ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເວ​ເນ​ຊູ​ເອ​ລາ ຖືກວິ​ຈານ​ ຢ່າງ​ໜັ​ກ ກ່ຽວ​ກັບ ການ​ກິນ​ອາ​ຫານ ​ລາ​ຄາ​ແພງ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ ອຶດ​ຫິວ


ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ ລຸກ​ຂຶ້ນ ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ມີ​ຣາ​ຟ​ລໍ​ເຣັ​ສ, ນະ​ຄອນຫຼວງ ກາ​ຣາ​ຄັ​ສ, ເວ​ເນ​ຊູ​ເອ​ລາ. 18 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ ລຸກ​ຂຶ້ນ ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ມີ​ຣາ​ຟ​ລໍ​ເຣັ​ສ, ນະ​ຄອນຫຼວງ ກາ​ຣາ​ຄັ​ສ, ເວ​ເນ​ຊູ​ເອ​ລາ. 18 ກັນ​ຍາ, 2018.

ວິ​ດີ​ໂອ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ ທີ່​ກຳ​ລັງ​ກິນ​ສະ​ເຕັກ
ຢູ່ຮ້ານອາຫານລາຄາແພງແຫ່ງນຶ່ງ ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈຢ່າງຮຸນແຮງຈາກທົ່ວ
ໂລກ ແທນປະຊາຊົນຜູ້ທີ່ປະສົບກັບຄວາມທຸກຍາກໃນປະເທດຂອງທ່ານ.

ວິ​ດີ​ໂອ​ຕອນ​ນຶ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ພໍ່​ຄົວ​ທີ່​ມີ​ຊື່​ສຽງ ທ້າວ ນຸ​ສ​ເຣັດ ກັອກ​ເຊ (Nusret
Gokce) ເຊິ່ງເປັນທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ “Salt Bae”, ກຳລັງປາດຊີ້ນໃຫ້ປະທາ
ນາທິບໍດີກັບພັນລະຍາ, ທ່ານນາງ ຊີເລຍ ຟລໍເຣັສ (Celia Flores), ຢູ່ຮ້ານອາຫານ
ນັສເຊີ-ເອັດ (Nusr ET) ໃນນະຄອນ ອິສຕັນບູລ, ບ່ອນທີ່ຊີ້ນຕ່ອນນຶ່ງນັ້ນ ອາດມີລາ
ຄາແພງຫຼາຍຮ້ອຍໂດລາ.

ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ຟ​ລໍ​ຣິ​ດາ ທ່ານ ມາ​ໂກ ຣູ​ບີ​ໂອ ໄດ້​ກ່າວ​ໂຈມ​ຕີ​ພໍ່​ຄົວ​ຄົນ​ດັ່ງ​ກ່າວ
ຜູ້ທີ່ໄດ້ຖ່າຍວິດີໂອຮ່ວມກັບ “ຜູ້ນຳຜະເດັດການ”, ຜູ້ທີ່ໄດ້ສະແດງໃຫ້ເຫັນວ່າກຳລັງກິນ “ອາຫານລະດັບຫ້າດາວ, ສູບຢາຊີກາດີໆ ໃນຂະນະທີ່ປະຊາຊົນ ເວເນຊູເອລາ ແທ້ຈິງ
ແລ້ວກຳລັງອຶດຫິວ.”

ທ່ານ ຣູ​ບີ​ໂອ ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Miami Herald ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ມັນ​ເປັນ
ຕາຢາກຮ້າຍ, ເປັນຕາຂີ້ດຽດ ຜູ້ຊາຍຄົນນີ້ ໄດ້ເຮັດໃຫ້ມະນຸດອຶດຫິວ ແລະ ທ້າວ Salt
Bae ແມ່ນໄດ້ສະເຫຼີມສະຫຼອງກັບລາວ ຄືວ່າລາວເປັນວິລະບູລຸດຈັ່ງໃດນີ້ແຫຼະ. ຂ້າ
ພະເຈົ້າໃຈຮ້າຍຫຼາຍ.”

ທ່ານ ຣູ​ບີ​ໂອ ໄດ້​ຂຽນ​ໃນ​ທວິດ​ເຕີ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ທ້າວ
Salt Bae ທີ່ມີນິໄສແປກໆນີ້ແມ່ນໃຜ ແຕ່ຜູ້ຊາຍທີ່ລາວມີຄວາມພາກພູມ ໃຈທີ່ຈະເສີບ
ນັ້ນ ບໍ່ແມ່ນປະທານາທິບໍດີຂອງ ເວເນຊູເອລາ. ແທ້ຈິງແລ້ວ ລາວແມ່ນຈອມຜະເດັດ
ການທີ່ມີນ້ຳໜັກເກີນຂອງປະເທດທີ່ປະຊາຊົນ 30 ເປີເຊັນນັ້ນກິນອາຫານພຽງຄາບ
ດຽວຕໍ່ມື້ ແລະພວກເດັກນ້ອຍກຳລັງທຸກທໍລະມານກັບການ ຂາດສານອາຫານ.”

ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ດັ່ງ​ກ່າວ​ຍັງ​ໄດ້​ຂຽນ​ໃນ​ທວິດ​ເທີ ກ່ຽວ​ກັບ ທີ່​ຢູ່​ ກັບ ເລກ​ໂທ​ລະ​
ສັບຂອງຮ້ານອາຫານຂອງພໍ່ຄົວຄົນດັ່ງກ່າວໃນນະຄອນ ໄມອາມີ, ເຊິ່ງເປັນບ້ານຂອງ
ຊາວອາເມຣິກັນ ເຊື້ອສາຍ ເວເນຊູເອລາ ແລະ ເຊື້ອສາຍ ຄິວບາ ຈຳນວນຫຼາຍ ຜູ້ທີ່ວິ
ຈານຜູ້ນຳສັງຄົມນິຍົມນັ້ນ.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ ຮູ​ລີ​ໂອ ບໍ​ເກັ​ສ (Julio Borges), ຜູ້​ທີ່​ອອກ​ໄສ​ຢູ່ນອກ​ປະ​ເທດ
ໃນ ໂຄລອມເບຍ ໄດ້ຂຽນໃນທວິດເຕີວ່າ “ໃນຂະນະທີ່ປະຊາຊົນ ເວເນຊູເອລາ ທຸກທໍ
ລະມານ ກັບ ຕາຍຍ້ອນການອຶດຫິວນັ້ນ, ທ່ານ ນິໂຄລັສ ມາດູໂຣ ກັບ ທ່ານນາງ ຊີເລຍ
ຟລໍເຣັສ ແມ່ນກຳລັງມ່ວນຊື່ນກັບເວລາດີໆ ຢູ່ ນຶ່ງໃນຮ້ານອາຫານທີ່ແພງທີ່ສຸດໃນໂລກ,
ພ້ອມກັບເງິນທັງໝົດທີ່ຖືກລັກຈາກປະຊາຊົນ ເວເນຊູເອລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG