ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊື້-ຂາຍເງິນດິຈິຕອລ ຢູ່ລາວ ກໍາລັງຂະຫຍາຍຕົວຂຶ້ນ ຂະນະທີ່ການຂາດແຄນເງິນຕາຕ່າງປະເທດ ແລະໄພເງິນເຟີ້ ກໍສູງຂຶ້ນເຊັ່ນກັນ


ສຳນັກງານຂອງ ກຸ່ມບໍລິສັດ ພົງຊັບ ທະວີ ຢູ່ໃນນະຄອນ ວຽງຈັນ, ສປປ ລາວ
ສຳນັກງານຂອງ ກຸ່ມບໍລິສັດ ພົງຊັບ ທະວີ ຢູ່ໃນນະຄອນ ວຽງຈັນ, ສປປ ລາວ

ການຊື້-ຂາຍ ແລະຂຸດຄົ້ນເໝືອງເງິນດິຈິຕອລ ຫລືຄຣິບໂຕກໍາລັງຂະ ຫຍາຍຕົວຫລາຍຂຶ້ນ ຢູ່ໃນລາວ ເນື່ອງຈາກລັດຖະບານລາວໃຫ້ການສົ່ງເສີມ ໂດຍເປັນມາດຕະການອັນນຶ່ງ ເພື່ອແກ້ໄຂສະພາບຂາດແຄນເງິນຕາຕ່າງປະເທດ ແລະ ໄພເງິນເຟີ້ ແຕ່ຢ່າງໃດກໍຕາມ ສະພາບເງິນເຟີ້ ແລະການຂາດ ແຄນເງິນຕາຕ່າງປະເທດຍັງສືບຕໍ່ສູງຂຶ້ນນັບມື້ຢູ່. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງເຮົາ ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ສະກຸນເງິນດິຈິຕອລແມ່ນເງິນໃນຮູບແບບອີເລັກໂທຣນິກທີ່ແລກປ່ຽນກັບສິນຄ້າ ແລະການບໍລິການ ໂດຍບໍ່ຕ້ອງໃຊ້ເງິນຕົວຈິງເຊັ່ນ: ໃບເຈ້ຍ ຫຼື ຫຼຽນ. ໃນຂະນະທີ່ເສດຖະກິດດິຈິຕອລສືບຕໍ່ຂະຫຍາຍຕົວໃນທົ່ວໂລກ, ການນໍາໃຊ້ສະກຸນເງິນດິຈິຕອນກໍ່ເພີ່ມຂຶ້ນຢ່າງໄວວາ. ການຊື້-ຂາຍເງິນດີຈິຕອລ ຢູ່ໃນລາວ ກໍກໍາລັງຂະຫຍາຍຕົວເພີ້ມຂຶ້ນເຊັ່ນກັນ ຍ້ອນວ່າລັດຖະບານລາວ ມີນະໂຍບາຍສົ່ງເສີມການຄ້າຂາຍແລະແລກປ່ຽນທາງດ້ານນີ້ ດັ່ງທີ່ພະນັກງານອະວຸໂສຂອງທະນາຄານແຫ່ງນຶ່ງໃນລາວ ທີ່ມີການພົວພັນກັບສູນແລກປ່ຽນຊັບສິນຄຣິບໂຕ ເວົ້າສູ່ຟັງວ່າ:

“ລັດຖະບານອະນຸຍາດໃຫ້ເດ ສາມາດເຮັດເໝືອງຄົ້ນຂຸດຄຣິບໂຕຫັ້ນເດ້ ເພາະເຮົາມີເໝືອງພ້ອມ ແລະກະມີການຊື້ຂາຍຕະຫລາດຮຸ້ນເດ ຈະເອົາເງິນໂດລາໄປແລກ ແລະເອົາ USDT ໄປແລກເງິນ US Dollar ກໍໄດ້ ມັນມີທົ່ວໂລກແພລດຟອມຕົວນີ້ ບາງປະເທດມັນຍັງຜິດກົດໝາຍຢູ່ ແຕ່ປະເທດລາວມັນບໍ່ຜິດກົດໝາຍເພາະມີທະບຽນ”.

