ເປັນ​ບ່ອນຢູ່​ຂອງ​ນົກ penguins ​ແມວນໍ້າ ປາ toothfish ຂອງ​ຂົ້ວ​ໂລກໃຕ້ ປາ whales ​ແ​ລະ​ປາ krill ຈຳນວນ​ຫລວງຫຼາຍ ທີ່​ເປັນ​ອາຫານ​ສຳລັບ​ສັດ​ນໍ້າ​ຫລາຍ​ໆ​ຊະ​ນິດ ຊຶ່ງ​ເປັນ​ບ່ອນສຸດ​ທ້າຍ​ແຫ່ງ​ນຶ່ງ ​ຂອງ​ລະບົບທາງ​ທະ​ເລ​ທີ່​ຍັງ​ບໍ່​ມີ​ການ​ລົ​ບກວນ​ເທື່ອ​ຂອງ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Antartica Reserve
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG