ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເຈລະຈາ ເລື້ອງນິວເຄລຍອີຣ່ານ ຂຸ້ນຂ້ຽວຂຶ້ນ ກ່ອນເສັ້ນຕາຍ ມາຮອດ


ຫົວໜ້າອົງການພະລັງງານປະລະມານູຂອງອີຣ່ານ ທ່ານ Ali Akbar Salehi (ຂວາ) ພວມກວດເບິ່ງເອກກະສານ ກ່ອນການປະຊຸມ ທີ່ໂຮງແຮມ Beau Rivage Palace ທີ່ເມືອງ Lausanne ປະເທດສວິສເຊີແລນ (28 ມີນາ 2015)
ຫົວໜ້າອົງການພະລັງງານປະລະມານູຂອງອີຣ່ານ ທ່ານ Ali Akbar Salehi (ຂວາ) ພວມກວດເບິ່ງເອກກະສານ ກ່ອນການປະຊຸມ ທີ່ໂຮງແຮມ Beau Rivage Palace ທີ່ເມືອງ Lausanne ປະເທດສວິສເຊີແລນ (28 ມີນາ 2015)

ນັກການທູດອະວຸໂສຈາກຫຼາຍໆປະເທດຂອງອັນທີ່ເອີ້ນວ່າ ກຸ່ມ
5 ປະເທດມະຫາອຳນາດບວກນຶ່ງ ທີ່ເຂົ້າຮ່ວມໃນການເຈລະຈາ
ກ່ຽວກັບໂຄງການນິວເຄລຍ ທີ່ເປັນບັນຫາໂຕ້ແຍ້ງ ຂອງ ອີຣ່ານ
ໄດ້ເດີນທາໄປເຖິງເມືອງ Lausanne ປະເທດ Switzerland
ໃນວັນເສົາມື້ນີ້ ບ່ອນທີ່ລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ
Javad Zarif ໄດ້ປະຊຸມໂອ້ລົມກັນ ທີ່ແນໃສ່ເພື່ອໃຫ້ບັນລຸຂອບ
ຂອງຂໍ້ຕົກລົງ ທັນກັບເສັ້ນຕາຍໃນວັນອັງຄານຈະມານີ້.

ທ່ານ Zarif ໃນການຖະແຫລງຢູ່ຂ້າງນອກຂອງການປະຊຸມໂອ້
ລົມກັນໃນວັນສຸກວານນີ້ກ່າວວ່າການເຈລະຈາແມ່ນໄດ້ດຳເນີນໄປດ້ວຍຄວາມຫຍຸ້ງຍາກ
ແລະດ້ວຍຄວາມສະຫຼັບຊັບຊ້ອນຫຼາຍ.

Iran Nuclear
please wait
Embed

No media source currently available

0:00 0:00:29 0:00

ເຈົ້າໜ້າທີ່ຄົນນຶ່ງຂອງກະຊວງການຕ່າງປະເທດສະຫະລັດ ທີ່ຂໍສະຫງວນຊື່ກ່າວວ່າ ການ ເຈລະຈາດຳເນີນໄປດ້ວຍຄວາມຍາກລຳບາກແລະຈິງຈັງຫຼາຍ.

ເຈົ້າໜ້າທີ່ທ່ານນີ້ຍັງກ່າວວ່າ ການເຄື່ອນໄຫວໂດຍປະທານາທິບໍດີອີຣ່ານ ທ່ານ Hassan Rouhani ເພື່ອຕິດຕໍ່ໄປຫາ ພວກຜູ້ນຳຂອງ 6 ປະເທດ ມະຫາອຳນາດໃນໂລກ ເມື່ອວັນ ພະຫັດຜ່ານມານີ້ ແມ່ນຮ່ອງຮອຍແຫ່ງຄວາມຫວັງທີ່ວ່າ ອີຣ່ານພ້ອມແລ້ວ ທີ່ຈະເຮັດການ ຕັດສິນໃຈອັນຫຍຸ້ງຍາກທີ່ຈຳເປັນຕ້ອງໄດ້ເຮັດ ໃນຖານະທີ່ເປັນພາກສ່ວນນຶ່ງຂອງຂໍ້ຕົກ
ລົງ.

ທ່ານ Rouhani ໄດ້ສົ່ງຈົດໝາຍໄປຫາອັນທີ່ເອີ້ນວ່າ ກຸ່ມ 5 ປະເທດມະຫາອຳນາດບວກ ນຶ່ງທີ່ເຂົ້າຮ່ວມໃນການເຈລະຈາເພື່ອອະທິບາຍໃຫ້ຊາບເຖິງທ່າທີຂອງອີຣ່ານກ່ຽວກັບບັນ ຫານິວເຄລຍແລະການເຄື່ອນໄຫວຫລ້າສຸດຕ່າງໆ ໃນການເຈລະຈາກັນ.

Accord Within Reach at Iran Talks
please wait

No media source currently available

0:00 0:02:37 0:00

XS
SM
MD
LG