ເມື່ອໄວໆມານີ້ ບັນດາສະມາຊິກປະຊາຄົມລາວ ໃນຂົງເຂດນະຄອນຫລວງວໍຊິງຕັນ
ໄດ້ຈັດງານຫາລາຍໄດ້ ເພື່ອນໍາເງິນໄປສົມ ທົບເຂົ້າໃສ່ການໃຊ້ຈ່າຍໃນການເກັບກູ້
ລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ໃນປະເທດລາວ. ກິ່ງສະຫວັນ
ໄດ້ໄປຮ່ວມໃນງານນີ້ແລະມີລາຍລະອຽດມາເລົ່າສູ່ຟັງ ໃນອັນດັບຕໍ່ໄປ.
ລາວເປັນປະເທດທີ່ໄດ້ຮັບເຄາະຮ້າຍຈາກການຖີ້ມລະເບີດໃສ່ ຫລາຍທີ່ສຸດ ໃນສະ
ໄໝສົງຄາມອິນໂດຈີນ. ອ້າງອິງຕາມຕົວເລກຂອງ ອົງການ MAG ກໍແມ່ນວ່າ ໃນລະ
ຫວ່າງ ປີ 1964 ຫາ 1975 ລະເບີດຈໍານວນສອງລ້ານຕັນ ໄດ້ຖືກຖີ້ມລົງໃສ່ປະ
ເທດລາວ. ໃນນັ້ນແມ່ນຮວມທັງລະເບີດລູກຫວ່ານ ຫລື bombies 270 ລ້ານ
ໜ່ວຍຊຶ່ງຍັງມີ ປະມານ 80 ລ້ານລູກ ທີ່ຍັງຕົກຄ້າງບໍ່ທັນແຕກຢູ່ໃນແຜ່ນດີນລາວ.
MAG ຫລື Mines Advisory Group ເປັນອົງການເກັບກູ້ລະເບີດ ຂອງເອກກະ
ຊົນ ເພື່ອຊ່ວຍເຫລືອດ້ານມະນຸດສະທໍາ ແລະບໍ່ສ້າງຜົນກໍາໄລ ມີສໍານັກງານໃຫຍ່ຢູ່
ທີ່ເມືອງ Manchester ປະເທດອັງກິດ ແລະມີຫ້ອງການຕາງໜ້າທີ່ນະຄອນຫລວງ
ວໍຊິງຕັນ ດີ.ຊີ. ຊຶ່ງໄດ້ຕັ້ງຂື້ນມາໃນປີ 2000. ປັດຈຸບັນນີ້ MAG ກໍາລັງປະຕິບັດງານ
ຢູ່ໃນສາມ ຂົງເຂດ ຄື ອາຟຣິກາ ພາກຕາເວັນອອກກາງ ແລະເອເຊຍ ຮວມທັງໝົດ
17 ປະເທດ ໂດຍ ນໍາພາແລະຝຶກສອນປະຊາຊົນທ້ອງຖີ່ນໃຫ້ ເປັນຜູ້ເຮັດວຽກເກັບ
ກູ້ລະເບີດເອົາເອງ ຢູ່ໃນປະເທດຂອງເຂົາເຈົ້າ.
ອົງການ MAG ໄດ້ເລີ້ມປະຕິບັດງານຢູ່ໃນລາວມາແຕ່ຕົ້ນຊຸມປີ 1990 ໂດຍເຈາະຈົງ
ເກັບກູ້ແລະທໍາລາຍລະເບີດ ຢູ່ໃນເຂດທີ່ມີປະຊາຊົນ ອາໃສຢູ່ແລະທໍາມາຫາກີນຢູ່ເທົ່າ
ນັ້ນ. ລະຫວ່າງປີ 2007-2011 ອົງການ MAG ໄດ້ເກັບກູ້ ແລະຍົກຍ້າຍລະເບີດຈໍາ
ນວນ 23.778 ໜ່ວຍ ແລະ ທໍາລາຍ 145.000 ໜ່ວຍ ຊຶ່ງໄດ້ຊ່ວຍໃຫ້ປະຊາກອນ
ລາວຈໍານວນ 330.000 ຄົນ ສາມາດສ້າງສາປະຊາຄົມ ໃຫ້ເປັນບ່ອນ ທໍາມາຫາກິນ
ແລະດໍາລົງຊີວິດ ຢູ່ດ້ວຍຄວາມປອດໄພ.
