ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ. ເຊັກ ຮຽກຮ້ອງຕໍ່ ພັນທະມິດຈາກ ອີຢູ ແລະອົງການເນໂຕ້ ໃຫ້ຕອບໂຕ້ຄືນ ຕໍ່ຣັດເຊຍ ຍ້ອນເຫດວາງລະເບີດ ໃນປີ 2014


ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ດ້ານນອກສະຖານທູດຂອງຣັດເຊຍ ໃນລະຫວ່າງການປະທ້ວງກ່ຽວກັບຂໍ້ກ່າວຫາ ການມີສ່ວນພົວພັນໃນເຫດການລະເບີດສາງເກັບອາວຸດໃນເຂດເມືອງເວີບີ ຂອງໜ່ວຍສືບລັບຂອງຣັດເຊຍ ເມື່ອປີ 2014, ໃນນະຄອນຫຼວງປຣາກ ຂອງສາທາລະນະລັດເຊັກ, ວັນທີ 18 ເມສາ 2021.
ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ດ້ານນອກສະຖານທູດຂອງຣັດເຊຍ ໃນລະຫວ່າງການປະທ້ວງກ່ຽວກັບຂໍ້ກ່າວຫາ ການມີສ່ວນພົວພັນໃນເຫດການລະເບີດສາງເກັບອາວຸດໃນເຂດເມືອງເວີບີ ຂອງໜ່ວຍສືບລັບຂອງຣັດເຊຍ ເມື່ອປີ 2014, ໃນນະຄອນຫຼວງປຣາກ ຂອງສາທາລະນະລັດເຊັກ, ວັນທີ 18 ເມສາ 2021.

ສາທາລະນະລັດເຊັກ ກຳລັງຮຽກຮ້ອງຕໍ່ພັນທະມິດຈາກຢູໂຣບແລະອົງການເນໂຕ້ ໃຫ້ເອົາມາດຕະການຕອບໂຕ້ຮ່ວມກັນ ຕໍ່ຕ້ານຣັດເຊຍ. ເຫດການດັ່ງ ກ່າວເກີດຂຶ້ນ ຫຼັງຈາກມີການກ່າວຫາວ່າ ພວກສາຍລັບຂອງຣັດເຊຍແມ່ນຢູ່ເບື້ອງຫລັງເຫດລະເບີດຂະໜາດໃຫຍ່ ຢູ່ທີ່ສາງເກັບອາວຸດຂອງເຊັກ ໃນປີ 2014 ແລະເປັນສ່ວນນຶ່ງຂອງໜ່ວຍປະຕິການພິເສດ ທີ່ຍັງໄດ້ດໍາເນີນການພະຍາຍາມລອບສັງຫານຢູ່ໃນອັງກິດ. ເຮນຣີ ຣິຈແວລ ມີລາຍງານຈາກນະ ຄອນຫຼວງລອນດອນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັກການທູດຂອງຣັດເຊຍ 18 ຄົນ ທີ່ຖືກເນລະເທດໂດຍສາທາລະນະລັດເຊັກໄດ້ເດີນທາງເຖິງນະຄອນຫຼວງມົສກູໃນວັນຈັນຜ່ານມາ ຊຶ່ງໄດ້ຖືກລະບຸໂດຍບັນດານັກສືບສວນຂອງເຊັກເປັນພວກສາຍລັບຂອງທະຫານ. ຣັດເຊຍ ກໍໄດ້ເນລະເທດນັກການທູດຂອງເຊັກ 20 ຄົນ ເພືີ່ອເປັນການຕອບໂຕ້ຄືນ.

ທ່ານແຈນ ຮາມາເຊັກ ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດຂອງສາທາລະນະລັດເຊັກ ກ່າວວ່າ “ພວກເຮົາປະສົບຜົນສຳເລັດໃນການທັບມ້າງທັງໜ່ວຍປະຕິບັດການສາຍລັບຂະໜາດໃຫຍ່ຂອງຣັດເຊຍ ແລະສຳລັບຝ່າຍຂອງຣັດເຊຍ ມັນຈະເປັນການສັບສົນຫຍຸ້ງຍາກທີ່ຈະລວມຕົວພວກເຂົາຄືນອີກ.”

ບັນດານັກສືບສວນກ່າວຫາຣັດເຊຍໃນການດຳເນີນການວາງລະເບີດຢູ່ສາງເກັບອາວຸດຂອງເຊັກ ໃນປີ 2014 ຊຶ່ງພະນັກງານສອງຄົນໄດ້ເສຍຊີວິດ.

ຊາຍສອງຄົນເດີນທາງພາຍໃຕ້ຊື່ປອມ ໃນເອກະສານຂໍຮ້ອງຢ້ຽມຢາມສະ ຖານທີ່ດັ່ງກ່າວ ໃນເວລາເກີດເຫດລະເບີດ.

ພວກເຂົາທັງສອງ ໄດ້ຖືກລະບຸຕົວ ເປັນຜູ້ຕ້ອງສົງໄສຄົນດຽວກັນ ໃນການວາງຢາພິດທຳລາຍລະບົບປະສາດ ທ່ານເຊີເກ ສກຣີໂປລ ອະດີດສາຍລັບຂອງຣັດເຊຍຜູ້ທີ່ໃນຕົວຈິງແລ້ວ ເປັນສາຍລັບໃຫ້ສັດຕູ ຫຼື double agent ໃນປີ 2018 ຢູ່ທີ່ອັງກິດ ຊຶ່ງຜູ້ກ່ຽວໄດ້ລອດຊີວິດຢ່າງວຸດວິດ.

ເວັບໄຊການສືບສວນຊື່ວ່າ ແບລລິງແຄັຕ (Bellingcat) ໄດ້ລະບຸຕົວພວກເຂົາຄື ອານາໂທລີ ເສັບປີກາ ແລະ ອາເລັກແຊນເດີ ມິສກິນ ທັງສອງເປັນນາຍທະຫານໜ່ວຍສືບລັບ GRU ຂອງຣັດເຊຍ. ໜ່ວຍງານຂອງພວກເຂົາ ມີໝາຍເລກ 29155 ແມ່ນເຊື່ອກັນວ່າ ຈະເພັ່ງເລັງໃສ່ການກໍ່ວິນາດສະກໍາແລະການໂຄ່ນລົ້ມອຳນາດການປົກຄອງຫຼືສະຖາບັນ.

ທ່ານອຽນ ບອນດ໌ ນັກວິເຄາະດ້ານຣັດເຊຍ ຢູ່ທີ່ສູນກາງເພື່ອການປະຕິຮູບຂອງຢູໂຣບ ກ່າວຜ່ານທາງສໄກປ໌ວ່າ “ພວກເຂົາປາກົດວ່າ ເຄື່ອນໄຫວຫຼາຍ ທີ່ສຸດ ຢູ່ໃນຫຼາຍພື້ນທີ່ຂອງຢູໂຣບ ແລະແນ່ນອນ ນອກເໜືອຈາກພວກເຂົາແລ້ວ ພວກເຮົາໄດ້ເຫັນການລອບສັງຫານ ທ່ານຊີລີມຄານ ຄານໂກສວີລີ ຊາວຈໍເຈຍ-ເຊັສເນຍ ທີ່ລີ້ໄພຢູ່ໃນນະຄອນຫຼວງເບີລິນ ຊຶ່ງສຳລັບເຫດການ ນີ້ ຄົນຣັດເຊຍຜູ້ນຶ່ງ ໄດ້ຖືກດຳເນີນຄະດີຢູ່ໃນເຢຍຣະມັນ ແລະພວກເຮົາຍັງມີຄະດີຖ້ຽວບິນ MH17 ກຳລັງເດີນໜ້າຕໍ່ໄປຢູ່ ໃນນະຄອນເຮກປະເທດເນເທີແລນ. ແລະພວກເຮົາມີພົນລະເມືອງຂອງຣັດເຊຍຄົນອື່ນໆທີ່ຖືກລອບສັງຫານຢູ່ແຫ່ງອື່ນໆໃນຢູໂຣບ.”

ສະຫະພາບຢູໂຣບ ໄດ້ສະແດງການສະໜັບສະໜຸນໃນວັນຈັນຜ່ານມາສຳລັບການຂັບໄລ່ບັນດານັກການທູດຂອງຣັດເຊຍອອກຈາກປະເທດຂອງສາທາລະນະລັດເຊັກ.