ໃນຕົ້ນປີ 2022 ທະນະຄານແຫ່ງຊາດລາວ ໄດ້ອະນຸຍາດໃຫ້ສູນຊື້-ຂາຍແລກ ປ່ຽນຊັບສິນຄຣິບໂຕສອງແຫ່ງໃນລາວ ຊຶ່ງກໍຄືສູນແລກປ່ຽນ ຊັບສິນ ດີຈິຕອລລາວ ຫລື LDX (Lao Digital Exchange) ຊຶ່ງເປັນ ການລົງທຶນ ຮ່ວມກັນ ລະຫວ່າງບໍລິສັດ ເອໄອເອັຟ ແລະກຸ່ມບໍລິສັດ ພົງຊັບທະວີ ແລະ ສູນແລກປ່ຽນຊັບສິນຄຣິບໂຕ Bitqik ຊຶ່ງລົງທຶນໂດຍກຸ່ມບໍລິສັດສີເມືອງ ມີສິດໃນການຊື້-ຂາຍເງິນຄຣິບໂຕ ແລະຊັບສິນດີຈິຕອລອື່ນໆ ຢ່າງເຕັມຮູບແບບເລີ້ມແຕ່ເດືອນເມສາປີກາຍນີ້ ເປັນຕົ້ນມາ.

ສຳນັກງານ ກະຊວງເທັກໂນໂລຈີ ແລະກາສນສື່ສານ ທີ່ນະຄອນວຽງຈັນ, ສປປ ລາວ.
ສຳນັກງານ ກະຊວງເທັກໂນໂລຈີ ແລະກາສນສື່ສານ ທີ່ນະຄອນວຽງຈັນ, ສປປ ລາວ.

ເນື່ອງຈາກລະບົບຊື້-ຂາຍສະກຸນເງິນທາງດີຈິຕອລໃນລາວກໍານົດໄວ້ວ່າ ຜູ້ທີ່ ຈະໄປແລກປ່ຽນ ຫລືຊື້-ຂາຍໃນຕະຫລາດດັ່ງກ່າວ ບຸກຄົນ ຫລື ນັກທຸລະກິດ ຈະຕ້ອງມີເງິນໂດລາແລະເງິນບາດ ມັນເຮັດໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດສູງ ຊຶ່ງຄົນລາວບາງຄົນຄິດວ່າ ມັນຍິ່ງເຮັດໃຫ້ອັດຕາແລກປ່ຽນ ລະ ຫວ່າງເງິນກີບກັບເງິນບາດແລະໂດລາຖີບຕົວສູງຂຶ້ນ ແຕ່ຜູ້ຊ່ຽວຊານດ້ານເງິນ ຄຣິບໂຕຂອງບໍລິສັດຊື້-ຂາຍສະກຸນເງິນດີຈິຕອລແຫ່ງນຶ່ງ ອະທິບາຍວ່າການຊື້-ຂາຍ ຫລືແລກປ່ຽນເງິນໃນຮູບແບບອີເລັກໂທຣນິກທີ່ ວ່ານີ້ ເປັນວິທີນຶ່ງເພື່ອຊ່ວຍຕອບສະໜອງເງິນຕາຕ່າງປະເທດຢູ່ໃນລາວ ຊຶ່ງທ່ານນາງຊີ້ແຈງໃຫ້ຟັງດັ່ງນີ້:

“ເພື່ອກຽມປົດລ໊ອກຄວາມທຸກຍາກ ຫລືໄພເງິນເພີ້ຢູ່ລາວໄດ້ນັ້ນ ລັດຖະບານຈຶ່ງມອງເຫັນ ແລະເປີດຮອງຮັບທາງກົດໝາຍໃນການຊື້ຂາຍ Crypto Currency ເພື່ອໃຫ້ທັນກັບສະພາບເສດຖະກິດຂອງໂລກໃນອະນາຄົດ ຊຶ່ງມັນສະແດງອອກຄືທ່ານທອງລຸນໄດ້ໄປຫລາຍໆປະເທດເຊັ່ນ ປະເທດສິງກະໂປ, ຫວຽດນາມ, ໄທ ແລະຫລາຍປະເທດໃນໂລກ ເພື່ອສຶກສາ ເຊື່ອມສໍາພັນໂດຍມີເປົ້າໝາຍໃຫ້ທັນກັບສະພາບໃນວຽກງານການເງິນກາງອາກາດ ຫລື ເງິນທີ່ຂຸດຈາກໄຟຟ້າ ຈາກແຫລ່ງຕ່າງໆ ນັ້ນກໍແມ່ນເພື່ອຕ້ອງການປົດປ່ອຍເງິນເຟີ້ ຫລືປົດປ່ອຍໃຫ້ປະຊາຊົນໃຫ້ພົ້ນຈາກຄວາມທຸກໄດ້”.