ແຕ່ລະປີ ອົງການ MAG ໄດ້ຮັບທຶນຈາກ ກະຊວງການຕ່າງປະເທດ ຂອງສະຫະລັດ
ອາເມຣິກາ ເປັນຈໍານວນຫລາຍລ້ານໂດລາ. ນອກນັ້ນຍັງໄດ້ມາຈາກສ່ວນບຸກຄົນ
ອົງການຈັດຕັ້ງແລະບໍລິສັດຕ່າງໆ ໂດຍສະເພາະຢ່າງຍິງແມ່ນການຫາລາຍໄດ້ປະຈໍາ
ປີມາສົມທົບທຶນບໍລິຫານວຽກ ງານເກັບກູ້ລະເບີດທັງໝົດ.
ງານຫາລາຍໄດ້ໃນເດືອນແລ້ວນີ້ ແມ່ນເທື່ອທໍາອິດທີ່ຈັດຂຶ້ນຢູ່ວໍຊິງຕັນ ດີຊີ ຂອງອົງ
ການMAG ສໍາລັບປີ 2012 ນີ້ ທີ່ຮ້ານອາຫານຈີນ ແຫ່ງນຶ່ງ ໂດຍໄດ້ຮັບການປະສານ
ງານຈາກ ທ່ານກາຍຍະສິດ ຣັດຕະ ນະວົງກົດ ທີ່ເປັນຫລັກອຸດໜຸນທາງດ້ານການເງິນ
ແລະດ້ວຍການ ຮ່ວມມືຂອງອົງການຈັດຕັ້ງອື່ນໆຂອງຊາວລາວໃນເຂດນີ້ ໂຮມທັງສະ
ມາຄົມສະຕີລາວອາເມຣິກັນ ທີ່ໄດ້ຈັດການສະແດງ ສິນລະປະພື້ນເມືອງລາວ ເຊ່ນວ່າ
ການເສບດົນຕີພື້ນເມືອງ ການຟ້ອນພື້ນເມືອງ ຂອງບັນດາລູກຫລານສະມາຊິກ ແລະ
ອົງການ Legacies of War
ຫລືມູນມໍລະດົກຈາກສົງຄາມ ທີ່ນໍາພາໂດຍຍານາງຈັນນະພາ ຄໍາວົງສາ ຊຶ່ງເປັນອີກ
ອົງການນຶ່ງທີ່ພະຍາຍາມຫາທາງຊ່ວຍກໍາຈັດມູນມໍລະດົກທີ່ຕົດທອດມາຈາກສົງຄາມ
ກໍຄືລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນລາວນັ້ນ. ນອກນີ້ແລ້ວ ກໍມີລາຍການສະແດງ
ດົນຕີແລະເຕັ້ນລໍາ ໂດຍ ນັກຮ້ອງລາວ ຈາກລັດອື່ນໆ ແລະຮອດຈາກການາດາ ທີ່ໄດ້
ເດີນທາງມາຮ່ວມສົມທົບ ສ້າງຄວາມມ່ວນຊື່ນ.
ບັນດາແຂກຜູ້ມີກຽດ ທັງລາວແລະຕ່າງປະເທດ ທີ່ໄດ້ເຂົ້າຮ່ວມ ກໍມີ ອົງການຈັດ
ຕັ້ງຕ່າງໆ ຫົວໜ້າບໍລິສັດຕ່າງໆ ແລະເຈົ້າໜ້າທີ່ຈາກ ສະຖານເອກອັກຄະລັດຖະທູດ
ສປປ ລາວ ປະຈໍານະຄອນຫລວງວໍຊິງຕັນ ດີຊີ. ພາຍໃນຫ້ອງອາຫານ ມີການວາງສະ
ແດງຮູບພາບຂອງຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ ແລະສາຍຮູບເງົາສາລະຄະດີກ່ຽວ
ກັບການ ປະຕິບັດງານຂອງ MAG ຢູ່ໃນລາວແລະຜົນກະທົບຈາກລະເບີດບໍ່ທັນ ແຕກ
ຕໍ່ປະຊາຊົນລາວ ຊຶ່ງໃນແຕ່ລະປີ ມີຫລາຍຮ້ອຍຄົນເສຍອົງຄະແລະເສຍຊີວິດໄປ ກໍມີ.
ທ່ານນາງ Jennifer Lachman ຜູ້ອໍານວຍການບໍລິຫານ ອົງການ MAG ປະຈໍາ
ສະຫະລັດ ກ່າວຕໍ່ VOA ວ່າ:
“ຂ້າພະເຈົ້າຊື່ Jennifer Lachman. ຂ້າພະເຈົ້າເປັນຜູ້ອໍານວຍການ ບໍລິຫານ
ຂອງMAG America. ພວກເຮົາຈັດງານຫາລາຍໄດ້ ຢູ່ໃນນະຄອນຫລວງວໍຊິງຕັນ
ປະມານ 4 ເທື່ອຕໍ່ປີ. ການຫາລາຍໄດ້ເທື່ອຕໍ່ໄປຈະແມ່ນ ໃນເດືອນມີຖຸນາ ຊຶ່ງພວກ
ເຮົາຈະມີການແຂ່ງຂັນຕີກອ໊ຟ.
ພວກເຮົາພະຍາຍາມຫາລາຍໄດ້ໃນຮູບແບບທີ່ແຕກຕ່າງກັນ ສໍາລັບແຕ່ລະກຸ່ມຊົນ
ແລະເທື່ອນີ້ແມ່ນເທື່ອທໍາອິດ ທີ່ເຮົາເຮັດໃນປີນີ້. ພວກເຮົາຫວັງຢ່າງຍິ່ງວ່າ ປະຊາຄົມ
ລາວຈະໃຫ້ການຮ່ວມມືອີກປີໜ້າ ຫລັງຈາກທີ່ເຂົາເຈົ້າໄດ້ເຫັນຮູບເງົາສາລະຄະດີຂອງ
ພວກເຮົາ ແລະໄດ້ຮຽນຮູ້ກ່ຽວກັບວຽກງານຂອງພວກເຮົາແລ້ວ. ຫວັງວ່າເຂົາເຈົ້າມີ
ຄວາມຮູ້ສຶກສົງສານ ແລະຮູ້ສຶກຖືກດົນຈິດດົນໃຈໃຫ້ສືບຕໍ່ສະໜັບສະໜຸນພວກເຮົາ
ແລະຊ່ວຍປຸກລະດົມໃຫ້ມີການຕຶ່ນໂຕກ່ຽວກັບວຽກການທີ່ພວກເຮົາກໍາ ລັງເຮັດຢູ່ນີ້.
ພວກເຮົາໄດ້ເລີ້ມປະຕິບັດງານຢູ່ໃນລາວມາແຕ່ປີ 1993. ພວກເຮົາແມ່ນນັບຈໍາ
ນວນລູກລະເບີດທີ່ເກັບກູ້ ຫລືຂຸດຂຶ້ນມາ ແລະນັບລູກລະເບີດແຕ່ລະໜ່ວຍທີ່ພວກ
ເຮົາທໍາລາຍ. ປັດຈຸບັນນີ້ ພວກເຮົາປະຕິບັດງານຢູ່ໃນ 17 ປະເທດ. ຫ້ອງການ
ຂອງພວກເຮົາຢູ່ອາເມຣິການີ້ມີໜ້າທີ່ຫາລາຍໄດ້ ແລະເຜີຍແຜ່ໃຫ້ຜູ້ຄົນຕື່ນໂຕ
ເພື່ອດຶງເອົາການ ສະໜັບສະໜຸນ ສໍາລັບວຽກງານຂອງເຮົາຢູ່ຕ່າງປະເທດ.
