ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ້ອນຄວາມໝົດຫວັງ ເຮັດໃຫ້​ມີການຂ້າໂຕຕາຍເພີ້ມຂຶ້ນ ຢູ່ໃນພາກຕາເວັນຕົກສຽງເໜືອ ຂອງຊີເຣຍ


Deadly Despair: Increased Suicide Rates in Northwestern Syria
please wait

No media source currently available

0:00 0:02:42 0:00

ລາຍງານກ່ຽວກັບ ການເສຍຊີວິດຈາກຄວາມໝົດຫວັງ ເຊິ່ງຈໍານວນການຂ້າໂຕຕາຍໄດ້ເພີ້ມຂຶ້ນຢູ່ທາງພາກຕາເວັນຕົກສຽງເໜືອຂອງ ຊີເຣຍ.

ເມືອງອິດລິບ (Idlib) ທີ່ຢູ່ສອກ​ຫຼີກຫ່າງໄກ, ມີຄວາມທຸກຍາກລໍາບາກ ແລະປະ​ສົບ​ໄພ​ພິ​ບັດຈາກສົງຄາມນັ້ນໄດ້ຖືກຮ້ອງວ່າ “ເປັນ​ທີ່​ໝັ້ນ​ແຫ່ງສຸດທ້າຍຂອງພວກກະບົດ” ຢູ່ໃນຊີເຣຍ, ແຕ່ຜູ້ຄົນສ່ວນຫຼາຍ ແມ່ນອາໄສການຊ່ວຍເຫຼືອ​ສຸກເສີນເພື່ອຄວາມຢູ່ລອດ. ປະຊາຊົນທີ່ຢູ່ໃນທ້ອງຖິ່ນກ່າວວ່າ ຄວາມໝົດຫວັງໄດ້ກາຍມາເປັນ​ໂຣກປະຈໍາທ້ອງຖິ່ນໃນ​ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ, ໂດຍ​ມີ​ພວກຊາວໜຸ່ມ ​ໄດ້​ທໍາລາຍຊີວິດຂອງພວກເຂົາເຈົ້າເອງ ​ໃນ​ຈຳ​ນວນທີ່ເພີ້ມຂຶ້ນ. ມູເນບ ເທມ (Mouneb Taim), ນັກຂ່າວຂອງ VOA ມີລາຍງານຈາກເມືອງອິດລິບ ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເປັນເວລາຫຼາຍກວ່າສອງປີມາແລ້ວ, ໃນຊຸມເດືອນສຸດທ້າຍ​ຂອງ​ການ​ເປີດ​ສາກ​ບຸກ​ໂຈມ​ຕີເກືອບນຶ່ງປີຢູ່ໃນແຂວງອິດລິບ, ປະຊາຊົນເກືອບນຶ່ງລ້ານຄົນຕ້ອງໄດ້​ຫຼົບໜີຈາກບ້ານເຮືອນຂອງພວກເຂົາເຈົ້າ ເຊິ່ງເປັນການຍົກຍ້າຍຖິ່ນຖານທີ່ໃຫຍ່ທີ່ສຸດຂອງສົງຄາມຢູ່ໃນຊີເຣຍ.

ອະດີດນັກ​ລົບ​ຂອງພວກກະບົດ ທ້າວ ຊາລິມ ອາລ-ແອນໂຈກີ (Salim al-Anjoki) ເປັນນຶ່ງໃນຈໍານວນຜູ້ຍົກຍ້າຍຖິ່ນຖານ ລຸນຫຼັງທີ່ເມືອງຂອງລາວໄດ້ຖືກຢຶດໄປໂດຍກອງກໍາລັງລັດຖະບານຊີເຣຍ, ໂດຍລາວໄດ້ຍົກຍ້າຍໜີພ້ອມດ້ວຍເມຍ ແລະລູກ 8 ຄົນຂອງລາວ, ເຊິ່ງໃນທີ່ສຸດ ລາວກໍພົບກັບສະຖານທີ່ພັກອາໄສຢູ່ໃນສູນທີ່ມີປະຊາຊົນໜາແໜ້ນຫຼວງຫຼາຍໃກ້ກັບເມືອງອິດລິບ ແຫ່ງນີ້.

ໃນປີຕໍ່ມາ, ລາວກໍສູນເສຍລູກຊາຍກົກຂອງລາວ.

​ທ້າວຊາລິມ ອາລ-ແອນໂຈກີ ກ່າວເປັນພາສາອາ​ຣັບວ່າ:

“ລູກຊາຍຂອງຂ້ອຍຂ້າໂຕຕາຍ, ໃນຕອນທີ່ລາວຍົກຍ້າຍມາຢູ່ທີ່ສູນແຫ່ງນີ້ ທ້າວໂມຮໍາເມັດ ຊາລິມ ແອນໂຈກີ ມີອາຍຸ 17 ປີ, ລາວມີບັນຫາ ທາງດ້ານສຸຂະ ພາບຈິດ. ລາວບໍ່ສາມາດຮັບເອົາສະພາບການດັ່ງກ່າວນີ້ໄດ້.”

ເຖິງແມ່ນວ່າລາວຈະເຕີບໃຫຍ່ຂຶ້ນມາຢູ່ໃນຂົງເຂດທີ່ມີສົງຄາມ, ໂມຮໍາເມັດກໍໄດ້ເຂົ້າໂຮງຮຽນແລະຮຽນທີ່ຈະສ້ອມແປງລົດໃຫຍ່ເພື່ອຫາລ້ຽງຄອບຄົວ. ຢູ່ໃນສູນ, ລາວຈໍາເປັນຕ້ອງໄດ້ອອກຈາກໂຮງຮຽນ ແລະວຽກເຮັດງານທໍາກໍຫາຍາກ. ພໍ່ຂອງລາວກ່າວວ່າ ໂມຮໍາເມັດມີຄວາມຮູ້ສຶກວ່າ ຕົນເອງບໍ່ມີອະນາຄົດເລີຍ.

ທ່ານໝໍກ່າວວ່າ ການຂ້າໂຕຕາຍຢູ່ໃນກຸ່ມພວກ​ຊາວໜຸ່ມ ໄດ້ກາຍມາເປັນເລື້ອງ ທໍາມະດາໄປແລ້ວ.

ທ່ານໝໍອາເມັດ ອາລ-ອົດທ໌ມານ (Ahmed al-Othman), ຈາກສະຫະພັນທາງດ້ານການແພດ ແລະອົງການບັນເທົາທຸກ ກ່າວວ່າ:

“ຈໍານວນໂຕເລກຂອງຄົນທີ່ຂ້າໂຕຕາຍຢູ່ໃນ ຊີເຣຍ ເພີ້ມຂຶ້ນໃນຊ່ວງຫຼາຍກວ່າ 10 ປີທີ່ຜ່ານມາ, ແຕ່ມີການແຜ່ຂະຫຍາຍເປັນພິເສດໃນຊ່ວງສອງປີທີ່ຜ່ານມານີ້ ເຊິ່ງພວກເຮົາໄດ້ມີການສັງເກດເຫັນວ່າ ຈໍານວນກໍລະນີຕ່າງໆໄດ້ເພີ້ມຂຶ້ນ.”

ຈໍານວນສະຖິຕິແມ່ນເພີ້ມຂຶ້ນ ໂດຍສະເພາະແມ່ນຢູ່ໃນຂົງເຂດ​ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ, ແຕ່ກຸ່ມໃຫ້ຄວາມຊ່ວຍເຫຼືອຢູ່ໃນ ຊີເຣຍ ໄດ້ສະໜອງຕໍ່ທີມຜູ້ປະສານງານ ໂດຍກ່າວວ່າ ມີການພະຍາຍາມຂ້າໂຕຕາຍ 33 ຄັ້ງໃນຊ່ວງວັນທີ 5 ຂອງເດືອນມິຖຸນາຢູ່ໃນແຂວງອິດລິບ ເຊິ່ງມີຈໍານວນຫຼາຍກວ່າປີ 2021 ເຖິງ 40 ເປີເຊັນ.

