ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢ່າງໜ້ອຍ 3 ຄົນ ເສຍຊີວິດ ຂະນະທີ່ ພາຍຸລົມໝູນ ຟານີ ພັດຖະລົ່ມ ເຂດຕາເວັນອອກ ຂອງອິນເດຍ


ສະພາບຂອງປ້າຍບອກເສັ້ນທາງ ຢູ່ຖະໜົນສາຍນຶ່ງ ໃນເມືອງປູຣີ ພາຍຫຼັງ ພາຍຸລົມໝູນ ຫຼື ໄຊໂຄລນ ຟານີ ພັດຖະລົ່ມ ລັດໂອດີຊາ ທີ່ຢູ່ແຄມຝັ່ງທາງພາກຕາເວັນອອກ ຂອງອິນເດຍ, ວັນທີ 3 ເມສາ 2019.
ສະພາບຂອງປ້າຍບອກເສັ້ນທາງ ຢູ່ຖະໜົນສາຍນຶ່ງ ໃນເມືອງປູຣີ ພາຍຫຼັງ ພາຍຸລົມໝູນ ຫຼື ໄຊໂຄລນ ຟານີ ພັດຖະລົ່ມ ລັດໂອດີຊາ ທີ່ຢູ່ແຄມຝັ່ງທາງພາກຕາເວັນອອກ ຂອງອິນເດຍ, ວັນທີ 3 ເມສາ 2019.

ຢ່າງໜ້ອຍມີ 3 ຄົນ ເສຍຊີວິດ ນັບຕັ້ງແຕ່ພາຍຸລົມໝູນ ຫຼື ໄຊໂຄລນ ຟານີ ໄດ້ພັດຖະລົ່ມ
ເຂົ້າໄປໃນເຂດແຄມຝັ່ງທາງພາກຕາເວັນອອກຂອງອິນເດຍ ໂດຍນຳເອົາຝົນຕົກລົງມາ
ຢ່າງໜັກ ແລະມີລົມແຮງ ໃນລັດໂດດີຊາຢູ່ແຄມຝັ່ງຂອງອິນເດຍ ໃນວັນສຸກວານນີ້.

ບັນດາເຈົ້າໜ້າທີ່ ກ່າວວ່າປະຊາຊົນຫຼາຍກວ່າ 160 ຄົນ ໄດ້ຮັບບາດເຈັບ ໃນເວລາລົມ
ພາຍຸພັດຂຶ້ນຝັ່ງ. ຫຼາຍກວ່ານຶ່ງລ້ານຄົນ ໄດ້ປະຕິບັດຕາມຄຳເຕືອນຂອງລັດຖະບານ
ແລະ ໄດ້ຍົກຍ້າຍເຂົ້າໄປພັກພິງຢູ່ໃນສະຖານທີ່ພັກຊົ່ວຄາວ ກ່ອນທີ່ພາຍຸດັ່ງກ່າວ
ຈະພັດຂຶ້ນຝັ່ງ.

ພາຍຸຫົວນີ້ ເຄື່ອນຍ້າຍເຂົ້າໄປໃນລັດເບັກກອລຕາເວັນຕົກ ທີ່ເປັນລັດໃກ້ຄຽງຂອງ
ອິນເດຍ ໃນຕອນແລງຂອງວັນສຸກວານນີ້ ແລະບັນດາເຈົ້າໜ້າທີ່ ກ່າວວ່າ ປະຊາຊົນ
ຫຼາຍກວ່າ 100 ລ້ານຄົນ ແມ່ນຢູ່ໃນແລວທາງຂອງພາຍຸລົມໝູນນີ້.

ໄດ້ມີການພະຍາກອນວ່າ ມັນຈະນຳມາຊຶ່ງພາຍຸຝຸ່ນ ຢູ່ໃນລັດຣາຈາສຖານ ທີ່ເປັນ
ເຂດທະເລຊາຍ ແລະຈະມີຫິມະຕົກ ຢູ່ໃນລັດຕ່າງໆ ທາງພາກຕາເວັນອອກສຽງເໜືອ
ຂອງອິນເດຍ ຢູ່ຕາມຕີນພູຫິມາໄລ.

ລົດໄຟຢ່າງໜ້ອຍ 200 ຂະບວນ ໄດ້ຖືກຍົກເລີກ ໃນທົ່ວປະເທດອິນເດຍ.

ສ່ວນສະໜາມບິນ ໃນເມືອງໂກລຄາຕາ ຊຶ່ງເປັນເມືອງຫຼວງຂອງລັດບັງກອລຕາເວັນຕົກ ໄດ້ຖືກປິດໄວ້ໃນຕອນບ່າຍຂອງວັນສຸກວານນີ້ ຈົນຮອດວັນເສົາຕອນເຊົ້າມື້ນີ້.

ແຜນທີ່ ເສັ້ນແລວທາງຂອງພາຍຸລົມໝູນ ຫຼື ໄຊໂຄລນ ຟານີ
ແຜນທີ່ ເສັ້ນແລວທາງຂອງພາຍຸລົມໝູນ ຫຼື ໄຊໂຄລນ ຟານີ

ເສັ້ນທາງຫຼວງແຫ່ງຊາດ ໄປຍັງເມືອງບູຣີ ທີ່ເປັນເມືອງທ່ອງທ່ຽວທີ່ນິຍົມຊົມຊອບ ແມ່ນບໍ່ສາມາດຜ່ານໄປໄດ້ ຍ້ອນຕົ້ນໄມ້ ແລະຫລັກເສົາໄຟຟ້າ ລົ້ມຕັນ.

ບັງກາລາແດັສ ຊຶ່ງຍັງນອນຢູ່ໃນແລວທາງຂອງພາຍຸດັ່ງກ່າວ ໄດ້ອອກຄຳສັ່ງໃຫ້ປະຊາຊົນ 2 ລ້ານ 1 ແສນຄົນ ຍົກຍ້າຍອອກໄປ.

ໜ່ວຍງານທີ່ຕິດຕາມພາຍຸລົມໝູນເຂດຮ້ອນ ໄດ້ຈັດອັນດັບ ຂອງພາຍຸຟານີ ໃຫ້ເປັນລະດັບພາຍຸຸ ລະດັບ 4 ຊຶ່ງເປັນນຶ່ງລະດັບຕ່ຳກວ່າ ລະດັບທີ່ເປັນພາຍຸຮ້າຍແຮງສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Fani is the first cyclone of the 2019 season.

XS
SM
MD
LG