ສໍານັກງານໃຫຍ່ຂອງພວກເຮົາ ແມ່ນຕັ້ງຢູ່ເມືອງ Manchester ປະເທດອັງກິດ
ທີ່ເປັນບ່ອນຄວບຄຸມວຽກງານທັງໝົດຂອງພວກເຮົາທີ່ຢູ່ຕ່າງປະເທດ. ທຶນສ່ວນ
ໃຫຍ່ ແມ່ນພວກເຮົາໄດ້ມາຈາກລັດຖະບານຂອງຫລາຍໆປະເທດ ແລະ
ກະຊວງການຕ່າງປະເທດຂອງສະຫະລັດ ແມ່ນເປັນຜູ້ສະໜັບສະໜຸນລາຍໃຫຍ່
ທີ່ສຸດຂອງພວກເຮົາ ຄືປະມານ 17 ລ້ານ$ ຕໍ່ປີ.
ກໍໜ້າເສຍໃຈຢູ່ ທີ່ໂຄງການນີ້ຈະເປັນໂຄງການອັນຍາວນານ ເພາະວ່າ ຈໍານວນ
ລະເບີດທີ່ໄດ້ຖືກກວາດລ້າງອອກຈາກລາວນັ້ນ ມີ ພຽງໜ້ອຍດຽວເທົ່ານັ້ນ.
ຂ້າພະເຈົ້າຍັງບໍ່ມີໂອກາດໄດ້ໄປເມືອງລາວ ຂ້າພະເຈົ້າໄດ້ໄປເຫັນໂຄງການ
ຂອງພວກເຮົາທີ່ ກໍາປູເຈຍ ອີຣັກ ແລະ ເລບານອນ ແຕ່ວ່າຍັງບໍ່ມີໂອກາດໄດ້
ໄປເມືອງລາວເທື່ອ. ຂ້າພະເຈົ້າ ຢາກໄປເມືອງລາວຫລາຍ. ປັດຈຸບັນນີ້ ເຮົາ
ກໍກໍາລັງຈັດລາຍການເດີນ ທາງໄປລາວ ສໍາລັບຜິູມີຄວາມສົນໃຈ ຢາກໄປ
ເບິ່ງການປະຕິບັດງານຂອງພວກເຮົາ ຢູ່ໃນລາວ ກໍາປູເຈຍ ແລະຫວຽດນາມ
ໃນເດືອນພະຈິກຂອງປີນີ້ ຊຶ່ງເຮົາຈະພາໄປຢາມທີມງານຂອງພວກເຮົາທີ່
ເຮັດວຽກຢູ່ສະໜາມ ແລະເບິ່ງວ່າເຂົາເຈົ້າເຮັດວຽກແນວໃດ. ໂຄງການຢ້ຽມ
ຢາມທີ່ວ່ານີ້ ຈະມີກໍານົດສາມອາທິດແລະພວກເຮົາຫວັງວ່າ ຈະມີໃນລະ
ຫວ່າງ 15 ຫາ 20 ຄົນເດີນທາງໄປນໍາ”.
ບຸກຄົນສໍາຄັນອີກຄົນນຶ່ງ ຈາກປະຊາຄົມລາວ-ອາເມຣິກັນ ທີ່ໄປຮ່ວມ ໃນ
ງານຫາລາຍໄດ້ຄືນນັ້ນ ຄື ທ່ານນາງ Mee Moua ອະດີດສະມາຊິກສະພາ
ສູງລັດມີນີໂຊຕາ ລາວມົ້ງ-ອາເມຣິກັນຄົນທໍາອິດ. ປັດຈຸບັນ ທ່ານນາງເປັນ
ຜູ້ອໍານວຍການບໍລິຫານ ສູນກາງຍຸຕິທໍາເອເຊຍອາເມລິກັນ (Asian
American Justice Center) ທີ່ນະຄອນຫລວງວໍຊິງຕັນ ດີຊີ. ທ່ານນາງ
ໄດ້ໃຫ້ເຫດຜົນໃນການມາຮ່ວມງານຄັ້ງນີ້ ພ້ອມກັບເລົ່າເຖິງເບື້ອງຫລັງ
ຄວາມເປັນມາ ຂອງທ່ານນາງເອງວ່າ:
“ຂ້າພະເຈົ້າໄດ້ຖືກເຊື້ອເຊີນໃຫ້ມາຊ່ວຍຫາລາຍໄດ້ໃຫ້ MAG ເພື່ອໃຫ້ເຂົາ
ເຈົ້າມີເງິນທຶນ ສືບຕໍ່ຊ່ວຍເຫລືອໃນການກໍາຈັດລະເບີດທີ່ຍັງບໍ່ທັນແຕກຢູ່
ທົ່ວໂລກ ໂດຍສະເພາະຢ່າງຍິ່ງຄວາມພະຍາຍາມຂອງເຂົາເຈົ້າ ຢູ່ໃນລາວ.
