ໃນເດືອນສິງຫາທີ່ຜ່ານມານີ້ ອົງການການບິນ ແລະອາວະກາດ
ແຫ່ງຊາດ ຫລື NASA ຂອງສະຫະລັດ ໄດ້ເອົາຍານສຳຫຼວດ
ອາວະກາດຊື່ Curiosity ຊຶ່ງ ແປວ່າຄວາມຢາກຮູ້ຢາກເຫັນ ໄປລົງຈອດທີ່ດາວພະອັງຄານ. ຍານສຳຫຼວດອາວະກາດດັ່ງ
ກ່າວ ທີ່ມີລັກສະນະຄືກັນກັບລົດ ແລະເຮົາກໍຈະເອີ້ນວ່າ ລົດ
ສໍາຫຼວດນັ້ນ ໄດ້ຖືກສົ່ງຂຶ້ນສູ່ອາວະກາດໃນທ້າຍປີກາຍນີ້.
ອົງການອາວະກາດຂອງອາເມຣິກາ ໄດ້ສົ່ງຫ້ອງທົດລອງວິທະ
ຍາສາດເທິງດາວ ພະອັງຄານຂອງຕົນ ທີ່ເອີ້ນກັນໃນອີກຊື່ນຶ່ງວ່າ
Curiosity ນັ້ນ ຂຶ້ນສູ່ອາວະກາດ ໃນເດືອນພະຈິກ 2011.
ພາຫານະດັ່ງກ່າວ ທີ່ມີຂະໜາດເທົ່າກັບລົດຄັນ ນຶ່ງ ໄດ້ໄປລົງ
ຈອດເທິງດາວພະອັງຄານໃນເດືອນສິງຫາ 2012 ທີ່ຜ່ານມາ
ຕາມໝາຍກໍານົດ.
ພາບຕົວແບບຄອມພີວເຕີ ສະແດງໃຫ້ເຫັນສິ່ງທີ່ ພວກນັກວິທະຍາສາດຄາດໝາຍວ່າ ຈະ ເກີດຂຶ້ນໃນເວລາທີ່ຍານອາວະກາດນໍາເອົາ ລົດສໍາຫຼວດດາວພະອັງຄານ Curiosity ໄດ້ ໄປເຖິງດາວ ພະເຄາະສີແດງໜ່ວຍນັ້ນ.
ລົດສໍາຫຼວດດາວພະອັງຄານ Curiosity ມີກໍານົດໄປລົງຈອດ
ຢູ່ຕີນພູໜ່ວຍນຶ່ງ ຢູ່ກາງ ຂຸມ ເລິກ ກວ້າງ 150 ກິໂລແມັດ ທີ່ຊື່ວ່າ
Gale Crater. ນັກວິທະຍາ ສາດ Ashwin Vasavad ຮອງ
ຫົວໜ້າໂຄງການນີ້ ເວົ້າສູ່ຟັງກ່ຽວກັບລົດສໍາຫຼວດ Curiosity ວ່າ:
“ອັນນີ້ແມ່ນເຄື່ອງຈັກໃນຄວາມຝັນຂອງນັກວິທະຍາສາດ
ຄົ້ນຄວ້າດາວພະອັງ ຄານ. ພວກເຮົາມີຄວາມຕື່ນເຕ້ນ
ຫລາຍທີ່ສຸດ ທີ່ໄດ້ສົ່ງລົດສໍາຫລວດຄັນນີ້ໄປຍັງດາວພະ
ອັງຄານ ໃນປີນີ້. ມັນຈະເທົ່າກັນການມີພວກນັກວິທະຍາ
ສາດຫລາຍກວ່າ 200 ຄົນໃນທົ່ວໂລກ ໄປມີໜ້າຢູ່ທີ່ນັ້ນ
ຕະຫລອດເວລາ ເພື່ອສໍາຫຼວດດາວພະອັງຄານ ແລະຂຸມ
Gale Crater ທີ່ພວກເຮົາຈະເວົ້າເຖິງໃນເວລາຕໍ່ໄປ. ລົດສໍາຫລວດຄັນນີ້ ບໍ່ພຽງແຕ່ເປັນລົດສໍາຫລວດທີ່ມີຄວາມສາມາດທາງເທັກໂນໂລຈີຫລາຍທີ່ສຸດ ເທົ່າທີ່ໄດ້ສົ່ງໄປຍັງດາວພະເຄາະອີກດວງນຶ່ງ. ແທ້ໆແລ້ວ ມັນຍັງເປັນຕົວຄົ້ນ ຄວ້າທາງວິທະຍາສາດ ທີ່ມີຄວາມສາມາດຫລາຍທີ່ສຸດ ທີ່ພວກເຮົາໄດ້ສົ່ງໄປ ອາວະກາດເທົ່າທີ່ຜ່ານມາ.”
ລົດສໍາຫຼວດ Curiosity ແມ່ນໃຫຍ່ກວ່າລົດສໍາຫຼວດຄັນກ່ອນໆນັ້ນຫລາຍ. ມັນສາມາດທີ່ ຈະເດີນທາງຢູ່ເທິງພື້ນດາວພະອັງຄານໄດ້ໄກເຖິງປະມານ 200 ແມັດ ໃນແຕ່ລະມື້. ມັນມີເຕົາແຍກນິວເຄລຍຜະລິດໄຟຟ້າ ທີ່ແລ່ນດ້ວຍ ທາດພລູໂຕນຽມ ທີ່ຈະສ້າງພະລັງງານໄດ້ ຫລາຍພຽງພໍ ເພື່ອອໍານວຍໃຫ້ລົດສໍາຫຼວດ Curiosity ປະຕິບັດກິດຈະການຕ່າງໆຫລາຍ ຢ່າງໄດ້. ນອກນັ້ນລົດສໍາຫຼວດດັ່ງກ່າວ ຍັງມີກ້ອງຖ່າຍຮູບ 17 ອັນ ແລະມີແສງແລເຊີທີ່ ສາມາດສໍາຫລວດທາດເຄມີຕ່າງໆ ທີ່ເປັນອົງປະກອບຂອງຫີນ ເທິງດາວພະອັງຄານນັ້ນ.
ທ່ານ Ashwin Vasavad ກ່າວເພີ້ມອີກວ່າ:
“ສິ່ງທີ່ເປັນສ່ວນສໍາຄັນຢູ່ໃນການອອກແບບລົດສໍາຫລວດຄັນນີ້ແທ້ໆ ກໍຄືຄວາມ ສາມາດຂອງມັນ ໃນການຈະກວດຕົວຢ່າງກ້ອນຫີນຕ່າງໆ ແລະດິນຢູ່ເທິງດາວ ພະອັງຄານໄດ້ ເປັນເທື່ອທໍາອິດ ແລະສະນັ້ນ ມັນຈຶ່ງມີແຂນຫຸ່ນຍົນ ຫລື ໂຣບອັດ ທີ່ຍາວ 6 ຟຸດ ຫລື 1.8 ແມັດ. ແລະລົດສໍາຫລວດນີ້ ມີຂະໜາດໃຫຍ່ປານນັ້ນ ສ່ວນນຶ່ງແມ່ນຍ້ອນວ່າມັນຈະບັນຈຸເຄື່ອງທົດລອງວິທະຍາສາດ 2 ເຄື່ອງທີ່ມີ ຄວາມ ສາມາດສູງ ຢູ່ທາງໃນລົດນັ້ນ.”
ທ່ານ Vasavada ເວົ້າວ່າ ເຄື່ອງມືອັນນຶ່ງ ແມ່ນໃຊ້ວັດແທກແຮ່ທາດຢູ່ໃນກ້ອນຫີນ ແລະ ດິນ. ອີກອັນນຶ່ງແມ່ນຊອກຫາທາດເຄມີອື່ນໆ ແລະວັດຖຸ ຊີວະພາບໃດໆ ທີ່ອາດມີຢູ່ໃນນັ້ນ.
ເປົ້າໝາຍຂອງການທົດລອງທີ່ມີມູນຄ່າ 2 ພັນ 500 ລ້ານໂດລາ
ນີ້ ແມ່ນເພື່ອຮຽນຮູ້ວ່າ ດາວພະອັງຄານເຄີຍມີສະພາບແວດລ້ອມ
ທີ່ອາດໄດ້ສະໜັບສະໜຸນໃຫ້ຈຸນລະຊີບມີຊີວິດຢູ່ໄດ້ ຫລືບໍ່. ທ່ານ
Ashwin Vasavada ກ່າວວ່າ:
“ການໄປປະຕິບັດງານຄັ້ງນີ້ ແມ່ນກ່ຽວຂ້ອງກັບການ
ໄປຊອກຫາສະພາບແວດ ລ້ອມ ທີ່ເຮັດໃຫ້ສິ່ງມີຊີວິດ
ອາໄສຢູ່ໄດ້ ແລະບໍ່ແມ່ນການໄປຊອກຫາສິ່ງທີ່ມີຊີ
ວິດໂດຍກົງ.”
ເບິ່ງວີດິໂອທີ່ພວກນັກວິທະຍາສາດຄອຍຮັບພາບສົ່ງມາຈາກດາວພະອັງຄານ
ທ່ານ Vasavada ກ່າວມ້ວນທ້າຍວ່າ ໜ່ວຍພູທີ່ຢູ່ໃນຂຸມ Gale Crater ຈະໃຫ້ຂໍ້ມູນ ພຽງພໍ ກ່ຽວກັບການພັດທະນາຂອງດາວພະອັງຄານ ທັງນີ້ກໍເພາະວ່າ ຫີນແຕ່ລະຊັ້ນຂອງພູໜ່ວຍນັ້ນ ແມ່ນໃຫ້ຮ່ອງຮອຍອັນໃໝ່ໄປເລື້ອຍໆ. ທ່ານ Ashwin Vasavada ໃຫ້ຄໍາ ເຫັນວ່າ: “ມັນມີຫລັກຖານທາງທໍລະນີວິທະຍາວ່າ ມີນໍ້າຢູ່ໃນເຂດນັ້ນ. ຄວາມຈິງແລ້ວ ພວກເຮົາຫວັງວ່າ ຈະຊອກຄົ້ນຫາສິ່ງທີ່ມີຊີວິດໃນການໄປປະຕິບັດ ງານຄັ້ງນີ້. ນັ້ນແມ່ນເປັນເງື່ອນໄຂທີ່ຕ້ອງມີອີກອັນນຶ່ງ ສໍາລັບສິ່ງມີຊີວິດທີ່ພວກເຮົາຮູ້ກັນ.”
ເຕົາແຍກນີວເຄລຍສໍາລັບຜະລິດໄຟຟ້າຢູ່ໃນລົດສໍາຫຼວດ Curiosity ນັ້ນ ມີພະລັງງານພຽງ
ພໍ ທີ່ຈະອໍານວຍໃຫ້ Curiosity ສາມາດປະຕິບັດງານ ຢູ່ເທິງພື້ນຜີວດາວພະອັງຄານ ໄດ້ ເປັນເວລາປະມານ 2 ປີ ຊຶ່ງເປັນເວລາ ເທົ່າກັນກັບ 1 ປີ ໃນດາວພະອັງຄານ.
ເບິ່ງສະໄລດ໌ກ່ຽວກັບການດໍາເນີນງານຂອງຍານອາວະກາດ Curiosity