ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມັງກອນ ໒໐໒໕

ພວກຫົວຮຸນແຮງ ໂຈມຕີສະຫຼະຊີບ ຕໍ່ຕຶກທີ່ພັກ ຂອງພະນັກງານ ສະຖານທູດເທີກີ (ວີດິໂອ)


ພະນັກງານກູ້ໄພກໍາລັງຫາມສົບຂອງຜູ້ເສຍຊີວິດຄົນນຶ່ງ ຂອງເຫດ ການລະເບີດ ທີ່ເມືອງຫຼວງ Mogadishu ຂອງໂຊມາເລຍນັ້ນ.
ພະນັກງານກູ້ໄພກໍາລັງຫາມສົບຂອງຜູ້ເສຍຊີວິດຄົນນຶ່ງ ຂອງເຫດ ການລະເບີດ ທີ່ເມືອງຫຼວງ Mogadishu ຂອງໂຊມາເລຍນັ້ນ.
ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ al-Shabab ຂອງ​ໂຊ​ມາ​ເລຍ ໄດ້​ອ້າງ​
ເອົາຄວາມ​ຮັບຜິດຊອບ ສໍາລັບ​ການ​ໂຈມ​ຕີ​ສະລະ​ຊີບ​ດ້ວຍລະ
​ເບີດ​ລົດ ທີ່​ໄດ້​ສັງຫານ ສອງ​ຄົນ ​ແລະ​ບາດ​ເຈັບ​ອີກສາມ​ຄົນ ທີ່
​ຕຶກ​ບ່ອນຢູ່​ອາໄສ​ຂອງ​ພະນັກງານສະຖານທູດ​ເທີ​ກີ ທີ່​ເມືອງ
ຫຼວງ Mogadishu.

ສອງ​ຄົນ​ທີ່​ເສຍ​ຊີວິດນັ້ນ ​ແມ່ນຄົນ​ຍາມ​ຊາວ​ເທີ​ກີ​ຄົນ​ນຶ່ງ ​ແລະ
ຊາວ​ໂຊ​ມາເລຍ​ຄົນ​ນຶ່ງ.

ພວກ​ຄົນ​ຍາມ ​ໄດ້​ຍິງ​ປືນ​ໃສ່ລົດ ​ເວລາ​ລົດທີ່ບັນຈຸລະ​ເບີດນັ້ນ
ກໍາລັງ​ແລ່ນ​ເຂົ້າ​ໃສ່​ຕຶກດັ່ງກ່າວ​ເມື່ອວັນ​ເສົາ​ວານ​ນີ້ ​ໂດຍ​ໄດ້​ສັງຫານ​ພວກ​ຈູ່​ໂຈມ​ສອງ​ຄົນ ກ່ອນທີ່ພວກຫົວ​ຮຸນ​ແຮງຄົນທີ​ສາມ​ ບີບ​ຂະ​ນວນ​ລະ​ເບີດ.

ກຸ່ມຫົວ​ຮຸນ​ແຮງ al-Shabab ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມອາລ ຄາ​ອີ​ດາ ​ແລະຢາກ​ໃຫ້​ໂຊ​ມາ​ເລຍ​
ປ່ຽນ​ມາ​ເປັນ​ປະ​ເທດ​ອິສລາມນັ້ນ ​ເວົ້າ​ວ່າ ພວກ​ຕົນ​ຈະ​ທະວີ​ການ​ໂຈມ​ຕີ​ຂື້ນ​ອີກ​ໃນລະຫວ່າງ
ເດືອນ Ramadan ຊຶ່ງ​ເປັນ​ເດືອນ​ສັກ​ສິດ​ຖື​ສິນ ບໍ່​ກິນ​ເຂົ້າ​ໃນ​ຕອນ​ກາງ​ເວັນ ຂອງສາສະໜາ​
ອິສລາມ​ນັ້ນ.

ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ໄດ້​ເອີ້ນ ເຫດການ​ໂຈມ​ຕີ​ດ້ວຍ​ລ​ະ​ເບີດ​ດັ່ງກ່າວ​ນັ້ນ​ວ່າ ​ເປັນ​ພຶດຕິການ​ທີ່​ຂີ້ຂາດ​ທີ່​ສຸດ ​ແຕ່​ກໍ​ເວົ້າວ່າ ​ເຫດການ​ດັ່ງ
ກ່າວ​ນີ້ ​ບໍ່​ສັ່ນ​ສະ​ເທືອ​ນຄວາມ​ໝັ້ນ​ໝາຍ​ຂອງ​ສະຫະລັດ ​ທີ່​ຈະ​ສືບ​ຕໍ່​ປະຕິບັດ​ງານເພື່ອ​ອະນາຄົດ​ທີ່​ສົດ​ໄສ​ກວ່າ ເປັນ​ປະຊາທິປະ​ໄຕກວ່າ ​ແລະຈະ​ເລີ​ນຮຸ່ງ​ເຮືອງກ່ວາ ທີ່​ປະຊາຊົນ​
ໂຊ​ມາ​ເລຍ ມີ​ສິດ​ຈະ​ໄດ້ຮັບ​ນັ້ນ.

Somalia Turkey Attack
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG