ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງດາໄລ ລາມາ ໃຫ້ສໍາພາດ ກັບວີໂອເອ (ເບິ່ງວີດີໂອ ພາສາລາວ/ອັງກິດ)


ນາງຊີນ ເຈີນ ນັກຂ່າວວີໂອເອ ພະແນກພາສາຈີນກາງ ສໍາພາດ ອົງດາໄລ ລາມະດ ທີ່ໂຮງແຮມຮິລຕັນ, ວໍຊິງຕັນ ດີຊີ, ວັນທີ 12 ກໍລະກົດ 2011.
ນາງຊີນ ເຈີນ ນັກຂ່າວວີໂອເອ ພະແນກພາສາຈີນກາງ ສໍາພາດ ອົງດາໄລ ລາມະດ ທີ່ໂຮງແຮມຮິລຕັນ, ວໍຊິງຕັນ ດີຊີ, ວັນທີ 12 ກໍລະກົດ 2011.

ຜູ້​ນໍາທາງ​ດ້ານ​ຈິດ​​ໃຈ​ຂອງ​ຊາວທິ​ເບ​ດທີ່​ພັດ​ຖິ່ນ ກໍ​ຄື​ອົງ​ດາ​ໄລ ລາ​ມະ ​ທີ່ໄດ້ສະ​ເດັດ​ມາປະ​ທັບ­­­​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ນັບ​ຕັ້ງ​ແຕ່​ອາທິດ​ຜ່ານ​ມາ ​ເພື່ອສະ​ເຫລີມສະຫລອງ​ຄົບ ຮອບ​ພະ​ຊົນ​ພັນ​ສາ ​ແລະ​ນໍາພາພວກທີ່ເຄົາລົບນັບຖືພະອົງ ​ໃນ​ພິທີສວດມົນພາວະນາ​ແລະ​ ນັ່ງ​ສະມາທິ ເປັນ​ເວລາ​ຫລາຍມື້​ນັ້ນ ​ໄດ້​ຊົງ​​ໃຫ້​ສໍາພາດ​ກັບ​ວີ​​ໂອ​ເອພະ​ແນ​ກພາສາ​ຈີນ​ກາງ ​​ໂດຍ​ໄດ້​ຊົງ​ກ່າວ​ເຖິງ​ຈຸດປະສົງ​ໃນ​ການສະ​ເດັດ​ມາ​ຢ້ຽມຢາມ​ນະຄອນຫລວງ​ຂອງ​ສະຫະລັດ ​ເປັນ​ເທື່ອ​ທໍາ​ອິດ ນັບ​ຕັ້ງ​ແຕ່​ໄດ້​ຊົງຖອນ​​ພະ​ອົງອອກ​ຈາກການ​ເປັນ​ຜູ້​ນໍາທາງການເມືອງຂອງ​ລັດຖະບານ​ທິ​ເບ​ດພັດ​ຖິ່ນ. ດາຣາມີ​ລາຍ​ລະອຽດ​ຂອງ​ເລຶ່ອງນີ້​ ມາສະ​ເໜີ​ທ່ານ​​.

ອົງດາໄລ ລາມະ ຊົງກ່າວວ່າ ເວລານີ້ ພະອົງຊົງຮູ້ສຶກວ່າ ພະອົງ​ເປັນ​ອິດ​ສະລະຫລາຍຂຶ້ນ ກວ່າເກົ່າ ນັບຕັ້ງແຕ່ພະອົງໄດ້ສະລະບົດບາດໃນຖານ ເປັນຜູ້ນໍາທາງການເມືອງຂອງລັດຖະ ບານທິເບດພັດຖິ່ນນັ້ນ ຊຶ່ງພະອົງຊົງກ່າວຕໍ່ໄປວ່າ ບັດນີ້ ພະອົງກໍຈະສາມາດອຸທິດ​ເຫື່ອ​ແຮງ ຊ່ວຍເຫລືອພວກອື່ນໆຫ້ມີຊີວິດຢູ່ຢ່າງຜາສຸກ​ໄດ້ຫລາຍຂຶ້ນ ແລະຊ່ວຍຊຸກຍູ້ສົ່ງເສີມຄວາມຖືກ ຕ້ອງປອງ​ດອງກັນດ້ານສາສະໜາ.