ຜູ້ຊ່ຽວຊານທາງດ້ານສຸຂະພາບຈິດກ່າວວ່າ ສາເຫດທີ່ເຮັດໃຫ້ມີການຂ້າໂຕຕາຍມັກມີພື້ນຖານມາຈາກຄວາມທຸກຍາກລໍາບາກ ແລະການຢູ່ຢ່າງໂດດດ່ຽວ ເຊິ່ງມັນໄດ້ແຜ່ລາມໄປທົ່ວເມືອງອິດລິບແລ້ວ.

ທ່ານໝໍຍິງຊີລອາລ ອາລ-ອາຊາດ (Zilal al-Asaad), ຈາກສະຫະພັນການເບິ່ງແຍງທາງດ້ານການແພດ ແລະອົງການບັນເທົາທຸກ ກ່າວເປັນພາສາອາ​ຣັບວ່າ:

“ປະຊາຊົນ ບໍ່ມີແຫຼ່ງຊັບພະຍາກອນທີ່ພຽງພໍ ເພື່ອປັບໂຕໃຫ້ເຂົ້າກັບຄ່າຄອງຊີບທີ່ເພີ້ມຂຶ້ນສູງ ແລະຄ່າເຊົ່າທີ່ມີລາຄາແພງຂຶ້ນ. ນີ້ແມ່ນປັດ​ໄຈອັນສໍາຄັນທີ່ສຸດຢູ່ໃນບັນຫາດັ່ງກ່າວມານັ້ນ.”

ທ່ານນາງກ່າວວ່າ ສະພາວະທີ່ຮຸນແຮງ ກໍນໍາໄປສູ່ການເພີ້ມຂຶ້ນຂອງບັນຫາທາງຈິດ ໄດ້ເຊັ່ນກັນ, ເຊັ່ນວ່າ ພາວະຊຶມເສົ້າ, ນອກຈາກນັ້ນ ກໍມີບັນຫາຄວາມຮຸນແຮງຢູ່ໃນຄອບຄົວ ແລະການໃຊ້ຢາເສບຕິດ.

ທ້າວ ຊາລິມ ອາລ-ແອນໂຈກີ ກ່າວວ່າ ການເວລາບໍ່ໄດ້ເຮັດໃຫ້ຄວາມເຈັບປວດຈາກການສູນເສຍລູກຊາຍຂອງລາວນັ້ນດີຂຶ້ນແຕ່ຢ່າງໃດເລີຍ, ເຊິ່ງລາວໄດ້ກ່າວເປັນພາສາອາ​ຣັບວ່າ:

“ລູກຊາຍຜູ້ນ້ອຍຂອງຂ້ອຍກ່າວວ່າ ລາວນຶກເຖິງເວລາທີ່ໄດ້ຫຼິ້ນນໍາອ້າຍຂອງລາວ ແລະຍັງໄດ້ຍິນສຽງຂອງອ້າຍກ່າວວ່າ ‘ເຈົ້າລີ້ຢູ່ໃສນໍ້?’ ສ່ວນເມຍຂອງຂ້ອຍກໍກອດເສື້ອຂອງໂມຮໍາເມັດ ແລະຮ້ອງໄຫ້ຄິດຮອດລາວ ໃນຂະນະທີ່ຂ້ອຍເອງ ແມ່ນແຕ່ໃນຕອນນີ້ຂ້ອຍຍັງບໍ່ສາມາດຮັບໄດ້ເລີຍວ່າ ໂມຮໍາເມັດເສຍຊີວິດໄປແລ້ວ.”

ລາວກ່າວວ່າ ສະຖານະການຕ່າງໆບໍ່ມີຫຍັງດີຂຶ້ນເລີຍ ນັບຕັ້ງແຕ່ທີ່ໂມຮໍາເມັດເສຍຊີວິດ. ປັດຈຸບັນ, ແຂວງອິດລິບ ຖືກພິຈາລະນາວ່າ ເປັນ “ທີ່ໝັ້ນແຫ່ງສຸດທ້າຍຂອງພວກກະ​ບົດ” ແລະຍັງຖືກໂຈມຕີຢູ່ເປັນໄລຍະ ໄລຍະ, ໃນຂະນະທີ່ຄວາມທຸກຍາກລໍາບາກ ກໍຍິ່ງຈົມເລິກລົງໄປສູ່ຄວາມ​ທຸກ​ເວດ​ທະ​ນາຢ່າງຕໍ່ເນື່ອງ.

