ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຍົກຍ້າຍຖິ່ນຖານ ຊາວຄິວບາ ພາກັນ ຫຼົບໜີ ຈາກສູນຄວບຄຸມໂຕ ໃນເມືອງ ທາປາຈູລາ ຂອງເມັກຊິໂກ

ຕຳຫຼວດລັດຖະບານກາງ ເຂົ້າໄປໃນສູນຄວບຄຸມໂຕ ພວກຄົນເຂົ້າເມືອງ ໃນເມືອງທາປາຈູລາ ຂອງລັດຊີອາປາສ ຂອງເມັກຊິໂກ ເມື່ອຕອນແລງ ວັນທີ 25 ເມສາ 2019.
ຕຳຫຼວດລັດຖະບານກາງ ເຂົ້າໄປໃນສູນຄວບຄຸມໂຕ ພວກຄົນເຂົ້າເມືອງ ໃນເມືອງທາປາຈູລາ ຂອງລັດຊີອາປາສ ຂອງເມັກຊິໂກ ເມື່ອຕອນແລງ ວັນທີ 25 ເມສາ 2019.

ບັນດາເຈົ້າໜ້າທີ່ ຢູ່ພາກໃຕ້ຂອງເມັກຊິໂກ ກ່າວວ່າ ພວກຍົກຍ້າຍຖິ່ນຖານຢ່າງໜ້ອຍ
1,300 ຄົນ ໄດ້ພາກັນແຫກໜີອອກຈາກສູນຄວບຄຸມໂຕ ໃນວັນພະຫັດວານນີ້.

ສະຖາບັນດ້ານການຍົກຍ້າຍຖິ່ນຖານແຫ່ງຊາດ ຫຼືເອີ້ນຫຍໍ້ວ່າ INM ໄດ້ກ່າວໃນຖະ
ແຫລງການ ວ່າ “ມີການອອກໄປຈາກສະຖານທີ່ ຢ່າງບໍ່ໄດ້ຮັບອະນຸຍາດ ຈາກບ່ອນ
ພັກພິງຂອງພວກຍົກຍ້າຍຖິ່ນຖານ ຢ່າງຫຼວງຫຼາຍ”

ພວກຍົກຍ້າຍຖິ່ນຖານທີ່ໄດ້ຫລົບໜີ ຫຼາຍໆຄົນ ແມ່ນຊາວຄິວບາ ອີງຕາມການກ່າວ
ຂອງອົງການດັ່ງກ່າວ.

ຜູ້ຍົກຍ້າຍຖິ່ນຖານ ຊາວຄິວບາ ທ້າວ ອຸສມານີ ວາລາຊເກັດຊ໌ ວາເລໂຮ ໂອ້ລົມກັບບັນດານັກຂ່າວ ຢູ່ໃນສູນກັງໂຕພວກຄົນເຂົ້າເມືອງ, ບ່ອນທີ່ຜູ້ກ່ຽວພ້ອມກັບຄອບຄົວ ຖືກກັກໂຕໄວ້, ໃນເມືອງທາປາຈູລາ ຂອງລັດຊີອາປາສ ຂອງເມັກຊິໂກ, ເມື່ອຕອນແລງ ວັນທີ 25 ເມສາ 2019.

ພວກຍົກຍ້າຍຖິ່ນຖານ ປະມານ 700 ຄົນ ໄດ້ພາກັນກັບຄືນໄປຍັງສູນ ໃນເມືອງ
ທາປາຊູລາ ຂອງລັດຊີອາປາສ໌ ໂດຍສະໝັກໃຈ ອີງຕາມ ອົງການ INM ໃນຂະນະທີ່
ພວກຍົກຍ້າຍຖິ່ນຖານ ຈຳນວນ 600 ຄົນ ຍັງຄົງພາກັນຫລົບໜີຢູ່.

ສູນດັ່ງກ່າວ ຖືກຈັດວ່າ ເປັນສະຖານທີ່ຮອງຮັບຄົນໄດ້ໜ້ອຍກວ່າ 1,000 ຄົນ ແຕ່ພວກຍົກຍ້າຍຖິ່ນຖານ ກ່າວວ່າ ບາງຄັ້ງບາງຄາວ ມັນກໍຮັບເອົາຄົນຫຼາຍເຖິງ
3,000 ຄົນ.

ພວກຍົກຍ້າຍຖິ່ນຖານ ສ່ວນໃຫຍ່ ແມ່ນສະແຫວງຫາທາງ ເຂົ້າມາໃນ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ວ່າ ຈະປິດຊາຍແດນ ສະຫະລັດ
ທີ່ຕິດກັບ ເມັກຊິໂກ ຖ້າຫາກເມັກຊິໂກ ບໍ່ເຮັດຫຍັງຫຼາຍ ເພື່ອທີ່ຈະບັ່ນທອນ ການຫລັ່ງ
ໄຫລເຂົ້າມາ ສະຫະລັດ ຂອງພວກຍົກຍ້າຍຖິ່ນຖານນັ້ນ.

ທ່ານທຣຳ ເຊື່ອວ່າ ພວກຍົກຍ້າຍຖິ່ນຖານ ຫຼາຍໆຄົນເປັນຄອບຄົວດຽວກັນ ແມ່ນເປັນ
ໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG