ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໓ ເມສາ ໒໐໒໔

ການລະບາດພະຍາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບ ຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ຄຸນນະພາບທາງດ້ານການສຶກສາໃນລາວ


ເດັກນ້ອຍນັກຮຽນ ກຳລັງຮຽນໜັງສືຢູ່ຫ້ອງຮຽນໃນໂຮງຮຽນ ຢູ່ໃນເຂດຊົນນະບົດ ຂອງ ປປ ລາວ
ເດັກນ້ອຍນັກຮຽນ ກຳລັງຮຽນໜັງສືຢູ່ຫ້ອງຮຽນໃນໂຮງຮຽນ ຢູ່ໃນເຂດຊົນນະບົດ ຂອງ ປປ ລາວ

ການລະບາດພະຍາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ການພັດທະນາຊັບພະຍາກອນມະນຸດ ແລະ ຄຸນນະພາບທາງດ້ານການສຶກສາໃນລາວໃຫ້ໄດ້ມາດຕະຖານຂອງອາຊຽນຕ້ອງຊັກຊ້າຕໍ່ໄປອີກເຖິງ 3 ປີ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເປີດເຜີຍວ່າ ສາເຫດທີ່ສຳຄັນ ທີ່ເຮັດໃຫ້ແຮງງານລາວບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍນັ້ນ ກໍ່ເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ ເປັນແຮງງານທີ່ບໍ່ມີຝີມື ຫຼືບໍ່ມີຄວາມຮູ້ຄວາມສາມາດທາງດ້ານເທັກນິກທີ່ທັນສະໄໝ ໃນອຸດສາຫະກຳການຜະລິດສິນຄ້າຕ່າງໆ ຈຶ່ງເຮັດໃຫ້ແຮງງານລາວບໍ່ສາມາດຈະຮັບປະກັນໄດ້ເລີຍວ່າ ການຜະລິດສິນຄ້າຕ່າງໆນັ້ນ ຈະດຳເນີນໄປຕາມແຜນການທີ່ວາງໄວ້ ຊຶ່ງສາເຫດທີ່ເຮັດໃຫ້ເກີດບັນຫາດັ່ງກ່າວນີ້ ກໍ່ຄືຫຼັກສູດການສຶກສາຊັ້ນສູງໃນລາວຍັງບໍ່ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ.

ຍິ່ງໄປກວ່ານັ້ນ ການລະບາດໄວຮັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ ການພັດທະນາຊັບພະຍາກອນມະນຸດ ແລະ ຄຸນນະພາບທາງດ້ານການສຶກສາໃນລາວ ໃຫ້ໄດ້ມາດຕະຖານຂອງອາຊຽນພາຍໃນປີ 2025 ຈະຕ້ອງຊັກຊ້າຕໍ່ໄປອີກ 3 ປີ ເປັນຢ່າງນ້ອຍ ຊຶ່ງລວມເຖິງການພັດທະນາ ການສຶກສາຂັ້ນພື້ນ ຖານໃຫ້ກັບນັກຮຽນຊັ້ນປະຖົມສຶກສາທີ່ປະລະການຮຽນຈຳນວນຫຼາຍໃນໄລຍະການລະບາດໂຄວິດ-19 ຊຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການແກ້ໄຂຢ່າງຮີບດ່ວນທີ່ສຸດ ໂດຍສະເພາະ ແມ່ນການຟື້ນຟູການອ່ານ ແລະ ການຄິດໄລ່ເລກຢ່າງຖືກຕ້ອງນັ້ນ ດັ່ງທີ່ທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫຼງຕໍ່ກອງປະຊຸມວ່າດ້ວຍການພັດທະນາຊັບພະຍາ ກອນມະນຸດແຫ່ງຊາດລາວ ເມື່ອບໍ່ດົນມານີ້ ວ່າ:

ການຟື້ນຟູຫຼັງໂຄວິດນີ້ຕ້ອງໄດ້ໃຊ້ເວລາ ຊຶ່ງໂດຍປົກະຕິແລ້ວແມ່ນ 3 ຫາ 4 ປີ ໃນການຟືຶ້ນຟູຄືນກັບສູ່ສະພາບປົກະຕິ ດັ່ງນ້ນຕໍ່ໜ້ານີ້ເພື່ອເລັ່ງລັດເຮັດການຟື້ນຟູການສຶກສາຫຼັງໂຄວິດນັ້ນ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ບາງອັນຄືດັ່ງນີ້ ນຶ່ງ-ສິໄດ້ກຳນົດບັນດາບຸລິມະສິດທີ່ເປັນຈຸດສຸມ ເປັນຕົ້ນກໍ່ແມ່ນການສົ່ງເສີມໃຫ້ເດັກນ້ອຍໃຫ້ມີຜົນການຮຽນຮູ້ຂັ້ນພື້ນຖານເພື່ອໃຫ້ເຂົາເຈົ້າຫັ່ນມີທັກສະການອ່ານ ການຄິດໄລ່ເລກຂັ້ນພື້ນຖານ ໂດຍສະເພາະແມ່ນຊັ້ນ ປ.1 ແລະ ຊັ້ນ ປ. 2.