ທາງດ້ານລັດຖະບານນັ້ນ ຖືກວ່າ ອະນຸມັດສຳປະທານການຂຸດຄົ້ນແຮ່ທາດແບບທົດລອງເປັນກໍລະນີພິເສດ ໃຫ້ບໍລິສັດຕ່າງປະເທດ ຫລາຍກວ່າ 80 ບໍລິສັດ ທີ່ລວມທັງບໍລິສັດດຳເນີນກິດຈະການເໝືອງຂຸດຄົ້ນເງິນ Digital ຫລື Crypto Currency ເປັນມາດຕະການອັນເລັ່ງດ່ວນ ເພື່ອແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດໃນລະບົບການເງິນ ແລະທະນາຄານໃນລາວ. ແຕ່ແນວໃດກໍຕາມ ດັ່ງທີ່ທ່ານຊົງຣິດ, ນັກຂ່າວວີໂອເອໄດ້ສະເໜີໄປເມື່ອມໍ່ໆມານີ້ວ່າ ການອະນຸຍາດ ໃຫ້ມີການຂຸດຄົ້ນເໝືອງເງິນດີຈິຕອລ ເຮັດໃຫ້ມີການຊົມໃຊ້ໄຟຟ້າເພີ້ມຂຶ້ນເກີນກວ່າ 30 ເປີເຊັນໃນປີ 2022 ແລະ ຍັງຈະສືບຕໍ່ເພີ່ມຂຶ້ນອີກໃນ 2 ປີຕໍ່ໄປນີ້ ໂດຍສະເພາະແມ່ນການຊົມໃຊ້ໄຟຟ້າໃນກິດຈະການເໝືອງຂຸດຄົ້ນເງິນ Crypto ຂອງ ບໍລິສັດຈີນ 13 ແຫ່ງ ທີ່ໄດ້ເຊັນສັນຍາຊື້ໄຟ້ຟາຈາກລັດວິສາຫະກິດໄຟຟ້າລາວ (EDL) ເປັນເວລາ 3 ປີ ຈົນຮອດທ້າຍປີ 2025 ທີ່ມີຄວາມຕ້ອງການປະລິມານໄຟຟ້າອັນ ມະຫາສານເກືອບເທົ່າກັນກັບປະລິມານໄຟຟ້າທີ່ໃຊ້ໄຟສໍາລັບຂະແໜງອຸດສາຫະກຳອື່ນ ໝົດທົ່ວປະເທດ, ອີງຕາມເຈົ້າໜ້າທີ່ໃນກະຊວງແຜນການ ແລະ ການລົງທຶນ. ໃນເມື່ອທາງ EDL ຕ້ອງໄດ້ຊໍາລະຄ່າໄຟຟ້າ ໃຫ້ແກ່ຜູ້ລົງທຶນສ້າງເຂື່ອນ ແລະໂຮງຜະລິດໄຟຟ້າແບບອື່ນເປັນເງິນຕາ ຕ່າງປະເທດ ຊຶ່ງມັນຍັງເປັນ ການຍາກ ແລະໄວເກີນໄປທີ່ຈະເວົ້າໄດ້ຢ່າງຊັດເຈນວ່າ ການຂຸດເໝືອງເງິນໃນຮູບແບບດີຈິຕອລຊ່ວຍສະໜອງຄວາມຕ້ອງການເງິນຕາຕ່າງປະເທດຢູ່ໃນລາວ ໄດ້ຢ່າງເປັນຮູບປະທໍາ ດັ່ງທີ່ສະແດງໃຫ້ເຫັນໃນສະພາບຕົວຈິງທີ່ວ່າອັດຕາແລກປ່ຽນເງິນກີບ ແລະເງິນໂດລາເພີ້ມຂຶ້ນ 28.56 ເປີ ເຊັນໃນໄລຍະ 1 ປີ ຜ່ານມາ ຊຶ່ງກໍຄື ເພີ້ມຂຶ້ນຈາກ 14796.50 ກີບຕໍ່ 1 ໂດລາໃນວັນທີ 8 ກໍລະກົດ ປີ 2022 ເປັນ 19,023 ກີບໃນວັນອາທິດວັນທີ 9 ກໍລະກົດວານນີ້ ຊຶ່ງກໍຄືຜ່ານມາ, ອີງຕາມເວັບໄຊ Currencies Zone. https://currencies.zone/historic/us-dollar/lao-kip/july-202

XS
SM
MD
LG