ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງດາໄລ ລາມະ ນຳພາ ພິທີສູດມົນ ຢູ່ ສະພາສູງ ສຫລ (ວີດີໂອ)


ອົງດາ​ໄລ ລາ​ມະ ຜູ້ນຳທາງດ້ານຈິດໃຈ ທີ່ລີ້ໄພ ຢູ່ໃນຕ່າງປະເທດ ຂອງຊາວທິເບດ
ອົງດາ​ໄລ ລາ​ມະ ຜູ້ນຳທາງດ້ານຈິດໃຈ ທີ່ລີ້ໄພ ຢູ່ໃນຕ່າງປະເທດ ຂອງຊາວທິເບດ
ອົງດາ​ໄລ ລາ​ມະ ຜູ້ນຳທາງດ້ານຈິດໃຈທີ່ລີ້ໄພຢູ່ໃນຕ່າງປະ
ເທດ ຂອງຊາວ​ທິ​ເບ​ດໄດ້​ສ້າງ​ປະ​ຫວັດ​ສາດ ​ໃນ​ວັນ​ພະຫັດ​
ວານ​ນີ້​ເວລາພະອົງໄດ້​ນໍາ ພາ​ການ​ສູດ​ມົນຕາມປະເພນີ​ໃນ
ພິທີເປີດສະພາສູງຂອງສະຫະລັດ.

ອົງ​ດາ​ໄລ ລາ​ມະໄດ້ສະເດັດໄປ​ຢ້ຽມຢາມລັດຖະສະພາມາ
ແລ້ວຫລາຍ​ຄັ້ງ​ ແຕ່​ວ່າ​ຄັ້ງ​ນີ້ ​ໄດ້​ເປັນ​ເທື່ອ​ທໍາ​ ອິດ ທີ່ພະອົງໄດ້​ນໍາ ພາ ​ບັນດາ​ສະມາຊິກ
ສະພາ ພາກັນ​ສູດ​ມົນ.

ທຳອິດ ພະອົງຊົງ​ກ່າວ ​ເປັນ​ພາສາ​ທິ​ເບ​ດ ​ແລະ​ຫລັງ​ຈາກ​ນັ້ນ​ ກໍໄດ້ສະ​ເໜີ ໃນອັນ​ທີ່​ພະ
ອົງຊົງ​ຮ້ອງ​ວ່າ “ການ​ສູດ​ມົນ​ທີ່ພະອົງ​ມັກ​ປະ​ຈຳວັນ” ດັ່ງ​ທີ່​ພະອົງຊົງ​ກ່າວ​ວ່າ​ເພື່ອ​ໃຫ້​ພະ
ອົງເອງ​ຊົງມີ​ພະລັງ​ຈິດໃຈທີ່ເຂັ້ມແຂງ​.

ອົງດາໄລ ລາມະ ຊົງຕັດວ່າ “ຕາບໃດ​ທີ່​ຍັງ​ມີ​ບ່ອນຫວ່າງຢູ່ ​ແລະ​ຕາບ​ໃດທີ່ຍັງມີຄວາມ​ຮູ້
ສຶກ​ຢູ່ ຈົນ​ຮອດ​ມື້​ນັ້ນ ອາຕະມາກໍ​ຄື​ກັນ ອາດ​ຈະ​ຍັງຢູ່ແລະ​ຊ່ວຍ​ເຫ​ລື​ອເພື່ອຂັບໄລ່ຄວາມ
ເດືອດຮ້ອນຕ່າງໆ​ຂອງ​ໂລກດ້ວຍ. ຂອບ​ໃຈ.”

ຕໍ່​ມາ ອົງ​ດາ​ໄລ ລາ​ມະ ​ໄດ້ຊົງ​ພົບ​ປະ​ ກັບປະທານສະພາ​ຕໍ່າ ທີ່ສັງກັດ ພັກຣີພັບ​ບລິ​ກັນ
ທ່ານ John Boehner ​ແລະຜູ້​ນຳສຽງ​ສ່ວນ​ນ້​ອຍໃນສະພາຕຳ່ທີ່ສັງກັດພັກເດໂມແຄຣັດ
ທ່ານ​ນາງ Nancy Pelosi. ທັງ​ສອງ​ທ່ານກ່າວ​ວ່າ ​ການ​ປະ​ຕິ​ບັດ​ງານ​ຂອງ​ພະອົງ ກ່ຽວ​
ກັບ​ເສຣີພາບ​ດ້ານ​ສາສະໜາ ​ແລະ​ຄວາມ​ໂຍະຍານຜ່ອນຜັນ ໄດ້​ດຶງເອົາລັດຖະສະພາ​
ເຂົ້າ​ຫາ​ກັນ​ພາຍໃຕ້ຈິດໃຈໃນ​ຄວາມ​ເຊື່ອ​ຖື​ຂອງສອງ​ກໍ້າ​ ສອງ​ຝ່າຍ.

ຢູ່​ໃນລາຍການ​ສໍາ​ ພາດທີ່​ບັນທຶກໄວ້ເພື່ອຈະນໍາ​ ອອກ​ອາກາດພາຍຫຼັງນັ້ນ ອົງ​ດາ​ໄລ ລາ​
ມະ​ຊົງກ່າວ​ຕໍ່ລາ​ຍການ​ໂທລະພາບຂອງ​ທ່ານ Larry King ວ່າພະອົງບໍ່​ມີຄວາມ​ຂັດຂ້ອງ​
ຕໍ່ການ​ແຕ່ງງານ ລະຫວ່າງຄົນ​ເພດ​ດຽວ​ກັນ. ພະອົງຊົງກ່າວ​ວ່າ ຖ້າ​ຫາກ​ທັງ​ສອງ​ຝ່າຍ ມີ​
ຄວາມ​ຮູ້ສຶກ​ແບບນັ້ນ ມັນ​ກໍແມ່ນ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ ​ແລະ​ມັນກໍບໍ່​ເປັນ​ຫຍັງ.

Dalai Lama
please wait
Embed

No media source currently available

0:00 0:01:01 0:00

Exiled Tibetan spiritual leader the Dalai Lama made history Thursday when he led the traditional opening prayer in the U.S. Senate.

The Dalai Lama has visited the Capitol many times, but this was the first time he ever led the lawmakers in prayer.

He spoke first in Tibetan, and then offered what he called his "favorite daily prayer," which he said to give himself inner strength.

"As long as space remains and as long as sentient beings remain, until then may I too remain and help dispel the misery of the world. Thank You."

Later, the Dalai Lama met with Speaker of the House of Representatives -- Republican John Boehner -- and Democratic Minority Leader, Nancy Pelosi. Both say his work for religious freedom and tolerance has always brought Congress together in a spirit of bipartisanism.

In an interview taped for later broadcast, the Dalai Lama told television host Larry King that he has no objections to gay marriage. He said if two people really feel that way, it is their business and it is ok.
XS
SM
MD
LG