ໃນ​ການໃຫ້​ສໍາພາດ​ຂ່າວ​ແກ່ວິທະຍຸວີໂອເອ ພາກພາສີຈີນກາງ ເມື່ອວັນອັງຄານຜ່ານ​ມາ ທີ່ນະຄອນຫລວງວໍຊິງຕັນ ດີຊີ ນັ້ນ ຜູ້ນໍາທາງ​ດ້ານຈິດໃຈຂອງຊາວທິເບດກ່າວວ່າ ມັນຂຶ້ນ ຢູ່ກັບຄະນະນໍາ​ພາ​ຂອງລັດຖະບານທິເບດພັດຖິ່ນ ທີ່ຫາ​ກໍ​ໄດ້ຖືກເລືອກຕັ້ງໃໝ່​ເມື່ອ​ຕົ້ນ​ປີ​ນີ້ ວ່າຈະ​ທໍາ​ການເຈລະຈາກັບຈີນຕໍ່​ໄປ​ຫລື​ບໍ່ ແຕ່ກໍ​ກ່າວຕື່ມ​ວ່າ ພະ​ອົງຊົງພ້ອມທີ່ຈະຊ່ວຍເຫລືອ ຖ້າຫາກຖືກ​ຮ້ອງ​ຂໍ. ອົງ​ດາ​ໄລລາ​ມະ ຊົງກ່າວ​ວ່າ

“ບັດ​ນີ້ ອາດຕະມາບໍ່​ມີ​ຄວາມ​ຮັບຜິດຊອບ​ດ້ານ​ເປັນ​ຜູ້​ນໍາ​ທາງການ​ເມືອງ​ອີກ​ຕໍ່​ໄປ​ແລ້ວ. ແຕ່ຖ້າວ່າ ຄະນະ​ນໍາພາ​ທີ່ຖືກ​ເລືອກ​ຕັ້ງ​ຂຶ້ນມາ​ໃໝ່​ນັ້ນ ຕ້ອງການຄວາມ​ຊ່ວຍ​ເຫລືອ​ ຂ້າພະ​ເຈົ້າກໍ​ພ້ອມ​ທີ່ຈະ​ຊ່ວຍ​ຢູ່​ສະ​ເໝີ”

ການສະເດັດຢ້ຽມຢາມວໍຊິງຕັນຂອງອົງດາໄລ ລາມະ ຄັ້ງ​ນີ້ ແມ່ນາເປັນເທື່ອທໍາອິດ ນັບ
ຕັ້ງແຕ່ພະອົງໄດ້ຖອນ​ໂຕອອກ​ຈາກບົດບາດທາງການເມືອງຂອງພະອົງໃນເດືອນມີນາຜ່ານ ມາ. ​ໃນ​ປີ​ກາຍ​ນີ້ ການພົບ​ປະກັນລະຫວ່າງ ອົງດາໄລ ລາມະ ກັບປະທານາທິບໍດີ ບາຣັກ ໂອບາມາ ທີ່ທໍານຽບຂາວ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຈີນ ເຖິງແມ່ນທາງລັດຖະບານ ໂອບາມາ ​ໄດ້ພະຍາຍາມຢ່າງ​ໃຫຍ່ ​ເພື່ອ​ທີ່ຈະ​ບໍ່​ໃຫ້​ເປັນ​ຂ່າວດັງ​ຫລາຍ ​ໂດຍ​ການ​ເຜີຍ​ແຜ່​ຮູບ​ພາບ​ແຕ່​ພຽງ​ຮູບດຽວ ທີ່​ຖ່າຍກັບ​ປະທານາທິບໍດີ​ໂອ​ບາມາ ​ແລະ​ອອກຖະ​ແຫລງການ​ເປັນ​ລາຍ​ລັກ​ອັກສອນ​ສະບັບ​ດຽວ.

ຍັງເຫລືອເວລາອີກພຽງບໍ່​ເທົ່າ​ໃດ​ມື້ ​ໃນການຢ້ຽມຢາມຂອງອົງ​ດາ​ໄລ ລາມະ ຄັ້ງນີ້ ​ແຕ່​ກໍ​ຍັງ​ບໍ່​ໄດ້ມີ​ການປະກາດອອກ​ມາຢ່າງ​ເປີດ​ເຜີຍຈາກທໍານຽບຂາວ​ເທື່ອ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ມີແຜນການຈະພົບປະກັບພະອົງ ຫລື​ບໍ່.