ປີ 2019 ອັດຕາການເຂົ້າຮຽນຂອງເດັກນ້ອຍລາວອາຍຸ 3-5 ປີ ຢູ່ທີ່ລະດັບ 52% ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9% ກັບ 82.2% ແລະ 47.8% ຕາມລຳດັບ ໂດຍເຖິງແມ່ນວ່າ ຈະເປັນການພັດທະນາດ້ານການສຶກສາ ທີ່ມີການຂະ ຫຍາຍຕົວເພີ້ມຂຶ້ນໃນທຸກລະດັບກໍ່ຕາມ ແຕ່ການພັດທະນາການສຶກສາໃນລາວກໍ່ຍັງບໍ່ມີຄຸນນະພາບ ໂດຍເຫັນໄດ້ຈາກອັດຕາການຄ້າງຫ້ອງຮຽນ ໃນລະດັບປະ ຖົມສຶກສາຍັງຢູ່ທີ່ລະດັບ 3.8% ຊຶ່ງຖືເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກຢູ່ໃນສະຖານະວ່າງງານເພີ້ມຂຶ້ນນັບມື ສ່ວນລັດຖະບານລາວກໍ່ມີງົບປະມານເພື່ອພັດທະນາການສຶກສາພຽງ 2% ຂອງມູນຄ່າຜະລິດຕະພັນລວມ (GDP) ຊຶ່ງຕໍ່ກວ່າມາດຕະຖານສາກົນ ດັ່ງທີ່ທ່ານຄຳເຈນ ວົງໂພສີ ລັດຖະມົນ ຕີກະຊວງແຜນຫານ ແລະ ການລົງທຶນ ຖະແຫຼງຢືນຢັນວ່າ:

ສຳລັບ ສປປ ລາວ ກໍ່ເນື່ອງຈາກວ່າ ຍັງເປັນປະເທດທີ່ມີຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະນັ້ນສັດສ່ວນໃນການລົງທຶນໃນວຽກງານການສຶກສາທຽບໃສ່ GDP ແລ້ວຍັງແມ່ນຕໍ່ຢູ່ ພຽງແຕ່ 2% ເທົ່ານັ້ນ ຖ້າວ່າພວກເຮົາເບິ່ງແຜນປະຕິບັດການສຶກສາ UNESCO-2015 ໄດ້ສະເໜີ 2 ຄາດໝາຍສຳລັບການໃຊ້ຈ່າຍໃນຂົງເຂດການສຶກສາ ນຶ່ງ-ແມ່ນຈັດສັນຢ່າງນ້ອຍ 4% ເຖິງ 6% ຂອງ GDP ໃຫ້ແກ່ການສຶກສາ ສອງ-ແມ່ນຈັດສັນຢ່າງນ້ອຍ 15% ເຖິງ 20% ຂອງລາຍຈ່າຍຂອງລັດຖະບານ ໃຫ້ແກ່ການສຶກສາ.

ທາງດ້ານ UNDP ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ສະຫະພັນແມ່ຍິງລາວ ເພື່ອດຳເນີນການສຳຫຼວດ ແລະ ເກັບກຳຂໍ້ມູນຢ່າງລະອຽດກ່ຽວກັບສະຖານະການທາງດ້ານສິດ ແລະ ສະພາບຊີວິດການເປັນຢູ່ຂອງແມ່ ແລະເດັກໃນທົ່ວປະເທດ ນັບແຕ່ເດືອນເມສາ 2023 ໂດຍມີກຳນົດດຳເນີນງານໃຫ້ສຳເລັດ ແລະ ສະຫຼຸບຜົນການວິເຄາະເພື່ອນຳສະເໜີເຂົ້າສູ່ການພິຈາລະນາຂອງລັດຖະບານລາວ ໃນທ້າຍປີ 2023 ໂດຍການສຳຫຼວດດັ່ງກ່າວຖືໄດ້ວ່າມີຄວາມສຳຄັນຫຼາຍຕໍ່ການກຳນົດແຜນປະຕິບັດການເພື່ອປົກປ້ອງສິດ ແລະ ຄຸນນະພາບຊີວິດການເປັນຢູ່ຂອງແມ່ນ ແລະ ເດັກໃນລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ.

XS
SM
MD
LG