ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ວິທະຍຸກະຈາຍສຽງສາກົນຂອງຈີນ ອອກອາກາດສົດ ເປັນພາສາລາວ ຫລາຍຂຶ້ນ


ພິທີເປີດສາຂາສະຖານີວິທະຍຸສາກົນແຫ່ງປະເທດຈີນ ທີ່ໄດ້ເພີ້ມການອອກອາກາດຈາກນະຄອນຫລວງວຽງຈັນ ຂຶ້ນເປັນມື້ລະ 6 ຊົ່ວໂມງນັບແຕ່ ໃນວັນທີ 15, 2011 ນີ້ເປັນຕົ້ນໄປ
ພິທີເປີດສາຂາສະຖານີວິທະຍຸສາກົນແຫ່ງປະເທດຈີນ ທີ່ໄດ້ເພີ້ມການອອກອາກາດຈາກນະຄອນຫລວງວຽງຈັນ ຂຶ້ນເປັນມື້ລະ 6 ຊົ່ວໂມງນັບແຕ່ ໃນວັນທີ 15, 2011 ນີ້ເປັນຕົ້ນໄປ

ສະຖານີວິທະຍຸກະຈາຍສຽງສາກົນແຫ່ງປະເທດຈີນ (CRI) ຈະອອກອາກາດສົດພາສາລາວ ເພີ່ມຂຶ້ນ ເປັນມື້ລະ 6 ຊົ່ວໂມງ ຈາກນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 15 ຕຸລາ 2011 ນີ້ ເປັນຕົ້ນໄປ.

ທ່ານ ຫວາງ ໝິງຮວາ ຮອງຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງສາກົນ
ແຫ່ງປະເທດຈີນ (CRI) ໄດ້ຖະແຫຼງຢືນຢັນໃນພິທີເປິດການນໍາໃຊ້ສໍານັກງານສາຂາ
ຂອງ CRI ຈະເລີ່ມອອກອາກາດລາຍການຂ່າວ ແລະລາຍການຕ່າງໆເປັນພາສາລາວ
ທັງໝົດ ນັບຈາກວັນທີ 15 ຕຸລາ ທີ່ຈະເຖິງນີ້ເປັນຕົ້ນໄປ.

ລັດຖະບານລາວໄດ້ອະນຸຍາດໃຫ້ CRI ສາມາດສ້າງຕັ້ງສໍານັກງານປະຈໍາປະເທດລາວ ໄດ້ຢ່າງເປັນທາງການນັບຕັ້ງແຕ່ວັນທີ 11 ເມສາ ນີ້ເປັນຕົ້ນມາແລ້ວ, ຊຶ່ງກໍເປັນຜົນເຮັດ
ໃຫ້ CRI ສາມາດອອກອາກາດລາຍການສົດຢູ່ໃນລາວໄດ້ຫຼາຍຂຶ້ນ ໂດຍນັບແຕ່ວັນທີ
1 ກໍລະກົດເປັນຕົ້ນມາ CRI ກໍໄດ້ອອກອາກາດລາຍການສົດຢູ່ໃນລາວ ເປັນເວລາ 2
ຊົ່ວໂມງ ແລະກໍຈະເພີ່ມຂຶ້ນເປັນ 6 ຊົ່ວໂມງເຄິ່ງນັບຈາກວັນທີ 15 ຕຸລາທີ່ຈະມາເຖິງນີ້
ເປັນຕົ້ນໄປອີກດ້ວຍ.

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນປະ
ຕິວັດລາວ ໄດ້ຖະແຫຼງຢືນຢັນ ໃນໂອກາດເຂົ້າຮ່ວມໃນພິທີສະເຫຼີມສະຫຼອງການສ້າງ
ຕັ້ງສະຖານີວິທະຍຸກະຈາຍສຽງສາກົນແຫ່ງປະເທດຈີນ ຄົບຮອບ 70 ປີ ທີ່ໄດ້ມີຂຶ້ນໃນ
ໂອກາດດຽວກັນກັບການເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງການຂອງ
ທ່ານຈູມມະລີ ໃນລະຫວ່າງວັນທີ 18-21 ກັນຍາທີ່ຜ່ານມານັ້ນວ່າ ການສ້າງຕັ້ງສະຖາ
ນີວິທະຍຸກະຈາຍສຽງສາກົນ ແຫ່ງປະເທດຈີນ ຢູ່ໃນນະຄອນຫຼວງວຽງຈັນ ແລະກໍໄດ້
ອອກອາກາດພາສາລາວມາເປັນເວລາ 5 ປີແລ້ວນັ້ນ ຖືເປັນສິ່ງທີ່ສະແດງໃຫ້ເຫັນເຖິງ
ການເປັນຫຸ້ນສ່ວນຍຸດທະສາດໃນການຮ່ວມມືຢ່າງຮອບດ້ານ ລະຫວ່າງລາວກັບຈີນໄດ້
ຢ່າງຈະແຈ້ງ.

ຍິ່ງໄປກວ່ານັ້ນ, ການອອກອາກາດພາກພາສາລາວຂອງສະຖານີວິທະຍຸກະຈາຍສຽງ
ສາກົນແຫ່ງປະເທດຈີນ ດັ່ງກ່າວກໍຍັງໄດ້ໃຫ້ຄວາມຮູ້, ໃຫ້ບົດຮຽນ ແລະໃຫ້ສາລະບັນ
ເທິງຕ່າງໆ ກັບປະຊາຊົນລາວໄດ້ຢ່າງຄົບຖ້ວນ ອັນເປັນຜົນດີຕໍ່ການເສີມສ້າງຄວາມ
ເຂົ້າໃຈ ລະຫວ່າງປະຊາຊົນລາວກັບຈີນໄດ້ເປັນຢ່າງດີ ແລະ ຍັງມີບົດບາດຢ່າງສໍາຄັນ ຕໍ່ການພັດທະນາສື່ມວນຊົນລາວ ໂດຍສະເພາະແມ່ນວິທະຍຸກະຈາຍສຽງແຫ່ງຊາດລາວ ອີກດ້ວຍ.

ກອງປະຊຸມລະຫວ່າງຄະນະກໍາມະການສູນກາງພັກຂອງຈີນ ແລະລາວ ທີ່ຈັດຂຶ້ນໃນນະຄອນວຽງຈັນ
ກອງປະຊຸມລະຫວ່າງຄະນະກໍາມະການສູນກາງພັກຂອງຈີນ ແລະລາວ ທີ່ຈັດຂຶ້ນໃນນະຄອນວຽງຈັນ

ພ້ອມກັນນັ້ນ, ທ່ານ ຈູມມະລີ
ຍັງໄດ້ສະແດງການຄາດຫວັງ
ອີກດ້ວຍວ່າ ການຮ່ວມມືລະ
ຫວ່າງວິທະຍຸກະຈາຍສຽງແຫ່ງ
ຊາດລາວ ກັບວິທະຍຸກະຈາຍ
ສຽງສາກົນແຫ່ງປະເທດຈີນຈະ
ເປັນແບບຢ່າງທີ່ດີໃຫ້ແກ່ຄວາມ
ຮ່ວມມືດ້ານສື່ມວນຊົນໃນຂະ
ແໜງອື່ນໆລະຫວ່າງລາວກັບ
ຈີນອີກດ້ວຍ. ທັງນີ້ກໍເພື່ອພັດ
ທະນາສື່ມວນຊົນ ໃຫ້ສາມາດ
ປະຕິບັດພາລະໜ້າທີ່ໃນການ
ເປັນກະບອກສຽງຂອງພັກ-ລັດໄດ້ຢ່າງມີປະສິດທິຜົນ ແລະກ້າວຂຶ້ນສູ່ລະດັບສູງສຸດຮ່ວມ
ກັນ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫຼງເນັ້ນຢໍ້າວ່າ:

“ຂ້າພະເຈົ້າເຫັນວ່າວິທະຍຸ CRI FM 93 ແມັກກາເຮີດສ໌ ເປັນແບບຢ່າງຂອງ
ການ
ຮ່ວມມືລະຫວ່າງສືມວນຊົນລາວ ແລະຈີນ ໂດຍນັບແຕ່ເດືອນ 9 ປີ 2009
ເປັນຕົ້ນມາ ການພົວພັນ ແລະການຮ່ວມມືລະຫວ່າງລາວ-ຈີນ ໄດ້ກ້າວເຂົ້າສູ່
ຍຸກ
ໃໝ່, ຍຸກແຫ່ງການພົວພັນ-ຮ່ວມມືຍຸດທະສາດຮອບດ້ານ. ສະນັ້ນ ຂ້າພະ
ເຈົ້າ
ຫວັງວ່າການພົວພັນລະຫວ່າງລາວ ແລະຈີນໃນດ້ານສື່ມວນຊົນຈະກ້າວ
ເຂົ້າສູ່ໄລຍະ
ໃໝ່ເຊັ່ນດຽວກັນ.”

ການເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການຂອງທ່ານ ຈູມມະລີ ໄຊຍະສອນ
ຄັ້ງຫລ້າສຸດນີ້ ນອກຈາກທ່ານໄດ້ພົບປະເຈລະຈາຢ່າງຄົບຄະນະ ຮ່ວມກັນກັບທ່ານ ຫູ ຈິນ
ເທົາ ປະທານປະເທດແລະປະທານພັກຄອມມິວນິສຈີນແລ້ວ ຜູ້ນໍາທັງສອງປະເທດກໍໄດ້ຮ່ວມ ກັນເປັນສັກຂີພິຍານໃນ ພິທີການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນດ້ານຕ່າງໆ
ລະຫວ່າງລາວກັບຈີນຈໍານວນ 9 ສະບັບດ້ວຍກັນ ເຊິ່ງທີ່ສໍາຄັນ ກໍຄືແຜນການຮ່ວມມືລະ
ຫວ່າງສອງພັກໃນຊ່ວງປີ 2011-2015 ແຜນແມ່ບົດການຮ່ວມມືໃນດ້ານເສດຖະກິດ ແລະ
ເທັກນິກ ຈາກປີ 2011-2015 ສັນຍາເງິນກູ້ພິເສດສໍາລັບພັດທະນາລະບົບຊົນລະປະທານ
ໃນແຂວງສະຫວັນນະເຂດ, ສັນຍາເງິນກູ້ພິເສດ ສໍາລັບການພັດທະນາສະໜາມບິນວັດໄຕ.

ນອກຈາກນີ້, ກໍມີສັນຍາວ່າດ້ວຍການກໍ່ສ້າງສະໜາມບິນນາໆຊາດແຫ່ງໃໝ່ ຢູ່ເມືອງເຊໂນ
ໃນແຂວງສະຫວັນນະເຂດ, ສັນຍາວ່າດ້ວຍການສ້າງທາງເລກທີ 13 ໃຕ້ ໃນແຂວງສະ
ຫວັນນະເຂດ ແລະແຂວງສາລະວັນ. ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນ
ການຄຸ້ມຄອງວຽກງານໃນຕະຫຼາດຫຼັກຊັບ ແລະການຊື້ຂາຍ-ຮຸ້ນ ລ່ວງໜ້າ.

ສ່ວນທີ່ກ່ຽວຂ້ອງກັບດ້ານສື່ມວນຊົນໂດຍກົງນັ້ນກໍຄື ການລົງນາມໃນບັນທຶກຄວາມເຂົ້າໃຈ ຮ່ວມກ່ຽວກັບໂຄງການດາວທຽມໃນລາວ ຊຶ່ງທາງການຈີນຈະລົງທຶນໃນມູນຄ່າເຖິງ 250
ລ້ານໂດລາ ເພື່ອສ້າງໃຫ້ແລ້ວເສັດແລະສົ່ງຂຶ້ນສູ່ວົງໂຄຈອນພາຍໃນ 5 ປີຂ້າງໜ້າ.

XS
SM
MD
LG