ໂມຮໍາມາດ ອາລ-ມາມູດ, ພໍ່ຂອງແອນ້ອຍ ຟາຕິມາ ອາຍຸ 7 ມື້, ຮ້ອງໄຫ້ຢູ່ທີ່ຂຸມຝັງສົບຂອງນາງນ້ອຍ ຢູ່ທີ່ບ້ານ ຮາຣານບຸສ, ແຂວງອິດລິບ, ປະເທດຊີເຣຍ, ເມື່ອວັນທີ 2 ກຸມພາ 2022.
ໂມຮໍາມາດ ອາລ-ມາມູດ, ພໍ່ຂອງແອນ້ອຍ ຟາຕິມາ ອາຍຸ 7 ມື້, ຮ້ອງໄຫ້ຢູ່ທີ່ຂຸມຝັງສົບຂອງນາງນ້ອຍ ຢູ່ທີ່ບ້ານ ຮາຣານບຸສ, ແຂວງອິດລິບ, ປະເທດຊີເຣຍ, ເມື່ອວັນທີ 2 ກຸມພາ 2022.

Isolated, poverty-stricken and war-torn Idlib is called Syria’s “last remaining rebel stronghold,” but most people there rely on emergency aid to stay alive. Locals say despair has become endemic in northwestern Syria, with increasing numbers of young people taking their own lives. For VOA, Mouneb Taim has this report from Idlib with Heather Murdock in Istanbul.

More than two years ago, in the last months of a nearly yearlong offensive on Idlib province, almost a million people fled their homes in the largest mass exodus of the Syrian War.

Former rebel fighter Salim al-Anjoki [[ al-an-JUKEE]] was among the displaced after his city was taken by Syrian government forces. Along with his wife and eight children, he eventually found a place in this crowded camp, closer to Idlib city.

The next year, he lost his eldest son.

Salim al-Anjoki, Displaced Father (Male, Arabic)

“My son committed suicide. Mohammed Salim Anjoki was 17 years old. When we were displaced to this camp, he had psychological problems. He could not accept this situation.”

Despite growing up in a war zone, Mohammed studied in school and learned to fix cars to help feed his family. In the camp, he had to drop out of school and work was scarce. His father says he felt he had no future.

Doctors say suicide among youth in Idlib is becoming increasingly common.

Dr. Ahmed al-Othman, Union of Medical Care and Relief Organizations

“Suicide has increased in Syria over the last ten years, but it has been especially prevalent during the past two years, where we have noticed an increase in cases.”

Statistics are shaky at best in northwestern Syria, but aid group Syria Response Coordinator Team says it has counted 33 suicide attempts as of June 5th in Idlib, which is nearly 40 percent more than the entirety of 2021.

Mental health experts say the cause of suicide is often rooted in the deep poverty and isolation that is widespread in Idlib.

Zilal al-Asaad, Union of Medical Care and Relief Organizations (Female, Arabic)

“People do not have the resources to adapt to the massive costs of living and high rents. This is an important factor in the problem.”

She says harsh conditions have also led to an increase in psychological problems such as depression, in addition to domestic violence and drug use.

Al-Anjoki says the pain of the loss of his son has not gotten better with time.

Salim al-Anjoki, Displaced Father (Male, Arabic)

“My younger son says he imagines playing with his brother and hearing him say, ‘Where are you hiding?’ My wife holds his clothes and cries for him while I, even now, can’t accept that he died.”

He says conditions have not gotten easier since Mohammed died. Idlib is now considered “the last rebel stronghold” and is sporadically attacked, as it continues to sink deeper into abject poverty.

XS
SM
MD
LG