ໃນນາມເປັນຜູ້ນຶ່ງທີ່ເກີດຢູ່ລາວ ຂ້າພະເຈົ້າຍັງມີຍາດຕິພີ່ ນ້ອງຫລາຍໆ
ຄົນຢູ່ເມືອງລາວ. ຂ້າພະເຈົ້າຄິດວ່າ ມັນເປັນໜ້າທີ່ແລະຄວາມຮັບຜິດຊອບ
ທີ່ຕ້ອງມາໃນງານມື້ແລງນີ້ ເພື່ອຊ່ວຍສະໜັບສະໜຸນ ການຫາລາຍໄດ້ນີ້.
ຂ້າພະເຈົ້າຍັງບໍ່ເຄີຍກັບໄປຢ້ຽມຢາມເມືອງລາວ ແຕ່ກໍຄິດວ່າ ຈະສາມາດ
ກັບຄືນໄປຢາມໄດ້ ໃນອີກ 2-3 ປີນີ້ແຫລະ. ຂ້າພະເຈົ້າເກີດຢູ່ເມືອງນ້ອຍໆ
ໃນແຂວງຊຽງຂວາງ ຊຶ່ງອາດຈະບໍ່ມີຢູ່ແລ້ວເວລານີ້. ຄອບຄົວຂອງຂ້າພະ
ເຈົ້າ ໜີອອກຈາກເມຶອງລາວ ໃນປີ 1975. ພວກເຮົາໄດ້ໄປຢູ່ສູນອົບພະຍົບ
ທີ່ປະເທດໄທ ປະມານສາມປີ ແລະໃນປີ 1978 ພວກເຮົາໄດ້ມາເຖິງ
ສະຫະລັດ ອາເມຣິກາ. ພວກເຮົາພາກັນຕັ້ງຖິ່ນຖານລົງຢູ່ລັດ Rhode
sland ແລະຫລັງຈາກນັ້ນ ພໍ່ແມ່ ໄດ້ຍ້າຍມາຢູ່ລັດ Wisconsin ແລະ
ຫລັງຈາກຮຽນຈົບອຸດົມແລ້ວ ພວກເຮົາໄດ້ຍ້າຍໄປຢູ່ລັດ Minnesota.
ບາດແລ້ວ ຂ້າພະເຈົ້າ ໄປຮຽນໜັງສືທີ່ມະຫາວິທະຍາໄລຢູ່ລັດອື່ນ ແລະ
ໄດ້ກັບຄືນໄປລັດ Minnesota ເພື່ອເຂົ້າໂຮງຮຽນກົດໝາຍ. ຫລັງຈາກ
ຮຽນຈົຍບແລ້ວ ກໍໄດ້ເຮັດວຽກຢູ່ໃນຫ້ອງການທະນາຍຄວາມເປັນເວລາ
ເກືອບສາມປີ. ພໍດີມີບ່ອນນັ່ງຫວ່າງລົງ ຢູ່ສະພາສູງຂອງລັດມິນນີໂຊຕາ
ສໍາລັບເຂດທີ່ ຂ້າພະເຈົ້າຢູ່ອາໃສ ຂ້າພະເຈົ້າກໍເລີຍລອງສະມັກເບິ່ງ
ເພາະຄິດວ່າເປັນໂອກາດອັນດີໃນການເຂົ້າພົວພັນໃນຂັ້ນຕອນດ້ານການ
ເມືອງ. ທຸກຄົນພາກັນແປກໃຈ ຮວມທັງຕົວຂອງຂ້າພະເຈົ້າເອງ ທີ່ຂ້າພະ
ເຈົ້າໄດ້ຮັບໄຊຊະນະ ໃນການເລືອກຕັ້ງປີ 2002 ນັ້ນ. ຂ້າພະເຈົ້າໄດ້ຮັບ
ໃຊ້ມາຈົນເຖິງເດືອນພຶດສະພາ ປີ 2011. ຂ້າພະເຈົ້າສາມາດທີ່ຈະ
ສະໝັກເລືອກຕັ້ງໃໝ່ໄດ້ອີກ ແຕ່ກໍໄດ້ຕັດສີນໃຈບໍ່ສະມັກ ເພາະຂ້າພະ
ເຈົ້າຄິດວ່າ ໂຕເອງມີພັນທະຕໍ່ຄອບຄົວ ແລະປະຊາຄົມ ທີ່ຈະຕ້ອງຊອກ
ສະແຫວງຫາໂອກາດອື່ນໆ ເພື່ອຕາງໜ້າປະຊາຄົມໃນວຽກງານທີ່ແຕກ
ຕ່າງໄປ. ຂ້າພະເຈົ້າກໍເລີຍຕັດສີນໃຈຍ້າຍມາຢູ່ວໍຊິງຕັນ ດີ.ຊີ. ຫວ່າງ
ມໍໆມານີ້ ໂດຍໄດ້ຖືກມອບໝາຍໜ້າທີ່ອັນມີກຽດໃຫ້ເປັນຜູ້ອໍານວຍ
ການບໍລິຫານຂອງອົງການສິດທິມະນຸດແລະສິດທິພົນລະເມືອງທີ່ສໍາຄັນ
ທີ່ຊື່ວ່າ Asian American Justice Center ຫລື ສູນກາງຍຸດຕິທໍາ
ເອເຊຍ-ອາເມຣິກັນ ທີ່ເປັນຜູ້ຕາງໜ້າບັນດາປະຊາຄົມເອເຊຍ-ອາເມຣິກັນ.
ຂ້າພະເຈົ້າມີຄວາມຕື່ນເຕັ້ນກັບວຽກໃໝ່ນີ້ຫລາຍ ແລະດີໃຈນໍາໂອກາດທີ່
ຈະໄດ້ເປັນຜູ້ຕາງໜ້າ ປະຊາຄົມເອເຊຍ ອາເມຣິກັນ ທົ່ວປະເທດ ກ່ຽວກັບ
ດ້ານສິດທິມະນຸດ ຢູ່ໃນນະຄອນຫລວງວໍຊິງຕັນ ດີ.ຊີ ນີ້.
ງານຫາລາຍໄດ້ສົມທົບທຶນໃນການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ປະເທດ
ລາວໃນຄືນນັ້ນ ດໍາເນິນໄປຈົນເຖິງທ່ຽງຄືນ ທ່າມກາງບັນຍາກາດແຫ່ງ
ຄວາມມ່ວນຊື່ນລື້ນເລີງ ໄມຕີຈິດມິດຕະພາບອັນອັນແຈ່ມໃສ ແລະ ຄວາມ
ອິ່ມອົກອິ່ມໃຈຂອງບັນດາຜູ້ທີ່ໄປຮ່ວມ ທີ່ໄດ້ເຮັດບຸນແລະຊ່ວຍເຫລືອສະ
ໜັຍສະໜຸນວຽກງານດ້ານມະນຸດສະທໍາ ຢູ່ໃນປະເທດລາວ ຊຶ່ງເປັນບ້ານ
ເກີດເມືອງນອນຂອງຫລາຍໆຄົນ ທີ່ໄປຮ່ວມງານນັ້ນ.