ວັນອາທິດມື້ນີ້ ຈີນໄດ້ສະແດງປະຕິກິລິຍາໂກດແຄ້ນຢ່າງໃຫຍ່ ຕໍ່ການພົບ ປະກັນທີ່ທໍານຽບ ຂາວລະຫວ່າງວປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະອົງ ດາໄລ ລາມະ ໂດຍເວົ້າວ່າ ການກະທໍາແບບນີ້ແມ່ນ ເປັນການແຊກແຊງກິດຈະການພາຍໃນປະເທດຂອງ ຈີນຢ່າງສິ້ນເຊີງ.
ຖະແຫລງການສະບັບນຶ່ງ ໂດຍໂຄສົກກະຊວງຕ່າງປະເທດຈີນ ທ່ານ Ma Zhaozou ນັ້ນ ຮຽກຮ້ອງໃຫ້ສະຫະລັດ ຍຸດເຊົາແຊກແຊງເຂົ້າໃນກິດຈະ ການພາຍໃນຂອງຈີນ ແລະໃນຄໍາ ເວົ້າຂອງໂຄສົກ Ma ນັ້ນ ກໍແມ່ນວ່າ “ຈົ່ງຍຸຕິການຄົບຄິດແລະສະໜັບສະໜຸນກໍາລັງແບ່ງ ແຍກດິນແດນທີ່ຕໍ່ຕ້ານຈີນນັ້ນ.”
ກະຊວງຕ່າງປະເທດຈີນໄດ້ຮຽກຕົວທ່ານ Robert Wang ອຸບປະທູດສະຫະລັດທີ່ປັກກິ່ງ ເຂົ້າພົບເພື່ອຍື່ນປະທ້ວງ. ພ້ອມດຽວກັນ ທາງສະຖານທູດຈີນທີ່ວໍຊິງຕັນ ກໍທໍາການປະທ້ວງ ຢ່າງເປັນທາງການເຊັ່ນກັນ.
ຖະແຫລງການສະບັບນຶ່ງຂອງທໍານຽບຂາວທີ່ອອກໃນວັນເສົາວານນີ້ຫລັງຈາກການໂອ້ລົມ ກັນ ແບບປິດລັບບໍ່ໃຫ້ພາຍນອກຮູ້ນໍານັ້ນ ເວົ້າວ່າ ທ່ານ ໂອບາມາ ໄດ້ເວົ້າເຖິງຄວາມ ຈໍາເປັນ ສໍາລັບໃຫ້ມີການໂອ້ລົມສົນທະນາກັນ ໂດຍກົງລະຫວ່າງຜູ້ຕ່າງໜ້າຂອງອົງດາໄລ ລາມະ ແລະພວກເຈົ້າໜ້າທີ່ ຂອງລັດຖະບານຈີນ ເພື່ອທໍາການແກ້ໄຂບັນຫາທີ່ເຫັນແຕກ ຕ່າງກັນນັ້ນ. ແລະປະທານາທິບໍດີ ໂອບາມາ ໄດ້ເນັ້ນຍໍ້ານະໂຍບາຍສະຫະລັດ ທີ່ວ່າ ທິເບດເປັນພາກສ່ວນນຶ່ງຂອງຈີນ.
ຈີນກ່າວຫາອົງດາໄລ ລາມະ ວ່າ ສະໜັບສະໜຸນການແບ່ງແຍກທິເບດອອກຈາກຈີນ ຊຶ່ງ ເປັນຂໍ້ກ່າວຫາທີ່ພະອົງໄດ້ຊົງປະຕິເສດຕະຫລອດມາ.
ທໍານຽບຂາວໄດ້ປະກາດການພົບປະກັນ ລະຫວ່າງຜູ້ໄດ້ຮັບລາງວັນໂນແບລ ຂະແໜງສັນຕິ ພາບສອງທ່ານນີ້ ເມື່ອວັນສຸກຜ່ານມາ ໃນຕອນທີ່ອົງດາໄລ ລາມະ ກໍາລັງຈະສິ້ນສຸດການ ຢ້ຽມຢາມນະຄອນຫລວງສະຫະລັດ ເປັນເວລາເກືອບສອງອາທິດນັ້ນ.
ປະທານາທິບໍດີ ໂອບາມາ ໄດ້ພົບປະກັບອົງດາໄລ ລາມະ ເທື່ອສຸດທ້າຍ ໃນປີ 2010 ທີ່ ທໍານຽບຂາວໃນການພົບປະກັນແບບງຽບໆທີ່ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຈີນເຊັ່ນກັນ ໃນ ເວລານັ້ນ. ປັກກິ່ງໄດ້ຕັກເຕືອນສະຫະລັດ ມາໄດ້ຫລາຍກວ່ານຶ່ງອາທິດແລ້ວວ່າ ບໍ່ໃຫ້ພົບປະ ກັນຢ່າງເປັນທາງການ ກັບອົງອາໄລ ລາມະ.
ອົງດາໄລ ລາມະ ໄດ້ບອກວີໂອເອເມື່ອອາທິດຜ່ານມາ ວ່າ ພະອົງຈະຊົງ ດີໃຈຫລາຍທີ່ຈະ ພົບປະກັບປະທານາທິບໍດີໂອບາມາ ຖ້າໃຫ້ໂອກາດ. ແຕ່ ອົງດາໄລ ລາມະ ກ່າວວ່າເຫດ ຜົນໃຫຍ່ທີ່ມາຢ້ຽມຢາມສະຫະລັດໃນຄັ້ງນີ້ ກໍແມ່ນເພື່ອສິດສອນຫລັກທໍາສາສະໜາພຸດ ຫລາຍກ່ວາ.