ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໑ ທັນວາ ໒໐໒໔

ການສ້າງລາຍໄດ້ເສີມ ພາຍໃນຄອບຄົວ ໂດຍຍົກລະດັບການລ້ຽງງົວ ເພື່ອການສົ່ງອອກ


ຮູບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ, ງົວພໍ່ພັນ ລູກປະສົມ ຢູ່ສວນລ້ຽງງົວຂອງຄອບຄົວ ທ່ານວັນທອງ, ບ້ານໜອງ, ເມືອງຜາໄຊ, ແຂວງຊຽງຂວາງ, ສປປ ລາວ.
ຮູບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ, ງົວພໍ່ພັນ ລູກປະສົມ ຢູ່ສວນລ້ຽງງົວຂອງຄອບຄົວ ທ່ານວັນທອງ, ບ້ານໜອງ, ເມືອງຜາໄຊ, ແຂວງຊຽງຂວາງ, ສປປ ລາວ.

ປັດຈຸບັນ ການສົ່ງອອກເນື້ອສັດຢູ່ໃນ ສປປ ລາວ ກໍາລັງໄດ້ຮັບການສົ່ງ ເສີມ ໂດຍສະເພາະປະເພດງົວ, ດັ່ງນັ້ນ ການລ້ຽງງົວ ເພື່ອເປັນລາຍໄດ້ເສີມຂອງຄອບຄົວ ຈຶ່ງໄດ້ຮັບການປັບປຸງ ແລະຍົກລະດັບຂຶ້ນ ເພື່ອເພີ້ມມູນຄ່າ, ທິບສຸດາ ມີລາຍງານ.

ແຂວງຊຽງຂວາງ ເປັນນຶ່ງໃນແຂວງທີ່ໄດ້ຮັບການປັບປຸງ ແລະຍົກລະດັບຂອງການລ້ຽງສັດຫຼາຍຂຶ້ນ ໂດຍສະເພາະປະເພດສັດ ເພື່ອການບໍລິໂພກເຊັ່ນ ງົວ, ດັ່ງນັ້ນ ປະຊາຊົນທີ່ມີເງື່ອນໄຂຈຶ່ງຫັນປ່ຽນມາເພີ້ມຄຸນນະພາບຂອງງົວຈາກດັ້ງ ເດີມ ໃຫ້ມີສະມັດຕະພາບສູງຂຶ້ນ ເພື່ອເພີ້ມມູນຄ່າລາຍໄດ້ໃຫ້ຫຼາຍຂຶ້ນ. ທ່ານວັນທອງ ພອນມີໄຊ, ຜູ້ທີ່ອາໄສຢູ່ໃນບ້ານໜອງ ເມືອງຜາໄຊ ແຂວງຊຽງຂວາງ ກ່າວວ່າ ເພິ່ນເລີ້ມມາເອົາໃຈໃສ່ປັບປຸງຄຸນນະພາບໃນການລ້ຽງງົວເມື່ອປີ 2017 ໂດຍປັບປຸງການລ້ຽງໃສ່ຄອກທີ່ສະອາດ, ທໍາຄວາມສະອາດຄອກສັດໃນທຸກໆມື້, ປັບປຸງແນວພັນຫຍ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການ ຂອງສັດລ້ຽງ, ສັກຢາໃຫ້ສັດ ລ້ຽງບໍ່ຕໍ່າກວ່າ 2 ຄັ້ງໃນທຸກໆປີ ເພື່ອປ້ອງກັນພະຍາດແລະໝັ້ນກວດສຸຂະພາບ ຂອງສັດລ້ຽງເປັນປະຈໍາ ໂດຍເພິ່ນເພິ່ນກ່າວເຖິງຈຸດດີວ່າ:

