ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ ໃນລັດ ຄາລິຟໍເນຍ ຕໍ່ສູ້ ເພື່ອຮັກສາ ເຮືອນ ແລະ ສຸຂະພາບ ເຂົາເຈົ້າ ຈາກໄຟປ່າ


ລົດກະບະຄັນນຶ່ງ ແລະ ຖະໜົນຖືກປົກຄຸມ ດ້ວຍສານປ້ອງກັນໄຟໄໝ້ ທີ່ຖືກໂຮຍລົງມາ ໂດຍເຮືອບິນບັນທຸກ ໃນຂະນະທີ່ ເຈົ້າໜ້າທີ່ດັບໄຟ ຕໍ່ສູ້ກັບໄຟປ່າ. ທະເລສາບ ແອລຊີນໍ, ລັດຄາລິຟໍເນຍ. 10 ສິງຫາ, 2018.
ລົດກະບະຄັນນຶ່ງ ແລະ ຖະໜົນຖືກປົກຄຸມ ດ້ວຍສານປ້ອງກັນໄຟໄໝ້ ທີ່ຖືກໂຮຍລົງມາ ໂດຍເຮືອບິນບັນທຸກ ໃນຂະນະທີ່ ເຈົ້າໜ້າທີ່ດັບໄຟ ຕໍ່ສູ້ກັບໄຟປ່າ. ທະເລສາບ ແອລຊີນໍ, ລັດຄາລິຟໍເນຍ. 10 ສິງຫາ, 2018.

ໃນຂະນະທີ່ປະຊາຊົນໃນລັດຄາລີຟໍເນຍຈຳນວນນຶ່ງ ກຳລັງຕັ້ງໜ້າເຮັດວຽກເພື່ອປ້ອງ
ກັນເຮືອນຊານຂອງພວກເຂົາເຈົ້າ ຈາກໄຟປ່າ ທີ່ໄດ້ລຸກ ໄໝ້ ໃນທົ່ວລັດດັ່ງກ່າວຢູ່ນັ້ນ
ຫຼາຍຄົນໄດ້ພົບເຫັນວ່າ ໃນຂະນະດຽວ ກັນພວກເຂົາເຈົ້າກໍຕ້ອງໄດ້ເຮັດວຽກ ເພື່ອຮັກ
ສາສຸຂະພາບຂອງຕົນທີ່ຕົກຢູ່ໃນອັນຕະລາຍ ຍ້ອນຄວັນພິດແລະສານພິດອື່ນໆທີ່ຢູ່
ໃນອາກາດ.

ບາງຄົນພົບວ່າ ເຂົາເຈົ້າມີຄວາມເປັນຫ່ວງຕໍ່ສຸຂະພາບ ແບບທີ່ເຂົາເຈົ້າບໍ່ເຄີຍພົບເຫັນ
ມາກ່ອນເຊັ່ນວ່າ ຫາຍໃຈບໍ່ຮອດທ້ອງ, ໄອ ແລະ ເຄືອງຕາເປັນຕົ້ນ.

ພວກທ່ານໝໍ ຮຽກຮ້ອງໃຫ້ທຸກໆໃສ່ໜ້າກາດ ເວລາພວກເຂົາເຈົ້າອອກໄປຂ້າງນອກ
ເຖິງແມ່ນພວກເຂົາເຈົ້າບໍ່ໄດ້ຢູ່ໃກ້ໆກັບບໍລິເວນທີ່ເກີດໄຟໄໝ້ປ່າກໍຕາມ. ຄວັນຈາກໄຟ
ປ່າໄດ້ປົກຄຸມບໍລິເວນສວນນຶ່ງໃນລັດຄາລີຟໍເນຍ ເຖິງແມ່ນເຂດດັ່ງກ່າວ ບໍ່ໄດ້ຢູ່ໃກ້ກັບ
ເຂດທີ່ມີໄຟປ່າ. ສານພິດພ້ອມກັບອະນຸພາກນ້ອຍໆຂອງຂີ້ເທົ່າສາມາດປິວໄປໄດ້ໄກ
ຫຼາຍຮ້ອຍ ໄມລ໌.

ໄຟປ່າແຫ່ງນຶ່ງໃນພາກໃຕ້ລັດຄາລິຟໍເນຍ ທີ່ໄດ້ເລີ່ມໄໝ້ເມື່ອວັນຈັນທີ່ຜ່ານມາໄດ້ແຜ່
ລາມອອກເປັນ 85 ຕາລາງກິໂລແມັດໃນວັນເສົາວານນີ້ ໃນຂະນະທີ່ບັນດານັກດັບໄຟ
ໄດ້ເຮັດວຽກເພື່ອຄວບຄຸມແປວໄຟຈາກການລາມເຂົ້າໄປໃນເຂດທີ່ພັກອາໄສຕ່າງໆ
ໃນເຂດ ໂຮລີ ຈິມ ແຄນຢອນ.

