ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ການໂຈມຕີທີ່ຮ້າຍແຮງຂອງ ອິສຣາແອລ ຖືກບໍລິເວນພາກກາງຂອງແຫຼມກາຊາ


ປະຊາຊົນຊາວປາແລັສໄຕນ໌ ແນມເບິ່ງຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງ ອິສຣາແອລ ຖືກບໍລິເວນເຕັ້ນຢູ່ເດີ່ນຂອງໂຮງໝໍ ອາລ-ອັກສາ ມາເທຍສ໌ ໃນເມືອງ ເດຍ ອາລ-ບາລະ, ແຫຼມກາຊາ, ວັນທີ 14 ຕຸລາ 2024.
ປະຊາຊົນຊາວປາແລັສໄຕນ໌ ແນມເບິ່ງຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງ ອິສຣາແອລ ຖືກບໍລິເວນເຕັ້ນຢູ່ເດີ່ນຂອງໂຮງໝໍ ອາລ-ອັກສາ ມາເທຍສ໌ ໃນເມືອງ ເດຍ ອາລ-ບາລະ, ແຫຼມກາຊາ, ວັນທີ 14 ຕຸລາ 2024.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກປາ​ແລັ​ສ​ໄຕ​ນ໌ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລໃນ​ວັນ​ຈັນ​ມື້​ນີ້ ໄດ້ກະທົບໃສ່ບໍລິເວນ​ໂຮງ​ໝໍ ອາລ-ອັກສາ ມາເດີສ໌ (Al-Aqsa Martyrs) ໃນ​ເມືອງ ເດຍ ອາລ-ບາລະ (Deir al-Balah) ເຮັດສົ່ງຜົນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 4 ຄົນ ແລະ​ບາດ​ເຈັບ​ອີກ 40 ຄົນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃນ​ເຂດກາຊາກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ ​ໄດ້​ພາ​ໃຫ້​ເກີດ​ໄຟ​ໄໝ້​ຢ່າງ​ໃຫຍ່​ໃນ​ໂຮງ​ໝໍ ແລະ​ໃນ​ບັນ​ດາ​ເຕັ້ນທີ່​ຊາວ​ປາ​ແລັ​ສ​ໄຕ​ນ໌ທີ່ພັດຖິ່ນ​ຈາກ​ສົງ​ຄາມ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ຕົນ​ໄດ້​ແນ​ເປົ້າໝາຍ​ໃສ່​ພວກ​ຫົວ​ຮຸນ​ແຮງທີ່ຫລົບ​ລີ້​ຢູ່​ພາຍໃນ​ບັນດາ​ພົນລະ​ເຮືອນເຫຼົ່ານັ້ນ.

ການ​ໂຈມ​ຕີ​ຄັ້ງ​ນີ້​ ມີ​ຂຶ້ນພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງລຸນ​ຫຼັງການ​ໂຈມ​ຕີຂອງ​ອິ​ສ​ຣາ​ແອ​ລອີກຄັ້ງນຶ່ງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງ​ໜ້ອຍ 15 ຄົນ​ຢູ່ບໍລິເວນໂຮງຮຽນ​ແຫ່ງ​ນຶ່ງ​ໃນ​ເມືອງ ນູໄຊຣັດ (Nuseirat) ທີ່​ຖືກ​ນຳ​ໃຊ້​ໂດຍ​ຊາວ​ປາ​ແລັ​ສ​ໄຕນ໌​ພັດຖິ່ນ.

ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບປາ​ແລັດ​ສະ​ໄຕ​ນ໌ ຫຼື UNRWA ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ອີກຄືນນຶ່ງ​ທີ່ເປັນຕາ​ໜ້າ​ຢ້ານຢູ່ແຫຼມ​ກາຊາ. ອົງການ UNRWA ກ່າວວ່າ ໂຮງຮຽນດັ່ງກ່າວ ຖືກກຳນົດໄວ້ສໍາລັບສໍາລັບໃຊ້ໃນການສັກຢາວັກຊີນໂປລິໂອ ໃນວັນຈັນມື້ນີ້.

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂຈເຊບ ບໍແຣລ (Josep Borrell) ໃນ​ວັນ​ຈັນ​ມື້ນີ້ ໄດ້ອອກມາ​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກ” ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ​ອິ​ສ​ຣາ​ແອລ ທີ່​ໄດ້​ເຮັດ​ໃຫ້​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງອົງການ​ສະ​ຫະ​ປະ​ຊາ​ຊາດ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່ບໍລິເວນ​ພາກ​ໃຕ້ຂອງ​ເລ​ບາ​ນອນ.

ທ່ານ ບໍແຣລ ກ່າວຕໍ່ບັນດານັກຂ່າວວ່າ “ການ​ໂຈມ​ຕີຕໍ່​ບັນດາກຳລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງອົງການ​ສະ​ຫະ​ປະ​ຊາ​ຊາດດັ່ງກ່າວ ​ຖື​ເປັນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢ່າງ​ໜັກ​ໜ່ວງ ແລະຮັບບໍ່​ໄດ້. ການໂຈມຕີເຫຼົ່ານີ້ ຕ້ອງຍຸຕິໃນທັນທີ.”

ກອງກຳລັງຊົ່ວຄາວຂອງອົງການສະຫະປະຊາຊາດໃນເລບານອນ ຫຼື UNIFIL ເຊິ່ງເປັນກອງກຳລັງຮັກສາສັນຕິພາບ ທີ່ມີຖານທີ່ໝັ້ນຂອງອົງການສະຫະປະຊາຊາດ ໃນເມືອງ ຣາມາຍອາ (Ramyah) ໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເຂົາໄດ້ສັງເກດເບິ່ງທະຫານອິສຣາແອລ 3 ກຸ່ມຂ້າມເຂົ້າໄປໃນເລບານອນ. ດ້ວຍ​ກອງກຳລັງ​ຮັກສາ​ສັນຕິພາບ​ຢູ່​ໃນ​ທີ່​ພັກຂອງພວກ​ເຂົາ​ເຈົ້າຢູ່ນັ້ນ, ໜ່ວຍງານພາລະກິດອົງການ​ສະຫະ​ປະຊາ​ຊາດ ໄດ້​ກ່າວ​ວ່າ ລົດ​ຖັງ​ຂອງ ​ອິສຣາ​ແອ​ລ ສອງຄັນ ​ໄດ້​ທຳລາຍ​ປະຕູ​ໃຫຍ່​ຂອງ​ສໍານັກງານ ​ແລະ​ໄດ້​ພະຍາຍາມບຸກເຂົ້າ​ໄປ​ໃນ​ສະຖານທີ່ຕັ້ງຂອງອົງການ.

ມັນ​ເປັນ​ເຫດ​ການ​ຄັ້ງ​ຫຼ້າ​ສຸດ ​ທີ່​ໄດ້​ເຮັດ​ໃຫ້​ກອງກຳລັງຮັກສາສັນຕິພາບ​ ​ໄດ້​ຮັບ​ບາດຢ່າງ​ໜ້ອຍ 5 ຄົນ​ ນັບຕັ້ງ​ແຕ່​ວັນ​ພະຫັດ​ເປັນຕົ້ນ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG