ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາລາວຊົມເຊີຍ ການຮ່ວມມື ດ້ານສື່ມວນຊົນ ຂອງພັກ-ລັດລາວ ກັບຈີນ


ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມນໍາກັນໃນຕົ້ນປີ 2010 ທີ່ຜ່ານມານີ້
ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມນໍາກັນໃນຕົ້ນປີ 2010 ທີ່ຜ່ານມານີ້

ປະທານປະເທດລາວຍ້ອງຍໍການຮ່ວມມືຢ່າງໃກ້ຊິດ ລະຫວ່າງກະບອກສຽງຂອງພັກ-ລັດ ຂອງລາວກັບຈີນ ແລະ ຄາດຫວັງວ່າການຮ່ວມມືດັ່ງກ່າວຍັງຈະພັດທະນາສູ່ລະດັບສູງສຸດ ໃນໄລຍະຕໍ່ໄປ.

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ແລະ ເລຂາທິການໃຫຍ່ພັກປະຊາຊົນປະ ຕິວັດລາວໄດ້ຖະແຫຼງຢືນຢັນ ໃນໂອກາດເຂົ້າຮ່ວມໃນພິທີສະເຫຼີມສະຫຼອງການສ້າງຕັ້ງ
ສະຖານີວິທະຍຸກະຈາຍສຽງສາກົນແຫ່ງປະເທດຈີນຄົບຮອບ 70 ປີທີ່ໄດ້ມີຂຶ້ນໃນໂອກາດ
ດຽວກັນກັບການເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງການຂອງທ່ານ ຈູມມະ
ລີ ໃນລະຫວ່າງວັນທີ 18-21 ກັນຍາທີ່ຜ່ານມານັ້ນວ່າ ການສ້າງຕັ້ງສະຖານີວິທະຍຸກະ
ຈາຍສຽງສາກົນ ແຫ່ງປະເທດຈີນ ຢູ່ໃນນະຄອນຫຼວງວຽງຈັນ ແລະກໍໄດ້ອອກອາກາດ
ພາສາລາວມາເປັນເວລາ 5 ປີແລ້ວນັ້ນ ຖືເປັນສິ່ງທີ່ສະແດງໃຫ້ເຫັນເຖິງການເປັນຫຸ້ນ
ສ່ວນຍຸດທະສາດໃນການຮ່ວມມືຢ່າງຮອບດ້ານ ລະຫວ່າງລາວກັບຈີນໄດ້ຢ່າງຈະແຈ້ງ.

ຍິ່ງໄປກວ່ານັ້ນ, ການອອກອາກາດພາກພາສາລາວຂອງສະຖານີວິທະຍຸກະຈາຍສຽງສາ
ກົນແຫ່ງປະເທດຈີນ ດັ່ງກ່າວກໍຍັງໄດ້ໃຫ້ຄວາມຮູ້, ໃຫ້ບົດຮຽນ ແລະໃຫ້ສາລະບັນເທິງ
ຕ່າງໆ ກັບປະຊາຊົນລາວໄດ້ຢ່າງຄົບຖ້ວນ ອັນເປັນຜົນດີຕໍ່ການເສີມສ້າງຄວາມເຂົ້າໃຈ ລະຫວ່າງປະຊາຊົນລາວກັບຈີນໄດ້ເປັນຢ່າງດີ ແລະ ຍັງມີບົດບາດຢ່າງສໍາຄັນ ຕໍ່ການ
ພັດທະນາສື່ມວນຊົນລາວ ໂດຍສະເພາະແມ່ນວິທະຍຸກະຈາຍສຽງແຫ່ງຊາດລາວອີກດ້ວຍ.

ທ່ານ ຈູມມະລີໄຊຍະສອນ, ປະທານປະເທດລາວ ກ່າວຄໍາປາໃສ ໃນໂອກາດໄປຢ້ຽມຢາມສະຖານີວິທະຍຸ​ກະຈາຍສຽງສາກົນ​ ແຫ່ງ​ປະ​ເທດ​ຈີນ (CRI)
ທ່ານ ຈູມມະລີໄຊຍະສອນ, ປະທານປະເທດລາວ ກ່າວຄໍາປາໃສ ໃນໂອກາດໄປຢ້ຽມຢາມສະຖານີວິທະຍຸ​ກະຈາຍສຽງສາກົນ​ ແຫ່ງ​ປະ​ເທດ​ຈີນ (CRI)

ພ້ອມກັນນັ້ນ, ທ່ານ ຈູມມະລີ
ຍັງໄດ້ສະແດງການຄາດຫວັງ
ອີກດ້ວຍວ່າ ການຮ່ວມມືລະ
ຫວ່າງວິທະຍຸກະຈາຍສຽງແຫ່ງ
ຊາດລາວ ກັບວິທະຍຸກະຈາຍ
ສຽງສາກົນແຫ່ງປະເທດຈີນຈະ
ເປັນແບບຢ່າງທີ່ດີໃຫ້ແກ່ຄວາມ
ຮ່ວມມືດ້ານສື່ມວນຊົນໃນຂະ
ແໜງອື່ນໆລະຫວ່າງລາວກັບ
ຈີນອີກດ້ວຍ. ທັງນີ້ກໍເພື່ອພັດ
ທະນາສື່ມວນຊົນ ໃຫ້ສາມາດ
ປະຕິບັດພາລະໜ້າທີ່ໃນການ
ເປັນກະບອກສຽງຂອງພັກ-ລັດ
ໄດ້ຢ່າງມີປະສິດທິຜົນ ແລະ
ກ້າວຂຶ້ນສູ່ລະດັບສູງສຸດຮ່ວມກັນ ດັ່ງທີ່ທ່ານ ຈູມມະລີ ໄດ້ຖະແຫຼງເນັ້ນຢໍ້າວ່າ:

ຂ້າພະເຈົ້າເຫັນວ່າວິທະຍຸ CRI FM 93 ແມັກກາເຮີດສ ເປັນແບບຢ່າງຂອງການ
ຮ່ວມມືລະຫວ່າງ ສື່ມວນຊົນລາວ ແລະຈີນ ໂດຍນັບແຕ່ເດືອນເກົ້າ ປີສອງພັນເກົ້າ
ເປັນຕົ້ນມາ ການພົວພັນ ແລະ ການຮ່ວມມືລະຫວ່າງລາວ-ຈີນໄດ້ກ້າວເຂົ້າສູ່ຍຸກ
ໃໝ່, ຍຸກແຫ່ງການພົວພັນ-ຮ່ວມມືຍຸດທະສາດຮອບດ້ານ. ສະນັ້ນ, ຂ້າພະເຈົ້າ
ຫວັງວ່າການພົວພັນລະຫວ່າງລາວ ແລະຈີນໃນດ້ານສື່ມວນຊົນຈະກ້າວເຂົ້າສູ່ໄລຍະ
ໃໝ່ເຊັ່ນດຽວກັນ.

ການເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການຂອງທ່ານ ຈູມມະລີ ໄຊຍະສອນ
ຄັ້ງຫລ້າສຸດນີ້ ນອກຈາກທ່ານໄດ້ພົບປະເຈລະຈາຢ່າງຄົບຄະນະ ຮ່ວມກັນກັບທ່ານ ຫູ ຈິນ
ເທົາ ປະທານປະເທດແລະປະທານພັກຄອມມິວນິສຈີນແລ້ວ ຜູ້ນໍາທັງສອງປະເທດກໍໄດ້ຮ່ວມ ກັນເປັນສັກຂີພິຍານໃນ ພິທີການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນດ້ານຕ່າງໆ
ລະຫວ່າງລາວກັບຈີນຈໍານວນ 9 ສະບັບດ້ວຍກັນ ເຊິ່ງທີ່ສໍາຄັນ ກໍຄືແຜນການຮ່ວມມືລະ
ຫວ່າງສອງພັກໃນຊ່ວງປີ 2011-2015 ແຜນແມ່ບົດການຮ່ວມມືໃນດ້ານເສດຖະກິດ ແລະ
ເທັກນິກ ຈາກປີ 2011-2015 ສັນຍາເງິນກູ້ພິເສດສໍາລັບພັດທະນາລະບົບຊົນລະປະທານ
ໃນແຂວງສະຫວັນນະເຂດ, ສັນຍາເງິນກູ້ພິເສດ ສໍາລັບການພັດທະນາສະໜາມບິນວັດໄຕ.


ພິທີເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ກ່ຽວກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເງິນສຳລັບ​ໂຄງການ​ດາວ​ທຽມ ລະຫວ່າງລາວ ແລະຈີນ ໃນໂອກາດທີ່ຄະນະລັດຖະບານລາວຢ້ຽມຢາມ ຈີນໃນເດືອນກັນຍາ 2011 ນີ້
ພິທີເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ກ່ຽວກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເງິນສຳລັບ​ໂຄງການ​ດາວ​ທຽມ ລະຫວ່າງລາວ ແລະຈີນ ໃນໂອກາດທີ່ຄະນະລັດຖະບານລາວຢ້ຽມຢາມ ຈີນໃນເດືອນກັນຍາ 2011 ນີ້

ນອກຈາກນີ້, ກໍມີສັນຍາວ່າດ້ວຍ
ການກໍ່ສ້າງສະໜາມບິນນາໆ
ຊາດແຫ່ງໃໝ່ ຢູ່ເມືອງເຊໂນໃນ
ແຂວງສະຫວັນນະເຂດ, ສັນຍາ
ວ່າດ້ວຍການສ້າງທາງເລກທີ
13 ໃຕ້ ໃນແຂວງສະຫວັນນະ
ເຂດ ແລະແຂວງສາລະວັນ. ບົດ
ບັນທຶກຄວາມເຂົ້າໃຈ ກ່ຽວກັບ
ການຮ່ວມມືໃນການຄຸ້ມຄອງ
ວຽກງານໃນຕະຫຼາດຫຼັກຊັບແລະ
ການຊື້ຂາຍ-ຮຸ້ນລ່ວງໜ້າ.

ສ່ວນທີ່ກ່ຽວຂ້ອງກັບດ້ານສື່ມວນ
ຊົນໂດຍກົງນັ້ນກໍຄື ການລົງນາມ
ໃນບັນທຶກຄວາມເຂົ້າໃຈຮ່ວມກ່ຽວກັບໂຄງການດາວທຽມໃນລາວ ຊຶ່ງທາງການຈີນ ຈະລົງທຶນ
ໃນມູນຄ່າເຖິງ 250 ລ້ານໂດລາ ເພື່ອສ້າງໃຫ້ແລ້ວເສັດແລະສົ່ງຂຶ້ນສູ່ວົງໂຄຈອນ ພາຍໃນ 5
ປີຂ້າງໜ້າ.

XS
SM
MD
LG