ເຮືອບິນໄດ້ຖິ້ມສານປ້ອງກັນໄຟສີບົວ ໃສ່ບ້ານຫຼາຍຫຼັງໃນເຂດທະເລສາບ ແອລຊີນໍ
ແລະ ຊຸມຊົນອື່ນໆຢູ່ຕີນພູຂອງປ່າແຫ່ງຊາດ ຄລີຟແລນ ໃນຂະນະທີ່ປະຊາຊົນປະ
ມານ 20,000 ຄົນໄດ້ຖືກສັ່ງໃຫ້ອົບພະຍົບອອກຈາກພື້ນທີ່.

ຜູ້ຊາຍຄົນນຶ່ງທີ່ຖືກຕັ້ງຂໍ້ຫາ ສຳລັບການຕັ້ງໃຈກໍ່ໃຫ້ເກີດໄຟປ່າ ໂຮລີ, ຊື່ວ່າ ຟໍເຮັສ
ຄລາກ (Forrest Clark) ອາຍຸ 51 ປີ, ໄດ້ໄປປະກົດຕົວຕໍ່ສານ, ແຕ່ການຟ້ອງສານ
ຂອງລາວ ແມ່ນໄດ້ຖືກເລື່ອນອອກໄປ.

ທ້າວ ຄລາກ ໄດ້ໂວຍວາຍບໍ່ຢຸດບໍ່ເຊົາຢູ່ໃນສານ. ລາວໄດ້ເອີ້ນຂໍ້ກ່າວຫາຕ່າງໆຕໍ່ລາວ
ວ່າ “ແມ່ນຄຳເວົ້າຂີ້ຕົວະ” ແລະ ໄດ້ຖາມວ່າ ລາວສາມາດຈ່າຍເງິນຄ່າປະກັນຕົວ 1
ລ້ານໂດລາໃນທັນທີ ສຳລັບການປ່ອຍຕົວລາວໄດ້ບໍ່.

ໃນຂະນະດຽວກັນຢູ່ພາກເໜືອຂອງລັດຄາລິຟໍເນຍ, ໄຟປ່າ ເມັນໂດຊີໂຕ, ເຊິ່ງແມ່ນ
ໄຟທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງລັດ ຄາລິຟໍເນຍ ນັ້ນ, 60 ເປີເຊັນແມ່ນໄດ້ຖືກ
ຄວບຄຸມໄວ້ແລ້ວ, ອີງຕາມການກ່າວຂອງກົມດັບໄຟລັດ ຄາລິຟໍເນຍ. ບັນດາເຈົ້າໜ້າ
ທີ່ເວົ້າວ່າ ໄຟຍັງເປັນໄພຂົ່ມຂູ່ຕໍ່ບ້ານເຮືອນປະມານ 1,500 ຫຼັງ, ເຊິ່ງໄດ້ຫຼຸດລົງຈາກ
12,000 ຫຼັງທີ່ຕັ້ງຢູ່ໃນລັດສະໝີຂອງມັນ ໃນຕົ້ນສັບປະດານີ້. ແຕ່ໄຟອື່ນໆແມ່ນໄດ້ສືບ
ຕໍ່ໃຫຍ່ຂຶ້ນ. ໃນວັນພະຫັດທີ່ຜ່ານມາ, ໄຟໝວກ ຫຼື Hat fire ໄດ້ເລີ່ມໄໝ້ໃນຂົງເຂດ
ຟອລ ຣີເວີ ມິລສ໌ (Fall River Mills), 70 ໄມທາງພາກຕາເວັນອອກສຽງເໜືອຂອງ
ເມືອງ ເຣດດິງ. ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ອາໄສຢູ່ໃນພື້ນທີ່ປະມານ 350 ຄົນແມ່ນ
ໄດ້ຢູ່ພາຍໃຕ້ຄຳສັ່ງບັງຄັບໃຫ້ອົບພະຍົບອອກຈາກພື້ນທີ່.

ໂຄສົກສວນອຸດທະຍານ ໂຢເຊມິຕີ ທ່ານ ສກັອດ ເຈດີແມັນ ໄດ້ປະກາດວ່າ ສວນດັ່ງ
ກ່າວຈະເປີດຄືນໃນວັນອັງຄານຈະມາເຖິງນີ້ ຫຼັງຈາກໄດ້ປິດດົນສອງອາທິດ ຍ້ອນໄຟ
ໄໝ້ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG