ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານກູເຕເຣສ ຮຽກຮ້ອງ ໃຫ້ຢຸດຍິງ ໃນທົ່ວໂລກ ໂຄວິດ 19 ກຳລັງລະບາດ


ເລຂາທິການໃຫຍ່ ສະຫະປະຊາຊາດ ຊ້າຍມື ທ່ານແອນໂຕນິໂອ ກູເຕເຣສ.
ເລຂາທິການໃຫຍ່ ສະຫະປະຊາຊາດ ຊ້າຍມື ທ່ານແອນໂຕນິໂອ ກູເຕເຣສ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ຮຽກຮ້ອງ ໃນວັນຈັນ
ວານນີ້ໃຫ້ມີການຢຸດຍິງຢູ່ໃນທົ່ວໂລກ ໃນຂະນະທີ່ໂລກ ກຳລັງຕໍ່ສູ້ ກັບການແຜ່ລະບາດ
ໄວຣັສໂຄໂຣນາ.

ທ່່ານກູເຕເຣສ ກ່າວຕໍ່ກອງປະຊຸມນັກຂ່າວ ຜ່ານທາງວີດີໂອ ວ່າ “ເຖິງເວລາ ແລ້ວທີ່ຈະ
ຢຸດເຊົາບັນຫາຂັດແຍ້ງດ້ວຍອາວຸດ ແລະເພັ່ງເລັງຮ່ວມກັນໃສ່ການ ຕໍ່ສູ້ທີ່ແທ້ຈິງສຳລັບ
ຊີວິດຂອງພວກເຮົາ.”

ນັບແຕ່ວັນຈັນວານນີ້ ໄດ້ມີຫຼາຍກວ່າ 350,000 ກໍລະນີ ທີ່ຢືນຢັນວ່າຕິດເຊື້ອໄວຣັສ
COVID-19 ຢູ່ໃນທົ່ວໂລກຊຶ່ງແມ່ນພະຍາດເກີດມາຈາກໂຄໂຣນາໄວ ຣັສ. ຫຼາຍກວ່າ
15,000 ຄົນໄດ້ເສຍຊີວິດໄປແລ້ວ.

ທ່ານກູເຕເຣສ ໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍໃນສົງຄາມ ຈົ່ງພາກັນຢຸດເຊົາສຽງ ປືນຂອງເຂົາເຈົ້າ ແລະການໂຈມຕີທາງອາກາດ ສ້າງພື້ນທີ່ມະນຸດສະທຳຂຶ້ນ ແລະເປີດຊ່ອງທາງ
ເພື່ອແກ້ໄຂທາງການທູດ.

ທ່່ານກູເຕເຣສກ່າວວ່າ “ຈົ່ງສິ້ນສຸດຄວາມບ້າສົງຄາມແລະຫັນມາຕໍ່ສູ້ກັບພະຍາດ ທີ່ກຳ
ລັງແແຜ່ລະບາດໃນໂລກຂອງພວກເຮົາ. “ມັນເລີ້ມດ້ວຍຢຸດການສູ້ລົບຢູ່ໃນ ທຸກແຫ່ງ.
ປັດຈຸບັນນີ້ ນັ້ນແມ່ນສິ່ງທີ່ຄອບຄົວມະນຸດຂອງພວກເຮົາຕ້ອງການໃນເວລານີ້ ຫຼາຍກວ່າ
ທີ່ເຄີຍມີມາ.”

ໃນຂະທີ່ມີການແຜ່ລະບາດອອກໄປຢູ່ທົ່ວໂລກໃນບໍ່ເທົ່າໃດອາທິດມໍ່ໆມານີ້ ສົງ ຄາມຢູ່
ໃນຊີເຣຍໄດ້ກ້າວເຂົ້າສູ່ປີທີ 10 ແລະວິກິດການໃນເຢເມັນໄດ້ເລີ້ມເປັນ ປີທີຫົກ. ການ
ຂັດແຍ້ງໃນອາຟຣິກາຍັງດຳເນີນຢູ່ຕໍ່ໄປຮວມທັງລີເບຍ. ຢູ່ຊູດານ ໃຕ້ ສະຫະປະຊາຊາດ
ໄດ້ສະແດງຄວາມເປັນຫ່ວງຫວ່າງມໍ່ໆມານີ້ ກ່ຽວກັບການ ເພີ້ມຄວາມຮຸນແຮງພາຍໃນ
ສັງຄົມທີ່ຢູ່ໃນບາງເຂດຂອງປະເທດ. ໃນຂະນະດຽວ ກັນຫຼາຍສິບລ້ານຄົນ ບໍ່ມີທີ່ຢູ່ອາໄສ
ພາຍໃນປະເທດແລະ ອົບພະຍົບໜີຈາກ ຄວາມຮຸນແຮງຢູ່ທົ່ວໂລກ.

ອົງການສະຫະປະຊາຊາດແມ່ນຍັງເປີດກວ້າງທ່າມກາງການປະເຊີນໜ້າກັບການ ແຜ່ລະບາດ. ທ່ານກູເຕເຣສໄດ້ສົ່ງພວກພະນັກງານເກືອບທັງໝົດ ນອກຈາກພະ ນັກງານທີ່
ຈຳເປັນເທົ່ານັ້ນ ທີ່ຫ້ອງການໃຫຍ່ຢູ່ນະຄອນນິວຢອກໃຫ້ໄປເຮັດວຽກຢູ່ເຮືອນ.

U.N. Secretary-General Antonio Guterres called Monday for a global cease-fire as the world battles the coronavirus pandemic.

“It is time to put armed conflict on lockdown and focus together on the true fight of our lives,” Guterres told journalists via a video press conference.

As of Monday, there were more than 350,000 confirmed cases worldwide of COVID-19, the disease caused by the coronavirus. More than 15,000 people have died.

Guterres urged warring parties to silence their guns, end airstrikes, create humanitarian corridors and open windows for diplomacy.

“End the sickness of war and fight the disease that is ravaging our world,” Guterres said. “It starts by stopping the fighting everywhere. Now. That is what our human family needs, now more than ever.”

As the pandemic has spread across the world in recent weeks, the war in Syria entered its 10th year and the Yemen crisis started its sixth. Conflicts in Africa continue, including in Libya. In South Sudan, the United Nations has expressed concern recently about the escalation of inter-communal violence in parts of the country. Meanwhile, tens of millions of people are internally displaced and refugees from violence across the globe.

The U.N. remains open in the face of the pandemic. Guterres has sent all but the most essential staff from the organization’s New York headquarters home to work.

XS
SM
MD
LG