ທ່ານໂຈເຊັບ ບໍແຣລ ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງສະຫະ ພາບຢູໂຣບ ກ່າວວ່າ “ບັນດານັກການທູດເຫຼົ່ານີ້ ໄດ້ຖືກລະບຸຕົວໂດຍໜ່ວຍສືບລັບຂອງເຊັກ ວ່າເປັນພວກສາຍລັບກົມທະຫານຂອງຣັດເຊຍ ແລະສະ ຫະພາບຢູໂຣບຢືນຢັດເປັນເອກະພາບແລະນ້ຳນຶ່ງໃຈດຽວກັບສາທາລະນະລັດເຊັກ.”

ໂຄສົກວັງເຄຣມລິນ ໄດ້ເອີ້ນການກ່າວຫາຂອງສາທາລະນະລັດເຊັກນັ້ນ ‘ບໍ່ມີພື້ນຖານ’ ແລະໄດ້ກ່າວຫາປະເທດຕາເວັນຕົກວ່າ ‘ເປັນໂຣກຈິດຕໍ່ຕ້ານຣັດເຊຍຢ່າງໃຫຍ່.’

ຄວາມເຄັ່ງຕຶງໄດ້ຝັງເລີກລົງ ໃນບໍ່ເທົ່າໃດອາທິດຜ່ານມານີ້ ໃນຂະນະທີ່ຣັດເຊຍສົ່ງກຳລັງທະຫານຫຼາຍພັນຄົນແລະຍຸດໂທປະກອນໄປປະຈຳການຢູ່ຊາຍແດນຕິດກັບຢູເຄຣນ.

ຣັດເຊຍຍັງໄດ້ຄຸມຂັງຜູ້ນຳຝ່າຍຄ້ານທີ່ສຳຄັນ ທ່ານອາເລັກເຊ ນາວາລນີ ຜູ້ທີ່ບັນດາທ່ານໝໍ ກ່າວວ່າ ແມ່ນຢູໃນສະພາບອາການສາຫັດ ໃນໂຮງໝໍຂອງຄຸກ. ປະທານາທິບໍດີຂອງຣັດເຊຍ ພວມພະຍາຍາມທີ່ຈະປຸກລະດົມການສະໜັບສະໜຸນຢູ່ໃນປະເທດ ອີງຕາມການກ່າວຂອງນັກວິເຄາະທ່ານອຽນ ບອນດ໌.

ທ່ານອຽນ ບອນດ໌ ກ່າວຜ່ານທາງສໄກປ໌ ວ່າ “ປູຕິນ ບໍ່ໄດ້ມີສິ່ງດີໃດໆ ໂດຍສະເພາະ ໃນ 12 ເດືອນຜ່ານມາ. ຣັດເຊຍມີອັດຕາການເສຍຊີວິດຍ້ອນໂຄວິດ-19 ສູງທີ່ສຸດໃນໂລກ. ສ່ວນເສດຖະກິດ ແມ່ນຂ້ອນຂ້າງບໍ່ຄົງຕົວ ແລະອົງການກອງທຶນສາກົນ ຫຼື IMF ໄດ້ພະຍາກອນວ່າ ມັນຈະຂ້ອນຂ້າງຢູ່ໃນສະພາບບໍ່ຄົງຕົວ ເປັນເວລາໄລຍະນຶ່ງ. ແລະການປະທ້ວງກ່ຽວກັບການຈັບກຸມ ທ່ານນາວາລນີ ໃນເດືອນມັງກອນນັ້ນແມ່ນໃຫຍ່ສຸດ ທີ່ຣັດເຊຍເຄີຍເຫັນມາເປັນເວລາຍາວນານ.”

ສະຫະລັດໄດ້ວາງມາດຕະການລົງໂທດໃໝ່ຕໍ່ຣັດເຊຍ ໃນເດືອນນີ້ ຍ້ອນຂໍ້ກ່າວຫາການໂຈມຕີທາງໄຊເບີແລະການກະທຳ ‘ປອງຮ້າຍ’ ອື່ນໆ. ສາທາ ລະນະລັດເຊັກ ຮຽກຮ້ອງໃຫ້ເອົາມາດຕະການຕື່ມອີກຈາກບັນດາພັນທະມິດຂອງຕົນ ເພື່ອຕໍ່ຕ້ານການແຊກແຊງຂອງວັງເຄຣມລິນ ທີ່ລວມທັງການຂັບໄລ່ ພວກນັກການທູດແລະສາຍລັບທັງຫຼາຍຂອງຣັດເຊຍ.

ອ່ານລາຍງານນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG