ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການລົງປະຊາມະຕິ ຢູ່ໄຄຣເມຍ ກໍ່ໃຫ້ເກີດ ຄວາມເຄັ່ງຕຶງ ດ້ານຊົນເຜົ່າ ໃນຢູເຄຣນ (ສະໄລດ໌/ວີດີໂອ)


Crimea's Referendum Spurs Ethnic Tensions in Ukraine
please wait

No media source currently available

0:00 0:02:45 0:00
ຍັງມີເວລາ ເຫລືອອີກ ພຽງບໍ່ເທົ່າໃດມື້ທໍ່ນັ້ນ ກ່ອນການລົງປະຊາ
ມະຕິ ກ່ຽວກັບອະນາຄົດຂອງເຂດ Crimea ຂອງຢູເຄຣນ. ທຸກໆ
ຄົນກຳລັງຈ້ອງສາຍຕາໄປຍັງເຂດດັ່ງກ່າວບ່ອນທີ່ປະຊາຊົນສ່ວນ
ໃຫຍ່ຊຶ່ງປາກພາສາຣັດເຊຍນັ້ນມີທ່າທາງວ່າຈະເຂົ້າຂ້າງກຸງມົສ
ກູ. ການແຍກຕົວຈາກຢູເຄຣນທີ່ພວມຈະມີຂຶ້ນຂອງເຂດ Crimea
ພວມກໍ່ໃຫ້ເກີດມີຄວາມຢ້ານກົວວ່າ ກຸງມົສກູຈະບໍ່ຢຸດຢູ່ແຕ່ພຽງທໍ່
ນັ້ນ ແຕ່ຈະເຂົ້າຄວບຄຸມ ເຂດຕ່າງໆທັງໝົດ ຂອງຢູເຄຣນ ທີ່ປາກ
ພາສາຣັດເຊຍ. ພວກນັກວິເຄາະກ່າວວ່າ ການແບ່ງແຍກ ໃດໆກໍ ຕາມໃນຢູເຄຣນແມ່ນມີທາງວ່າຈະເປັນແຮງກະຕຸກຊຸກຍູ້ໃຫ້ເກີດ
ຄວາມເຄັ່ງຕຶງ ທາງດ້ານຊົນຊາດຊົນເຜົ່າ ຢູ່ໃນຂົງເຂດ. Zlatica
Hoke ມີລາຍງານກ່ຽວກັບເລື່ອງນີ້ດັ່ງໄພສານຈະນຳເອົາລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານ Sergei Aksyonov ຜູ້ນຳທີ່ນິຍົມຣັດເຊຍໃນແຫລມ Crimea ແມ່ນຈະແຈ້ງກ່ຽວກັບ ຄວາມຄາດຫວັງຂອງທ່ານ ຈາກການລົງປະຊາມະຕິ ໃນວັນອາທິດຈະມານີ້.

ທ່ານ Aksyonov ກ່າວວ່າ “ເວລານີ້ທະຫານຢູເຄຣນແມ່ນໄດ້ຖືກປິດລ້ອມຢູ່ໃນຄ້າຍ
ຂອງຕົນ. ຫລັງຈາກການລົງປະຊາມະຕິກ່ຽວກັບການຮວມເຂົ້າກັບຣັດເຊຍ ໃນອະ ນາຄົດນັ້ນແລ້ວ ພວກເຂົາເຈົ້າກໍຈະຕ້ອງອອກໄປຈາກເຂດ Crimea ຫລືບໍ່ ກໍຈະ
ຕ້ອງຮັບໃຊ້ກອງທັບ ແລະສາບານທີ່ຈະຈົງຮັກພັກດີີ ຕໍ່ສາທາລະນະລັດ Crimea ທີ່ປົກຄອງຕົນເອງ ຫລືຕໍ່ຣັດເຊຍ.”


ສຳລັບພວກຊົນກຸ່ມນ້ອຍ ຢູ່ໃນເຂດດັ່ງກ່າວ ເຊັ່ນຊາວມຸສລິມ Tartars ແລ້ວ ຄຳປະກາດ ທີ່ວ່ານີ້ ແມ່ນເປັນລາງຮ້າຍ. ມື້ລາງຜູ້ນຳສະຫະພາບໂຊຫວຽດ ທ່ານ Joseph Stalin ໄດ້ ກ່າວຫາພວກ Tartars ວ່າ ຮ່ວມມືກັບພວກນາຊີເຢຍຣະມັນແລະໄດ້ເນລະເທດພວກເຂົາ ເຈົ້າໄປຢູ່ເຂດພາກຕາເວັນອອກຂອງສະຫະພາບໂຊຫວຽດຫລັງຈາກສົງຄາມໂລກຄັ້ງທີ 2. ພວກຊາວມຸສລິມທີ່ໄດ້ເດີນທາງກັບຄືນໄປຢູ່ໃນເຂດ Crimea ນັບແຕ່ນັ້ນມາເວລານີ້ແມ່ນ ມີຄວາມຢ້ານກົວ ກ່ຽວກັບຄື້ນຟອງການປະຫັດປະຫານຮອບໃໝ່.