ອົງດາໄລ ລາມະ ບອກກັບວີໂອເອວ່າ ຖ້າຫາກມີໂອກາດ ພະອົງກໍຈະພົບປະກັບປະທາ
ນາທິບໍດີໂອບາມາ. ຢ່າງ​ໃດ​ກໍ​ຕາມ ພະອົງຊົງກ່າວວ່າ ເຫດຜົນໃຫຍ່​ໃນການມາ​ປະພາດ
ສະຫະລັດໃນຄັ້ງນີ້ ກໍແມ່ນເພື່ອສິດສອນສາສະໜາພຸດ. ພະ​ອົງ​ຊົງ​ກ່າວ​ວ່າ:

“ອາດຕະມາຮູ້ຈັກລື້​ງ​ເຄີຍ​ກັບປະທານາທິບໍດີ​ໂອ​ບາ​ມາດີ​ ດັ່ງ​ນັ້ນ ຖ້າ​ມີ​ໂອກາ ອາດຕະ ມາກໍ​ຈະ​ດີ​ໃຈ​ຫລາຍ.”

ເມື່ອ​ອາທິດ​ຜ່ານ​ມາ​ນີ້ ອົງ​ດາ​ໄລ​ ລາ​ມະ​ໄດ້​ພົບ​ປະ​ກັບ​ສະມາຊິກ​ລັດຖະສະພາ​ຫລາຍໆ​ຄົນ
​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ ​ເພື່ອ​ອະທິບາຍ​ເຖິງ​ເຫດຜົນ ທີ່​ພະ​ອົງ​ໄດ້​ອໍາ​ລາ​ຈາກ​ການ​ເປັນ​ຜູ້
​ນໍາ​ທາງ​ການ​ເມືອງນັ້ນ. ພ້ອມ​ດຽວ​ກັນນີ້ ​ພະ​ອົງໄດ້ຊົງລົມ​ສູ່ວີ​ໂອ​ເອຟັງ​ ເຖິງຄວາມ​ເຊື່ອ​ຖື​
ຂອງ​ພະ​ອົງ ​ໂດຍ​ກ່າວ​ວ່າ:

“​ໂລກ​ເປັນ​ຂອງ​ມະນຸດ​ຊາດ ​ແລະ​ແຕ່ລະ​ປ​ະ​ເທດ​ກໍ​ເປັນ​ຂອງປະຊາຊົນ ບໍ່​ແມ່ນຂອງພັກໃດ
ນຶ່ງ
ຫລືກະສັດ ຫລື ຜູ້​ນໍາ​ດ້ານ​ຈິດ​ໃຈ​ໃດ​ນຶ່ງໂດຍ​ສະ​ເພາະ”

ພະ​ອົງ​ຊົງກ່າວ​ອີກ​ວ່າ ນັ້ນແຫລະ​ຄື​ເຫດຜົນ​ທີ່​ພະ​ອົງໄດ້ຊົງ​ຍຸດຕິປະ​ເພນີທີ່​ປະຕິບັດ​ກັນມາ​
ເປັນ​ເວລາສີ່​ສັດຕະວັດ​ ​ໃນ​ການ​ໃຫ້​ອົງ​ດາ​ໄລ ລາ​ມະ ​ເປັນ​ຜູ້​ນໍາ​ທັງດ້ານ​ຈິດ​ໃຈ ​ແລະ​ກິດຈະ
​ກໍາ​ການ​ເມືອງ​ຂອງ​ທິ​ເບ​ດນັ້ນ ຊຶ່ງ​ພະ​ອົງ​ຊົງກ່າວ​ວ່າ ​ເປັນ​ປະ​ເພນີທີ່ “ໝົດ​ສະໝ​ໄປ​ແລ້ວ.”


ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ ຫລືບ່ອນ mp4 ຫລື windows media ຂ້າງເທິງຂວາມື

ນອກ​ນີ້​ແລ້ວ ຜູ້​ນໍາ​ດ້ານ​ຈິ​ດ​ໃຈ​ຊາວ​ທິ​ເບ​ດ ຍັງ​ໄດ້ກ່າວເຖິງ​ການພົວພັນ​ມາ ​ເປັນ​ເວລາ​ຫົກ​ທົດ​ສະ​ວັດ​ຂອງ​ພະ​ອົງ​ກັບ​ພວກ​ເຈົ້າໜ້າ​ທີ່ຈີນ​ໃນ​ປັກ​ກິ່ງນັ້ນ. ພະ​ອົງຊົງ​ກ່າວ​ວ່າ ເຖິງ​ແມ່ນ​ວ່າ ​ພະ​ອົງ​ຍັງ​ສະໜັບສະໜຸນ​ອຸດົມ​ການ ມາກ​ຊິ​ສທ໌ນັ້ນ​ຢູ່​ກໍ​ຈິງ ​ແຕ່​ພະ​ອົງ​ກໍຊົງເຊື່ອ​ວ່າ​ລະບອບ​ປະຊາທິປະ​ໄຕ​ເທົ່າ​ນັ້ນ​ເປັນ​ຄໍາ​ຕອບ ສໍາລັບໂລກ​ເຮົາ​ ທຸກ​ວັນ​ນີ້.

