ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຮ້າຍແຮງ ທົດສອບ ຂໍ້ຕົກລົງ ສັນຕິພາບ ໃນຢູເຄຣນ


Deadly Attacks In Donetsk Test Ukraine Peace Deal
please wait

No media source currently available

0:00 0:02:22 0:00

ນາຍົກລັດຖະມົນຕີ ຢູ​ເຄຣນ ​ໄດ້​ກ່າວ​ຫາ ຣັດ​ເຊຍວ່າ ​ບໍ່ປະຕິ
ບັດຕາມຂໍ້ຕົກລົງຢຸດ​ຍິງ ທີ່​ໄດ້​ເຊັນ​ກັນໃນ​ວັນ​ທີ 5 ເດືອນ​ກັນ
ຍາ ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີຢ່າງ​ຕໍ່​ເນຶ່ອງໂດຍພວກ​ຫົວ​ຮຸນ
​ແຮງນິຍົມ​ຮັດ​ເຊຍ.

​ທະ​ຫານຢູ​ເຄຣນ ຢ່າງ​ໜ້ອຍ​ເກົ້າ​ຄົນ ​ໄດ້​ເສຍ​ຊີວິດ​ໃນໄລຍະ
​ສອງ​ມື້​ທີ່​ຜ່ານ​ມາ ​ແຕ່​ປາກົດວ່າ ຂໍ້ຕົກລົງສັນຕິພາບດັ່ງກ່າວ
​ຍັງ​ໄດ້ຮັບການເຄົາລົບຢູ່ຕໍ່ມາເຖິງ​ແມ່ນ​ວ່າໄດ້ເກີດ​ຄວາມຮຸນ
​ແຮງຂຶ້ນກໍຕາມ.

ທະຫານ​ຢູ​ເຄຣນຈາກໜ່ວຍ​ປ້ອງ​ກັນແຫ່ງ​ຊາດຂອງຢູເຄຣນ
​ໄດ້​ເປີ​ດສາກ​ຍິງ​ທົດ​ລອງໃສ່ລົດ​ຫຸ້ມ​ເກາະ​ໃໝ່ ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ຄ້າຍ​ທະຫານ​ນອກ​ນະຄອນ Kyiv. ບັນດາຜູ້​ ບັນຊາ​ການ​ຫວັງ​ວ່າ ມັນ​ຈະ​ໃຫ້​ຄວາມ​ຄຸ້ມກັນ​ແກ່​ເຂົາ​ເຈົ້າ​ໄດ້ດີ
ຂື້ນ ​ໃນ​ເວລາ​ລາດຕະ​ເວນຕ້ານ ໃນລະຫວ່າງການ​ປະຕິບັດງານ​ ຕໍ່ຕ້ານພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

​ພວກທີ່ເຂົ້າຊົມໃນການສະແດງຄັ້ງນີ້ ​ແມ່ນຮວມທັງນາຍົກລັດຖະມົນຕີຢູ​ເຄຣນ ທ່ານ
Arseniy Yatsenyuk. ທ່ານໄດ້​ກ່າວ​ຫາຣັດ​ເຊຍວ່າ ບໍ່ປະຕິບັດຕາມຂໍ້ ຕົກລົງຢຸດ​ຍິງ ທີ່
​ໄດ້​ເຊັນ​ກັນ​ຢູ່ນະຄອນ Minks ​ໃນ​ເດືອນ​ກັນຍາຜ່ານມາ.

ພວກ​ກະບົດນິຍົມຣັດ​ເຊຍ ​ໄດ້​ເລີ້ມທຳ​ການໂຈມ​ຕີ ​ກຳລັງລັດຖະບານ ທີ່ເດີ່ນ​ເຮືອບິນເມືອງ
Donetsk ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຊຶ່ງ​ເປັນ​ບ່ອນ​ສູ້​ລົບ​ທີ່​ສຳຄັນ​ໃນ​ຮອບຫລາຍອາທິດ​ທີ່​ຜ່ານ
​ມາ. ວັງ Kremlin ປະຕິ​ເສດວ່າ ຕົນບໍ່​ໄດ້​ໃຫ້ການ​ສະໜັບສະໜູນທາງທະຫານ​ແກ່​ພວກ​
ກະບົດ.

XS
SM
MD
LG