ຈຳນວນຜູ້ເສຍຊີວິດຈາກເຂື່ອນແຕກຢູ່ບໍ່ແຮ ທີ່ໄດ້ເຮັດໃຫ້ເກີດດິນເຈື່ອນໃນປະເທດ
ບຣາຊີລ ນັ້ນໄດ້ເພີ້ມຂື້ນເຖິງ 34 ຄົນ, ອີງຕາມການກ່າວຂອງໜ່ວຍດັບເພີງໃນວັນ
ເສົາວານນີ້.
ກະຊວງສິ່ງແວດລ້ອມ ບຣາຊິລ ໄດ້ປັບໄໝບໍລິສັດບໍ່ແຮ່ ວາເລັສ ດ້ວຍເງິນ 66 ລ້ານ
ໂດລາ ຫຼັງຈາກເຂື່ອນທີ່ແຕກໃນວັນສຸກທີ່ຜ່ານມາ ໄດ້ສົ່ງຄື້ນຂີ້ຕົມເຂົ້າສູ່ຊຸມຊົນທີ່ຢູ່
ໃກ້ຄຽງນັ້ນ. ພວກເຈົ້າໜ້າທີ່ກ່າວວ່າປະມານ 300 ຄົນໄດ້ຕິດຄ້າງຢູ່ໃນເຂດນໍ້າຖ້ວມ
ຈາກແມ່ນ້ຳຂີ້ຕົມທີ່ຖືກປ່ອຍລົງມາຈາກເຂື່ອນ ໃກ້ກັບເມືອງ ບຣູມາດິນໂຮ ຢູ່ທາງພາກ
ໃຕ້ຂອງລັດ ມິນາສ ເກີແຣສ.
ການປະຕິບັດງານກູ້ໄພກຳລັງດຳເນີນຢູ່ຕໍ່ໄປ ແຕ່ວ່າຜູ້ປົກຄອງລັດ ທ່ານ ໂຣເມີ ເຊີມາ
ໄດ້ກ່າວໃນວັນເສົາຕອນເຊົ້າວານນີ້ວ່າ ມີໂອກາດໜ້ອຍທີ່ຈະເຫັນຄົນຍັງມີຊີວິດຢູ່.
ທ່ານກ່າວວ່າ “ຈາກນີ້ ໂອກາດແມ່ນມີໜ້ອຍທີ່ສຸດ ແລະ ສ່ວນໃຫຍ່ຈະເປັນການຄົ້ນ
ຫາຊາກສົບເທົ່ານັ້ນ.”
ກະຊວງສິ່ງແວດລ້ອມໄດ້ປັບໄໝບໍລິສັດ ວາເລັສ ໃນຂະນະທີ່ບໍລິສັດໄດ້ຖືກກວດພົບ
ວ່າມີຄວາມຜິດ ສຳລັບການລ່ວງລະເມີດກົດລະບຽບ ແລະ ການສ້າງມົນລະພິດ ຍ້ອນ
ໄພພິບັດດັ່ງກ່າວ.
ບັນດາເຈົ້າໜ້າທີ່ດັບເພີງກ່າວວ່າ ໃນພວກທີ່ຫາຍສາບສູນ 200 ຄົນແມ່ນພະນັກງານ
ຜູ້ທີ່ກຳລັງກິນເຂົ້າທ່ຽງຢູ່ເຂດປົກຄອງຂອງເຂື່ອນ ໃນເວລາເຂື່ອນແຕກເກີດຂຶ້ນນັ້ນ.
ຫ້ອງການເລຂາທິຫານໃຫຍ່ອົງການສະຫະປະຊາຊາດ ກ່າວວ່າເຂົາເຈົ້າ “ເສຍໃຈຢ່າງ
ເລິກເຊິ່ງ” ຈາກໂສກນາດຕະກຳດັ່ງກ່າວ ແລະ ສະແດງຄວາມເສົ້າສະລົດໃຈໄປຍັງບັນ
ຄອບຄົວຜູ້ຖືກເຄາະຮ້າຍ.
ທ່ານ ຟາຮານ ຮັກ ຮອງໂຄສົກເລຂາທິຫານໃຫຍ່ສະຫະປະຊາຊາດ ກ່າວວ່າ “ລະບົບ
ສະຫະປະຊາຊາດ ຕຽມພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນແກ່ພວກເຈົ້າໜ້າທີ່
ບຣາຊີລ ໃນການຊອກຫາ ແລະຄວາມພະຍາຍາມບັນເທົ່າທຸກສຸກເສີນ.”