ອົງດາ​ໄລ ລາ​ມະ​ຊົງ​ກ່າວຕໍ່​ໄປ​ວ່າ ພະ​ອົງ​ຊົງເຊື່ອ​ວ່າ​ຈີນ​ຕ້ອງການ​ການ​ປະຕິ​ຮູບ ​ໂຮມ​ທັງ​ໃຫ້ມີ​ຄວາມໂປ່​ງ​ໃສ ​ແລະ​ເສລີພາບ​ຫລາຍ​ຂຶ້ນ ​ແລະ​ພະ​ອົງ​ກໍ​ເຊື່ອ​ວ່າ ມີຫາງ​ສຽງ​ສະໜັບ​ສະ​ໜຸນ​ຕໍ່​ເລຶ່ອງນີ້ ​ເພີ່ມ​ຂຶ້ນນັບ​ມື້ ຢູ່​ໃນ​ປະ​ເທດ​ຈິນນັ້ນ.

ຜູ້​ນໍາ​ດ້ານ​ຈິດ​ໃຈຂອງ​ຊາວ​ທິ​ເບ​ດ ທີ່​ມີ​ພະ​ຊົນມາຍຸ​ 76 ພັນ​ສາ ​ໄດ້​ຫລົບໜີ ອອກ​ຈາກ​ທິ​ເບ​ດ​ໄປລີ້​ໄພຢູ່​ໃນ​ຕ່າງ​ແດນ​ ຫລັງ​ຈາກ​ການ​ລຸກ​ຮື​ຂຶ້ນຂອງ​ຊາວ​ທິ​ເບ​ດຕໍ່ຕ້ານ​ລັດ​ຖະບານ​ຈີນ​ ໃນປີ 1959 ນັ້ນ ​ບໍ່​ປະສົບ​ຜົນ​ສໍາ​ເລັດ​. ​ປັກ​ກິ່ງ​ໄດ້​ກ່າວ​ຫາ​ອົງ​ດາ​ໄລ ລາ​ມະ ວ່າ​ສະໜັບ​ສະ​ໜຸນ​ການ​ແບ່ງ​ແຍກ​ທິ​ເບ​ດ ອອກ​ຈາກ​ຈີນ. ​ແຕ່​ອົງດາ​ໄລ ລາ​ມະ ​ຢືນ​ຢັດ​ວ່າ ພະ​ອົງ​ພຽງ​ແຕ່​ຕ້ອງການໃຫ້ທິ​ເບ​ດ​ມີ​ສິດ​ປົກຄອງ​ຕົນ​ເອງ​ເທົ່າ​ນັ້ນ ບໍ່ແມ່ນ​ເອກະລາດ.

ອົງ​ດາ​ໄລ ລາ​ມະ ​ບອກ​ກັບວີ​ໂອ​ເອວ່າ ພະ​ອົງ​ເຊື່ອ​ວ່າ ມັນ​ເປັນ​ເລື່ອງ​ຂອງ​ເວລາ​ ບໍ່​ຊ້າ​ກໍ​ໄວເທົ່າ​ນັ້ນ ກ່ອນທັງ​ສອງ​ຝ່າຍ​ຈະ​ພົບ​ເຫັນ​ທາງ​ອອກ​ສໍາລັບ ບັນຫາ​ຂອງ​ທິ​ເບ​ດນີ້ ​ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັນ. ພະ​ອົງ​ຊົງກ່າວ​ໃນ​ທີ່ສຸດ​ວ່າ ການເພີກ​ເສີຍຕໍ່​ບັນຫາ ຫລື​ ​ບັງຄັບໃຫ້​ຮັບ​ເອົາ​ຂໍ້​ຕົກລົງ​ນັ້ນ ​ໃນຄໍາ​ເວົ້າຂອງ​ພະ​ອົງ​ແລ້ວກໍ​ແມ່ນ​ວ່າ “​ເປັນ​ການ​ບໍ່​ມອງ​ເຫັນ​ການ​ໄກ.”

ເບິ່ງວີດີໂອ ພາສາອັງກິດ

XS
SM
MD
LG