ພວກຄົນເດີນທາງຫຼາຍພັນຄົນທີ່ເຂົ້າມາໃນສະຫະລັດໄດ້ປະສົບກັບການຊັກຊ້າໃນວັນ
ສຸກວານນີ້ ເພາະວ່າເທັກໂນໂລຈີເກີດບັນຫາຂັດຂ້ອງ ຊຶ່ງເປັນຜົນກະທົບຕໍ່ລະບົບເຮັດ
ວຽກຂອງອົງການພາສີແລະປ້ອງກັນຊາຍແດນ ຫຼື CBP ຂອງສະຫະລັດ.
ອົງການ CPB ກ່າວຢູ່ໃນຖະແຫຼງການວ່າ “ພວກເຈົ້າໜ້າທີ່ຂອງຕົນ ຍັງສືບຕໍ່ກວດເອກ
ກະສານຂອງຄົນເດີນທາງຈາກຕ່າງປະເທດ ໂດຍໃຊ້ວິທີທາງເລືອກ ອື່ນຈົນກວ່າລະບົບ
ດັ່ງກ່າວກັບຄືນມາ.”
ສະໜາມບິນ JFK ໃນນະຄອນນິວຢອກ ກ່າວຢູ່ໃນທວິດເຕີວ່າ ພວກເຈົ້າໜ້າທີ່ ອົງການ
CBP ໄດ້ເຮັດວຽກກວດເອກກະສານພວກຄົນເດີນທາງດ້ວຍມື.
ພວກຄົນເດີນທາງໄດ້ນຳຮູບພາບ ແລະວີດີໂອ ອອກເຜີຍແຜ່ ຢູ່ໃນສື່ສັງຄົມທີ່ສະແດງ
ໃຫ້ເຫັນແຖວຍາວຢຽດ ຢູ່ທີ່ສະໜາມບິນຕ່າງໆ.
ການຊັກຊ້າດັ່ງກ່າວໄດ້ເປັນຜົນກະທົບຕໍ່ຊາວຕ່າງປະເທດທີ່ມາຢ້ຽມຢາມສະຫະລັດ
ພ້ອມດ້ວຍປະຊາຊົນອາເມຣິກັນທີ່ເດີນທາງມາຈາກນອກປະເທດ.
ອົງການ CBP ຊຶ່ງເປັນພາກສ່ວນນຶ່ງຂອງກະຊວງຮັກສາຄວາມປອດໄພພາຍໃນສະ
ຫະລັດ ກ່າວວ່າ ຕົນໄດ້ເອົາ “ບາດກ້າວໃນທັນທີ ເພື່ອແກ້ໄຂການຂັດຂ້ອງທາງດ້ານ
ເທັກໂນໂລຈີ” ແລະກ່າວວ່າ “ພວກເຈົ້າໜ້າທີ່ໄດ້ເຮັດວຽກ ເພື່ອກວດເອກກະສານຄົນ
ເດີນທາງໂດຍໄວເທົ່າທີ່ເປັນໄປໄດ້ ໃນຂະນະທີ່ຮັກສາລະດັບຄວາມປອດໄພໃຫ້ຢູ່
ໃນຂັ້ນສູງສຸດ.”
ການຂັດຂ້ອງທາງດ້ານເທັກໂນໂລຈີ ມີຜົນກະທົບພຽງແຕ່ຕໍ່ສາຍການບິນສາກົນທີ່
ເຂົ້າມາໃນສະຫະລັດ ແລະບໍ່ໄດ້ລົບກວນຕໍ່ການເດີນທາງອອກໄປ.
Thousands of travelers entering the United States experienced delays Friday because of a technology outage affecting Customs and Border Protection's (CBP) processing systems.
CBP said in a statement that its "officers continue to process international travelers using alternative procedures until systems are back online."
JFK Airport in New York said on Twitter that CBP agents were manually processing travelers.
Travelers posted images and video to social media showing long lines at airports.
The delays affected both foreign visitors to the United States as well as U.S. citizens arriving from abroad.
CBP, which is part of the U.S. Department of Homeland Security, said it was taking "immediate action to address the technology disruption" and said "officers are working to process travelers as quickly as possible while maintaining the highest levels of security."
The technology outage is only affecting inbound U.S. international flights and not departures.