ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີທີ່ຮ້າຍແຮງທີ່ສຸດໃນທະເລສໍາລັບຊາວໂຣຮິງຢາ ເປັນປີທີ່ຄາດການວ່າ 180 ຄົນຈົມນໍ້າໄປແລ້ວ


ເຮືອໄມ້ທີ່ບັນທຸກຜູ້ອົບພະຍົບຊາວໂຣຮິງຢາ ຈອກຢູ່ເທິງຊາຍຫາດໃນໝູ່ບ້ານລາດົງ (Ladong) ປະເທດອິນໂດເນເຊຍ, ວັນທີ 25 ທັນວາ 2022, ໃນພາບທີ່ຖ່າຍໂດຍAntara Foto.
ເຮືອໄມ້ທີ່ບັນທຸກຜູ້ອົບພະຍົບຊາວໂຣຮິງຢາ ຈອກຢູ່ເທິງຊາຍຫາດໃນໝູ່ບ້ານລາດົງ (Ladong) ປະເທດອິນໂດເນເຊຍ, ວັນທີ 25 ທັນວາ 2022, ໃນພາບທີ່ຖ່າຍໂດຍAntara Foto.

ຄວາມເປັນໄປໄດ້ໃນການຈົມຂອງເຮືອທີ່ບັນທຸກຊາວມຸສລິມໂຣຮິງຢາ 180 ຄົນ ຈະເຮັດໃຫ້ປີ 2022 ເປັນປີນຶ່ງທີ່ຮ້າຍແຮງທີ່ສຸດສໍາລັບ​ກຸ່ມ​ຄົນ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່ ຜູ້ອົບພະຍົບພະຍາຍາມລົບໜີຈາກສະພາບຄວາມສິ້ນຫວັງຢູ່ທີ່ສູນໃນປະເທດ ບັງກລາແດັສ, ເຊິ່ງໜ່ວຍງານຜູ້ລີ້ໄພຂອງອົງການສະຫະປະຊາຊາດໄດ້ບອກ ກັບອົງການຂ່າວ Reuters ໃນມື້ວັນຈັນນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ມີຊາວໂຣຮິງຢາເກືອບ 1 ລ້ານຄົນຈາກປະເທດມຽນມາ ທີ່ອາໄສຢູ່ໃນສະຖານທີ່ ທີ່ມີຝູງຊົນໜາແໜ້ນ ໃນປະເທດບັງກລາແດັສ ທີ່ມີຊາວມຸສລິມເປັນຈໍານວນ ໄຫຼວງຫຼາຍ, ລວມທັງປະຊາຊົນອີກຫຼາຍສິນພັນຄົນທີ່ພາກັນໜີອອກຈາກປະ ເທດບ້ານເກີດຂອງພວກເຂົາເຈົ້າ ລຸນຫຼັງການດໍາເນີນການປາບປາມຢ່າງຮຸນ ແຮງຂອງພວກທະຫານໃນປີ 2017.

ເນື່ອງຈາກໃນປະເທດມຽນມາມີປະຊາຊົນທີ່ນັບຖືສາສະໜາພຸດເປັນສ່ວນໃຫຍ່ ນັ້ນ, ປະຊາຊົນຊາວໂຣຮິງຢາສ່ວນຫຼາຍຈຶ່ງຖືກປະຕິເສດຈາກການເປັນສັນ ຊາດຂອງປະເທດ ແລະຖືກມອງວ່າເປັນຊາວອົບພະຍົບທີ່ຜິດກົດໝາຍຈາກ ຂົງເຂດເອເຊຍໃຕ້.

ແຟ້ມ-ເຮືອທີ່ບັນທຸກຊາວໂຣຮິງຢາ, ລວມທັງແມ່ຍິງ ແລະເດັກນ້ອບ ພົບວ່າລ່ອງລອຍໂດດດ່ຽວຢູ່ນອກຊາຍຝັ່ງຂອງ ບີຣູເອັນ (Bireuen), ແຂວງອາເຈ (Aceh), ປະເທດອິນໂດເນເຊຍ, ວັນທີ 27 ທັນວາ 2021. ຢູ່ໃນພາບທີ່ຖ່າຍຈາກວີດີໂອ.
ແຟ້ມ-ເຮືອທີ່ບັນທຸກຊາວໂຣຮິງຢາ, ລວມທັງແມ່ຍິງ ແລະເດັກນ້ອບ ພົບວ່າລ່ອງລອຍໂດດດ່ຽວຢູ່ນອກຊາຍຝັ່ງຂອງ ບີຣູເອັນ (Bireuen), ແຂວງອາເຈ (Aceh), ປະເທດອິນໂດເນເຊຍ, ວັນທີ 27 ທັນວາ 2021. ຢູ່ໃນພາບທີ່ຖ່າຍຈາກວີດີໂອ.

ອົງ​ການຂ້າຫຼວງໃຫຍ່ສໍາລັບອົບ​ພະ​ຍົບສະຫະປະຊາຊາດ ຫຼື UNHCR ກ່າວໃນທ້າຍອາທິດນີ້ວ່າ ພວກເຂົາເຈົ້າຢ້ານວ່າເຮືອທີ່ໄດ້ເລີ້ມອອກເດີນທາງ ຈາກປະເທດບັງກລາແດັສ ໃນທ້າຍເດືອນພະຈິກທີ່ຜ່ານມາ ແລ້ວຫາຍສາບ ສູນໃນທະເລ ພ້ອມດ້ວຍຜູ້ໂດຍສານຈໍານວນ 180 ຄົນຢູ່ເທິງເຮືອນັ້ນຄາດວ່າ ໄດ້ເສຍຊີວິດໝົດແລ້ວ.

ອົງການ UNHCR ກ່າວວ່າ ເຮືອລໍາດັ່ງກ່າວເຊິ່ງບໍ່ແມ່ນເຮືອສໍາລັບເດີນທະເລ ອາດຈະເລີ້ມແຕກໃນຊ່ວງຕົ້ນເດືອນທັນວາ ກ່ອນຂາດການຕິດຕໍ່ກັບພວກເຂົາ ເຈົ້າ.

ມີຄວາມຢ້ານກົວວ່າ ຊາວໂຣຮິງຢາເກືອບ 200 ຄົນອາດຈະເສຍຊີວິດ ຫຼືສູນ ຫາຍຢູ່ໃນທະເລໄປແລ້ວໃນປີນີ້. ໂຄສົກຂອງອົງການ UNHCR ທ່ານ ບາບາ ບາໂລຈ໌ (Babar Baloch) ກ່າວວ່າ “ພວກເຮົາຫວັງຢ່າງ​ແຮງວ່າ ຜູ້ທີ່ສູນ ຫາຍ 180 ຄົນ​ຍັງຄົງມີຊີວິດຢູ່ໃນບ່ອນໃດບ່ອນນຶ່ງຢູ່ຂ້າງນອກນັ້ນ.”

ອົງການ UNHCR ໄດ້ປະເມີນວ່າ ມີຊາວໂຣຮິງຢາເກືອບ 900 ຄົນທີ່ເສຍ ຊີວິດ ຫຼືຫາຍສາບສູນໃນທະເລອັນດາມັນ ຫຼື ອ່າວເບັງກໍໃນປີ 2013 ແລະ ຫຼາຍກວ່າ 700 ຄົນໃນປີ 2014.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG