ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ທ່ານ Castro ຊົມເຊີຍ ທີ່ສະຫະລັດ ຍື່ນມືໄປຫາ ແຕ່ຄິວບາກໍຈະຍັງຄົງ ເປັນຄອມມິວນິສຄືເກົ່າ


ປະທານປະເທດຄິວບາ ທ່ານ Raul Castro ສະແດງທ່າທາງ ຕໍ່ບັນດາຜູ້ແທນ ໃນລະຫວ່າງການປິດກອງປະຊຸມ ຢູ່ສະພາແຫ່ງຊາດ ໃນນະຄອນຫລວງຮາວານາ, ວັນທີ 20 ທັນວາ 2014.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຮັບ​ການ
​ຍ້ອງຍໍ​ຈາກ​ຜູ້ນຳ​ຄິວ​ບາ ​ໃນ​ວັນ​ເສົາ​ວານ​ນີ້ ສຳ​ຫລັບ​ການ​ເຄື່ອນ
​ໄຫວ​ເພື່ອຟື້ນ​ຟູ​ສາຍ​ພົວພັນ ທາງ​ການ​ທູດລະຫວ່າງ​ວໍ​ຊິ​ຕັນ ​ແລະ
​ຮາ​ວາ​ນານັ້ນ ແຕ່​ປະທານ​ປະ​ເທດຄິວ​ບາ ທ່ານ Raul Castro
ບອກ​ປະ​ເທດ​ຂອງ​ທ່ານ​ວ່າ ນັ້ນ​ບໍ່ໄດ້ໝາຍເຖິງ​ການ​ສິ້ນ​ສຸດລົງ​
ຂອງ​ການ​ປົກຄອງດ້ວຍລະບອບ ​ຄອມ​ມິ​ວນິສ ​ໃນ​ຄິວ​ບາ.

​ໃນ​ຄຳ​ຖະ​ແຫລ​ງຕໍ່​ສະພາ​ແຫ່​ງຊາດ​ຄິວ​ບາ ທີ່​ໄດ້​ຖ່າຍ​ທອດ​ອອກ
​ທາງ​ໂທລະພາບ​ໄປ​ທົ່ວ​ປະ​ເທດເກາະດອນ​ແຫ່ງ​ນັ້ນ ທ່ານ Castro
​ເວົ້າວ່າ ທ່ານແມ່ນເປີດກວ້າງ ຕໍ່​ການ​ເຈລະຈາ​ຫາລື ບັນຫາຕ່າງໆ​
ຢ່າງ​ກວ້າງ​ຂວາງ ກັບບັນດາເຈົ້າໜ້າ​ທີ່ສະຫະລັດ ທີ່​ຄາດ​ກັນ​ວ່າ​ ຈະ​ເດີນທາງ​ໄປຢ້ຽມຢາມ ​ນະຄອນຫລວງ​ຮາ​ວາ​ນາ​ ໃນ​ເດືອນ​ໜ້າ​ນີ້. ທ່ານ​ຍັງ​ໄດ້​ຢືນຢັນ ວ່າ ທ່ານ​ຈະ​ໄປຮ່ວມ​ກອງ​ປະຊຸມສຸດ​ຍອດ ບັນດາ​ປະ​ເທດ​ຂົງເຂດອາ​ເມຣິກາ ​ຢູ່​ທີ່​ປາ​ນາມາ ​ໃນ​ເດືອນ​ເມສາ​ປີໜ້າ ບ່ອນ​ທີ່​ຄາດ​ກັນວ່າ ທ່ານຈະ​ໄດ້ຈະ​ພົບ​ປະ​ກັບ​ ທ່ານໂອ​ບາ​ມາ.

Cuba Deal is Major Victory for Pope’s Diplomatic Initiatives
please wait

No media source currently available

0:00 0:02:08 0:00

​ທາງປະທານາທິບໍດີ ​ໂອ​ບາ​ມານັ້ນ ​ເມື່ອຖືກຖາມຢູ່​ວໍ​ຊິງ​ຕັນ​ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ
​ຂອງ​ທ່ານ ​ເພື່ອ​ຮື້​ຟື້ນສາຍພົວພັນທາງ​ການ​ທູດ ກັບ​ຄິວ​ບານັ້ນ ​ທ່ານ​ໂອ​ບາ​ມາ ໄດ້ກ່າວ​
ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ທ່ານ​ຄາດ​ວ່າ​ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງຫຼາຍ​ໃນ​ທັນທີ​ຢູ່​ຄິວ​ບາ ​ແຕ່​ວ່າ ບັດ​ນີ້ ສະຫະລັດ ຈະມີ​ໂອກາດຫຼາຍຂຶ້ນອີກ​ ສຳ​ຫລັບ​ການ​ເຈລະຈາ​ກັບ​ລັດຖະບານ​ ​ແລະ ​ປະຊາຊົນ​ຄິວບາ.

ຄຳ​ຖະ​ແຫລ​ງຂອງປະທານ​ປະ​ເທດ Castro ​ໃນ​ວັນ​ເສົາ​ວານ​ນີ້ ແມ່ນ ເປັນການສະ​ແດງ​
ຄວາມ​ເຫັນຢ່າງ​ເປີດ​ເຜີຍຄັ້ງທຳ​ອິດ​ຂອງ​ທ່ານ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປະກາດພ້ອມໆ​ກັນ​
ໂດຍຜູ້ນຳ​ຂອງ​ທັງ​ສອງ​ປະ​ເທດ ກ່ຽວ​ກັບການ​ຕົກລົງ ທີ່​ຈະ​ຮຶ້ຟື້ນ​ສາຍ​ພົວພັນທາງ​ການ​ທູດ
ລະຫວ່າງ​ກັນ​ນັ້ນ.

ທ່ານ Castro ກ່າວ​ວ່າ ຄິວ​ບາ​ຈະ​ເລັ່ງປະຕິ​ຮູບ​ໂຄງການ​ເສດຖະກິດ​ຂອງ​ຕົນ ​ໂດຍ​ມີ​ເປົ້າ
ໝາຍທີ່​ຈະສ້າງຕັ້ງຮູບ​ແບບ ຂອງ “ລະບອບ​ຄອມ​ມິ​ວນິສ ທີ່ມີຄວາມ​ວັດທະນາ​ຖາວອນ​ ແລະ​ຍືນ​ຍົງ.” ​ແຕ່​ທ່ານ​ໄດ້​ກ່າວ​ຍ້ຳວ່າ ການ​ປ່ຽນ​ແປ່​ງຕ່າງໆ​ນັ້ນ ​ແ​ມ່ນຈະ​ເປັນ​ໄປ ເທື່ອ​ລະ​ນ້ອຍ.

US Decision on Cuba Underscores Divisions Among Miami Cubans
please wait

No media source currently available

0:00 0:02:08 0:00

XS
SM
MD
LG