Abul Gafar ຊຶ່ງເປັນຊາວມຸສລິມເຜົ່າ Tartars ເວົ້າວ່າ “ຊາວ Tartars ໃນແຫຼມ Cri-
mea ໄດ້ຖືກປະຫັດປະຫານ ຍ້ອນພວກເຂົາເຈົ້ານັບຖືສາສະໜາອິສລາມ ແລະທີ່ ຮ້າຍແຮງຍິ່ງໄປກວ່ານັ້ນ ກໍແມ່ນວ່າ ພວກນັກການເມືອງຫົວຮຸນແຮງຊາວຣັດເຊຍ ພາກັນຝັນວ່າຣັດເຊຍຈະກາຍເປັນປະເທດທີ່ມີແຕ່ຊາວຣັດເຊຍ 100 ເປີເຊັນໂດຍ
ບໍ່ມີຜູ້ຕາງໜ້າຂອງຊົນຊາດຊົນເຜົ່າອື່ນໃດ.”




ທ່ານນາງ Astrid Thors ຂ້າຫຼວງໃຫຍ່ຝ່າຍຊົນຊາດຊົນເຜົ່າຂອງອົງການວ່າດ້ວຍຄວາມ ໝັ້ນຄົງແລະການຮ່ວມມືໃນຢູໂຣບຫຼື OSCE ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ຊາວ Tartars ໃນເຂດ Crimea.

ທ່ານນາງ Thors ເວົ້າວ່າ “ຊາວ Tartars ໃນແຫຼມ Crimea ເວລານີ້ ແມ່ນໄດ້ເອົາ ທ່າທີທີ່ແຕກຕ່າງໄປຈາກຊົນກຸ່ມໃຫຍ່ໃນແຫຼມ Crimea ແລະການຊັ່ງຊາຕີລາຄາ ຂອງຂ້າພະເຈົ້າກໍຄືວ່າ ທ່າທີທີ່ແຕກຕ່າງໄປນີ້ແມ່ນເຮັດໃຫ້ພວກເຂົາເຈົ້າຕົກຢູ່ໃນ ສະຖານະພາບທີ່ອ່ອນແອຫຼາຍຂຶ້ນ. ດັ່ງນັ້ນຖ້າວ່າພວກເຮົາຢາກໃຫ້ມີການຕື່ນຕົວ ພວກເຮົາຕ້ອງໄດ້ຕິດຕາມເບິ່ງວ່າ ແມ່ນຫຍັງໄດ້ເກີດຂຶ້ນ ກັບປະຊາຊົນເຂົາເຈົ້າ ແລະການບໍ່ເອົາຫົວຊາຕໍ່ສະຖານະການຈະດຳເນີນຕໍ່ໄປບໍ່ໄດ້ ພວກເຂົາເຈົ້າຕ້ອງ ການຊັບພະຍາກອນ ເພື່ອຈະຮວມຕົວ ເຂົ້າກັບພວກເຮົາ ແລະພວກເຂົາເຈົ້າ ຈຳ
ເປັນຕ້ອງໄດ້ຮັບຄວາມສົນໃຈຂອງພວກເຮົາ.”


ໃນຂະນະທີ່ຢູເຄຣນພວມຈະສູນເສຍເຂດ Crimea ໄປນັ້ນກໍມີຄວາມວິຕົກກັງວົນຢ້ານວ່າ ເຂດອື່ນໆທີ່ປາກພາສາຣັດເຊຍຂອງຢູເຄຣນກໍອາດຈະຕ້ອງການທີ່ຈະເຮັດແບບດຽວກັນ.

ນັກວິເຄາະການເມືອງ Volodymyr Kipen ຈາກສະຖາບັນຄົ້ນຄວ້າ ດ້ານສັງຄົມ ແລະວິ
ເຄາະການເມືອງ Donetsk ກ່າວວ່າ ປະຊາຊົນສ່ວນໃຫຍ່ໃນເມືອງ Donetsk ສະໜັບສະ ໜຸນຄວາມເປັນເອກະພາບຂອງຢູເຄຣນ ແຕ່ທ່ານກໍເຕືອນວ່າ ບໍ່ຄວນທີ່ຈະເມີນເສີຍ ຕໍ່ ຄວາມສ່ຽງທີ່ຈະມີການແຍກອອກໄປນັ້ນ.

ທ່ານ Kipen ເວົ້າວ່າ “ຄວາມສ່ຽງຕໍ່ການແຍກຕົວອອກແມ່ນຍັງມີຢູ່ໃນເຂດ Donetsk ແຕ່ຢູ່ໃນຂອບເຂດທີ່ຈຳກັດ ແລະໄດ້ຮັບແຮງຂັບດັນຈາກກຳລັງຢູ່ນອກປະເທດ. ຖ້າ ຫາກລັດຖະບານດຳເນີນການ ຄືດັ່ງທີ່ຄວນຈະເຮັດ ຄວາມສ່ຽງດັ່ງກ່າວນີ້ ກໍສາມາດ ຖືກໂດດດ່ຽວ ຫລຸດຜ່ອນລົງໄດ້ ເພື່ອບໍ່ໃຫ້ມັນກາຍເປັນຄວາມສ່ຽງຕໍ່ປະເທດ.”

ສ່ວນນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk ນັ້ນ ແມ່ນກຳລັງເຄື່ອນໄຫວ ຢ້ຽມຢາມສະຫະລັດໃນສັບປະດານີ້ໃນຂະນະທີ່ທ່ານຊອກສະແຫວງຫາການສະໜັບສະໜຸນ ຈາກປະເທດຕາເວັນຕົກ ເພື່ອຮັກສາໄວ້ຊຶ່ງຄວາມເປັນເອກະພາບ ຂອງປະເທດຂອງທ່ານ.

Neighboring Nations Wary as Ukraine's Crimea Remains Occupied by Pro-Russian Forces
please wait

No media source currently available

0:00 0:02:34 0:00
XS
SM
MD
LG