ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄຣເອເຊຍ ແລະສະໂລເວເນຍ ສະຫລອງ ວັນເອກະລາດຂອງຕົນ


Người chỉ huy đội quân danh dự kiểm tra hàng ngũ.
Người chỉ huy đội quân danh dự kiểm tra hàng ngũ.
















ປະເທດໂຄຣເອເຊຍ ແລະສໂລເວເນຍ ໄດ້ສະເຫລີມສະຫລອງຂີດໝາຍຄົບຮອບ 20 ປີ
ທີ່ໄດ້ຮັບເອກະລາດຂອງ​ເຂົາເຈົ້າຈາກຢູໂກສລາເວຍ.

ທ່ານ Jadranka Kosor ນາຍົກລັດຖະມົນຕີໂຄຣເອເຊຍ ກ່າວທີ່ ນະຄອນຫລວງ
Za​greb ​ໃນວັນເສົາວານນີ້ວ່າ ປະເທດໄດ້ສະເຫລີມສະຫລອງຄົບຮອບ 20 ປີ ຂອງ
ການເປັນປະເທດທີ່​ທັນ​ສະ​ໄໝ​ໃໝ່ ແລະມີຄວາມເຂັ້ມແຂງໂດຍການກັບຄືນມາຢູ່ໃນ
ພາກພື້ນຢູໂຣບອັນເປັນຖິ່ນ ເດີມຂອງຕົນນັ້ນ.

ນອກນີ້ແລ້ວ ພິທີສະເຫລີມສະຫລອງ ​ໄດ້ວາງແຜນຈັດຂຶ້ນທີ່ເມືອງ Vukovar ທາງ
ພາກຕາເວັນອອກຂອງປະເທດ​ເຊ່ນ​ກັນ ອັນເປັນສັນຍະລັກແຫ່ງການຕ້ານຢັນໃນລະ
ຫວ່າງສົງຄາມ​ໃນ​ແຫລມ Balkan ເມື່ອປີ 1991 ຫາ 1995 ນັ້ນ.

ໂຄຣເອເຊຍ ໄດ້ເຂົ້າຮ່ວມອົງການເນໂຕ້ໃນປີ 2009 ແລະ​ໃນ​ຂັ້ນ​ຕໍ່​ໄປ​ຈະເຂົ້າເປັນປະ
ເທດສະມາຊິກທີ 28 ຂອງສະຫະພັນຢູໂຣບ ໃນວັນທີ 1 ເດືອນກໍລະກົດ ປີ 2013.

XS
SM
MD
LG