“ການລ້ຽງງົວ ໃນຊີວິດປະຈໍາວັນເຮົານີ້ ຂໍ້ດີຂອງມັນກະມີຫຼາຍຢ່າງຫັ້ນແຫຼະເຊັ່ນ: ເຮັດໃຫ້ສ້າງເປັນເສດຖະກິດຄອບຄົວໄດ້, ສອງ ເຮົາກະສາມາດສົ່ງເສີມລູກຮໍ່າລູກຮຽນຫັ້ນນະເນາະ, ລ້ຽງສັດ ຖ້າເຮົາມີທົ່ງຫຍ້າລະອັນນຶ່ງກະມັນກໍປະ ຢັດເວລາ ປະຢັດແຮງງານຖ້າຫາກມີພໍ່ແມ່ພັນ ແລະກະຕົ້ນທຶນຂ້ອນຂ້າງວ່າເຮົາລົງເທື່ອດຽວລະກະຖືວ່າກິນຕະຫຼອດໄປວ່າຊັ້ນຊະ ນຶ່ງຫາສອງສາມປີນີ້ ກະຖືວ່າເຮົາລ້ຽງງົວ ຖ້າຮອດ 4-5 ໄປ ກະອາດຈະແມ່ນງົວລ້ຽງເຮົາຫັ້ນນະ ອັນນີ້ການລ້ຽງສັດ, ເຮົາກະຍັງໄດ້ນໍາເອົາຂີ້ສັດ ຫຼືມູນສັດໄປເປັນຝຸ່ນໃຫ້ພືດຊັ້ນນະ ເປົນຕົ້ນວ່າໃສ່ໄຮ່ໃສ່ນາເບາະ ອັນນີ້ແມ່ນຂໍ້ດີ.”

ເພິ່ນກ່າວວ່າ ເຖິງແມ່ນຈະມີການຍົກລະດັບຄຸນນະພາບ ໃນການລ້ຽງງົວ ແຕ່ການລ້ຽງສັດຢູ່ໃນຂົງເຂດແຫ່ງນີ້ ຊາວບ້ານຈະຍັງລ້ຽງ ປະສົມປະສານແບບພື້ນຖານ ໂດຍສະເພາະງົວຈະກິນຫຍ້າ ແລະເຟືອງຕາມລະດູການ, ດັ່ງນັ້ນ ເນື້ອທີ່ຂອງການລ້ຽງ ແລະພັນຫຍ້າສໍາລັບລ້ຽງງົວ ກໍເປັນສິ່ງສໍາຄັນ ເຊິ່ງເພິ່ນຈະນໍາໃຊ້ພັນຫຍ້າພື້ນເມືອງ ທີ່ໃຫ້ຜົນໄວໃນໄລຍະ 2 ຫາ 3 ເດືອນ ໃນເນື້ອທີ່ດິນ 8 ເຮັກຕ້າ ສໍາລັບຈໍານວນງົວປະມານ 30 ໂຕ.

“ກ່ອນອື່ນໝົດ ການລ້ຽງງົວນີ້ ນອກຈາກການຮັກມັກແລ້ວ ຍັງອີກບັນຫານຶ່ງທີ່ສໍາຄັນກະເປັນຕົ້ນວ່າພື້ນທີ່ເນາະ ພື້ນທີ່ທົ່ງຫຍ້າເຮົາມັນຕ້ອງໃຫ້ພ້ອມ ການລົງ ທຶນ ກະອີງໃສ່ພື້ນທີ່ຂອງທົ່ງຫຍ້າຂອງເຮົາຫັ້ນແຫຼະ ຖ້າວ່າສວນຫຍ້າເຮົາຫຼາຍ ເຮົາກໍຕ້ອງໄດ້ລົງທຶນຫຼາຍ.”

ງົວທີ່ເພິ່ນລ້ຽງ ເປັນງົວພໍ່ພັນຕ່າງປະເທດ ລິດເຊັນດີ ປະສົມກັບ ແມ່ພັນພື້ນ ເມືອງ ເຊິ່ງຈະເຮັດໃຫ້ລູກງົວມີຂະໜາດໃຫຍ່ກວ່າພັນພື້ນເມືອງ, ຊີ້ນຫຼາຍກວ່າ, ແຂງແຮງກວ່າ ແລະເໝາະສົມກັບສະພາບແວດລ້ອມຢູ່ໃນທ້ອງຖິ່ນແຫ່ງນີ້.

ສວນປູກຫຍ້າພັນ ສໍາລັບລ້ຽງງົວ, ບ້ານໜອງ, ເມືອງຜາໄຊ, ແຂວງຊຽງຂວາງ, ສປປ ລາວ. (ຮູບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ, ທ່ານວັນທອງ)
ສວນປູກຫຍ້າພັນ ສໍາລັບລ້ຽງງົວ, ບ້ານໜອງ, ເມືອງຜາໄຊ, ແຂວງຊຽງຂວາງ, ສປປ ລາວ. (ຮູບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ, ທ່ານວັນທອງ)

ໃນການຈໍາໜ່າຍ, ໃນແຕ່ລະປີ ງົວຂອງເພີ່ນ ຈະຂາຍອອກທຸກໆ 2 ຄັ້ງ ລະ ຫວ່າງເດືອນກັນຍາ ຫາ ເດືອນພະຈິກ ແລະ ລະຫວ່າງເດືອນ ມັງກອນ ຫາເດືອນກຸມພາ, ຖ້າຈໍາໜ່າຍເປັນພໍ່ພັນ ແລະແມ່ພັນ ອາຍຸງົວ 2 ປີກໍສາມາຈໍາ ໜ່າຍອອກໄດ້, ຖ້າຈໍາໜ່າຍເພື່ອບໍລິໂພກ ງົວຈະມີອາຍຸລະຫວ່າງ 3 ຫາ 4 ປີ ແລະມີນໍ້າໜັກບໍ່ຫຼຸດ 300 ກິໂລ, ເຊິ່ງມີລາຄາ 56.000 ຕໍ່ 1 ກິໂລ ຕາມລາຄາທ້ອງຕະຫຼາດ ຫຼືຫຼຸດລົງມາຕາມການຕົກລົງກັນລະຫວ່າງຜູ້ປະກອບການ ແລະພໍ່ຄ້າຄົນກາງ ເຊິ່ງງົວເຫຼົ່ານີ້ ສ່ວນຫຼາຍຈະຖືກສົ່ງອອກໄປ ຈີນ ແລະ ຫວຽດນາມ.

ນອກຈາກຈໍາໜ່າຍງົວແລ້ວ ເພິ່ນຍັງສາມາດຂະຫຍາຍການກະເສດພາຍໃນຄອບຄົວເຊັ່ນ ເຮັດນາ, ໂດຍນໍາໃຊ້ປຸຍເກືອບ 100 ເປີເຊັນຈາກມູນງົວ, ສາມາດຈໍາໜ່າຍແກ່ນພັນຂອງຫຍ້າ ທີ່ເຫຼືອຈາກການລ້ຽງງົວ ເຊິ່ງເກັບກູ້ໄດ້ໃນທຸກໆທ້າຍເດືອນຕຸລາ ຫາເດືອນພະຈິກ ຫຼັງຈາກຫວ່ານແກ່ນລົງໃນເດືອນມີນາ.

ເວົ້າລວມແລ້ວ, ການລ້ຽງງົວເພື່ອເປັນອາຊີບເສີມ ນອກຈາກຈະສ້າງລາຍຮັບພາຍໃນຄອບຄົວແລ້ວ ຍັງສາມາດສ້າງໂອກາດ ຂະຫຍາຍການກະສິກໍາດ້ານ ອື່ນໆ ໂດຍສະເພາະການນໍາໃຊ້ມູນສັດ ເຂົ້າເປັນປຸຍສໍາລັບພືດ ແລະນາເຂົ້າ ເຊິ່ງເປັນການດີຕໍ່ສຸຂະພາບຂອງຄົນພາຍໃນຄອບຄົວ ແລະດີສໍາລັບສະພາບແວດລ້ອມຢູ່ໃນທ້ອງຖິ່ນ, ພ້ອມກັນນັ້ນ ຍັງເປັນການຮຽນຮູ້ ແລະປັບປຸງປະສົບການຈາກການລ້ຽງສັດໃຫ້ດີຂຶ້ນເລື້ອຍໆ ເພາະການລ້ຽງສັດ ຈະໃຫ້ຜົນຕອບແທນທີ່ດີຂຶ້ນເລື້ອຍໆຫຼັງຈາກໄລຍະເວລາປະມານ 5 ປີ.

XS
SM
MD
LG